ສິຣິພອນ ອຳໄພພົງ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ສິລິພອນ ອຳໄພພົງ)
ສິລິພອນ ອຳໄພພົງ
ຊື່ເກີດສິລິມາ ອຳເຄນ
ຊື່ຫຼີ້ນນາງ
ເກີດ 7 ທັນວາ ຄ.ສ.1964 (53 ປີ)
ສິລິມາ ອຳເຄນ
ຊື່ອື່ນ ຍ່ານາງ, ແມ່ນາງ, ເອື້ອຍນາງ, ແມ່ນາງ
ອາຊີບ ນັກຮ້ອງ ນັກສະແດງ
ປີທີ່ສະແດງ ຄ.ສ. 1984- ປັດຈຸບັນ
ຜົນງານເດັ່ນ ໂບຮັກສີດຳ, ມັກຜົວເຂົາ, ລ້າງຈານໃນງານແຕ່ງ, ຄອຍຮັກຄົນບ້ານໄກ, ປະລິນຍາໃຈ, ຢາກລືມແຟນເຂົາ, ໜີແມ່ມາແພ້ຮັກ, ແຮງໃຈລາຍວັນ, ທຳບາບບໍ່ລົງ, ເພື່ອແມ່ແພ້ບໍ່ໄດ້, ຄວາມຈົນວັດໃຈ, ສອງຄົນບົນທາງໃຈ, ຝາກຄຳຂໍໂທດ, ແພ້ໃຈຄົນດີ, ອົກຫັກເພາະຮັກອ້າຍ, ຢາກຢູ່ງຽບໆ ສອງຄົນ, ກະລຸນາຢ່າເຜີໃຈ, ຄຶດຮອດກອດບໍ່ໄດ້, ຕົວຈິງປະຈຳໃຈ, ຢາກເຫັນອ້າຍອາລົມດີ, ຢ່ານບໍ່ມີຊາດໜ້າ, ລໍສາຍຄົນໃຈດຳ, ແຈ່ວບອງໃນກ່ອງຄອມ, ໂລໂຊໂບຮັກ, ຊຳບາຍດີທີ່ຄານທອງ, ຂໍທຳເພື່ອອ້າຍ, ປະລິນຍາລູກແມ່ຄ້ຳ, ມາກ່ອນໄດ້ໜ້າມາຊ້າໄດ້ໃຈ, ຢ່າໄວ້ໃຈທາງຢ່າວາງໃຈແຟນ, ກອດຄົນນອກໃຈ, ຫົວໜ້າແກ໊ງສາວເສື້ອດຳ, ປ່ຽນຄວາມຕັ້ງໃຈຂອງນ້ອງໄດ້ບໍ່, ກ່ອງຂ້າວນ້ອຍຂ້າແມ່, ປະລິນຍາເຈັບ, ເມຍບໍ່ໄດ້ແຕ່ງ, ເມື່ອຄວາມຮັກເກົ່າ ນ້ອງສິເຫງົາບໍ່, ຄົນໃຊ່ເກີດຊ້າ, ຮັບຂອງໂຈນ
ແນວເພງ ລູກທຸ່ງ,ລູກທຸ່ງອີສານ,ລູກທຸ່ງເພື່ອຊີວິດ,ໝໍລຳ,ໝໍລຳຣັອກ,ປັອບ
ຄ່າຍ ແກຣມມີ່ໂກລດ໌ໃນເຄືອຈີເອັມເອັມ ແກຣມມີ່
ສ່ວນກ່ຽວຂ້ອງ ຈີເອັມເອັມ ແກຣມມີ່

