R/place

ຈາກ ວິກິພີເດຍ
r/place
ໂລໂກ້ດັ້ງເດີມຂອງການທົດລອງປີ2017
ໂລໂກ້ຂອງການທົດລອງປີ2022 ແລະ 2023
ເຈົ້າຂອງເຣດດິດ
ສ້າງໂດຍຈອສ ວໍຣ໌ເດິລ
ຍູອາຣ໌ແອລreddit.com/r/place
ລົງທະບຽນຈຳເປັນຕ້ອງໃຊ້ບັນຊີເຣດດິດ
ເປີດໂຕເປີດຕົວຄັ້ງທຳອິດ: 1 ເມສາ 2017; 7 ປີກ່ອນ (2017-04-01)
ຄັ້ງທີສອງ: 1 ເມສາ 2022; 2 ປີກ່ອນ (2022-04-01)
ຄັ້ງທີສາມ: 20 ກໍລະກົດ 2023; 9 ເດືອນກ່ອນ (2023-07-20)
ສະຖານະປັດຈຸບັນບໍ່ໄດ້ໃຊ້ງານ

r/place ແມ່ນໂຄງການຮ່ວມມືທີ່ຈັດຂຶ້ນເລື້ອຍໆ ແລະ ການທົດລອງທາງດ້ານສັງຄົມທີ່ຈັດຢູ່ໃນເວັບໄຊທ໌ລວມເນື້ອຫາເຣດດິດ . ເປີດຕົວຄັ້ງທຳອິດໃນວັນຂີ້ຕົວະປີ2017,ແລະ ໄດ້ເປີດຕົວອີກຄັ້ງໃນວັນຂີ້ຕົວະປີ2022 ແລະ ໃນວັນທີ 20 ກໍລະກົດ 2023.

ການທົດລອງໃນປີ 2017 ກ່ຽວຂ້ອງກັບແຜ່ນຜ້າອອນລາຍທີ່ຕັ້ງຢູ່ໃນຊັບເຣດດິດ(ຊຸມຊົນຕ່າງໆພາຍໃນເຣດດິດ)ທີ່ເອີ້ນວ່າ r/place . ຜູ້​ໃຊ້​ທີ່​ລົງ​ທະ​ບຽນ​ສາ​ມາດ​ແກ້​ໄຂ​ຜ້າ​ໃບ​ໂດຍ​ການ​ວາງສີພິກເຊວໜຶ່ງ​ຈາກຈານສີທີ່ມີ16 ສີ​. ຫຼັງຈາກວາງພິກເຊວແລ້ວ, ເຄື່ອງຈັບເວລາຈະປ້ອງກັນບໍ່ໃຫ້ຜູ້ໃຊ້ວາງພິກເຊວອີກໃນໄລຍະເວລາທີ່ແຕກຕ່າງກັນຕັ້ງແຕ່ 5 ນາທີຂຶ້ນໄປ (ຂຶ້ນກັບວ່າຜູ້ໃຊ້ໄດ້ຢືນຢັນທີ່ຢູ່ອີເມວຂອງຕົນເອງບໍ່). [1] [2] ແນວຄິດຂອງການທົດລອງໄດ້ຖືກຄິດຂຶ້ນໂດຍ ຈອສ ວໍຣ໌ເດີລ. [3] [4] ຜູ້ດູແລຂອເຣດດິດໄດ້ສິ້ນສຸດການທົດລອງປະມານ72ຊົ່ວໂມງຫຼັງຈາກການເປີດຕົວ, ໃນວັນທີ 3 ເດືອນເມສາປີ 2017. ມີລ້ານກວ່າຄົນທີ່ໄດ້ແກ້ໄຂແຜ່ນຜ້າ, ວາງພິກເຊວໄປທັງໝົດປະມານ 16 ລ້ານພິກເຊວ ແລະ ໃນເວລາທີ່ການທົດລອງສິ້ນສຸດລົງ ມີຜູ້ໃຊ້ 90,000 ກວ່າຄົນທີ່ກໍາລັງເບິ່ງ ຫຼື ແກ້ໄຂແຜ່ນຜ້າ. ການທົດລອງນີ້ໄດ້ຖືກຍົກຍ້ອງສໍາລັບການເປັນຕົວແທນຂອງວັດທະນະທໍາຂອງຊຸມຊົນອອນລາຍຂອງReddit ແລະ ວັດທະນະທໍາອິນເຕີເນັດໂດຍລວມ. [5]

ພາບລວມ[ດັດແກ້]

