ໄອຊິກ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ISIC)

ຄວາມໝາຍ[ດັດແກ້]

ໄອຊິກ (ພາສາອັງກິດ: ISIC ຫຍໍ້ມາຈາກ The International Standard Industrial Classification of All Economic Activities ແປວ່າ ມາດຕະຖານສາກົນການຈັດປະເພດອຸດສາຫະກຳ ຂອງ ທຸກໆການເຄື່ອນໄຫວທາງເສດຖະກິດ) ແມ່ນ ລະບົບການຈັດປະເພດຂໍ້ມູນທາງເສດຖະກິດໜຶ່ງ ຂອງ ສະຫະປະຊາຊາດ. ພະແນກສະຖິຕິ ຂອງ ສະຫະປະຊາຊາດ ເວົ້າເຖິງ ລະບົບດັ່ງກ່າວດັ່ງຕໍ່ໄປນີ້:

ໄອຊິກ ຖືກນຳໃຊ້ ຢ່າງແຜ່ຫຼາຍ ທັງໃນລະດັບປະເທດ ແລະ ສາກົນ, ໃນການຈັດປະເພດຂໍ້ມູນ ຕາມການເຄື່ອນໄຫວທາງເສດຖະກິດ ທັງໃນດ້ານ ການຜະລິດ, ການຈ້າງງານ, ມູນຄ່າເພີ່ມ ແລະ ຂໍ້ມູນສະຖິຕິອື່ນໆ. ໄອຊິກ ແມ່ນ ເຄື່ອງມືພື້ນຖານ ໃນການສຶກສາ ປະກົດການທາງດ້ານເສດຖະກິດ, ​ສ້າງສະຖິຕິທີ່ສ້າງສົມທຽບໄດ້ໃນສາກົນ ແລະ ເປັນສິ່ງອ້າງອີງ ໃນ ການພັດທະນາ ລະບົບສະຖິຕິແຫ່ງຊາດ ທີ່ທັນສະໄໝ.

ລະຫັດໄອຊິກສອງໂຕເລກ[ດັດແກ້]

