Jump to content

ກາບກອນ

ຈາກ ວິກິພີເດຍ


ກາບກອນ (ຄຳເຄົ້າ: ກາພຍ໌ກລອນ[1]) ຫຼື ການແຕ່ງກອນ ແມ່ນສີລະປະປະເພດນຶ່ງທີ່ຖືກຈັດເຂົ້າໃນວິຊາທີ່ຄົນບູຮານຖືວ່າເປັນວິຊາທີ່ສຳຄັນ ໂດຍສະເພາະແມ່ນຜູ້ທີ່ຈະເປັນເຈົ້າຊີວິດ ນອກຈາກວິຊາອື່ນໆ ເພີ່ນຈຳຕ້ອງໄດ້ສຶກສາວິຊານີ້ນຳ, ການແຕ່ງກອນບໍ່ຍາກສຳລັບຜູ້ມີພອນສະຫວັນ ແລະພອນສະແຫວງ ພຽງແຕ່ເຮົາແຕ່ງໃຫ້ຖືກຫຼັກ ແລະແຕ່ງເປັນປະຈຳ ສຶກສານຳຜູ້ທີ່ຂຽນດີ ໂດຍການອ່ານ ພວກເຮົາກໍຈະແຕ່ງໄດ້ສະບາຍ. ການແຕ່ງກາບກອນ ແມ່ນມີຫຼາຍວິທີ ແຕ່ວິທີທີ່ຊາວລາວນິຍົມໃຊ້ແມ່ນກອນຫົວສາມທ້າຍສີ ຊຶ່ງປະກອບ ສີ່ວັກ ທີ່ມີການຈັກວາງສຽງໄປຕາມ ສຽງສາມັນ ສຽງເອກ ສຽງໂທ

ເຊັ່ນ:

ກາກ່າກ້າ....ກາກ່າກາກາ

ກາກາກາ...ກ່າກາກາກ້າ

ກາກາກ້າ...ກາກາກ້າກ່າ

ກາກ່າກ້າ...ກາກ້າກ່າກາ


ນອກນັ້ນກໍຍັງມີ

ຄຳນຳຫນ້າ ເຊັ່ນ: ເມື່ອນັ້ນ, ພໍເມື່ອ ແລະອື່ນໆໆໆ ແລ້ວແຕ່ຜູ້ຂຽນຈະໃສ່

ຄຳຫ້ອຍຫຼັງ: ແທ້ແລ້ວ ແທ້ໃດ ທ່ານເອີຍ ແລະອື່ນໆ

ຕົວຢ່າງ

ສຸລິຍາແຈ່ມແຈ້ງ___ແສງຊ່ອງນະພາ

ເມຄາຂາວ___ຄ່ອງງາມຍາມແຈ້ງ

ພໍເມື່ອແຍງໃຈຈັ້ງ___ທັງຄິງໂອ້ອຸ່ນ

ເປັນຈັ່ງບຸນເສກສ້າງ___ປາງກີ້ກ່ອນເດີມ ແທ້ແລ້ວ

ຄຳສຳພັດ

ແຈ່ມ ກັບແຈ້ງສຳພັດກັນ ເອີ້ນວ່າສຳພັດຜະຫຍັນສະນະ ຈ ກັບ ຈ

ແຈ້ງ ກັບ ແສງ ສຳພັດກັນ ເອີ້ນວ່າສຳພັດສະລະ ແXງ ກັບ ແXງ

ທັງສອງນີ້ເອີ້ນວ່າສຳພັດໃນ


ພາ ກັບ ຄາ ສຳພັດກັນ

ແຈ້ງ ກັບ ແຍງ ສຳພັດກັນ

ອຸ່ນ ກັບ ບຸນ ສຳພັດກັນ

ທັງສາມນັ້ນ ເອີ້ນກັນວ່າສຳພັດນອກ


ໃຫ້ທ່ານສຶກສາ ແລະແອບຂຽນຕາມນີ້ ຈະຂຽນຍາວ ຂຽນສັ້ນປານໃດກໍໄດ້ ແຕ່ຕ້ອງຈັດວາງສຽງໃຫ້ໄດ້.


ກາບກອນທີ່ດີຕ້ອງມີການສຳພັດທີ່ດີ ແລະມີການແຈກສຽງ ສາມັນ ສຽງເອກ ສຽງໂທ ໃຫ້ຖືກບ່ອນ ຖ້າບໍ່ດັ່ງນັ້ນ ກອນນັ້ນກໍຈະບໍ່ເປັນຕາຟັງ ແລະຜູ້ອ່ານຈະມີຄວາມຮູ້ສຶກຄ້າຄືກັບຕົນແຄ້ນເຂົ້າໃນເວລາອ່ານ. ຖ້າຫາກມີການສຳພັດ ແລະຈັດວາງສຽງໃຫ້ຖືຕາມຫຼັກກອນນັ້ນກໍຈະອ່ານງ່ານ ແລະເປັນຕາອອນຊອນດັ່ງສາຍນໍ້າໄຫຼ.


ການຈັດຕັ້ງກາບກອນຂອງລາວໃນສະຕະວັດທີ 21 ນີ້ເກີດຂຶ້ນໃໝ່ໃນເດືອນ ສິງຫາ 2010, ຕົ້ນກຳເນີດຢູ່ທີ່ສະຫະຣັດອະເມຣິກາ ແລະແຜ່ຂຍາຍອອກໄປທົ່ວທຸກມຸມໂລກ. ຊື່ເປັນທາງການເອີ້ນວ່າ "ວົງການກະວີນິພົນລາວທົ່ວໂລກ" Lao Poetry Society Archived 2014-12-20 at the Wayback Machine ໃນນີ້ເຮົາສາມາດອ່ານ "ສັງສິນໄຊ" "ສານລຶພສູນ" "ຜຍາລາວລ້ານຊ້າງ" ແລະຄຳກອນຂອງລາວໃນຍຸກສໄມປັດຈຸບັນຫລາຍພັນບົດ ທີ່ສ້າງເປັນ"ອີບຸກກາບກອນ".











