ໝາກນັດ

ຈາກ ວິກິພີເດຍ
ໝາກນັດ

ໝາກນັດ (ຊື່ທາງວິທະຍາສາດ: Ananas comosus) ເປັນພືດລົ້ມລຸກຊະນິດໜຶ່ງອັນມີຕົ້ນກຳເນີດມາຈາກບໍລິເວນທະວີບອະເມລິກາໃຕ້. ລຳຕົ້ນມີຂະໜາດສູງປະມານ 80-100 ຊອງຕິແມັດ. ການປູກສາມາດປູກໄດ້ງ່າຍໂດຍການຝັງກົບໜໍ່ຫຼືສ່ວນຍອດຂອງລູກອັນເອີ້ນວ່າ ຈຸກ. ເປືອກຂອງໝາກນັດພາຍນອກມີລັກສະໜະຄ້າຍຄືຕາລ້ອມຮອບລູກ.

ໜ້າຕາຂອງໝາກນັດ[ດັດແກ້]

ໝາກນັດແມ່ນໄມ້ລົ້ມລຸກອາຍຸຫຼາຍປີ. ສູງ 90-100 ຊມ, ມີລຳຕົ້ນຢູ່ໃຕ້ດິນ, ໃບດ່ຽວລຽງສະຫຼັບຊ້ອນກັນຖີ່ຫຼາຍຮອບຕົ້ນ, ກວ້າງ 6.5 ຊມ, ຍາວໄດ້ເຖິງ 1 ແມັດ, ບໍ່ມີກ້ານໃບ, ດອກຊໍ່ອອກແຕ່ກາງຕົ້ນ, ມີດອກຍ່ອຍຈຳນວນຫຼາຍ, ລູກເປັນລູກຮວມຮູບຊົງກະບອກ, ແລະ ມີໃບເປັນກະຈຸກຢູ່ປາຍ.

ໝາກນັດແມ່ນພືດໃບລ້ຽງດ່ຽວອັນສາມາດທົນຕໍ່ສະພາບແວດລ້ອມຕ່າງໆ ໄດ້ດີ. ແມ່ນພືດເສດຖະກິດອັນສຳຄັນ. ເມື່ອຈະເລີນເປັນຜົນແລ້ວຊິຈະເລີນຕໍ່ໄປໂດຍຕາຢູ່ລຳຕົ້ນຊິເຕີບໂຕເປັນຕົ້ນໃໝ່ໄດ້ຕື່ມ, ແລະ ສາມາດດັດແປງເປັນໄມ້ປະດັບໄດ້ອີກນຳ.

ໝາດນັດແບ່ງອອກຕາມລັກສະນະຄວາມເປັນຢູ່ໄດ້ 3 ແບບໃຫຍ່ໆ ຄື ພວກທີ່ມີລະບົບຮາກຫາກິນຢູ່ໃນດິນ, ຫຼືເອີ້ນວ່າໄມ້ດິນ, ພວກກິນຢູ່ຕາມຄາຄົບໄມ້ຫຼືລຳຕົ້ນໄມ້ໃຫຍ່ ໄດ້ແກ່ ໄມ້ອາກາດຕ່າງ ໆ ອັນບໍ່ແຍ່ງຂອງກິນຈາກກົກໄມ້ທີ່ມັນເກາະກິນຢູ່. ພວກນີ້ສ່ວນຫຼາຍຈະເປັນໄມ້ປະດັບ, ແລະພວກທີ່ຈະເລີນເຕີບໂຕເທິງຜາຫີນຫຼືໂຂດຫີນ. ສ່ວນໝາກນັດທີ່ເຮົາໃຊ້ກິນຈັດເປັນໄມ້ດິນ ແຕ່ຍັງມີໜ້າຕາບາງປະການຂອງໄມ້ອາກາດເອົາໄວ້ ແມ່ນ ສາມາດເກັບນ້ຳໄວ້ຕາມຊອກໃບໄດ້ໜ້ອຍມີເຊລລ໌ພິເສດສຳລັບເກັບນ້ຳເອົາໄວ້ໃນໃບ. ເຮັດໃຫ້ທົນທານໃນຊ່ວງແລ້ງໄດ້.

Commons
ຄອມມອນສ໌ ມີຮູບແລະສື່ອື່ນ ໆ ກ່ຽວກັບ :
ໝາກນັດ

ແມ່ແບບ:Wikispecies