ບານເຢັນ ລາກແກ່ນ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ບານເຢັນ ຮາກແກ່ນ)

ບານເຢັນ ລາກແກ່ນ (14 ຕຸລາ 1952 - ) ເປັນນັກຮ້ອງລູກທົ່ງຍິງສະໄຕລ໌ອີສານແນວໝໍລຳ. ໄດ້ຮັບຊື່ແຝງວ່າ "ລາຊິນີລູກທົ່ງໝໍລຳປະຍຸກ". ມີຊື່ສຽງໂດ່ງດັງທັງໃນແລະນອກເມືອງໄທ.

ຄວາມເປັນມາ[ດັດແກ້]

ບານເຢັນ ລາກແກ່ນ ມີຊື່ແທ້ແມ່ນ ນິດຕະຍາ ລາກແກ່ນ. ເກີດວັນທີ່ 14 ຕຸລາ 1952 ຢູ່ບ້ານກຸດຫຼອຍ, ຕຳບົນໂນນສະຫວ່າງ, ອຳເພີຕະການພືດຜົນ (ປະຈຸບັນແມ່ນ ອຳເພີກຸດເຂົ້າປຸ້ນ), ຈັງຫວັດອຸບົນລາຊະທານີ. ເປັນລູກສາວຂອງນາຍສຸດຕາແລະນາງເໝືອຍ ລາກແກ່ນ. ຫຼັງຈົບການຮຽນຊັ້ນປະຖົມສຶກສາປີທີ່ 4 ຈາກໂຮງຮຽນບ້ານທ່າວັງຫີນ ຈັງຫວັດອຸບົນລາຊະທານີ, ກໍໄດ້ຄຸກຄີຢູ່ນຳຄະນະໝໍລຳຂອງຄຸນປ້າໜູວຽງ ແກ້ວປະເສີດ ໝໍລຳກອນຊື່ດັງຂອງຈັງຫວັດ, ໂດຍເຝິກຝົນທັກສະການລຳ ແລະການຟ້ອນລຳທ່າຕ່າງໆ ຢ່າງຈົບງາມ ຈົນເປັນທີ່ຊື່ນຊົມຂອງຄູ ຄອບຄົວ ຍາຕິຜູ້ໃຫຍ່ ແລະຜູ້ຄົນໃນທ້ອງຖິ່ນ.

ບານເຢັນອອກສະແດງໝໍລຳເທື່ອທີ່ໜຶ່ງເມື່ອອາຍຸ 14 ປີ ດ້ວຍນ້ຳສຽງມະຫາສະເໜ່ ຮຸບຮ່າງໜ້າຕາຈົບງາມ. ມີລີລາໃນການລຳແລະຟ້ອນລຳອັນບໍ່ຄືຜູ້ໃດ. ເຮັດໃຫ້ ທອງຄຳ ເພັງດີ ພະເອກແລະເຈົ້າຂອງຄະນະໝໍລຳລັງສິມັນ ໝໍລຳໝູ່ຊື່ດັງໃນຂະໜະນັ້ນ ໄດ້ຊວນມາເປັນນາງເອກຂອງຄະນະ.

ຕໍ່ມາ ບານເຢັນແຍກໂຕມາເປັນຫົວໜ້າວົງດົນຕີລູກທົ່ງໝໍລຳ ຄະນະບານເຢັນ ລາກແກ່ນ ເມື່ອອາຍຸພຽງ 18 ປີ ໂດຍມີວຽກສະແດງຕາມຈັງຫວັດຕ່າງໆ ແລະນອກເມືອງໄທຢູ່ຫຼາຍເທື່ອ ເຊັ່ນ ຝະລັ່ງ ອົດສະຕາລີ. ອີກທັງຍັງໄດ້ສະແດງເພື່ອສາທາລະນະກຸສົນອີກຫຼາຍຫຼວງ. ເຮັດໃຫ້ມີຊື່ສຽງໃນລະດັບປະເທດແລະລະດັບໂລກ. ເນື່ອງຈາກໝໍລຳບານເຢັນໄດ້ປະຍຸກການແຕ່ງໂຕແລະການໂຊຢ່າງອະລັງການ ຈິ່ງໄດ້ຮັບການຍົກຍ່ອງໃຫ້ເປັນ "ລາຊິນີລູກທົ່ງໝໍລຳປະຍຸກ" ຄົນຫນຶ່ງຂອງເມືອງໄທ.

ຜົນງານເພງອັນສ້າງຊື່ໃຫ້ກັບ ບານເຢັນ ລາກແກ່ນ ໄດ້ແກ່ ເພງ ງິ້ວຕ່ອງຕ້ອນອ້ອນຜູ້ບ່າວ ຮວມທັງລຳເພີນ ແລະລຳເລື່ອງຕໍ່ກອນອີກຫຼາຍຫຼວງ. ເຄີຍອອກອະລະບັ້ມບັນທຶກສຽງຮ່ວມກັບ ປິສະໜາ ວົງສິຣິ ນັກຮ້ອງໝໍລຳ ແລະນັກສະແດງ ອະດີດນາງເອກຮູບເງົາໂທລະພາບເລື່ອງ ແມ່ນາກພະຂະໂໜງ.