ເຮືອດຳນ້ຳ

ຈາກ ວິກິພີເດຍ
ເຮືອດຳນ້ຳໂຮນລັງ

ເຮືອດຳນ້ຳ (ອັງກິດ: submarine, ຝະລັ່ງ: sous-marin) ແມ່ນເຮືອທີ່ໃຊ້ໃນສົງຄາມ ສ້າງຈາກເຫຼັກແຕ່ມີຄວາມສາມາດໃນການເຄື່ອນທີ່ພາຍໃຕ້ຜິວນ້ຳ. ເຮືອດຳນ້ຳ ຖືກນຳມາໃຊ້ໃນການສົງຄາມແລະການຄົ້ນຄວ້າສຳຫຼວດໃຕ້ທະເລເລິກໃນບໍລິເວນທີ່ມະນຸດບໍ່ສາມາດດຳລົງໄປໄດ້ດ້ວຍການສວມພຽງຊຸດດຳນ້ຳ ດ້ວຍຄຸນະສົມບັດທີ່ພິເສດເໜືອກວ່າຍານພາຫະນະຊະນິດອື່ນ ແມ່ນ ມັນສາມາດທີ່ຈະຢູ່ໄດ້ທັງເທິງຜິວນ້ຳແລະໃຕ້ນ້ຳ.

ປະຫວັດສາດ[ດັດແກ້]

ນັບຕັ້ງແຕ່ ປີ ຄ.ສ. 1620 ທີ່ເຮືອດຳນ້ຳລຳທຳອິດຖືກສ້າງຂຶ້ນມາ ຂະນະນັ້ນເຮືອດຳນ້ຳສາມາດຈຸຄົນໄດ້ພຽງ 12 ຄົນ ດຳນ້ຳໄດ້ເລິກພຽງ 4.5 ແມັດ ແລະເຄື່ອນທີ່ໃຕ້ນ້ຳໄດ້ພຽງ 8 ກິໂລແມັດກ່ອນທີ່ຈະຕ້ອງຂຶ້ນສູ່ຜິວນ້ຳ. ປັດຈຸບັນເຮືອດຳນ້ຳສາມາດຈຸຄົນໄດ້ເຖິງ 150 ຄົນ ສາມາດຢູ່ໃຕ້ນ້ຳໄດ້ດົນນັບເດືອນ ດ້ວຍຂະໜາດທີ່ໃຫຍ່ໂຕຈົນສາມາດຈຸຄົນໄດ້ຫຼາຍຂະໜາດນີ້.

ການອອກແບບ[ດັດແກ້]

ເຮືອດຳນ້ຳຖືກອອກແບບມາເພື່ອໃຫ້ສາມາດຢູ່ໃນນ້ຳເລິກໄດ້ ດ້ວຍໂຕລຳເຮືອທີ່ຖືກອອກແບບໃຫ້ມີຜະໜັງສອງຊັ້ນ ເປັນສ່ວນນຶ່ງທີ່ເຮັດໃຫ້ລູກເຮືອສາມາດຢູ່ໃນເຮືອໄດ້ຢ່າງປົກກະຕິ ເຖິງແມ່ນຈະຢູ່ໃນລະດັບຄວາມເລິກຫຼາຍພຽງໃດກໍຕາມ ແລະສາມາດຢູ່ໄດ້ດົນຈົນກວ່າອາກາດແລະອາຫານຈະບໍ່ພຽງພໍ.

ອ້າງອີງ[ດັດແກ້]