ການທົດລອງໃນປີ 2017ແມ່ນອີງໃສ່ຊັບເຣດດິດທີ່ເອີ້ນວ່າ r/place, ເຊິ່ງຜູ້ໃຊ້ທີ່ລົງທະບຽນແຕ່ລະຄົນສາມາດວາງສີພິກເຊວໜຶ່ງ ("tile") ເທິງແຜ່ນຜ້າອອນລາຍທີ່ມີຂະໜາດໜຶ່ງລ້ານ (1000 x 1000) ພິກເຊວ ແລະ ລໍຖ້າເວລາທີ່ແນ່ນອນກ່ອນທີ່ຈະວາງອີກອັນ. [6] ໃນປີ 2017, ເວລາລໍຖ້າມີການປ່ຽນແປງແຕ່ 5 ຫາ 20 ນາທີຕະຫຼອດການທົດລອງ ແລະ ຜູ້ໃຊ້ສາມາດເລືອກສີຂອງພິກເຊວຈາກຈານສີສິບຫົກສີ. [7] [8] ໃນປີ 2022 ເລີ່ມຕົ້ນດ້ວຍຂະໜາດ ແລະ ສີດຽວກັນກັບປີ 2017, ແຕ່ແຜ່ນຜ້າໄດ້ມີການຂະຫຍາຍອອກເປັນສີ່ລ້ານ (2000 x 2000) ພິກເຊວ ແລະ ຈານສີກໍຄ່ອຍໆມີສີຕື່ມອີກສິບຫົກສີເປັນຈໍານວນທັງໝົດ32ສີ. [9] ປີ2023ຍັງເລີ່ມຕົ້ນດ້ວຍຂະຫນາດດຽວກັນກັບປີ2022 ແລະ 2017 (1000 x 1000), ແລະເລີ່ມຕົ້ນດ້ວຍ 8 ສີ. ຕໍ່ມາໄດ້ຂະຫຍາຍເປັນ 2 ລ້ານ (2000 x 1000) ພິກເຊວ, ມີ 16 ສີ, ຫຼັງຈາກນັ້ນຍັງຂະຫຍາຍເປັນ 6 ລ້ານ (3000 x 2000) ພິກເຊວແລະ ມີ 32 ສີ. </link>

ຜູ້ດູແລລະບົບເຣດດິດມີຄວາມສາມາດໃນການວາງພິກເຊວຫຼາຍເທົ່າທີ່ເຂົາເຈົ້າຕ້ອງການ ແລະ ສາມາດນໍາໃຊ້ຄວາມສາມາດນີ້ເພື່ອເອົາເນື້ອຫາທີ່ບໍ່ດີອອກຈາກ r/place. ຂໍ້ແນະນຳໄດ້ອະທິບາຍເນື້ອຫາທີ່ບໍ່ດີເປັນພາບໂປ້ເປືອຍ, ຄຳເວົ້າທີ່ຫຍາບຄາຍ, ການຄຸກຄາມຢ່າງເຈາະຈົງ, ຫຼື ເນື້ອຫາທີ່ຖືກຕໍ່ຕ້ານ. [10] [11] [12] ຄວາມສາມາດນີ້ໄດ້ສະແດງໃຫ້ເຫັນໃນປີ 2023 ເມື່ອມີຂໍ້ຄວາມທີ່ສະແດງຄວາມຮຸນແຮງຕໍ່ CEOຂອງເຣດດິດ ແລະ ຮູບພາບທາງເພດກໍຖືກລົບອອກເຊັ່ນກັນ. [13] [14]

ປະຫວັດ[ດັດແກ້]

ການທົດລອງໃນປີ2017[ດັດແກ້]

ຮູບ:RPlace2017.png
ພາບສຸດທ້າຍຂອງການທົດລອງ r/place 2017

ຊ່ວງເວລາຕົ້ນໆຂອງການທົດລອງມີລັກສະນະເປັນການວາງພິກເຊວແບບສຸ່ມໆ ແລະຄວາມວຸ່ນວາຍທີ່ເກີດຂຶ້ນຈາກຄວາມພະຍາຍາມທີ່ຈະສ້າງຮູບພາບ. [15] ໃນ​ບັນ​ດາ​ພາກ​ສ່ວນ​ທີ່​ແຕກ​ຕ່າງ​ກັນ ​ຄັ້ງ​ແຮກຂອງແຜ່ນ​ຜ້າ​​ແມ່ນ​ມຸມ​ຂອງພິກເຊວເຊິ່ງເປັນສີ​ຟ້າ​ທັງ​ໝົດ (ຊື່ "Blue Corner​"​) ແລະ​ການ​ເຄົາ​ລົບເຖິງໂປເກມອນ . [16] ໃນຂະນະທີ່ການທົດລອງກຳລັງດຳເນີນໄປ, ບາງຊຸມຊົນຊັບເຣດດິດເຊັ່ນ: ວິດີໂອເກມ, ທີມກິລາ ແລະ ແຕ່ລະປະເທດ, ໄດ້ປະສານງານຄວາມພະຍາຍາມຂອງຜູ້ໃຊ້ຂອງພວກເຂົາເພື່ອຮຽກຮ້ອງ ແລະ ຍຶດເອົາພາກສ່ວນບາງສ່ວນໃນການສ້າງພາບ. [15] [17] ສິ່ງນີ້ມັກຈະເຮັດໃຫ້ເກີດຄວາມຂັດແຍ້ງລະຫວ່າງຊຸມຊົນທີ່ແຂ່ງຂັນກັນເພື່ອເອົາພື້ນທີ່ຢູ່ເທິງແຜ່ນຜ້າ. [18] ໂດຍລວມແລ້ວ, ມີຫຼາຍພັນຊຸມຊົມທີ່ໄດ້ມີສ່ວນຮ່ວມ. [19]

