ຜົນປະໂຫຍດຂອບເຂດ (ເສດຖະສາດ)

ຈາກ ວິກິພີເດຍ

ໃນ ເສດຖະສາດ, ຜົນປະໂຫຍດຂອບເຂດ (ພາສາອັງກິດ:​ marginal utility) ຂອງ ສິນຄ້າ ຫຼື ການບໍລິການ ແມ່ນສ່ວນຕ່າງຂອງ ຜົນປະໂຫຍດ ທີ່ ຈະເກີດຂຶ້ນ ຍ້ອນການເພີ່ມ ຫຼື ຫຼຸດລົງ ຂອງ ການຊົມໃຊ້ ສິນຄ້າຫຼື ການບໍລິການນັ້ນ. ພາຍໃຕ້ ສົມມຸດຕິຖານທົ່ວໄປ ຂອງ ທິດສະດີເສດຖະສາດ ຜົນປະໂຫຍດຂອບເຂດ ແມ່ນ ຜົນປະໂຫຍດ ທີ່ ຈະໄດ້ຮັບ ຫຼື ເສຍໄປ ຍ້ອນ ການຊົມໃຊ້ ສິນຄ້າ ຫຼື ການບໍລິການໃດໜຶ່ງ ຫຼາຍຂຶ້ນ ຫຼຸດລົງໜຶ່ງຫົວໜ່ວຍ. ແນວຄວາມຄິດກ່ຽວກັບ ຜົນປະໂຫຍດຂອບເຂດ ຖືກພັດທະນາຂຶ້ນ ຍ້ອນຄວາມຕ້ອງການຂອງນັກເສດຖະສາດທີ່ ຢາກ ອະທິບາຍ ກົນໄກກຳໜົດ ລາຄາ ໃນ ຕະຫຼາດ. ຄຳວ່າ “marginal utility” ໃນ ພາສາອັງກິດ , ແມ່ນ ການແປ ຄຳວ່າ “Grenznutzen” (ແປຕາມໂຕວ່າ ຂອບເຂດຜົນປະໂຫຍດ) ຂອງ ນັກເສດຖະສາດ ທ່ານ Friedrich von Wieser ໂດຍ ທ່ານ cFriedrich von Wieser.

ເບິ່ງຕື່ມ[ດັດແກ້]