ປັກກິ່ງ

ຈາກ ວິກິພີເດຍ

ປັກກິ່ງ ຫຼືເປີຍຈິ່ງ (Beijing) (ພາສາຈີນ: ແມ່ແບບ:ສຽງ, ພິ່ນອິ່ນ: Běijīng) ເປັນນະຄອນຫຼວງຂອງສາທາລະນະລັດປະຊາຊົນຈີນ ມີຊື່ຫຍໍ້ວ່າ ກິ່ງ(ຫຼືວ່າ ຈິ່ງ)ຕັ້ງຢູ່ທິດຕາເວັນຕົກສຽງເໜືອຂອງ ພູພຽງຫວາເປີຍ ຊື່ເດີມຄື ຈີ້ ສະໄໝຊຸນຊິວຈ້ານກົ໋ວເປັນເມືອງຫຼວງຂອງແຄວ້ນຢັ່ນ ສະໄໝລາຊະວົງຫຼຽວ ເປັນເມືອງຫຼວງຮອງຊື່ຢັ່ນຈິ່ງ ເປັນເມືອງຫຼວງຂອງເມືອງຈີນຕັ້ງແຕ່ສະໄໝລາຊະວົງຈິ້ນ ຢ໋ວນ ໝິງ ຊິງຈົນເຖິງສາທາລະນະລັດຈີນ ເຄີຍໃຊ້ຊື່ຈົ່ງຕູ່ ຕ້າຕູ່ ເປີຍຜິງແລະເປີຍຈິ່ງ ໂດຍມີຊື່ເອີ້ນທັງໝົດ 60 ກວ່າຊື່. ເລີ່ມຕົ້ນເປັນເມືອງຕັ້ງແຕ່ປີ 1928 ປັດຈຸບັນແບ່ງເປັນ16 ເຂດແລະ 2 ເມືອງນ້ອຍ ເປັນນະຄອນທີ່ຂື້ນກັບອຳນາດການປົກຄອງຂັ້ນສູນກາງໂດຍກົງ. ປັກກິ່ງມີເນື້ອທີ່ທັງໝົດ 16,800 ກິໂລແມັດມົນທົນ ຮອດທ້າຍປີ 2002 ທົ່ວນະຄອນມີປະຊາກອນ 1,136,300 ຄົນ ນະຄອນປັກກິ່ງເປັນໃຈກາງການເມືອງ ວັດທະນະທຳ ວິທະຍາສາດ ການສຶກສາແລະ ການຄົມມະນາຄົມທົ່ວປະເທດຈີນແລະກໍເປັນເມືອງທ່ອງທ່ຽງທີ່ມີຊື່ສຽງໃນປະເທດຈີນກໍຄືໃນໂລກ, ແຫຼ່ງທ່ອງທ່ຽວທີ່ສຳຄັນມີກຳແພງຍັກເມືອງຈີນ ພະລາຊະວັງບູຮານ ຫໍສັກກະລະຟ້າທ່ຽນຖັນ ສຸສານຮ່ອງເຕ້ລາຊະວົງໝິງ ວັງພັກຮ້ອນອີ໋ເຫີຢ໋ວນແລະພູຊ່ຽງຊ່ານ ເປັນຕົ້ນ.ປັດຈຸບັນ, ປັກກິ່ງເປັນເຂດປົກຄອງພິເສດແບບມະຫານະຄອນ 1 ໃນ 5 ແຫ່ງຂອງຈີຍ,ເຊິ່ງມີຖານະທຽບເທົ່າກັບແຂວງ, ຫຼັງຈາກປັກກິ່ງໄດ້ຮັບການຈັດຕັ້ງເປັນນະຄອນຫຼວງຂອງສາທາລະນະລັດປະຊາຊົນຈີນໃນ 1949 ແລ້ວ ໂດຍສະເພາະພາຍຫຼັງຊຸມປີ 80 ສະຕະວັດທີ 20, ເມືອງປັກກິ່ງໄດ້ພັດທະນາຢ່າງວ່ອງໄວຢ່າງເຫຼືອເຊື່ອ ມີການປ່ຽນແປງຢ່າງພິກແຜ່ນດິນປີ້ນແຜ່ນຟ້າ. ປັດຈຸບັນ, ນະຄອນປັກກິ່ງບໍ່ພຽງແຕ່ຮັກສາສະພາບເມືອງບູຮານໄວ້, ຍັງສະແດງເຖິງສະພາບເມືອງທີ່ທັນສະໄໝ, ຈົນກາຍເປັນເມືອງໃຫຍ່ຂອງໂລກ.