ຈັງຫວັດພິສະນຸໂລກ

ຈາກ ວິກິພີເດຍ
ຈັງຫວັດພິສະນຸໂລກ

จังหวัดพิษณุโลก
ພະພຸດທະຊິນະຣາດ
ທຸງຂອງຈັງຫວັດພິສະນຸໂລກ
ທຸງ
ກາຢ່າງເປັນທາງການຂອງຈັງຫວັດພິສະນຸໂລກ
ກາ
ຊື່: 
ສະຫຼວງສອງແຄວ
ຄຳຂວັນ: 
พระพุทธชินราชงามเลิศ ถิ่นกำเนิดพระนเรศวร สองฝั่งน่านล้วนเรือนแพ หวานฉ่ำแท้กล้วยตาก ถ้ำและน้ำตกหลากตระการตา
(ພະພຸດທະຊິນະຣາດງາມເລີດ ຖິ່ນກຳເນີດພະນະເຣສວນ ສອງຝັ່ງນ່ານລ້ວນເຮືອນແພ ຫວານສ່ຳແທ້ກ້ວຍຕາກ ຖ້ຳແລະນ້ຳຕົກຫຼາກຕະການຕາ)
ເພງ: ພິສະນຸໂລກງາມ
ແຜນທີ່ປະເທດໄທ ຈັງຫວັດພິສະນຸໂລກເນ້ນສີແດງ
ແຜນທີ່ປະເທດໄທ ຈັງຫວັດພິສະນຸໂລກເນ້ນສີແດງ
ປະເທດທຸງຊາດຂອງໄທ ໄທ
ອຳເພີເມືອງເມືອງພິສະນຸໂລກ
ສ້າງຕັ້ງຄິດສັດຕະວັດທີ 11
ຜູ້ກໍ່ຕັ້ງພະເຈົ້າໄຊສິຣິ
ການປົກຄອງ
 • ຜູ້ວ່າລາຊະການພູສິດ ສົມຈິດ
 • ນາຍົກອົງການບໍລິຫານມົນໄຊ ວິວັດທະນາດ
ພື້ນທີ່
 • ທັງໝົດ10,815.854 ຕລ.ກມ. (Bad rounding here4,200 ຕລ.ໄມລ໌)
ອັນດັບພື້ນທີ່16
ປະຊາກອນ
 (ຄ.ສ. 2023)
 • ທັງໝົດ841,729 ຄົນ
 • ຄວາມໜາແໜ້ນ78 ຄົນ/ຕລ.ກມ. (200 ຄົນ/ຕລ.ໄມລ໌)
ເດມະນິມຊາວພິສະນຸໂລກ
ເຂດເວລາUTC+7 (ICT)
ລະຫັດ ISO 3166TH-65
ທະບຽນພາຫະນະพิษณุโลก
ເວັບໄຊphitsanulok.go.th

ຈັງຫວັດພິດສະນຸໂລກ (ໄທ: จังหวัดพิษณุโลก) ແມ່ນຈັງຫວັດໜຶ່ງຂອງປະເທດໄທ. ມີຂະໜາດໃຫຍ່ຕັ້ງຢູ່ໃນເຂດພາກເໜືອຕອນລຸ່ມມີປະຫວັດສາດອັນຍາວນານຄວບຄູ່ກັບປະເທດໄທ ໂດຍມີຊື່ເອີ້ນຕ່າງໆ ກັນໃນສິລາຈາລຶກ ຕຳນານ ນິທານ ແລະພົງສາວະດານ ເຊັ່ນ ສອງແຄວ ແລະ ສອງແຄວທະວິສາຂະ.

ເດີມເມືອງພິດສະນຸໂລກແມ່ນເມືອງເກົ່າສະໄໝຂອມ ຢູ່ຫ່າງຈາກທີ່ຕັ້ງເມືອງປັດຈຸບັນລົງໄປທາງທິດໃຕ້ປະມານ 5 ກິໂລແມັດ ເອີ້ນວ່າ "ເມືອງສອງແຄວ". ທີ່ເອີ້ນເຊັ່ນນີ້ ຍ້ອນຕັ້ງຢູ່ລະຫວ່າງແມ່ນ້ຳສອງສາຍ ແມ່ນ ແມ່ນ້ຳນ່ານ ກັບແມ່ນ້ຳແຄວນ້ອຍ ແຕ່ປັດຈຸບັນແມ່ນ້ຳແຄວນ້ອຍປ່ຽນທາງຍ່າງອອກຫ່າງຈາກໂຕເມືອງໄປປະມານ 10 ກິໂລແມັດ.

ບ່ອນຕັ້ງໂຕເມືອງເກົ່າໃນປັດຈຸບັນແມ່ນ ບໍລິເວນວັດຈຸລາມະນີ ເຊິ່ງເປັນວັດເກົ່າແກ່ຂອງພິດສະນຸໂລກ ແຕ່ເມື່ອປະມານ ຄ.ສ. 1357 ພະມະຫາທຳມະລາຊາທີ 1 (ລິໄທ) ໄດ້ໂຜດ ໃຫ້ຍ້າຍເມືອງສອງແຄວ ມາຕັ້ງຢູ່ ໃນບໍລິເວນໂຕເມືອງໃນປັດຈຸບັນ ແລະຍັງຄົງເອີ້ນກັນຕິດປາກວ່າ ເມືອງສອງແຄວ ເລື້ອຍມາ.

ເຂດການປົກຄອງ[ດັດແກ້]