ເອໂຄໂນເມທຣິກ

ຈາກ ວິກິພີເດຍ

ໂດຍທົ່ວໄປ ເອໂຄໂນເມທຣິກ (ພາສາອັງກິດ: econometrics) ແມ່ນຂະແໜງວິຊາໜຶ່ງໃນເສດຖະສາດ ທີ່ນຳໃຊ້ ຄະນິດສາດ, ສະຖິຕິ ແລະ ຄອມພິວເຕີ ໃນການຄົ້ນຄວ້າປະກົດການທາງດ້ານເສດຖະກິດ. ວັດຖຸປະສົງຫຼັກຂອງເອໂຄໂນເມທຣິກ ແມ່ນ ທົດສອບສົມມຸດຕິຖານໃນເສດຖະສາດ ໂດຍສະຖິຕິຂອງປະກົດການທີ່ເກີດຂຶ້ນໃນຕົວຈິງ. ນອກຈາກນີ້ ມັນຍັງມີການນຳໃຊ້ເອໂຄໂນເມທຣິກໃນການຄາດຄະເນປະກົດການທາງດ້ານເສດຖະກິດ ເຊິ່ງອາດຈະເກີດຂຶ້ນໃນອະນາຄົດ ໂດຍການສ້າງແບບຈຳລອງ (model) ເຊັ່ນ ແບບຈຳລອງເສດຖະກິດມະຫາພາກ (macroeconomic model) ທີ່ບັນດາສະຖາບັນຄົ້ນຄວ້າທາງດ້ານເສດຖະກິດ, ອົງກອນມະຫາພາກໃນຫຼາຍໆປະເທດມັກນຳໃຊ້ ເພື່ອຄາດຄະເນການຂະຫຍາຍຕົວທາງດ້ານເສດຖະກິດ ລວມທັງ ເພື່ອເປັນບ່ອນອ້າງອີງໃນການສ້າງນະໂຍບາຍເສດຖະກິດ.