ເຊື້ອໄຟ

ຈາກ ວິກິພີເດຍ
ຟືນເຊິ່ງແມ່ນເຊື້ອໄຟອັນທຳອິດ ທີ່ມະນຸດຊາດເລີ່ມໃຊ້ ຍັງແມ່ນ ແຫຼ່ງພະລັງງານຫຼັກ ຂອງ ໂລກຢູ່ (2007).

ເຊື້ອໄຟ ແມ່ນ ວັດຖຸທີ່ສາມາດປ່ຽນເປັນ ພະລັງງານໄດ້ ໂດຍການເຜົາໄໝ້ ຫຼື ວິທີການອື່ນໆ.[1] ເຊື້ອໄຟ ຈະປົດປ່ອຍພະລັງງານ ໂດຍ ຜ່ານ ປະຕິກິລິຍາທາງເຄມີ ເຊັ່ນ ການເຜົາໄໝ້, ຫຼື ໃນທາງນິວເຄລຍ ເຊັ່ນ ນິວເຄລຍຟິສເຊິນ ຫຼື ນິວເຄລຍຟິວເຊິນ. ຄຸນລັກສະນະສຳຄັນ ຂອງ ເຊື້ອໄຟທີ່ມີປະໂຫຍດ ແມ່ນ ມັນສາມາດຖືກເກັບຮັກສາ ແລະ ນຳມາໃຊ້ໃນເວລາຕ້ອງການໄດ້ ແລະ ພາຍໃຕ້ ການຄວບຄຸມໄດ້.

ທຸກໆ ຊີວະພາບກັກບອນ ແຕ່ ຈຸນລະຊີບ ຈົນຮອດ ສັດ ແລະ ຄົນ ລ້ວນແລ້ວແຕ່ອີງໃສ່ ເຊື້ອໄຟເພື່ອເປັນແຫຼ່ງພະລັງງານ. ຈຸລັງ ຂອງ ຊີວະພາບເຫຼົ່ານີ້ ຈະ ຫັນປ່ຽນ ອາຫານ ຫຼື ແສງຕາເວັນ ໃຫ້ກາຍເປັນ ສະພາວະທີ່ສາມາດຊົມໃຊ້ ເພື່ອດຳລົງໍຊີວິດຕໍ່ໄດ້.[2] ນອກຈາກນີ້​ ມະນຸດຊາດ ຍັງໃຊ້ຫຼາຍໆວິທີການ ເພື່ອ ຫັນປ່ຽນ ພະລັງງານ ຈາກສະພາວະໜຶ່ງ ໄປຫາ ສະພາວະອື່ນ ເພື່ອໃຊ້ ຢູ່ ພາຍນອກຮ່າງກາຍຕົນເອງອີກ. ຕົວຢ່າງເຊັ່ນ ການດັງໄຟຄົວກິນ, ສ້າງພະລັງງານໄຟຟ້າ ແລະອື່ນໆ.

ແຫຼ່ງພະລັງງານ[ດັດແກ້]

ເຄມີ[ດັດແກ້]

ແມ່ນ ທາດທີ່ໃຫ້ພະລັງງານ ໂດຍ ປະຕິກິລິຍາກັບ ທາດອື່ນຢູ່ອ້ອມຂ້າງ ສ່ວນຫຼາຍ ໃນຂະບວນການ ອົກຊີດີເຊເຊິນ (oxidization).

ເຊື້ອໄຟຊີວະພາບ[ດັດແກ້]

ເຊື້ອໄຟຊີວະພາບ ແມ່ນ ທາດແຂງ, ທາດແຫຼວ ແລະ ທາດອາຍ ທີ່ປະກອບດ້ວຍ ຫຼື ສ້າງຂຶ້ນຈາກ ໄບໂອມາສ. ໄລຍະຫຼັງ ເຊື້ອໄຟຊີວະພາບ ໄດ້ຖືກພັດທະນາໃຫ້ ໃຊ້ໄດ້ ໂດຍ ຍານພາຫະນະ ເຊັ່ນ ເຊື້ອໄຟ E10).

ເຊື້ອໄຟຟອສຊີລ[ດັດແກ້]

ເຊື້ອໄຟຟອສຊີລ ແມ່ນ ຮີໂດຣກັກບອນ ເຊັ່ນ ຖ່ານຫີນ ນໍ້າມັນ ຫຼື ອາຍເກັສ ທີ່ ປະກອບຂຶ້ນ ຈາກ ຟອສຊິລ ຂອງ ຊາກພືດ ແລະ ສັດ.[3] by ທີ່ຖືກ ຄວາມຮ້ອນ ແລະ ຄວາມກົດດັນ ໃນ ຜິວໂລກ ເປັນເວລາດົນນານ.[4]

ນິວເຄລຍ[ດັດແກ້]

ເຊື້ອໄຟນິວເຄລຍ ແມ່ນ ວັດຖຸ ທີ່ສາມາດປົດປ່ອຍ ພະລັງງານນິວເຄລຍ.

ຟິສເຊິນ[ດັດແກ້]

ກ້ອນເຊື້ອໄຟນິວເຄລຍ ຖືກໃຊ້ ເພື່ອ ສ້າງພະລັງງານນິວເຄລຍ.

ແມ່ນ ການສ້າງພະລັງງານ ໂດຍ ການແຍກແກນ ຂອງ ໂມລະກຸນ ທາດ (ໜັກ) ອອກເປັນ ແກນ ທາດທີ່ເບົາກ່ວາ. ໃນຂະບວນການດັ່ງກ່າວ ຈະເກີດມີການປົດປ່ອຍ ພະລັງງານອັນມະຫາສານ.

ຟິວເຊິນ[ດັດແກ້]

ແມ່ນ ການສ້າງພະລັງງານ ໂດຍ ການປະກອບ ແກນ ຂອງ ໂມລະກຸນ ທີ່ເບົາກ່ວາເຂົ້າກັນ ເຊິ່ງ ແມ່ນຂະບວນການກົງກັນຂ້າມກັບ ຟິສເຊິນ. ປະຈຸບັນ ມະນຸດຊາດ ຍັງບໍ່ຜະລິດພະລັງງານ ໂດຍ ວິທີການດັ່ງກ່າວຢ່າງສົມບູນເທື່ອ ແຕ່ ມັນແມ່ນ ແຫຼ່ງພະລັງງານຫຼັກ ຂອງ ຕາເວັນ ເຊິ່ງ ແມ່ນ ວິທີການສ້າງພະລັງງານ ແຫ່ງຄວາມຫວັງອັນໜຶ່ງ ຂອງມະນຸດຊາດ.

ອ້າງອີງ[ດັດແກ້]

  1. "Fuels". World Encyclopedia. Oxford University Press. 2005. Retrieved 2007-9-12. {{cite encyclopedia}}: Check date values in: |accessdate= (help)
  2. "Metabolism," Encyclopaedia Britannica, retrieved August 17, 2006.
  3. Dr. Irene Novaczek. "Canada's Fossil Fuel Dependency". Elements. Archived from the original on 2019-09-04. Retrieved 2007-01-18.
  4. "Fossil fuel". EPA. Archived from the original on 2007-03-12. Retrieved 2007-01-18.