ດັດສະນີການພັດທະນາມະນຸດ

ຈາກ ວິກິພີເດຍ

ດັດຊະນີການພັດທະນາມະນຸດ (ອັງກິດ: Human Development Index: HDI) ເປັນດັດຊະນີການວັດແທກ ແລະ ປຽບທຽບຄວາມທຸກຍາກ ຄວາມຮູ້ໜັງສື ການສຶກສາ ອາຍຸໄຂ ການເກີດລູກ ແລະ ປັດໄຈ ອື່ນໆ ທົ່ວໂລກ ເປັນວິທີການວັດແທກຄວາມຢູ່ດີກິນດີຕາມມາດຕະຖານ ໂດຍສະເພາະຢ່າງຍິ່ງໃນເດັກນ້ອຍ ແລະ ເຍົາວະຊົນ ຫຼາຍຄົນໃຊ້ດັດຊະນີການພັດທະນາມະນຸດ ຂອງ ສະຫະປະຊາຊາດ ນີ້ໃນການລະບຸ ວ່າປະເທດໃດປະເທດໜຶ່ງຈັດຢູ່ໃນກຸ່ມປະເທດທີ່ພັດທະນາແລ້ວ ປະເທດທີ່ກຳລັງພັດທະນາ ຫຼື ປະເທດທີ່ພັດທະນາໜ້ອຍທີ່ສຸດ ດັດຊະນີດັ່ງກ່າວໄດ້ພັດທະນາຂື້ນມາໃນປີ ຄ.ສ 1990 ໂດຍນັກເສດຖະສາດຄົນປາກີສະຖານ ຊື່ ອາຮຸບັບ ອຸນ ຮາກ ແລະ ອົງການສະຫະປະຊາຊາດໄດ້ໃນດັດຊະນີດັ່ງກ່າວມາໃຊ້ຕັ້ງແຕ່ປີ ຄ.ສ 1993 ເປັນຕົ້ນມາ,

ດັດຊະນີການພັດທະນາມະນຸດວັດດ້ວຍຄວາມສຳເລັດໂດຍສະເລ່ຍຂອງແຕ່ລະປະເທດໃນການພັດທະນາມະນຸດສາມດ້ານຫຼັກໆ ໄດ້ແກ່:

ການມີຊີວິດທີ່ຍືນຍາວ ແລະ ມີສຸຂະພາບດີ ເຊິ່ງວັດໄດ້ຈາກ ອາຍຸໄຂ

ຄວາມຮູ້ ເຊິ່ງວັດໄດ້ຈາກການຮູ້ໜັງສື (ມີນ້ຳໜັກເປັນສອງໃນສາມສ່ວນ) ແລະ ອັດຕາສ່ວນການເຂົ້າຮຽນສຸດທິທີ່ລວມກັນທັງ ລະດັບ ປະຖົມ ມັດທະຍົມຕົ້ນ ແລະ ມັດທະຍົມປາຍ (ມີນ້ຳໜັກໜຶ່ງໃນ ສາມສ່ວນ)

ມາດຕະຖານຄຸນນະພາບຊີວິ ເຊິ່ງວັດໄດ້ຈາກຜະລິດຕະພັນມວນລວມພາຍໃນປະເທດ GDP ຕໍ່ຫົວຄົນ ແລະ ຄວາມເທົ່າທຽມກັນຂອງອຳນາດຊື້ PPP.

ໃນແຕ່ລະປີ ລັດສະມາຊິກຂອງອົງການສະຫະປະຊາຊາດຈະຖືກຈັດອັນດັບຕາມດັດຊະນີນີ້ ປະເທດທີ່ໄດ້ຮັບການຈັດອັນດັບຢູ່ໃນອັນດັບຕົ້ນໆ ມັກຈະໂຄສະນາການຈັດອັນດັບດັ່ງກ່າວ ເພື່ອຈະດຶງດູດໃຫ້ບຸກຄະລາກອນທີ່ມີຄວາມສາມາດອົບພະຍົບເຂົ້າມາໃນປະເທດຂອງຕົນຫຼາຍຂື້ນ (ເພື່ອເປັນການພັດທະນາຂັບພະຍາກອນມະນຸດທາງດ້ານເສດຖະກິດ) ຫຼື ເພື່ອທີ່ຈະຫຼຸດແຮງຈູງໃຈໃນການອົບພະຍົບອອກ.

ຢ່າງໃດກໍຕາມ ອົງການສະຫະປະຊາຊາດຍັງມີວິທີການວັດຄວາມທຸກຍາກໃນແຕ່ລະປະເທດອີກດ້ວຍ ໂດຍການໃຊ້ດັດຊະນີຄວາມທຸກຍາດຂອງມະນຸດ (Human Poverty Index)

ປະເທດທີ່ມີ HDI ຫຼາຍທີ່ສຸດຄື: ປະເທດນອກແວ 0.938 ແລະ ໜ້ອຍທີ່ສຸດຄື ປະເທດຊິມບາເວ 0.140 ຢູ່ທີ່ອັນດັບ 169. ສ່ວນປະເທດລາວ 0.497 (ປານກາງ) ຢູ່ອັນດັບທີ 122 ໃນປະເທດອາຊີຕາເວັນອອກສຽງໃຕ້ ທີ່ມີ HDI ຫຼາຍທີ່ສຸດແມ່ນສິງກະໂປ 0.846 ອັນດັບທີ 27. ສ່ວນອາຊີຕາເວັນອອກກາງ ປະເທດທີ່ມີ HDI ໜ້ອຍທີ່ສຸດໃນອາຊີແມ່ນ ອັບການິສະຖານ 0.349 ອັນດັບທີ 155 ຂອງໂລກ ແລະ ໃນອາຊີຕາເວັນອອກສຽງໃຕ້ ແມ່ນ ມຽນມາ 0.451 ອັນດັບທີ 132.