ພາກສ່ວນອື່ນໆຂອງແຜ່ນຜ້າຖືກຕົກແຕ່ງໂດຍຊຸມຊົນ ແລະ ຄວາມພະຍາຍາມປະສານງານທີ່ເກີດຂື້ນໂດຍສະເພາະ. ຜົນງານຂອງສິນລະປະພິກເຊວຫຼາຍອັນເກີດມາຈາກການຮ່ວມມືຂອງຊຸມຊົນຕ່າງໆເຊັ່ນ: ຕົວລະຄອນທີ່ສົມມຸດ, ອິນເຕີເນັດ ມີມ, ທຸງ, ແລະການສ້າງພາບສິລະປະທີ່ມີຊື່ສຽງເຊັ່ນໂມນາ ລິຊາ [20] ແລະ ເດິ ສະຕາຣີ ໄນທ໌. [21] [22] [3] “ລັກທິ”ທີ່ເກີດຂຶ້ນຫຼາຍອັນກໍຖືກສ້າງ ແລະ ປ້ອງກັນສິ່ງທີ່ເປັນເຊິງສັນຍະລັກຕ່າງໆເຊັ່ນ: ຊ່ອງຫວ່າງ (ມິຕິມືດ), ເສັ້ນດ່າງສີຂຽວ, ມຸມສີຟ້າທີ່ຄ່ອຍໆຂະຫຍາຍອອກ ແລະ “ຖະໜົນສາຍຮຸ້ງ”. [23] ໃນຕອນທີ່ການທົດລອງສິ້ນສຸດລົງໃນວັນທີ 3 ເດືອນເມສາປີ 2017, ມີຜູ້ໃຊ້90,000ກວ່າຄົນທີ່ກໍາລັງເບິ່ງ ແລະ ແກ້ໄຂແຜ່ນຜ້າ, [24] ແລະ ມີລ້ານກວ່າຄົນທີ່ໄດ້ວາງພິກເຊວທັງໝົດປະມານ 16 ລ້ານພິກເຊວ. [5] [18] ຈາກການວິເຄາະພົບວ່າພາບສຸດທ້າຍຂອງການທົດລອງປະກອບດ້ວຍສິລະປະຈາກ800ກວ່າຊຸມຊົນ. [25]

r/placeໄດ້ຮັບການຍ້ອງຍໍສໍາລັບການເປັນຕົວແທນທີ່ມີສີສັນຂອງຊຸມຊົນອອນລາຍເຣດດິດ. ສະໂມສອນເອ.ວີເອີ້ນວ່າມັນ "ເປັນວິທີທີ່ອ່ອນໂຍນ ແລະ ມີສີສັນສໍາລັບຊາວເຣດດິດເພື່ອເຮັດສິ່ງທີ່ພວກເຂົາເຮັດໄດ້ດີທີ່ສຸດ: ໂຕ້ຖຽງກັນກ່ຽວກັບສິ່ງທີ່ພວກເຂົາຮັກ". [26] ກິຊໂມໂດໄດ້ບັນທຶກເປັນ "ຫຼັກຖານທີ່ສະແດງເຖິງຄວາມສາມາດໃນການຮ່ວມມືຂອງອິນເຕີເນັດ". [27] ນັກສະແດງຄວາມຄິດເຫັນຈໍານວນໜຶ່ງໄດ້ອະທິບາຍການທົດລອງດັ່ງກ່າວເປັນຕົວແທນຢ່າງກວ້າງຂວາງຂອງວັດທະນະທໍາອິນເຕີເນັດ. [28] ບາງຄົນຍັງໄດ້ສະແດງຄວາມຄິດເຫັນກ່ຽວກັບຄວາມສໍາພັນທີ່ປາກົດຂື້ນລະຫວ່າງການສ້າງຂອງແຜ່ນຜ້າໃນຕອນສຸດທ້າຍ ແລະ ຊຸມຊົນຂະໜາດນ້ອຍພາຍໃນເຣດດິດ, ທີ່ມີອິດສະລະແຕ່ຮ່ວມມືກັນເປັນສ່ວນຫນຶ່ງຂອງຊຸມຊົນທີ່ມີຂະໜາດໃຫຍ່. [26] ນິວສ໌ວີກເອີ້ນມັນວ່າ "ການທົດລອງທີ່ດີທີ່ສຸດຂອງອິນເຕີເນັດ", [15] ແລະນັກຂຽນທີ່ ອາທ ເຕັກນິກາໄດ້ແນະນໍາວ່າຈິດວິນຍານຂອງການຮ່ວມມືຂອງr/placeເປັນຕົວແທນຂອງຕົວແບບຂອງການຕໍ່ສູ້ກັບພວກຫົວຮຸນແຮງໃນຊຸມຊົນອິນເຕີເນັດ. [29] ການທົດລອງໄດ້ຮັບການວິພາກວິຈານບາງສ່ວນສໍາລັບການຂາດການປ້ອງກັນຈາກການນໍາໃຊ້ບອທເຊິ່ງຜູ້ໃຊ້ຊຸດຄຳສັ່ງ ແລະ ໂປຣແກຣມມາໂຄຣເພື່ອແຕ້ມອັດຕະໂນມັດໃສ່ແຜ່ນຜ້າ. [30]

ສີທີ່ມີຢູ່ຈານສີໃນປີ2017 [31]

ການ​ທົດ​ລອງ​ໃນປີ2022[ດັດແກ້]