A - ກະສິກຳ, ປ່າໄມ້ ແລະ ການປະມົງ
  • 01 - ການຜະລິດ ພືດ ການລ່າສັດ ແລະ ກິດຈະການກ່ຽວຂ້ອງ
  • 02 - ການປ່າໄມ້ ແລະ ການຕັດໄມ້
  • 03 - ການປະມົງ ແລະ ການລ້ຽງສັດນໍ້າ
B - ບໍ່ແຮ່ ແລະ ການຂຸດຄົ້ນ
  • 05 - ການຂຸດຄົ້ນ ຖ່ານຫີນ ແລະ ລິກໄນ
  • 06 - ການຂຸດຄົ້ນນໍ້າມັນດິບ ແລະ ອາຍແກັສທຳມະຊາດ
  • 07 - ການຂຸດຄົ້ນໂລຫະທາດ
  • 08 - ການຂຸດຄົ້ນແຮ່ທາດອື່ນໆ
  • 09 - ການບໍລິການສະໜັບສະໜຸນການຂຸດຄົ້ນບໍ່ແຮ່
C - ການປຸງແຕ່ງ
  • 10 - ການປຸງແຕ່ງຜະລິດຕະພັນອາຫານ
  • 11 - ການປຸງແຕ່ງຜະລິດຕະພັນເຄື່ອງດື່ມ
  • 12 - ການປຸງແຕ່ງຜະລິດຕະພັນຢາສູບ
  • 13 - ການປຸງແຕ່ງຜະລິດຕະພັນແຜ່ນແພ
  • 14 - ການປຸງແຕ່ງຜະລິດຕະພັນເຄື່ອງນຸ່ງຫົ່ມ
  • 15 - ການປຸງແຕ່ງຜະລິດຕະພັນໜັງ ແລະ ທີ່ກ່ຽວຂ້ອງ
  • 16 - ການປຸງແຕ່ງຜະລິດຕະພັນໄມ້ ນອກຈາກ ເຟີນິເຈີ; ການປຸງແຕ່ງຜະລິດຕະພັນຫວາຍ ແລະ ເຄື່ອງສານ
  • 17 - ການປຸງແຕ່ງເຈ້ຍ ແລະ ຜະລິດຕະພັນເຈ້ຍ
  • 18 - ການພິມ ແລະ ອັດສຳເນົາ ສື່ອັດ
  • 19 - ການປຸງແຕ່ ໂຄກ ແລະ ນໍ້າມັນສຳເລັດຮູບ
  • 20 - ການປຸງແຕ່ງ ທາດເຄມີ ແລະ ຜະລິດຕະພັນເຄມີ
  • 21 - ການປຸງແຕ່ງ ຜະລິດຕະພັນຢາ
  • 22 - ການປຸງແຕ່ງຢາງ ແລະ ຜະລິດຕະພັນປລາສຕິກ
  • 23 - ການປຸງແຕ່ຜະລິດຕະພັນແຮ່ບໍ່ແມ່ນໂລຫະ
  • 24 - ການປຸງແຕ່ງໂລຫະພື້ນຖານ
  • 25 - ການປຸງແຕ່ຜະລິດຕະພັນໂລຫະ ນອກຈາກ ເຄື່ອງຈັກ ແລະ ອຸປະກອນ
  • 26 - ການປຸງແຕ່ງຜະລິດຕະພັນ ຄອມພິວເຕີ, ເອເລັກໂຕຣນິກ ແລະ ແສງ
  • 27 - ການປຸງແຕ່ງຜະລິດຕະພັນໄຟຟ້າ
  • 28 - ການປຸງແຕ່ເຄື່ອງຈັກ ແລະ ອຸປະກອນ
  • 29 - ການປຸງແຕ່ງ ລົດຈັກ, ລົດລາກ ແລະ ລົດເຄິ່ງລາກ
  • 30 - ການປຸງແຕ່ງຍານພາຫະນະອື່ນໆ
  • 31 - ການປຸງແຕ່ງເຟີນິເຈີ
  • 32 - ການປຸງແຕ່ງອື່ນໆ
  • 33 - ການແປງ ແລະ ຕິດຕັ້ງ ເຄື່ອງຈັກ ແລ ອຸປະກອນ
D - ການສະໜອງ ໄຟຟ້າ, ເກັສ, ອາຍ ແລະ ອາກາດປັບ
  • 35 - ການສະໜອງ ໄຟຟ້າ, ເກັສ, ອາຍ ແລະ ອາກາດປັບ
E - ການສະໜອງນໍ້າ; ການບຳບັດນໍ້າເປື້ອນ, ການຈັດການ ກຳຈັດ ສິ່ງເສດເຫຼືອ
