ໂຮແມ

ຈາກ ວິກິພີເດຍ
Omero (William Bouguereau, 1874)

ໂຮແມ (ກະເລັກບູຮານ: Ὅμηρος Hómēros ; ອັງກິດ: Homer; ຝຣັ່ງ: Homère) ເປັນນັກແຕ່ງກອນໃນຕຳນານຊາວກະເລັກ ເຊິ່ງເຊື່ອກັນວ່າເປັນຜູ້ແຕ່ງມະຫາກາບເລື່ອງ ອີລຽດ ແລະ ໂອດິດເຊ. ຊາວກະເລັກບູຮານເຊື່ອກັນວ່າໂຮແມເປັນນັກປະຫວັດສາດ ແຕ່ນັກວິຊາການໃນປັດຈຸບັນພັດເບິ່ງໂຮແມດ້ວຍຄວາມຮູ້ສຶກສົງໄສ ຍ້ອນແມ່ນຂໍ້ມູນຊີວະປະຫວັດທີ່ສືບຕໍ່ກັນມາຍາວດົນຫຼາຍ. ອີກທັງໂຕກາບເອງ ກໍເລົ່າແບບປາກຕໍ່ປາກມາດົນນັບສະຕະວັດ ແລະດັດແກ້ໃໝ່ຈົນກາຍມາເປັນກະວີ. ມາຕິນ ເວສຕ໌ ເຊື່ອວ່າ "ໂຮແມ" ບໍ່ແມ່ນຊື່ຂອງກະວີໃນປະຫວັດສາດ ແຕ່ເປັນພຽງຊື່ທີ່ສ້າງຂຶ້ນມາ.