ໝາກຟະແລດ

ຈາກ ວິກິພີເດຍ
ໝາກຟະແລດ

ໝາກຟະແລດ (ຝຣັ່ງ: fraise, ແຟຣສ) ຫຼື ໝາກສະຕໍເບີລີ້ (ອັງກິດ: strawberry) ແມ່ນສະກຸນໄມ້ດອກໃນວົງກຸຫຼາບ. ລູກສາມາດຮັບປະທານໄດ້. ໃນອະດີດປູກເປັນພືດຄຸມດິນໃຫ້ກັບກົກໄມ້ປູກລ້ຽງອື່ນ ເຊິ່ງອາດເປັນແຫຼ່ງມາຂອງຊື່ກໍເປັນໄດ້. ມີຫຼາຍກວ່າ 20 ແອສະແປດ ແລະມີລູກປະສົມຫຼວງຫຼາຍ ແຕ່ໝາກຟະແລດທີ່ນິຍົມປູກຫຼາຍໃນປັດຈຸບັນກໍແມ່ນໝາກຟະແລດສວນ (Fragaria × ananassa). ຜົນຂອງໝາກຟະແລດມີລົດຊາດຫຼາກຫຼາຍຂຶ້ນຢູ່ກັບສາຍພັນ ມີຕັ້ງແຕ່ລົດຫວານຫາສົ້ມ.

ໝາກຟະແລດເປັນໝາກໄມ້ທາງການຄ້າທີ່ສຳຄັນ. ມີປູກກັນເປັນວົງກວ້າງຫຼາຍສະພາບອາກາດທົ່ວໂລກ.

ອ້າງອີງ[ດັດແກ້]

ແຫຼ່ງຂໍ້ມູນອື່ນ[ດັດແກ້]