ສາສະໜາ
ຮູບຮ່າງການສະແດງຜົນ
(ປ່ຽນເສັ້ນທາງມາຈາກ ສາສະຫນາ)



ສາສະໜາ (ຄຳເຄົ້າ: ສາສນາ[1]) ແມ່ນລະບບຫຼືຊຸດຄວາມເຊື່ອຕ່າງໆທີ່ກວມເອົງທັງພິທີກຳ,ແນວຄິດແລະປະເພນີ ສາສະໜາສ່ວນຫຼາຍກໍຍັງເປັນສິ່ງທີ່ໃຊ້ເພື່ອອະທິບາຍເຖິງການກຳເນີດ,ຄວາມເປັນມາເປັນໄປ ແລະຈຸດສິ້ນສຸດຂອງໂລກແລະຈັກກະວານ ສາສະໜາເອງກໍເປັນສິ່ງທີ່ໃຫ້ຄວາມໝາຍກັບຊີວິດ,ຫຼັກສິນລະທຳ-ຈັນຍາບັນ,ຫຼັກການດຳລົງຊິວິດແລະອື່ນໆຈາກຫຼັກຄຳສອນຂອງສາສະໜາ ແຕ່ລະສາສະໜາຈະມີອົງປະກອບຕ່າງໆທີ່ອາດຄືກັນຫຼືຕ່າງກັນເຊັ່ນ: ສັດທາ,ພິທີກຳ,ແທບພະເຈົ້າ,ສິ່ງມີຊີວິດເໜືອທຳມະຊາດ ແລະຄວາມຊັກສິດ
ພັດທະນາການຂອງສາສະໜາ
[ດັດແກ້]ມີຄວາມເຊື່ອວ່າສາສະໜານັ້ນ ເກີດມາຈາກຄວາມຢ້ານກົວທຳມະຊາດ ກ່າວຄື ສິ່ງໃດເຊິ່ງມະນຸດຢ້ານກົວ ເຊື່ອ ເລື່ອມໃສ ແລະໃຫ້ຄວາມເຄົາລົບນັບຖື ໄດ້ຊື່ ວ່າເປັນສາສະໜາຂອງບຸກຄົນນັ້ນໆ ໃນການສຶກສາປັດຈຸບັນ ຄຳອະທິບາຍຂອງການເກີດຂຶ້ນ ແລະພັດທະນາການຂອງສາສະໜາ ສາມາດແບ່ງໄດ້ເປັນສາມກຸ່ມ
- ກຸ່ມເຊິ່ງເບິ່ງວ່າສາສະໜາ ແມ່ນສິ່ງເຊິ່ງມະນຸດສ້າງຂຶ້ນ.
- ກຸ່ມເຊິ່ງເບິ່ງວ່າສາສະໜາຄ່ອຍໆ ພັດທະນາການ ໄປສູ່ສະພາວະແຫ່ງຄວາມຈິງຫຼາຍຂຶ້ນເລື້ອຍໆ.
- ກຸ່ມເຊິ່ງເບິ່ງວ່າສາສະໜາ ບາງສາສະໜານັ້ນແມ່ນຄວາມຈິງແທ້.
ອ້າງອີງ
[ດັດແກ້]- ↑ ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.