ສິລິພອນ ອຳໄພພົງ ແມ່ນນັກຮ້ອງລູກທົງອີສານແລະໝໍລຳຊຸບເປີສະຕາຣ໌ຍິງຊາວໄທ ສັງກັດແກຣມມີ້ໂກລດ໌ ໃນເຄືອຈີເອັມເອັມ ແກຣມມີ້ ເຈົ້າຂອງສາຍາແຫບມະຫາສະເໜ່ ຫວານໃຈສຽງອ້ອນ ເປັນນັກຮ້ອງບໍ່ກີ່ຄົນໃນປະເທດໄທ ທີ່ສາມາດຢູ່ໃນວົງການເພງມາຍາວນານກວ່າ 30 ປີ ມີຜົນງານເພງອອກມາຢ່າງຕໍ່ເນື່ອງ ແລະເປັນທີ່ນິຍົມຄອງໃຈມະຫາຊົນຈົນຮອດປັດຈຸບັນ ໂດຍຜົນງານເພງໝໍລຳສຸດດັງອະມະຕະ ໂບຮັກສີດຳ ແລະເພງລູກທົງຍອດນິຍົມຕະຫຼອດການຢ່າງ ປະລິນຍາໃຈ ທີ່ເຮັດຍອດຂາຍເກີນລ້ານຊຸດ ແລະຍັງມີອີກຫຼາຍຜົນງານເພງດັງ ເຊັ່ນ ແຮງໃຈລາຍວັນ, ເພື່ອແມ່ແພ້ບໍ່ໄດ້, ທຳບາບບໍ່ລົງ, ຄຶດຮອດກອດບໍ່ໄດ້, ຢ່າໄວ້ໃຈທາງຢ່າວາງໃຈແຟນ, ກອດຄົນນອກໃຈ, ປະລິນຍາເຈັບ, ເມຍບໍ່ໄດ້ແຕ່ງ, ເມື່ອຄວາມຮັກເກົ່າ...ນ້ອງສິເຫງາບໍ່, ຄົນໃຊ່ເກີດຊ້າ, ຮັບຂອງໂຈນ ແລະຫຼ້າສຸດກັບເພງ ຜູ້ຍິງຫຼາຍມື ທີ່ຍອດວິວຊົມທາງຢູທູບເກືອບ 40 ລ້ານວິວແລ້ວ

ປະຫວັດ[ດັດແກ້]

ສິລິພອນ ອຳໄພພົງ ມີຊື່ຈິງວ່າ ສິລິມາ ອຳເຄນ ມີຊື່ຫຼີ້ນວ່າ ນາງ ເກີດເມື່ອວັນຈັນທີ່ 7 ທັນວາ ຄ.ສ. 1964 ມານດາຊື່ວ່າ ນາງອໍ ອຳເຄນ ບິດາຊື່ວ່ານາຍກອງມີ ອຳເຄນ ແຕ່ເຮັດພິທີວັນທີ່ 9 ມິຖຸນາ ເພື່ອໃຫ້ຊີວິດຈະໄດ້ກ້າວໜ້າ ເກີດທີ່ບ້ານດອນກອຍ ຕຳບົນດອນກອຍ ອຳເພີໜອງຫານ (ປັດຈຸບັນແຍກມາເປັນອຳເພີພິບູນຮັກ) ຈັງຫວັດອຸດອນທານີ ມີພີ່ນ້ອງທັ້ງໝົດ 10 ຄົນ ລາວເປັນລູກສາວຄົນທີ່ 7 ຄອບຄົວມີອາຊີບເຮັດນາແລະມີວົງໝໍລຳດ້ວຍໂດຍມີພໍ່ເປັນໝໍລຳຢູ່ແລ້ວ ແລະເປັນຜູ້ສອນໃຫ້ລາວເປັນໝໍລຳ ເມື່ອປີ ຄ.ສ. 1984 ລາວຢູ່ກັບໝໍລຳຄະນະ ສຸເທບດາວດວງໃໝ່ ແລະໄດ້ຮູ້ຈັກກັບ ທ່ານນະຄອນ ແດນສາລະຄາມ ແລະທ່ານປະຍູນ ຈັນສອນ ໄດ້ພາໄປອອກທີວິຊ່ອງ 4 ຈ.ຂອນແກ່ນ ແລະທ່ານດອຍ ອິນທະນົນ ໄດ້ເຫັນແວວຈຶງໃຫ້ໂອກາດອັດສຽງແລະໄດ້ຮັບການປ່ຽນຊື່ຈາກ ສິລິມາ ອຳເຄນ ເປັນ ສິລິພອນ ອຳໄພພົງ ລາວຈົບຊັ້ນປ.3 ຫຼື ປະຖົມຕົ້ນ ລູກສາວຊື່ ນ້ອງໃຈດຳ ຊື່ຈິງ ດ.ຍ. ພິນພາຮະ ອຳເຄນ ເກີດເມື່ອວັນພະຫັດທີ່ 7 ເມສາ ຄ.ສ. 2016 (2 ປີ)