ຮູບ:RPlace2022.png
ພາບສຸດທ້າຍຂອງການທົດລອງ r/place 2022

ໃນ​ວັນ​ທີ 28 ມີ​ນາ 2022, ການກັບມາຂອງ r/place ໄດ້​ຖືກ​ປະ​ກາດ. [32] ການທົດລອງເລີ່ມຕົ້ນຂຶ້ນໃນວັນທີ 1 ເດືອນເມສາປີ 2022 ແລະ ໃຊ້ເວລາສາມມື້ເຄິ່ງ, ລວມທັງການຂະຫຍາຍແຜ່ນຜ້າສອງຄັ້ງເພື່ອໃຫ້ມີພື້ນທີ່ເພີ່ມເຕີມ. ຈານສີຍັງໄດ້ມີການເພີ່ມສີ ໃນມື້ທີສອງ ແລະ ມື້ທີສາມ. [33] [34] ໃນຄັ້ງນີ້ບໍ່ຄືກັບໃນປີ 2017, ຊັບເຣດດິດຂະໜາດນ້ອຍໄດ້ເລີ່ມປະສານງານໃນການສ້າງສິລະປະພິກເຊວທັນທີ ແລະ ຊຸມຊົນຂະໜາດໃຫຍ່ໄດ້ມີການປະສານງານກັນໃນດິດສະຄອດ ແລະ ທະວິດຊ໌ ເພື່ອພະຍາຍາມທີ່ຈະຂະຫຍາຍສິລະປະທີ່ມີຢູ່ແລ້ວ, ສ້າງທັບພາບສິລະປະອື່ນ, ແລະ ການສ້າງພາບໃໝ່ຢ່າງຫຼວງຫຼາຍ. [34] [35] ໃນຕອນສຸດທ້າຍຂອງການທົດລອງໃນມື້3.5, ໄດ້ມີການປ່ຽນແປງ 160 ລ້ານພິກເຊວເຊິ່ງດໍາເນີນການໂດຍຜູ້ໃຊ້10.5ລ້ານກວ່າຄົນ, ໃນຂະນະນັ້ນສະເລ່ຍປະມານ 2 ລ້ານພິກເຊວຕໍ່ຊົ່ວໂມງ. ໃນການປ່ຽນແປງພິກເຊວເຫຼົ່ານີ້, ປະມານ 26 ລ້ານພິກເຊວແມ່ນຊໍ້າກັນ (ສີດຽວກັນກັບພິກເຊວທີ່ມີຢູ່ແລ້ວ, ແຕ່ວາງໂດຍຜູ້ໃຊ້ຄົນອື່ນ). ຕົວເລກເຫຼົ່ານີ້, ມາຈາກຂໍ້ມູນໂດຍກົງ, ບໍ່ແມ່ນແບບທີ່ຂຽນໄວ້ໃນບົດຄວາມທີ່ມີຄວາມຜິດພາດ(ບົດຄວາມທີ່ສ້າງຂຶ້ນໂດຍບຸກຄົນພາຍນອກ). [5] [36] ໃນລະຫວ່າງສອງສາມຊົ່ວໂມງສຸດທ້າຍກ່ອນການທົດລອງr/place 2022 ສິ້ນສຸດລົງ, ຜູ້ໃຊ້ໄດ້ຖືກຈໍາກັດໃຫ້ໃຊ້ພຽງແຕ່ພິກເຊວສີຂາວເທົ່ານັ້ນ. ຜ້າໃບທັງໝົດຈຶ່ງຄ່ອຍໆກາຍເປັນແຜ່ນຜ້າສີຂາວ, ກັບຄືນສູ່ສະພາບດັ້ງເດີມຂອງມັນ. [37] [38]

ການອ້າງອີງເຖິງວັດທະນະທໍາທີ່ມີຄວາມນິຍົມ, ມີມອິນເຕີເນັດ ແລະ ການເມືອງແມ່ນເຫັນໄດ້ທົ່ວໄປ. [39] ຊຸມຊົນແຟນຄລັບໄດ້ເຂົ້າຮ່ວມໂດຍການສ້າງຮູບຕົວແທນຂອງວັດທະນະທຳຂອງແຕ່ລະຊຸມຊົມ. [36] ຄ້າຍ​ຄື​ກັນ​ກັບ​ປີ 2017, ງານ​ສິ​ລະ​ປະ​ສ່ວນ​ຫຼາຍ​ແມ່ນ​ທຸງ​ຊາດ. [5] ລວມເຖິງການສະໜັບສະໜູນສໍາລັບ ປະເທດອູແກຣນ ໃນ ການຮຸກຮານອູແກຣນຂອງລັດເຊຍ , [34] ແລະ ຍັງມີປະທານາທິບໍດີອູແກຣນໂວໂລດີມີຣ໌ ເຊເລນສະກີທີ່ໃສ່ແວ່ນຕາກັນແດດ. [5]

ສະຕຣີມເມີດັງໃນທະວິດຊ໌ໄດ້ມີການແຊກແຊງໂດຍການສັ່ງໃຫ້ຜູ້ເບິ່ງຂອງພວກເຂົາແຕ້ມໂລໂກ້ ແລະ ສັນຍະລັກຢ່າງໄວວາທັບໃສ່ຮູບພາບທີ່ມີແລ້ວຢູ່ຫຼາຍເທື່ອ. [5] [40] ສະຕຣີມເມີ ເຟລິກຊ໌ ເລງເຢລ ຫຼື ຮູ້ຈັກກັນດີໃນນາມ xQc, ມີຜູ້ເບິ່ງພ້ອມກັນສູງສຸດ233,000ຄົນ. [41] [35] ຜູ້ເບິ່ງຂອງxQcມັກຈະຖືກແບນໂດຍຜູ້ດູແລ Reddit, [41] ແລະ ລາວໄດ້ກ່າວວ່າລາວໄດ້ຮັບການຂົ່ມຂູ່ຂ້າໃນໜຶ່ງຊົ່ວໂມງຫຼາຍກວ່າທີ່ລາວໄດ້ຮັບໃນຫົກປີຂອງການສະຕຣີມ. [42] [40]

