ບ່ວງ

ຈາກ ວິກິພີເດຍ
ບ່ວງເຫຼັກ

ບ່ວງ ແມ່ນເຄື່ອງຄົວທີ່ມີລັກສະນະເປັນແອ່ງຕື້ນແລະນ້ອຍກວ່າຈອງ ຕົງປາຍມີທີ່ຈັບ ໂດຍທົ່ວໄປໃຊ້ໃນການຕັກອາຫານເຫຼວ ຫຼືອາຫານກຶ່ງເຫຼວ ຫຼືອາຫານແຂງທີ່ບໍ່ອາດໃຊ້ນຳສ້ອມໄດ້ຢ່າງສະດວກ ແມ່ນ ໃຊ້ໃນການຕັກເຂົ້າຫຼືທັນຍະພືດ ນອກຈາກນີ້ ບ່ວງຍັງໃຊ້ໃນການແຕ່ງກິນທີ່ຈະຕວງວັດປໍລິມານສ່ວນປະສົມຂອງອາຫານທີ່ຈະໃຊ້ນຳ. ບ່ວງອາດຈະເຮັດມາຈາກເຫຼັກ ໄມ້ ພະລາສະຕິກ ຫີນ ຫຼືແມ້ນແຕ່ງາຊ້າງ.

ປະຫວັດ[ດັດແກ້]

ບ່ວງ,ຢູລົກ (ຊາວພື້ນເມືອງອາເມລິກາ), ສັດຕະວັດທີ 19, ພິພິທະພັນບະຣຸກລິນ

ຫຼັກຖານທາງປະຫວັດສາດພົບວ່າໃນສະໄໝເອຊີບບູຮານ ບ່ວງມັກເຮັດດ້ວຍງາຊ້າງ ຫິນເຫຼັກໄຟ ຫິນຊະນວນ ແລະ ໄມ້ ໂດຍສ່ວນຫຼາຍຈະສະຫຼັກເປັນສັນຍະລັກທາງສາສະໜາ[໑]. ໃນສະໄໝຍຸກຫິນໃໝ່ຂອງຊາກດີນີ ມີການໃຊ້ຈອງແລະບ່ວງທີ່ເຮັດຈາກເຄື່ອງເຄືອບແລ້ວ. ໃນສະໄໝລາຊະວົງຊາງຂອງປະເທດຈີນ ຄົ້ນພົບວ່າບ່ວງມີການເຮັດຈາກກະດູກ. ສ່ວນບ່ວງເຮັດດ້ວຍທອງສຳລິດບູຮານໃນປະເທດຈີນ ມັກມີຮູບຮ່າງແຫຼມຄົມ ເຊິ່ງສາມາດໃຊ້ເປັນເຄື່ອງຕັດແບບມີດໄດ້[໒]. ເອກະສານບັນທຶກບູຮານຂອງອິນເດຍກໍກ່າວເຖິງບ່ວງຄືກັນ.

ອ້າງອີງ[ດັດແກ້]

  1. "Spoon." Encyclopædia Britannica Eleventh Edition, 1911. Viewing the linked scan requires the AlternaTiff plugin in most browsers. This article incorporates text from this source, which is now in the public domain.
  2. Joseph Needham (2000). Science and Civilisation in China: Fermentations and Food Science. Cambridge University Press. p. 106. ISBN 978-0-521-65270-4.