  • 36 - ການເກັບຮັກສາ,​ ກັ່ນຕອງ ແລະ ສະໜອງ ນໍ້າ
  • 37 - ການບຳບັດນໍ້າເປື້ອນ
  • 38 - ການຮີບໂຮມສິ່ງ, ຈັດການ ແລະ ກຳຈັດ ສິ່ງເສດເຫຼືອ; ການກັ່ນຕອງເອົາວັດຖຸທາດ
  • 39 - ການກຳຈັດ ແລະ ກິດຈະການອື່ນໆກ່ັຍວກັບ ການຈັດການສິ່ງເສດເຫຼືອ
F - ການກໍ່ສ້າງ
  • 41 - ການກໍ່ສ້າງອາຄານ
  • 42 - ວິສະວະກຳໂຍທາ
  • 43 - ການກໍ່ສ້າງພິເສດ
G - ການຄ້າຍົກ ແລ ຄ້າຍ່ອຍ; ການແປງຍານພາຫະນະ ແລະ ລົດຈັກ
  • 45 - ການຄ້າຍົກ ແລະ ຄ້າຍ່ອຍ ແລະ ການແປງຍານພາຫະນະ ແລະ ລົດຈັກ
  • 46 - ການຄ້າຍົກ ນອກຈາກ ຍານພາຫະນະ ແລະ ລົດຈັກ
  • 47 - ການຄ້າຍ່ອຍ, ນອກຈາກ ຍານພາຫະນະ ແລະ ລົດຈັກ
H - ການຂົນສົ່ງ ແລະ ການເກັບຮັກສາ
  • 49 - ການຂົນສົ່ງທາງບົກ ແລະ ການຂົນສົ່ງຜ່ານທໍ່
  • 50 - ການຂົນສົ່ງທາງນໍ້າ
  • 51 - ການຂົນສົ່ງທາງອາກາດ
  • 52 - ສາງ ແລະ ກິດຈະການສະໜັບສະໜຸນການຂົນສົ່ງ
  • 53 - ກິດຈະການໄປສະນີ ແລະ ການສົ່ງພັດສະດຸ
I - ກິດຈະການບໍລິການທີ່ພັກອາໄສ ແລະ ອາຫານ
  • 55 - ທີ່ພັກອາໄສ
  • 56 - ກິດຈະການບໍລິການອາຫານ ແລະ ເຄື່ອງດື່ມ
J - ຂໍ້ມູນ ແລະ ການສື່ສານ
  • 58 - ກິດຈະການຈັດພິມ
  • 59 - ການສ້າງ ຮູບເງົາ, ວິດິໂອ ແລະ ລາຍການໂທລະທັດ, ກິດຈະການອັດ ແລະ ຈຳໜ່າຍສຽງ
  • 60 - ການກະຈາຍລາຍການ
  • 61 - ໂທລະຄົມມະນາຄົມ
  • 62 - ກິດຈະການຂຽນໂປຣແກຣມຄອມພິວເຕີ,​ ທີ່ປຶກສາ ແລະ ກິດຈະການທີ່ກ່ຽວຂ້ອງ
  • 63 - ກິດຈະການບໍລິການຂໍ້ມູນ
K - ກິດຈະການການເງິນ ແລະ ການປະກັນ
  • 64 - ກິດຈະການບໍລິການການເງິນ ນອກຈາກ ການປະກັນ ແລະ ກອງທຶນເບ້ຍບຳນານ
  • 65 - ການປະກັນ, ການປະກັນຕໍ່ ແລະ ກອງທຶນເບ້ຍບຳນານ, ນອກຈາກ ການປະກັນສັງຄົມແບບບັງຄັບ
  • 66 - ກິດຈຳການ ກ່ຽວຂ້ອງກັບ ການບໍລິການການເງິນ ແລະ ການປະກັນ
L - ກິດຈະການອະສັງຫາລິມະຊັບ
  • 68 - ກິດຈະການອະສັງຫາລິມະຊັບ
M - ກິດຈະການອາຊີບເອກະລາດ, ວິທະຍາສາດ ແລະ ເຕັກໂນໂລຊີ
  • 69 - ກິດຈະການກົດໝາຍ ແລະ ບັນຊີ
  • 70 - ກິດຈະການຫ້ອງການໃຫຍ່; ທີ່ປຶກສາການບໍລິຫານ
