ພິ່ນອິ່ນ

ຈາກ ວິກິພີເດຍ

ພິ່ນອິ່ນ ແມ່ນ ລະບົບໃນການຖ່າຍຖອດສຽງພາສາຈີນກາງ ຫຼື ພາສາຈີນສຳນຽມນະຄອນຫຼວງປັກກິ່ງ ດ້ວຍຕົວອັກສອນໂຣມັນ.

ຍົກຕົວຢ່າງ 北京 ອອກສຽງເປັນ “ເປີຍຈິ່ງ”ເຊິ່ງໝາຍຄວາມວ່າປັກກິ່ງໃນພາສາລາວ. ສຳລັບຄຳນີ້, ພິ່ນອິ່ນກໍເປັນ Běi jīng. ສ່ວນເຄື່ອງໝາຍທີ່ໃນຫົວ“e" ແລະ "i"ນັ້ນ, ແມ່ນເຄື່ອງໝາຍວັນນະຍຸກຂອງພາສາຈີນ.

b ອອກສຽງວ່າ ໂປ ຄື ສຽງ ປ

p ອອກສຽງວ່າ ໂພ ຄື ສຽງ ພ

m ອອກສຽງວ່າ ໂມ ຄື ສຽງ ມ

f ອອກສຽງວ່າ ໂຟ ຄື ສຽງ ຟ

d ອອກສຽງວ່າ ເຕີ ຄື ສຽງ ຕ

t ອອກສຽງວ່າ ເທີ ຄື ສຽງ ທ

n ອອກສຽງວ່າ ເນີ ຄື ສຽງ ນ

l ອອກສຽງວ່າ ເລີ ຄື ສຽງ ລ

g ອອກສຽງວ່າ ເກີ ຄື ສຽງ ກ

k ອອກສຽງວ່າ ເຄີ ຄື ສຽງ ຄ

h ອອກສຽງວ່າ ເຮີ ຄື ສຽງ ຮ

j ອອກສຽງວ່າ ຈີ ຄື ສຽງ ຈ

q ອອກສຽງວ່າ ຊີ (ช ໃນໄທ) ຄື ຄ້າຍສຽງ ຊ

x ອອກສຽງວ່າ ຊີ ຄື ສຽງ ຊ

z ອອກສຽງວ່າ ຈື ຄ້າຍສຽງ ຈ

c ອອກສຽງວ່າ ຊື (ช ໃນໄທ) ຄ້າຍສຽງ ຊ

s ອອກສຽງວ່າ ຊື ຄ້າຍສຽງ ຊ

zh ອອກສຽງວ່າ ຈຼື ຄ້າຍສຽງ ຈ (ມ້ວນລິ້ນ)

ch ອອກສຽງວ່າ ຊຼື (ช ໃນໄທ) ຄ້າຍສຽງ ຊ (ມ້ວນລິ້ນ)

sh ອອກສຽງວ່າ ຊຼື ຄ້າຍສຽງ ຊ (ມ້ວນລິ້ນ)

r ອອກສຽງວ່າ ຣື ຄ້າຍສຽງ ຣ (ມ້ວນລິ້ນ)