​ໄຟ​ແດງ

ຈາກ ວິກິພີເດຍ

ຄຳວ່າ "ໄຟ​ແດງ" ແມ່ນໝາຍເຖິງໄຟ​​ສັນ​ຍານ​​ຈາ​ລະ​ຈອນ ທີ່​ຕິດ​ຕັ້ງຢູ່​ຕາມ​ທາງແຍກ​ເພື່ອບອກ​ສິດ​ໃນ​ການ​ສັນ​ຈອນ ໂດຍ​ສະ​ເພາະ​ແມ່ນຢູ່​ໃນ​ຕົວ​ເມືອງ​ໃຫຍ່​ທີ່​ມີ​ການ​ສັນ​ຈອນ​ສັບ​ສົນ ຫຼື​​ຄົນ​ລາວ​ຜູ້​ທີ່ມີ​ອາ​ຍຸ​​ແດ່​ເພິ່ນ​ອາດ​ຈະ​ຮ້ອງ "ໄຟ​ແດງ" ວ່າ ໄຟອຳ​ນາດ ເພາະ​ໄຟ​ດັ່ງ​ກ່າວ​ມີ​ອຳ​ນາດ ສາ​ມາດ​ບົ່ງ​ຊີ້​ວ່າ​ກາ​ນ​ສັນ​ຈອນ​ມາ​ແຕ່​ທິດ​ທາງ​ໃດ​ຕ້ອງ​ໄດ້​ຢຸດ ແລະ​ກາ​ນ​ສັນ​ຈອນ​ມາ​ແຕ່​ທິດ​ທາງໃດທີ່​ມີ​ສິດ​ໄປ​ກ່ອນຫຼື​ມີ​ສິດ​ລ້ຽວ, ຄຳວ່າ "ໄຟ​" ປະສົມກັບຄຳວ່າ "ແດງ" ເປັນຄຳວ່າ "ໄຟ​ແດງ", ຄຳວ່າ "ໄຟ​" ແມ່ນ​ອາດ​ຈະ​ມາ​ຈາກການ​ໃຊ້​ໄຟ​ຟ້າ​ເຮັດ​ໃຫ້​ດອກ​ໄຟ​ສັນ​ຍານ​ຈາ​ລະ​ຈອນ​ຮຸງ​ເປັນ​ສີຕ່າງໆ ສ່ວນ​ຄຳ​ວ່າ "ແດງ" ແມ່ນ​ອາດ​ຈະ​ມາ​ຈາກ​ສີ​ຂອງ​ໄຟສັນ​ຍານ​​ຈາ​ລະ​ຈອນສີ​ໜຶ່ງທີ່​ມີໄຟ​ເປັນ​ສີ​ແດງ ​ເຊິ່ງເປັນ​ສີ​ບົ່ງ​ຊີ້ບອກ​ໃຫ້ກາ​ນ​ສັນ​ຈອນ​ມາ​ແຕ່​ທິດ​ທາງ​ນັ້ນ​ຕ້ອງ​ໄດ້​ຢຸດ​ລໍ​ຖ້າ​ກ່ອນ​. ເຊິ່ງ"ໄຟ​ແດງ" ຫຼືໄຟ​​ສັນ​ຍານ​​ຈາ​ລະ​ຈອນ​ຢູ່​ໃນ​ຖະ​ໜົນ​ຫົນ​ທາງ​ຂອງ​​ສາ​ທາ​ລະ​ນະ​ລັດ​ປະ​​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​​ລາວ ຈະ​ແບ່ງ​ອອກ​ເປັນ ສາມ​ສີຫຼັກໆ​ຄື: ສີ​ແດງ, ສີ​ເຫຼືອງ ແລະ ສີ​ຂຽວ. ໄຟ​ສັນ​ຍານສີ​ແດງ​ມີ​ຄວາມ​ໝາຍ​ວ່າ​ບົ່ງ​ຊີ້​ວ່າ​ກາ​ນ​ສັນ​ຈອນ​ມາ​ແຕ່​ທິດ​ທາງ​ນັ້ນ​ຕ້ອງ​ໄດ້​ຢຸດ​ລໍ​ຖ້າ, ໄຟ​ສັນ​ຍານສີ​ເຫຼືອງມີ​ຄວາມ​ໝາຍ​ວ່າ​ບົ່ງ​ຊີ້​ວ່າ​ກາ​ນ​ສັນ​ຈອນ​ມາ​ແຕ່​ທິດ​ທາງ​ນັ້ນ​ຕ້ອງ​ໄດ້​ຜ່ອນ​ຄວາມ​ໄວ​ເພື່ອ​ກຽມ​ຕົວ​ຢຸດ​ລົດ, ໄຟ​ສັນ​ຍານສີ​ຂຽວມີ​ຄວາມ​ໝາຍ​ວ່າ​ບົ່ງ​ຊີ້​ວ່າ​ກາ​ນ​ສັນ​ຈອນ​ມາ​ແຕ່​ທິດ​ທາງ​ນັ້ນສາມ​າດ​ຂັບ​ຂີ່​ຜ່ານ​ໄປ​ໄດ້​ຕາມ​ທິດ​ທາງ​ການ​ສັນ​ຈອນ​ທີ່​ຕ້ອງ​ການ​ໄປ.

ອ້າງອີງ[ດັດແກ້]