ສີທີ່ມີຢູ່ຈານສີໃນປີ2023 (ມື້ທີ 1) [43]
ສີທີ່ມີຢູ່ຈານສີໃນປີ2023 (ມື້ທີ 2)
ສີທີ່ມີຢູ່ຈານສີໃນປີ2023 (ມື້ທີ 4, 5 ແລະ 6)

ການ​ທົດ​ລອງ​ໃນປີ2023[ດັດແກ້]

ເຣດດິດໄດ້ເປີດຕົວໂຄງການຮ່ວມມື r/place ໃໝ່ໃນວັນທີ 20 ກໍລະກົດ 2023, ພາຍໃຕ້ຊື່ "ຖືກບ່ອນ, ຜິດເວລາ", ທ່າມກາງການຕັດສິນໃຈທີ່ບໍ່ເປັນທີ່ນິຍົມທີ່ເຮັດໂດຍບໍລິສັດທີ່ເຮັດໃຫ້ຜູ້ໃຊ້ເຣດດິດຂົມຂື່ນ, ລວມທັງການທີ່ເຮັດໃຫ້ເກີດ ການໂຕ້ແຍ້ງແອັບບຸກຄົນທີສາມ ຫຼື APIທີ່ມີຜົນກະທົບຕໍ່ແອັບບຸກຄົນທີສາມຂອງເຣດດິດ. [44] [45] ໃນຂະນະທີ່ປະກາດການກັບມາຂອງr/place, ທາງເຣດດິດກ່າວວ່າ: "ເຮ້, ຈັ່ງແມ່ນເວລາທີ່ດີທີ່ຈະສະເໜີແຜ່ນຜ້າເປົ່າໃຫ້ກັບຊຸມຊົນຂອງພວກເຮົາດີກວ່າເວລາທີ່ຜູ້ໃຊ້ແລະ ມອດສ໌(ຜູ້ດູແລຂອງຊັບເຣດດິດຕ່າງໆ) ຂອງພວກເຮົາມີຄວາມກະຕືລືລົ້ນທີ່ສຸດ ... ແມ່ນບໍ່?" [14]

ພາຍໃນມື້ແຮກຂອງການທົດລອງ 2023, ມີການຂຽນ"fuck spez"ເປັນຈຳນວນຫຼາຍ ("spez" ແມ່ນຊື່ຂອງCEOຂອງເຣດດິດ ສະຕີຟ ຮັຟແມນ)ໃສ່ແຜ່ນຜ້າ, ບາງອັນກໍມີຂະໜາດໃຫຍ່ຫຼາຍ, ບາງອັນກໍຂະໜາດນ້ອຍ. [45] ການຂຽນເທິງແຜ່ນຜ້າອື່ນ, ພົບເຫັນໃນບັນດາສິລະປະຂອງເຢຍລະມັນ, ໄດ້ກ່າວວ່າ: " u/spez ist ein hurensohn (u/spezແມ່ນບັກເສັດແມ່ລູກກະຫຼີ)". [45] [46] ເວັບໄຊທ໌ຂ່າວແມສເຊັນເຈີໄດ້ລາຍງານວ່າ ສິລະປະຂອງr/placeທີ່ກ່ຽວຂ້ອງກັບ "spez" ທີ່ສ້າງຂຶ້ນພາຍໃຕ້ກົດໄດ້ຖືກລົບອອກໂດຍເຣດດິດ, ເມື່ອແມສເຊັນເຈີໄໄດ້ຂໍໃຫ້ເຣດດິດສະແດງຄວາມເຫັນ, ເຣດດິດບອກວ່າມັນແມ່ນການບັງຄັບໃຊ້ກົດລະບຽບ (ເຊິ່ງບໍ່ອະນຸຍາດໃຫ້ມີການຄຸກຄາມຢ່າງເຈາະຈົງ). [14] [47] [48] ໃນຂະນະດຽວກັນ, ການຂຽນແຜ່ນຜ້າອື່ນໆຈໍານວນໜຶ່ງຂຽນພຽງແຕ່ວ່າ "API". [44] ນອກຈາກນີ້ຍັງມີການຂຽນແຜ່ນຜ້າ, "ບໍ່ເຄີຍລືມສິ່ງທີ່ຖືກພັກໄປຈາກພວກເຮົາ", ເຊິ່ງສ້າງໂດຍຊຸມຊົນSave3rdPartyApps. [45] ໃນລະຫວ່າງການຂະຫຍາຍແຜ່ນຜ້າ, ການປະທ້ວງຕໍ່ກັບຮັຟແມນກໍປາກົດຂຶ້ນຢ່າງຫຼວງຫຼາຍ, ເຊັ່ນຂໍ້ຄວາມວ່າ "spez = twat " ທີ່ເຮັດໂດຍຜູ້ໃຊ້ທີ່ເຮັດສິລະປະແບບອັງກິດ. [49]

