ແລກຄູນ
ແລກຄູນ ຫຼື ໝີລ້າງນ້ຳ ຫຼື ໜູລ້າງນ້ຳ (ອັງກິດ: Raccoon, Common raccoon) ແມ່ນສັດລ້ຽງລູກດ້ວຍນົມຊະນິດໜຶ່ງ ໃນອັນດັບສັດກິນຊີ້ນ. ມີຊື່ທາງວິທະຍາສາດວ່າ Procyon lotor ຢູ່ໃນວົງແລກຄູນ (Procyonidae).
ມີຄວາມຍາວລຳໂຕປະມານ 2 ຟຸດ, ມີຫາງເປັນພວງມີແຖບສີດຳຄາດເປັນປ້ອງໆ ຍາວປະມານ 10 ນິ້ວ. ຂົນຕາມລຳໂຕສີນ້ຳຕານປົນເທົາ. ໃບໜ້າສີຂາວມີແຖບສີດຳຄາດຈາກຕາໄປເປັນແຖບຕະຫຼອດແກ້ມ. ເບິ່ງຄືໂຈນສວມໜ້າກາກ. ແມ່ນສັດທີ່ກະຈາຍພັນໄປທົ່ວໃນທະວີບອະເມລິກາເໜືອແລະອະເມລິກາກາງໃນຫຼາຍພື້ນທີ່ ທັງໃນປ່າ ຫຼືແມ້ນແຕ່ຊຸນຊົນຂອງຜູ້ຄົນ. ແມ່ນສັດທີ່ສາມາດປັບໂຕໄດ້ຢ່າງດີ. ກິນຂອງກິນໄດ້ຫຼາກຫຼາຍ ແບບທັງຊີ້ນແລະຜັກ. ອີກທັງຍັງມັກຢູ່ໃກ້ພື້ນທີ່ຊຸ່ມນ້ຳດ້ວຍການຈັບສັດນ້ຳກິນເປັນຂອງກິນ ເຊັ່ນ ກົບ, ປາ, ກຸ້ງ, ແລະ ປູ ຫຼືເຕົ່າສ່ຳນ້ອຍເປັນຂອງກິນ ຮວມທັງນົກຫຼືແມງປີກແຂງສ່ຳນ້ອຍກິນເປັນຂອງກິນໄດ້ນຳ. ແຕ່ແລກຄູນນັ້ນ ບໍ່ສາມາດລອຍນ້ຳໄດ້ ຈະໃຊ້ວິທີການຈັບໃນນ້ຳຕື້ນໆ ທີ່ຂາຢັ່ງເຖິງແທນ. ໃນຊ່ວງໜ້າແລ້ງທີ່ຂອງກິນຂາດແຄນກໍຈະກິນລູກໄມ້, ໝາກໄມ້, ແລະດອກເຂົ້າໂພດເປັນຂອງກິນ ຫຼືອາດຈະບຸກເຂົ້າໄປໃນບ້ານເຮືອນຂອງຜູ້ຄົນ ຂຸດຄຸ້ຍຫາຂີ້ເຫຍື້ອຫຼືເສດຂອງກິນ ຫຼືແມ້ນກະທັ່ງເປີດຕູ້ເຢັນຫາກິນ.
ແລກຄູນ ແມ່ນສັດທີ່ໃຊ້ຕີນໜ້າໄດ້ຢ່າງຄ່ອງແຄ່ວເໝືອນມືສຳລັບຢິບຈັບຂອງກິນ ອັນສາມາດເຮັດໄດ້ເຖິງຂະໜາດຄາຍປົມເຊືອກ ແລະຍັງເປັນສັດທີ່ມີການກະທຳແປກ ຄື ກ່ອນທີ່ຈະກິນຂອງກິນ ມັກຈະນຳໄປລ້າງນ້ຳເສຍກ່ອນ ຈຶ່ງມີຄວາມເຊື່ອວ່າແມ່ນສັດຮັກສະອາດ ແຕ່ຄວາມແທ້ຈິງແລ້ວນັ້ນ ແມ່ນການກະທຳທີ່ຈະນວດຂອງກິນໃຫ້ນິ່ມເສຍກ່ອນ ກ່ອນທີ່ຈະກິນ.
ແລກຄູນ ແມ່ນສັດທີ່ປີນກົກໄມ້ເກັ່ງ. ເຮັດຮັງຢູ່ເທິງຍອດໄມ້ແລະໃຊ້ເວລາສ່ວນໃຫຍ່ຢູ່ເທິງກົກໄມ້. ໃນຍາມກາງວັນຈະນອນຂົດຢູ່ຕາມພົງໄມ້ ຫຼືຊອກຫີນ ຫຼືນອນຕາກແດດຢູ່ໃນຮັງ.ໃນຕອນກາງຄືນຈະອອກຫາກິນ ໂດຍໃຊ້ເສ້ນທາງເກົ່າ ແລະມັກຈະໃຊ້ເສ້ນທາງທີ່ເປັນພື້ນແຂງ ເພື່ອບໍ່ໃຫ້ມີຮອຍຕີນ.
ໂຕເມຍອອກລູກເທື່ອລະ 4-6 ໂຕ ໃນໂພງໄມ້. ໃນຊ່ວງໜ້າໜາວທີ່ຫິມະຕົກແລະຂອງກິນຂາດແຄນ ແລກຄູນຈະໃຊ້ເວລາຊ່ວງນີ້ໃນການຈຳສີນຊົ່ວລະດູການ.
ແລກຄູນ ແມ່ນສັດທີ່ເປັນຕາຮັກ ຈຶ່ງມີຄົນນຳມາລ້ຽງເປັນສັດລ້ຽງ ອີກທັງຂົນແລະໜັງມີຄວາມໜານຸ່ມແລະສີງາມ ຈຶ່ງມີການລ່າເພື່ອເຮັດເປັນເສື້ອຂົນສັດອີກນຳ.