ກຸ່ມບ້ານພະບາດ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ໑.໑ ກຸ່ມບ້ານພະບາດ)

1 ແນະນໍາ ໃນແຂວງບໍລິຄໍາໄຊມີກຸ່ມບ້ານພະບາດເປັນກຸ່ມບ້ານໜື່ງທີ່ນອນໃນເຂດເມືອງທ່າພະບາດໄກ ຈາກເມືອງປາກຊັນປະມານ55km, ແລະຫ່າງຈາກນະຄອນຫຼວງວຽງຈັນ63km. ກຸ່ມບ້ານແຫ່ງນີ້ປະກອບດ້ວຍ 13 ໝູ່ບ້ານ,ມີ4ບ້ານ ທີ່ຕິດກັບແມ່ນໍ້າຂອງ ແລະ 9 ບ້ານທີ່ຕິດກັບເສັ້ນທາງເລກທີ13ໄຕ້ ຊື່ງມີພື້ນຖານທາງດ້ານເສດຖະກິດກ່ຽວກັບ ການຜະລິດກະ ສິກໍາປູກຝັງ - ລ້ຽງສັດ. ແລະຢູ່ໃນກຸ່ມບ້ານຍັງມີຄອບຄົວທີ່ທຸກຍາກ 908 ຄອບຄົວ,ໃນກຸ່ມບ້ານ ສະເລ່ຍ ເຂົ້າກິນຕໍ່ ຫົວຄົນຕໍ່ປີແມ່ນ 869 ກິໂລກລາມ.

2 ເນື້ອໃນ

2.1. ການປູກຝັງ.

ໃນກຸ່ມບ້ານປະຊາຊົນໄດ້ມີການອອກແຮງລົງທຶນເຂົ້າໃນວຽກງານຜະລິດກະສິກໍາໃຫ້ ເປັນສິນຄ້າ

• ບໍ່ວ່າຈະເປັນສວນປູກມັນຕົ້ນຊື່ງແມ່ນເສດຖະກິດຄອບຄົວກວມເອົາ ເນື້ອທີ່7ເຮັກຕາ.


• ແລະກໍຍັງມີສວນປູກຕົ້ນປາມອີກ ເນື້ອທີ່ປະມານ100ເຮັກຕ້າ .


• ໄມ້ເກດສະໜາທີ່ປະຊາຊົນເຂດນີ້ ນິຍົມປູກ, ແຕ່ກວມເອົາເນື້ອທີ່ພຽງເລກໜ້ອຍຂອງ ການລົງທຶນແບບຄອບຄົວ. ນອກຈາກການລົງທຶນແບບຄອບຄົວແລ້ວ, ກໍ່ຍັງມີການລົງທຶນຈາກບັນດາບໍລິສັດ ຕ່າງໆ ຊື່ງໄດ້ທໍາການ ສໍາປະທານບຸກເບີກພື້ນທີ່ເພື່ອທໍາການປູກຕົ້ນໄມ້ອຸດສາຫະກໍາ


• ຊື່ງມີໄມ້ເກດສະໜາຂອງບໍລິສັດໃນກຸ່ມບໍລິສັດໂຄລາວກວມເອົາເນື້ອທີ່50ເຮັກຕາ, ນອກຈາກ ນັ້ນໃນການບົວລະບັດ ຮັກສາກໍມີການຈ້າງແຮງງານທ້ອງຖິ່ນ ບໍ່ວ່າຈະແມ່ນການໃຫ້ນໍ້າ, ການໃສ່ຢາຂ້າແມງໄມ້ແລະອື່ນໆຊື່ງຄ່າແຮງງານແມ່ນປະມານ 4ແສນ ກີບຕໍ່ຄົນຕໍ່ເດືອນ,

• ຍັງມີການລົງທຶນຂອງກຸ່ມບໍລິສັດທີ່ທາງພວກເຮົາຍັງບໍ່ທັນໄດ້ຂໍ້ມູນກ່ຽວກັບການປູກຕົ້ນຢາງພາ ລາຊື່ງກວມເອົາເນື້ອທີ່951ເຮັກຕາ.


• ແລະອັນທີ່ເປັນພື້ນຖານການຜະລິດກະສິກໍາຂອງປະຊາຊົນເຂດນີ້ຕົ້ນຕໍ ຄືການປູກເຂົ້າ, ເຊີ່ງ ເນື້ອທີ່ນາປີມີ1.776 ເຮັກຕາແລະ ນາແຊງ 337 ເຮັກຕາ.


2.2. ການລ້ຽງສັດ.