ນອກເໜືອຈາກສິລະປະທີ່ປະທ້ວງເຣດດິດ, ຫຼາຍໆງານສິລະປະຕົ້ນໆແມ່ນທຸງ, ບວກກັບການຂຽນແຜ່ນຜ້າຫຼາຍສີຂອງ "DICKS". [45] ໃນບັນດາການປະກອບສ່ວນທີ່ໂດດເດັ່ນທີ່ສຸດແມ່ນມາຈາກຜູ້ໃຊ້ຈາກຊຸມຊົມໂທວໂຮວ ໂປຣເຈັກ, ໂອຊຸ! ແລະ ຮັດສຶເນະ ມິກຸ, [50] ທີ່ຮ່ວມມືກັນສ້າງມິວສິກວິດີໂອ "Bad Apple!! " ຢູ່ເທິງແຜ່ນຜ້າ. [51] ງານສິລະປະອື່ນໆຍັງຖືກສ້າງຂື້ນເຊັ່ນເກມເກັນຊິນ ອິມແພັກ, ແມວທີ່ໃຊ້ແວ່ນຕາກັນແດດ, ກາດໂປເກມອນຂອງລິຊະດອນ ແລະ ການເຄົາລົບໃຫ້ກັບຢູທູບເບີມາຍຄຣາຟ ເທັກໂນເບດ(Technoblade)ທີ່ໄດ້ລ່ວງລັບໄປແລ້ວ. [46] [48] [49] [52]

ຜູ້ໃຊ້ Reddit ຮ່ວມມືກັນເພື່ອປະທ້ວງ spez (CEO ຂອງ Reddit) ໃນຊົ່ວໂມງສຸດທ້າຍຂອງການທົດລອງໃນປີ 2023 ເນື່ອງຈາກ ການໂຕ້ຖຽງ Reddit API 2023 .

ແຜ່ນຜ້າໄດ້ຖືກຂະຫຍາຍອອກ 6 ຄັ້ງ ແລະ ໂຄງການໄດ້ສິ້ນສຸດລົງໃນວັນທີ 25 ກໍລະກົດ 2023. [52] ໃນຊົ່ວໂມງສຸດທ້າຍ, ຜູ້ໃຊ້ໄດ້ຖືກຈໍາກັດໃຫ້ໃຊ້ພຽງແຕ່ສີຂີ້ເທົ່າ . [53] ຜູ້ໃຊ້ນັບລ້ານຈຶ່ງປະສານງານເພື່ອສະກົດຄໍາວ່າ "Fuck Spez" ຕົວອັກສອນສີຂາວຂະໜາດໃຫຍ່ຢູ່ໃຈກາງຂອງແຜ່ນຜ້າ, ເຊິ່ງເປັນສ່ວນໜຶ່ງຂອງການປະທ້ວງ. [46] [53] [54] ໃນທີ່ສຸດແຜ່ນຜ້າທັງໝົດກໍເຕັມໄປດ້ວຍພື້ນທີ່ສີຂາວໃນຕອນທ້າຍຂອງໂຄງການ. [52]

ສີທີ່ມີຢູ່ຈານສີໃນປີ2023 (ມື້ທີ 1)[55]

ສີທີ່ມີຢູ່ຈານສີໃນປີ2023 (ມື້ທີ 2)[56]
                               
ສີທີ່ມີຢູ່ຈານສີໃນປີ2022 (ມື້ທີ 3)[57]
                                               
ສີທີ່ມີຢູ່ຈານສີໃນປີ2022 (ມື້ທີ 4,5 ແລະ 6)[58]
                                                               

ຜົນກະທົບຕໍ່ສື່ສັງຄົມ[ດັດແກ້]

ການທົດລອງຄັ້ງແຮກໄດ້ຮັບການຍ້ອງຍໍສໍາລັບການສ້າງຄວາມຮູ້ສຶກຂອງແບບກຸ່ມນິຍົມ ໃນຊ່ວງເວລາທີ່ອິນເຕີເນັດເກີດຄວາມແຕກແຍກ ແລະ ແບ່ງຝັ່ງແບ່ງຝ່າຍຢ່າງຫຼວງຫຼາຍ. [5] ໜັງສືພິມວໍຊິງຕັນ ໂພສປຽບທຽບplaceກັບເດິ ມິດມຽນ ໂດລາ ໂຮມເພຈ(The Million Dollar Homepage), ເວັບໄຊທ໌ 1000-by-1000-pixel ທີ່ແຕ່ລະພິກເຊລຖືກຂາຍເປັນເງິນໂດລາໃນປີ 2005. [5] ເດິ ຄອນເວິເສຊັນໄດ້ສັງເກດເຫັນວ່າ, ໃນຂະນະທີ່ການທົດລອງໄດ້ສະແດງໃຫ້ເຫັນເຖິງຄວາມສາມາດຂອງການຮ່ວມມືໃນອິນເຕີເນັດເພື່ອສະແດງເຖິງປາຖະໜາຂອງຜູ້ຄົນ, Placeຍັງສະແດງໃຫ້ເຫັນເຖິງຄວາມຫຍາບຄາຍ ແລະ ການລະເວັ້ນຂອງບາງຊຸມຊົນ. [38] ການທົດລອງໃນປີ2022ເຮັດໃຫ້ ຜູ້ໃຊ້ງານປະຈໍາວັນ ຂອງເຣດດິດເຖິງຈຸດສູງສຸດຕະຫຼອດການ. [36] ໂຄຕາຄຸຊົມເຊີຍການກັບມາຂອງການທົດລອງໃນປີ 2022, ໂດຍກ່າວວ່າ: "ໃນຍຸກທີ່ອິນເຕີເນັດທີ່ສະໄໝໃໝ່ສ່ວນຫຼາຍແມ່ນຂີ້ເຫຍື້ອ, r/placeທີ່ໄດ້ກັບມາອີກຄັ້ງ ແລະ ມັນຍັງໂຄດເທ້." [34]

