ເລີ້ງເຄີ້ງ

ຈາກ ວິກິພີເດຍ
ເລີ້ງເຄີ້ງ

ເລີ້ງເຄີ້ງ ຫຼື ຄວ້ານໝໍ້ ຫຼື ມຸງກຸດຫຼວງພະບາງ ແມ່ນເຄື່ອງປະດັບ ເຊິ່ງໃນສະໄໝບູຮານຍິງສາວຜູ້ສູງສັກເທົ່ານັ້ນທີ່ຈະໃຊ້ໃນພິທີສໍາຄັນ. ແຕ່ພາຍຫຼັງ ປີ 1975 ເປັນຕົ້ນມາ ແມ່ນໄດ້ຮັບຄວາມນິຍົມ ແລະ ຖືກນໍາໃຊ້ຢ່າງກວ້າງຂວາງ, ໂດຍສະເພາະແມ່ນໃຊ້ເປັນເຄື່ອງອາພອນໃຫ້ແກ່ນາງສັງຂານ. ມີພຽງແຕ່ ນາຍຊ່າງຜູ້ໄດ້ຮັບການຝຶກຝົນ ແລະ ສືບທອດມາເທົ່ານັ້ນ ຈຶ່ງຈະສາມາດເກົ້າຜົມແລ້ວປະດັບເລີ້ງເຄີ້ງ ໃຫ້ອອກມາງາມສະຫງ່າຕາມແບບດັ້ງເດີມຂອງຫຼວງພະບາງ.

ໂຕເລີ້ງເຄີ້ງຈະເຮັດດ້ວຍຄໍາທັງຫມົດ ເຊິ່ງຕີເປັນລວດລາຍທີ່ອ່ອນຊ້ອຍ, ທາງຊັ້ນໃນຮອງດ້ວຍຜ້າໄໝເນື້ອດີ, ແລະ ໃນເວລາຈະໃຊ້ມີການຕໍ່າດອກຮັກສອງຊັ້ນນໍາອີກ.

ຄວາມເປັນມາ[ດັດແກ້]

ເລີ້ງເຄີ້ງຖືກປະດິດຂື້ນ ເພື່ອໃຊ້ສວມເທິງພະສຽນຂອງເຈົ້າຍິງ ແລະແມ່ຍິງຈາກລາຊະຕະກູນຊັ້ນສູງຂອງພະລາຊະສຳນັກຫຼວງພະບາງ, ເຊິ່ງຈະໃຊ້ສະຫຼອງພະອົງ ໃນງານພະລາຊະພິທີ ອະພິເສກສົມລົດ, ນາງສັງຂານ ອັນເປັນທີ່ນິຍົມຊົມຊື່ນຂອງສາວແລກລຸ້ນ, ມີຄວາມລຽບງ່າຍ, ນ້ຳໜັກເບົາກວ່າ ຖ້າທຽບໃສ່ພະລາຊະມຸງກຸດເກດສະດາໃນຍຸກດຶກດຳບັນ, ແຕ່ຈະຄົງຄວາມຫຼູຫຼາ ແລະເຫັນເດັ່ນເປັນສະຫງ່າ ດ້ວຍລວດລາຍອັນວິຈິດງົດງາມຕາ ທີ່ມີແສງແວວວາວຈາກເສັ້ນດ້າຍລິ້ມທອງຄຳ, ພະລາຊະສຳນັກຫຼວງພະບາງ ແມ່ນນຳເຂົ້າລິ້ມເງິນ, ລິ້ມທອງ ຈາກປະເທດອິນເດຍເປັນສ່ວນໃຫຍ່, ເຊິ່ງໃນປັດຈຸບັນ ຈະບໍ່ມີຂີດຈຳກັດທາງຊົນຊັ້ນ ໃນການແຕ່ງກາຍຂອງແຕ່ລະຄົນ.