ສາມັກຄີລາວເອີຍ

[ດັດແກ້]

ແຕ່ງໂດຍ: ຊ.ວົງໂສພາ


  • ແມ່ນຢູ່ສຸດຂອບຟ້າ............. ປະເທດອື່ນເມືອງໃດ

ລາວກໍ່ຍັງເປັນລາວ..............ບໍ່ແບ່ງປັນພັນເຊື້ອ

ລາວທັງເໜືອທັງໃຕ້.............ລາວກາງສຳພັນກ່ຽວ

ລວມໜຶ່ງດຽວຮ່ວມສ້າງ...........ແປງບ້ານໃຫ້ຮຸ່ງເຮືອງ


  • ຢ່າໄດ້ຫາເລື່ອງເວົ້າ........... ບິແບ່ງສາມະຄີ ເຮົາເນີ

ລາວທັງຜອງປອງດອງກັນ........ ສ້າງສາຍສຳພັນໄວ້

ລາວທັງໃດກໍ່ລາວແທ້.......... ຢ່າຜັນແປແຍກແບ່ງ

ທານນ້ຳໃຈຢ່າແຫ້ງແລ້ງ........ ໃຫ້ໄຫລລົ້ນບໍ່ຂາດສາຍ


  • ເຮົາເປັນເໝືອນນ້ອງອ້າຍ.......ເກີດຮວ່ມສາຍອຸທອນ

ມາຕຸພູມດິນລາວ..............ບ້ານແມ່ເຮົາຈິງແທ້

ເຊື້ອສາຍລາວເດີມເຄົ້າ..........ຂຸນບູຣົມອີ່ພໍ່ໃຫຍ່

ໃສວ່າລາວຕ່າງປ້ອງ...........ພົງເຊື້ອຕ່າງກັນ


  • ແມ່ນຊິໄກຈາກບ້ານ...........ພາກຖິ່ນດິນລາວ

ຄົນລາວໄປຫົນໃດ............ເຂົ້າໜຽວກໍ່ໄປພ້ອມ

ສຽງແຄນສຽງຊໍອູ້.............ຟັງດູຍັງອອ້ຍອິ່ນ ຢູ່ເດ

ໃຈຖຫວິນຮັກໝັ້ນ.............ເມືອງບ້ານບໍ່ນ່າຍແໜງ


  • ຄຳບູຮານກ່າວແຈ້ງ...........ໃຫ້ລາວຮ່ວມສາມະຄີ

ມີມາໃນຄຳກອນ..............ບອກສອນເອົາໄວ້

ເພິ່ນວ່າ"ຂໍໃຫ້ສາມະຄີໄວ້........ຄືເຂົ້າໜຽວໜຶ້ງໃໝ່

ຢ່າໄດ້ເພແຕກມ້າງ............ຄືນ້ຳຖືກເຂົ້າໜຽວ" ພີ່ນ້ອງເອີຍ.

              ສາມສະອາດ

 ຂ້ອຍບໍ່ ເຄີຍກຽດຄ້ານ ປັດກວາດເຮືອນຊານ

        ຖ້ວຍບ່ວງ ໂຖໂອຊາມ		ເຊັດຖູຊຸລ້າງ
        ຕາລ່າງ ເຮືອນປັດກ້ຽງ		ແປງຄອງນ້ຳລ່ວງ
        ຢູ່ແຄມ ເຮືອນປ່າຫຍ້າ		ຖາງກ້ຽງເປົ່າແປນ.

 ສະອາດໜຶ່ງ ຍາມຄົວປາແລະຊີ້ນ ປຸງແຕ່ງອາຫານ

        ບໍ່ໃຫ້ ແມງວັນມົດ		ໄຕ່ຕອມຕາມໝໍ້
        ຂອງກິນ ໃດເຫຼືອຄ້າງ		ເອາະແກງປີ້ງປົ່ນ
        ເຫັນວ່າ ບູດເນົ່າແລ້ວ		ເທຖິ້ມບໍ່ກິນ.

 ສະອາດສອງ ກ່ອນດື່ມນ້ຳ ຕາມແອ່ງອຸໄຫ

        ນ້ຳສ້າງ ໜອງຄອງບຶງ		ແມ່ຂອງເຊຫ້ວຍ

ຂ້ອຍຕົ້ມ ຕອງສຸກແລ້ວ ຈຶ່ງເອົາມາກິນດື່ມ ເພື່ອບໍ່ເກີດ ພະຍາດຮ້າຍ ເຈັບໄຂ້ປ່ວຍໂຊ.  ສະອາດສາມບ່ອນທີ່ເຮົາຢູ່ຊົ້ນ ຖຽງຕູບເຮືອນຊານ ບ່ອນນອນ ປົວແປງດີ ກິ່ນບໍ່ມີເໝັນເອົ້າ

        ຜົມບໍ່ເໝັນ ໝອງຫຍຸ້ງ		ເຫົາໄຮບໍ່ຕອມໄຕ່

ໂສ້ງເສື້ອສິ້ນເຄື່ອງໃຊ້ ບໍ່ປົນເປື້ອນຝຸ່ນດິນ.

ອ້າງອີງ

[ດັດແກ້]
  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.