ສໍາລັບໃນ2023 ຂອງ r/place, ເດິ ເວີຈໃຫ້ຄໍາເຫັນວ່າ "ບາງຄັ້ງໃນເວລາທີ່ໂຫດຮ້າຍທີ່ສຸດເທົ່າທີ່ເປັນໄປໄດ້", ຍ້ອນວ່າຜູ້ໃຊ້ເຣດດິດບາງຄົນຍັງ"ໃຈຮ້າຍ"ຕໍ່ກັບການຕັດສິນໃຈທີ່ຜ່ານມາຂອງທາງເຣດດິດໃນການຄິດຄ່າທໍານຽມສໍາລັບAPIຂອງເຣດດິດ, ເພື່ອລົບປະຫວັດການສົນທະນາ ແລະ ປິດລະບົບເຣດດິດ ໂກລດ໌. [44] ຫຼັງຈາກການທົດລອງປີ 2023 ໄດ້ຮັບການສະຫຼຸບ, ໂພລີກອນບອກວ່າມັນ "ແຕກຕ່າງກັນ" ຈາກຄັ້ງທີ່ຜ່ານໆມາ, ເພາະວ່າມັນຖືກ"ກໍານົດໂດຍຊາວເຣດດິດບາງຄົນເຊິ່ງໃຊ້ແຜ່ນຜ້າເພື່ອປະທ້ວງສະຕີຟ ຮັຟແມນ, CEOຂອງເຣດດິດ". [46]

ການບັນທຶກ[ດັດແກ້]

ຫຼັງຈາກການທົດລອງປີ 2017, ການບັນທຶກຂອງ r/place ໄດ້ຖືກສ້າງຂຶ້ນຢ່າງເປັນອິດສະຫຼະໂດຍໂຣແລນ ຣິດຊ໌, [59] ສະແດງໃຫ້ເຫັນພາບຖ່າຍຂອງແຜ່ນຜ້າໃນຕອນສຸດທ້າຍ ແລະ ການໂຕ້ຕອບເພື່ອເບິ່ງຄໍາອະທິບາຍຂອງພາກສ່ວນຕ່າງໆ. [60]

ການບັນທຶກໃໝ່ໂດຍອີງໃສ່ຊອບແວດຽວກັນໄດ້ຖືກລິເລີ່ມຂຶ້ນສຳລັບການທົດລອງ 2022 [61] ໂດຍນັກຮຽນສະເຕຟາໂນ ຮັກມັນສ໌. ການໃຊ້ຊໍ້ານີ້ຕໍ່ມາໄດ້ນໍາສະເໜີລັກສະນະໃໝ່ ເຊັ່ນ: ໄລຍະເວລາທີ່ຈະເບິ່ງການພັດທະນາຂອງແຜ່ນຜ້າຕະຫຼອດເວລາ. [62]

ເບິ່ງເພີ່ມເຕີມ[ດັດແກ້]

  • Generator, ເປັນວຽກງານສິລະປະພິກເຊວທີ່ຮ່ວມມືກັນທີ່ສ້າງຂຶ້ນໃນປີ 1986
  • The Button (Reddit), ການທົດລອງວັນຂີ້ຕົວະໃນປີ 2015

ອ້າງອີງ[ດັດແກ້]

