ຈິຕະນິຍົມ

ຈາກ ວິກິພີເດຍ

ຈິຕະນິຍົມ (ຝະລັ່ງ: Idéalisme, ອັງກິດ: Idealism) ມີສອງຄວາມໝາຍໃນທາງຈະລິຍະສາດໃຊ້ຄຳວ່າ Idealist ໝາຍເຖິງບຸກຄົນທີ່ມອງເຫັນເປົ້າໝາຍອັນສູງສົ່ງຂອງຊີວິດແລະພະຍາຍາມຈະເຂົ້າສູ່ເປົ້າໝາຍອັນນັ້ນໃຫ້ໄດ້ໃນພາສາລາວເອີ້ນບຸກຄົນແນວນີ້ວ່າ ນັກອຸດມຄະຕິນິຍົມ ແຕ່ໃນທາງອະພິປັດຊະຍາ Idealist ໝາຍເຖິງຜູ້ສຶກສາຄົ້ນຄວ້າວ່າອັນໃດແມ່ນຄວາມຈິງ ແມ່ນຫຍັງແມ່ນສະພາບມູນຖານຂອງສິ່ງທັງຫຼາຍທີ່ສົມໄນກັນຫຼືເຂົ້າກັນໄດ້ໃນຄວາມຮູ້ສຶກນຶກຄຶດແລະຈິດໃຈຂອງມະນຸດ ໃນພາສາລາວເອີ້ນບຸກຄົນເຊັ່ນນີ້ວ່າ ນັກຈິຕະນິຍົມ.

ກຸ່ມຈິຕະນິຍົມ ຖືວ່າຈິດເປັນຄວາມແທ້ຈິງສູງສຸດພຽງສິ່ງດຽວເທົ່ານັ້ນ ສະສານແມ່ນພຽງປາກົດການຂອງຈິດເທົ່ານັ້ນ ເຊັ່ນ ຮ່າງກາຍມະນຸດແມ່ນພຽງປາກົດການຊົ່ວຄາວຂອງຈິດ ເປັນບ່ອນຢູ່ອາໄສຊົ່ວຄາວຂອງຈິດ ເມື່ອຮ່າງກາຍສູນສະຫຼາຍຈິດສຳພັດກໍຍັງຄົງຢູ່ ເຊິ່ງບາງທີອາດເມືອຄືນສູ່ແຫຼ່ງເດີມຂອງຕົນແມ່ນຈິຕະສຳບູນອັນເປັນຕົ້ນຕໍຂອງສັບພະສິ່ງ ທຸກສິ່ງທຸກຢ່າງລ້ວນແຕ່ອະທິບາຍໄດ້ດ້ວຍອາການປາກົດຂອງຈິຕະສຳບູນທັງສິ້ນ. ຈິດເປັນທຳທີ່ມີພຽງຊື່ຫາຮູບບໍ່ໄດ້. ຜູ້ມີບັນຫາເທົ່ານັ້ນຈຶ່ງຈະຮູ້ຈັກຈິດໄດ້.

ອ້າງອີງ[ດັດແກ້]

ບັນນານຸກົມ
  • Immanuel Kant's Critique of Pure Reason with an historical introduction by Ludwig Noiré, available at [໑]
  • Kierkegaard, Søren. Concluding Unscientific Postscript, Princeton, ISBN 978-0-691-02081-5
  • Neujahr, Philip J., Kant's Idealism, Mercer University Press, 1995 ISBN 0-86554-476-X
  • Watts, Michael. Kierkegaard, Oneworld, ISBN 978-1-85168-317-8

ອ່ານຕື່ມ

  • Gustavus Watts Cunningham Idealistic Argument in Recent British and American Philosophy Books For Libraries Press, 1967
  • Hugh Joseph Tallon The concept of self in British and American idealism Catholic University of America Press, 1939
  • Gerald Thomas Baskfield The idea of God in British and American personal idealism Catholic University of America, 1933
  • Vergilius Ture Anselm Ferm A history of philosophical systems Littlefield Adams, 1968 ISBN 0-8226-0130-3

ແຫຼ່ງຂໍ້ມູນອື່ນ[ດັດແກ້]