• ເວົ້າເຖີງການລ້ຽງສັດຂອງປະຊະຊົນໃນເຂດນີ້ສ່ວນຫຼາຍແມ່ນລ້ຽງແບບກຸ້ມຢູ່ກຸ້ມກິນ, ຊື່ງກໍ່ມີຫຼາຍ ປະເພດບໍ່ວ່າຈະເປັນ ສັດປີກ , ສັດບົກ,ສັດ4ຕີນ, ແລະສັດນໍ້າອີກດ້ວຍ,ອີງຕາມ ສະຖິຕິປີ2008 ຢູ່ໃນກຸ່ມບ້ານມີຄວາຍປະມານ 1.472 ໂຕ, ງົວ4.875ໂຕ, ໝູ1.474ໂຕ, ແບ້ 650ໂຕ, ໝາ 740 ໂຕ, ສັດປີກ 27.351 ໂຕ ແລະໜອງ ປາຈໍານວນ 421 ໜອງ, ຊື່ງໄດ້ມີການປ່ອຍປາຈໍານວນ 650.000 ໂຕ. ແລະໃນນັ້ນ ກໍຍັງມີຄອບຄົວທີ່ເຮັດ ທຸລະກິດ ລ້ຽງໄກ່ພັນໄຂ່ຈໍານວນ 4 ພັນໂຕຊື່ງສາມາດອອກໄຂ່ໄດ້ 2100 ໜ່ວຍຕໍ່ວັນ, ບັນດາໄຂ່ເຫຼົ່ານີ້ໄດ້ມີຜູ້ມາຮັບໄປຊື້ກັບທີ່ແລະ ແຈກຢາຍສູ່ທ້ອງຕະຫຼາດ

2.3. ແຫຼ່ງທ່ອງທ່ຽວ.

• ນອກຈາກນັ້ນກຸ່ມບ້ານພະບາດກໍ່ມີຫຼາຍແຫຼ່ງທ່ອງທ່ຽວທີ່ເປັນເອກະລັກຄື: ວັດທ່າພະບາດໂພນ ສັນ, ແຫຼ່ງທ່ອງທ່ຽວຊົມຊ້າງປ່າ, ຖໍ້າພະ, ແລະອື່ນໆ.

3.4. ອຸດສາຫະກໍາ, ຫັດຖະກໍາ.

• ເວົ້າເຖີງອຸດສາຫະກໍາໃນເຂດນີ້ທາງພວກເຮົາຍັງບໍ່ທັນປະກົດມີຂໍ້ມູນໃດ, ແຕ່ວຽກງານຫັດຖະ ກໍາແລ້ວ, ຖືວ່າແມ່ນເກືອບທຸກໆບ້ານທຸກໆຄອບຄົວໄດ້ມີສ່ວນປະກອບເຂົ້າໃນວຽກງານການ ຜະລິດເຄື່ອງສານຄື: ກະຕິບເຂົ້າ, ຊື່ງສໍາລັບຜູ້ທີ່ຊໍານານກໍສະສາມາດເຮັດໄດ້20ໜ່ວຍຕໍ່12ຊົ່ວ ໂມງ ຊຶ່ງເຂົາເຈົ້າຈະຂາຍໃນລາຄາ ປະມານ3000 ກີບ ຕໍ່ອັນແລ້ວແຕ່ຂະໜາດ, ໃນການແຈກຢາຍ ນັ້ນສ່ວນໃຫຍ່ກໍ່ຈະມີຄົນກາງມາຮັບເອົາກັບທີ່.

4 ສະຫຼຸບ

4.1. ທ່າແຮງ

ອີງຕາມການໃຫ້ສໍາພາດຂອງຫົວໜ້າກຸ່ມບ້ານພະບາດ, ທ່າແຮງໃນກຸ່ມບ້ານ ແມ່ນການຈັກສານໄມ້ປ່ອງເຮັດກະຕິບເຂົ້າ ເຊິ່ງສະເລ່ຍລາຍຮັບໄດ້ປະມານ 4 ແສນ ກີບ ຕໍ່ເດືອນຕໍ່ຄົນ. ສະນັ້ນ, ຈື່ງມີແຜນການໃນການຊຸກຍູ້ການຜະລິດດັ່ງກ່າວ ເພື່ອໃຫ້ ເປັນຜະລິດຕະພັນອັນພົ້ນເດັ່ນຂອງກຸ່ມບ້ານ, ນອກຈາກນີ້ກໍຍັງແມ່ນການປູກຕົ້ນໄມ້ ອຸດສາຫະກໍາອື່ນໆ, ການຜະລິດເຂົ້າກໍ່ຍັງແມ່ນພື້ນຖານການຜະລິດກະສິກໍາ ຂອງກຸ່ມບ້ານນີ້.


4.2. ຂໍ້ຈໍາກັດ

ສ່ວນໃຫຍ່ແມ່ນການເຂົ້າເຖີງແຫຼ່ງທຶນໃນການພັດທະນາກະສິກໍາ , ປະຊາຊົນຍັງບໍ່ທັນກໍາ ໄດ້ເຖີງແນວທາງຂອງທະນາຄານ, ການປູກຕົ້ນໄມ້ອຸດສາຫະ ກໍາ,ສວນຫຼາຍແມ່ນເຮັດໂດຍ ອີງໃສ່ກະແສເປັນສ່ວນໃຫຍ່, ຊື່ງບໍ່ໄດ້ມີການຈັດ ສັນວາງແຜນຢ່າງຄັກແນ່ເຮັດໃຫ້ການເກີດມີເຫດ ການບໍ່ມີຕະຫຼາດຮອງຮັບໃນເວລາເກັບກ່ຽວ.