  1. "How We Built r/Place". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  2. "Latent Structure in Collaboration: The Case of Reddit r/place". {{cite journal}}: Cite journal requires |journal= (help)
  3. 3.0 3.1 "More Than a Million Strangers Collaborate, Pixel by Pixel, on a Digital Canvas". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  4. Rauwerda, Annie. "Reddit's r/Place art experiment has already devolved into beautiful chaos", Input, 1 April 2022
  5. 5.0 5.1 5.2 5.3 5.4 5.5 5.6 5.7 Lorenz, Taylor. "Internet communities are battling over pixels", The Washington Post, 4 April 2022
  6. "Over 1 million Reddit users waged a virtual war to create this bizarre work of art with 16 million pixels". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  7. "From Van Gogh to a marriage proposal, Reddit Place was the internet's best experiment yet", 11 April 2017 (in en)
  8. Collaborative Learning at Scale {{citation}}: |access-date= requires |url= (help)
  9. "La mosaïque sur Reddit qui entraina une guerre mondiales à coup de pixels", 5 April 2022 (in fr)
  10. "Hey everyone". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  11. How We Built r/place, We thoughtfully prepared safety tools, bot clustering detection, and tools to combat browser botting along with our heroic moderation team, and the humans working behind the scenes to keep redditors safe. {{citation}}: |access-date= requires |url= (help)
  12. "XQc's artwork gets censored by admins on r/Place". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  13. "Reddit's r/Place is going about as well as expected". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  14. 14.0 14.1 14.2 "Angry Redditors Take Over r/Place Subreddit to Insult CEO". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  15. 15.0 15.1 15.2 Cuthbertson, Anthony. "From Van Gogh to a marriage proposal, Reddit Place was the internet's best experiment yet"
  16. "Reddit's new 'Place' is forcing millions of users to work together to make something great". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  17. Tindale, James. "Reddit Place: April Fool's experiment reveals how the internet sees Australia"
  18. 18.0 18.1 Understanding Community-Level Conflicts Through Reddit r/place {{citation}}: |access-date= requires |url= (help)
  19. Collaborative Learning at Scale {{citation}}: |access-date= requires |url= (help)
  20. "Instruction vs. emergence on r/place: Understanding the growth and control of evolving artifacts in mass collaboration". {{cite journal}}: Cite journal requires |journal= (help)
  21. "Eagles, Flyers represented in final version of Reddit's 'Place' social experiment", 3 April 2017
  22. "Here's the Best Game Fan Art from Reddit's r/place Canvas". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  23. "A new phenomenon is taking over Reddit—here's what you should know about it". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  24. "Over 1 million Reddit users waged a virtual war to create this bizarre work of art with 16 million pixels". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  25. Proceedings of the ACM Web Conference 2022.
  26. 26.0 26.1 "Reddit gave its users something to fight over besides anime and cucks"
  27. "Place Was The Internet, In All Its Glory"
  28. "Redditors Collaborate to Create the Iconic Picture of Our Time". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  29. "Did Reddit's April Fool's gag solve the issue of online hate speech?". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  30. "Reddit's April Fools' Joke Spawned a Surprisingly Awesome Social Experiment"
  31. "/r/Place Palette". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  32. "Reddit is bringing back r/Place, its April Fools' Day art experiment". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  33. Rauwerda, Annie. "Reddit is bringing back beloved digital art experiment, r/Place", 28 March 2022
  34. 34.0 34.1 34.2 34.3 "Reddit Is Hosting What May Be The Internet's Most Wholesome Fan War". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  35. 35.0 35.1 Clairouin, Olivier. "Sur le forum " r/place " de Reddit, l'incroyable bataille de pixels entre internautes du monde entier", 4 April 2022 (in fr)
  36. 36.0 36.1 36.2 Lin, Connie. "r/Place comes together as a big win for Reddit on its road to IPO", 6 April 2022
  37. "Texas symbolism is embarrassingly absent in Reddit's big art project r/Place". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  38. 38.0 38.1 Childs, Andrew. "How r/place – a massive and chaotic collaborative art project on Reddit – showcased the best and worst of online spaces", 4 April 2022
  39. "Pourquoi des internautes du monde entier bataillent pour des pixels sur le site Reddit", 5 April 2022
  40. 40.0 40.1 Williams. "xQc reports getting numerous death threats over Reddit's 'Place' canvas"
  41. 41.0 41.1 "xQc breaks his Twitch viewership record as viral r/Place art stream censored by Reddit". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  42. "xQc says he's received more death threats in April than past 6 years combined thanks to viral r/Place art streams". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  43. "r/place 2023 Day1 Palette". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  44. 44.0 44.1 44.2 "Reddit is bringing back r/Place at perhaps the worst possible time". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  45. 45.0 45.1 45.2 45.3 45.4 "Reddit's r/Place is going about as well as expected". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  46. 46.0 46.1 46.2 46.3 Clark, Nicole. "Reddit's 2023 r/Place turned into a battleground for dunking on the CEO", July 26, 2023
  47. Seranno, Jody. "Reddit Removes Community Drawing of Its CEO Under a Guillotine", July 22, 2023 Archived 2023-08-05 at the Wayback Machine
  48. 48.0 48.1 Serrano, Jody. "Final Reddit r/Place Community Mural Underscores Anger at CEO Steve Huffman", July 27, 2023 Archived 2023-07-28 at the Wayback Machine
  49. 49.0 49.1 "Reddit expanded the r/Place canvas, and users immediately wrote messages cursing the CEO". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  50. "In r/place 2023 wurde ein komplettes Musikvideo mit Pixeln animiert". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  51. "r/place recreates iconic Bad Apple music video with jaw-dropping timelapse". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  52. 52.0 52.1 52.2 Peters, Jay. "Here's how to watch the evolution of Reddit's r/Place canvas — including its protest art", July 27, 2023
  53. 53.0 53.1 "r/Place se finit avec des pixels en noir et blanc et un ultime « fuck Spez »", July 25, 2023
  54. "Here's how to watch the evolution of Reddit's r/Place canvas — including its protest art". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  55. "r/place 2023 Day1 Palette". lospec.com. Archived from the original on 2023-07-26. Retrieved 2023-07-26.
  56. "2022 r/place Palette". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  57. "r/place 2022 DAY2 Palette". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  58. "r/place 2022 DAY3 Palette". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  59. "The Place Atlas". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  60. Kaser, Rachel. "Atlas of Reddit's /r/place makes sense of beautiful chaos", 29 April 2017
  61. MediaWeek. "10.4+ million people get involved as r/place returns to Reddit", 11 April 2022
  62. Castello, Jay. "Meet the creators of the r/place Atlas, the internet's living mural", 12 April 2022