ສວນລອຍຟ້າບາບິລອນ

ຈາກ ວິກິພີເດຍ
ຮູບສວນລອຍຟ້າບາບິລອນ ແຕ້ມ ໃນ ສັດຕະວັດທີ່ 16

ສວນລອຍຟ້າບາບິລອນທີ່ ນັກຄະນິດສາດ ຄົນເກຣັກ ເປັນ ຜູ້ ເລືອກໃຫ້ເປັນສິ່ງມະຫັດສະຈັນ. ຄວາມຈິງ ສວນດັ່ງກ່າວບໍ່ໄດ້ເຫີນ ຢູ່ ເທິງຟ້າ ຄືຊື່ ແຕ່ ແມ່ນ ສວນ ທີ່ ຖືກສ້າງຂຶ້ນ ຢູ່ ພູສູງ.ປະຈຸບັນ ມີ ຮ່ອງຮອຍເສດເຫຼືອ ຂອງ ສວນດັ່ງກ່າວ ຢູ່ ຊານນະຄອນ ແບກແດດ. ແມ່ນ ສວນ ທີ່ ເຈົ້າ ເນບຸ ຄຸດຸຣິ ອຸຊູຣ ທີ່ 2 (Nabû-kudurri-uṣur) ແຫ່ງ ລາດຊະອານາຈັກບາບິລອນ ສ້າງຂຶ້ນ ໃນ ໄລຍະ ປະມານ 600 ປີ ກ່ອນຄຣິສຕະສັກກະຫຼາດ ເພື່ອ ເອົາໃຈ ເຈົ້າຍິງ ມາມິວຕິສ ຜູ້ຊຶ່ງ ບໍ່ຢາກມາ ດຳລົງຊີວິດ ຢູ່ ທະເລຊາຍ.

ລິ້ງຄ໌ກ່ຽວຂ້ອງ[ດັດແກ້]