ຈັງຫວັດຂອນແກ່ນ

ຈາກ ວິກິພີເດຍ
ຈັງຫວັດຂອນແກ່ນ

จังหวัดขอนแก่น
ທາດຂາມແກ່ນ
ທຸງຂອງຈັງຫວັດຂອນແກ່ນ
ທຸງ
ກາຢ່າງເປັນທາງການຂອງຈັງຫວັດຂອນແກ່ນ
ກາ
ຊື່: 
ຂາມແກ່ນ
ຄຳຂວັນ: 
พระธาตุขามแก่น เสียงแคนดอกคูน ศูนย์รวมผ้าไหม ร่วมใจผูกเสี่ยว เที่ยวขอนแก่นนครใหญ่ ไดโนเสาร์สิรินธรเน่ สุดเท่เหรียญทองแรกมวยโอลิมปิก
(ທາດຂາມແກ່ນ ສຽງແຄນດອກຄູນ ສູນຮວມຜ້າໄໝ ຮ່ວມໃຈຜູກສ່ຽວ ທ່ຽວຂອນແກ່ນນະຄອນໃຫຍ່ ໄດໂນເສົາສິຣິນທອນເນ່ ສຸດເທ່ຫຼຽນຄຳທຳອິດມວຍໂອລິມປິກ)
ເພງ: ມາຣ໌ຊຈັງຫວັດຂອນແກ່ນ
ແຜນທີ່ປະເທດໄທ ຈັງຫວັດຂອນແກ່ນເນ້ນສີແດງ
ແຜນທີ່ປະເທດໄທ ຈັງຫວັດຂອນແກ່ນເນ້ນສີແດງ
ປະເທດທຸງຊາດຂອງໄທ ໄທ
ອຳເພີເມືອງເມືອງຂອນແກ່ນ
ສ້າງຕັ້ງຄ.ສ. 1797
ຜູ້ກໍ່ຕັ້ງພະນະຄອນສີບໍຣິຣັກ
ການປົກຄອງ
 • ຜູ້ວ່າລາຊະການໄກສອນ ກອງສະຫຼາດ
 • ນາຍົກອົງການບໍລິຫານພົງສັກ ຕັ້ງວານິດກະພົງ
ພື້ນທີ່
 • ທັງໝົດ10,885.991 ຕລ.ກມ. (Bad rounding here4,200 ຕລ.ໄມລ໌)
ອັນດັບພື້ນທີ່15
ປະຊາກອນ
 (ຄ.ສ. 2023)
 • ທັງໝົດ1,779,373 ຄົນ
 • ຄວາມໜາແໜ້ນ160 ຄົນ/ຕລ.ກມ. (420 ຄົນ/ຕລ.ໄມລ໌)
ເດມະນິມຊາວຂອນແກ່ນ
ເຂດເວລາUTC+7 (ICT)
ລະຫັດ ISO 3166TH-40
ທະບຽນພາຫະນະขอนแก่น
ເວັບໄຊkhonkaen.go.th

ແຂວງຂອນແກ່ນ ແມ່ນແຂວງໜຶ່ງໃນພາກຕາເວັນອອກສຽງເໜືອຂອງປະເທດໄທ ອັນມີຂະໜາດໃຫຍ່ຮອງຈາກຈັງຫວັດນະຄອນລາຊະສີມາແລະຈັງຫວັດອຸບົນລາຊະທານີຕາມລຳດັບ, ມີຂະໜາດເສດຖະກິດໃຫຍ່ເປັນສູນກາງຂອງພາກຕາເວັນອອກສຽງເໜືອ ຕັ້ງຢູ່ໃນຈຸດທີ່ຖະໜົນມິຕະພາບ (ທາງຫຼວງແຜ່ນດິນໝາຍເລກ 2) ແລະທາງຫຼວງແຜ່ນດິນໝາຍເລກ 12 (ຖະໜົນສາຍເສດຖະກິດຕາເວັນອອກ-ຕາເວັນຕົກ) ຕັດຜ່ານ ອັນເປັນເສັ້ນທາງສຳຄັນໃນການເດີນທາງຈາກພາກຕາເວັນອອກສຽງເໜືອຕອນເທິງເຂົ້າໄປສູ່ພາກຕາເວັນອອກສຽງເໜືອຕອນກາງ ຈາກພາກຕາເວັນອອກສຽງເໜືອຕອນເທິງໄປເຂົ້າພາກເໜືອທີ່ອຳເພີຫຼົ່ມສັກ ຈັງຫວັດເພັດຊະບູນ ແລະເດີນທາງເຂົ້າສູ່ປະເທດລາວທັງທາງດ້ານທິດໃຕ້ແລະທິດຕາເວັນຕົກຂອງລາວ. ອານາເຂດທາງທິດເໜືອຕິດກັບຈັງຫວັດເລີຍ ຈັງຫວັດໜອງບົວລຳພູ ແລະຈັງຫວັດອຸດອນທານີ ທິດຕາເວັນອອກຕິດກັບຈັງຫວັດມະຫາສາລະຄາມແລະຈັງຫວັດກາລະສິນ ທິດໃຕ້ຕິດກັບຈັງຫວັດບຸລີລຳແລະຈັງຫວັດນະຄອນລາຊະສີມາ ທິດຕາເວັນຕົກຕິດກັບຈັງຫວັດໄຊຍະພູມແລະຈັງຫວັດເພັດຊະບູນ. ໃນສະໄໝກຸງລັດຕະນະໂກສິນ ຂອນແກ່ນຢູ່ພາຍໃຕ້ການປົກຄອງຂອງມົນທົນອຸດອນທານີຫຼືຈັງຫວັດອຸດອນທານີໃນປັດຈຸບັນ ເຊິ່ງເມືອງທັງສອງນີ້ແມ່ນເມືອງທີ່ຖືກກໍ່ຕັ້ງໂດຍກົມມະຫຼວງປະຈັກສິລະປາຄົມ. ດັ່ງນັ້ນເມືອງທັງສອງນີ້ຖືໄດ້ວ່າເປັນເມືອງອ້າຍນ້ອງກັນ.

ເຂດການປົກຄອງ[ດັດແກ້]