  • 71 - ກິດຈະການສະຖາປະນິກ ແລະ ວິສະວະກຳ; ການທົດສອບ ແລະ ວິໄຈທາງເຕັກໂນໂລຊີ
  • 72 - ການຄົ້ນຄວ້າ ແລະ ພັດທະນາທາງ ວິທະຍາສາດ
  • 73 - ການໂຄສະນາ ແລະ ສຳຫຼວດຕະຫຼາດ
  • 74 - ອາຊີບເອກະສາດ, ວິທະຍາສາດ ແລະ ເຕັກໂນໂລຊີອື່ນ
  • 75 - ກິດຈະການສັດຕະວັດແພດ
N - ກິດຈະການສະໜັບສະໜຸນການບໍລິຫານ ແລະ ບໍລິການ
  • 77 - ກິດຈະການໃຫ້ເຊົ່າ ແລະ ໃຫ້ເຊົ່າຊື້
  • 78 - ກິດຈະການຈ້າງງານ
  • 79 - ຜູ້ປະກອບການທ່ອງທ່ຽວ, ຜູ້ນຳທ່ຽວ, ການບໍລິການຈອງ ແລະ ກິດຈະການທີ່ກ່ຽວຂ້ອງ
  • 80 - ກິດຈະການຮັກສາຄວາມປອດໄພ ແລະ ການສືບສວນ
  • 81 - ການບໍລິການຕໍ່ອາຄານ ແລະ ກິດຈະການທີ່ດິນ
  • 82 - ການບໍລິຫານຫ້ອງການ, ທຸລະກິດສະໜັບສະໜຸນຫ້ອງການ ແລະ ອື່ນໆ
O - ການປົກຄອງ ແລະ ການປ້ອງກັນປະເທດ; ການປະກັນສັງຄົມແບບບັງຄັບ
  • 84 - ການປົກຄອງ ແລະ ການປ້ອງກັນປະເທດ; ການປະກັນສັງຄົມແບບບັງຄັບ
P - ການສຶກສາ
  • 85 - ການສຶກສາ
Q - ກິດຈະການສາທາລະນະສຸກ ແລະ ສັງຄົມສົງເຄາະ
  • 86 - ກິດຈະການສາທາລະນະສຸກ
  • 87 - ກິດຈະການສະຖານທີ່ດູແລ
  • 88 - ກິດຈະການສັງຄົມສົງເຄາະແບບບໍ່ມີທີ່ພັກອາໄສ
R - ສິລະປະ, ການບັນເທີງ ແລະ ມ່ວນຊື່ນ
  • 90 - ກິດຈະການມ່ວນຊື່ນ, ສິລະປະ ແລະ ການບັນເທີງ
  • 91 - ຫໍສະໝຸດ, ສາງເອກະສານ, ຫໍພິພິດຕະພັນ ແລະ ກິດຈະການວັດທະນະທຳອື່ນໆ
  • 92 - ກິດຈະການພະນັນ
  • 93 - ກິດຈະການກິລາ ແລະ ການມ່ວນຊື່ນ
S - ກິດຈະການບໍລິການອື່ນໆ
  • 94 - ກິດຈະການອົງການມີສະມາຊິກ
  • 95 - ການແປງຄອມພິວເຕີ ແລະ ເຄື່ອງສ່ວນໂຕ ແລະ ເຄື່ອງໃຊ້ໃນເຮືອນ
  • 96 - ກິດຈະການບໍລິການສ່ວນໂຕອື່ນໆ
T - ການຈ້າງງານໂດຍຄົວເຮືອນ; ສິນຄ້າບໍ່ແຕກຕ່າງ ແລະ ການຜະລິດໂດຍຄົວເຮືອນເພື່ອຊົມໃຊ້ເອງ
  • 97 - ກິດຈະການຈ້າງງານສະມາຊິກພາຍໃນ ໂດຍ ຄົວເຮືອນ
  • 98 - ສິນຄ້າບໍ່ແຕກຕ່າງ ແລະ ການຜະລິດໂດຍຄົວເຮືອນເພື່ອຊົມໃຊ້ເອງ
U - ກິດຈະການ ຂອງ ອົງການຕ່າງປະເທດ
  • 99 - ກິດຈະການຂອງອົງການຕ່າງປະເທດ

ລິ້ງຄ໌ພາຍນອກ[ດັດແກ້]

ລະຫັດໄອຊິກສອງໂຕເລກ ຢູ່ ເວັບໄຊ ອົງການສະຫະປະຊາຊາດ.

ອ້າງອີງ[ດັດແກ້]