ໂຮງຮຽນ ອະນຸບານ ປະຖົມ ແຕ່ງທອງ

ຈາກ ວິກິພີເດຍ

ໂຮງຮຽນ ອະນຸບານ - ປະຖົມ ແຕ່ງທອງ ມີທີ່ຕັ້ງຢູ່ໃຈກາງເມືອງປາກຊັນ ແຂວງບໍລິຄຳໄຊ ຢູ່ລະຫວ່າງກາງຂອງຕົວເມືອງໃໝ່ ແລະ ຕົວເມືອງເກົ່າ (ຢູ່ໃກ້ກັບຕະຫລາດອິນດູຈີນ ຄິວລົດເມປາກຊັນ) ຈຶ່ງເຮັດໃຫ້ມີເງື່ອນໄຂສະດວກໃນການເດີນທາງພາລູກຫລານມາເຂົ້າໂຮງຮຽນ ອະນຸບານໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 2002 ໃນເບື້ອງຕົ້ນ ມີພຽງແຕ່ລ້ຽງເດັກພຽງຫ້ອງດຽວ ມາຮອດສົກຮຽນປະຈຸບັນນີ້ ມີນັກຮຽນທັງໝົດ 200 ກວ່າຄົນ ປະຖົມໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2007 ໃນເບື້ອງຕົ້ນມີພຽງແຕ່ ປ1 ເຖິງ ປ3 ເທົ່ານັ້ນ ແຕ່ມາຮອດສົກຮຽນ 2012-2013 ນີ້ ມີນັກຮຽນ ຫລາຍກວ່າ 200 ຄົນ ທາວດ້ານບຸກຄະລາກອນ ທາງໂຮງຮຽນໄດ້ຄັດເລືອກເອົາບຸກຄະລາກອນທີ່ມີປະສົບການໃນການສອນ ແລະ ມີຈິດໃຈຮັກອາຊີບຂອງຕົນ