ເຂື່ອນເຊເສັດ

ຈາກ ວິກິພີເດຍ

ເຂື່ອນເຊເສັດ ແມ່ນ ເຂື່ອນໄຟຟ້າຂະໜາດໃຫຍ່ແຫ່ງໜຶ່ງ ຕັ້ງຢູ່ ເມືອງເລົ່າງາມ ແຂວງສາລະວັນ ປະເທດລາວ ໂຄງການພັດທະນາແຫຼ່ງຜະລິດພະລັງງານນໍ້າຕົກຂອງເຂື່ອນໄຟຟ້າເຊເສັດ1

ໄດ້ເລີ່ມສຶກສາເກັບກໍາຂໍ້ມູນ ແລະ ສັງລວມເບື້ອງຕົ້ນ 10 ກວ່າປີແລ້ວ. ເລີ່ມຕົ້ນມາແຕ່ປີ 1984 ຫຼາຍວິທີການໄດ້ຖຶກນໍາມາສຶກສາຄົ້ນຄວ້າ, ແຕ່ໃນທີ່ສຸດແລ້ວວິທີທີ່ມີປະສິດທີ່ພາບກວ່າໝູ່

ແມ່ນການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ເຊິ່ງ ມີກໍາລັງຕິດຕັ້ງ 45 MW ໃນເດືອນຕຸລາປີ 1988 ສັນຍາກໍ່ສ້າງໂຮງຈັກໄຟຟ້ານໍ້າຕົກໄດ້ຖຶກເຊັນຂື້ນຊຶ່ງຫ່າງຈາກຕົວເມືອງສາລະວັນໄປທາງທິດຕາ

ເວັນຕົກສ່ຽງໃຕ້ປະມານ 35 ກິໂລແມັດ ແລະຫ່າງຈາກຕົວເມືອງປາກເຊປະມານ 85 ກິໂລແມັດ, ເຂື່ອນໄຟຟ້າເຊເສັດແມ່ນເຂື່ອນແຫ່ງທໍາອິດ ຕາມການວາງແຜນໃນສາຍນໍ້າເຊເສັດ. ຕົວເຂື່ອນ

ເຊເສັດ-1 ຕັ້ງຢູ່ເບື້ອງລຸ່ມຂອງເຂື່ອນໄຟຟ້າເຊເສັດ-2 (ໂຮງຈັກ 2). ເຂື່ອນໄຟຟ້າເຊເສັດ-1 ເປັນເປັນເຂື່ອນປະເພດຝ່າຍນໍ້າລົ້ນ.


ໂຄງການກໍ່ສ້າງເຂື່ອນໄຟຟ້າເຊເສັດ -1[ດັດແກ້]

ເຂື່ອນໄຟຟ້າເຊເສັດ-1 ໄດ້ເລີ່ມກໍ່ສ້າງໃນປີ 1998 ແລະ ສໍາເລັດໃນປີ 1991 ທຶນທີ່ໃຊ້ໃນການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກນີ້ແມ່ນ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກອົງການສະຫະປະຊາຊາດ ເພື່ອ

ການພັດທະນາ (UNDP)ແລະ ລັດຖະບານ ສປປລາວ ໄດ້ກູ້ຢືມຈາກທະນາຄານພັດທະນາອາຊີ (SIDA) ແລະ ລັດຖະບານນໍເວ (NORWAY) ໂຄງການເຂື່ອນໄຟຟ້ານໍາຕົກເຊເສັດ-1 ໄດ້

ນໍາໃຊ້ລໍານໍ້າດັ່ງກ່ວາປະມານ 1.5 Km ແລະ ລະດັບນໍ້າຕົກສູງ 157 m ຍ້ອນວ່າໂຄງການນີ້ ມີອ່າງເກັບນໍ້າແບບຈໍາກັດ. ພະລັງງານທີ່ຜະລິດໄດ້ແມ່ນປ່ຽນແປງໄປຕາມປະລິມານນໍ້າໃນແຕ່

ລະມື້ ແລະ ອ່າງເກັບນໍ້າແມ່ນເຮັດດ້ວຍເບຕຣົງ.ພະລັງງານທີ່ຜະລິດໄດ້ແມ່ນສະໜອງໃຫ້ແກ່ ແຂວງສາລະວັນ, ແຂວງເຊກອງ, ແຂວງຈໍາປາສັກແລະ ສ່ວນທີ່ເຫຼືອແມ່ນສົ່ງຂາຍໃຫ້ກັບປະ

ເທດໄທ.

ປະເພດເຄື່ອງກຳເນີດໄຟຟ້າ ແລະ ກໍາລັງການຜະລິດ[ດັດແກ້]

ໂຮງຈັກຂອງເຂື່ອນໄຟຟ້າເຊເສັດ-1 ມີເຄີື່ອງຜະລິດໄຟຟ້າຢູ່ 5 ໜ່ວຍ,ມີກໍາລັງຕິດ ຕັ້ງ 45MW, ສະເລ່ຍພະລັງງານໄຟຟ້າ 180 Gwh/y. ເຊິ່ງປະກອບດ້ວຍ: • ເຄື່ອງຜະລິດໄຟຟ້າໜ່ວຍ

ທີ 1 ແລະ 2 ມີກໍາລັງຕິດຕັ້ງໜ່ວຍລະ 3 MW. • ເຄື່ອງຜະລິດໄຟຟ້າໜ່ວຍທີ 3, 4 ແລະ 5 ມີກໍາລັງຕິດຕັ້ງໜ່ວຍລະ 13 MW.

  + ປະເພດຂອງເຄື່ອງກຳເນີດໄຟຟ້າທີ່ໃຊ້ເຂົ້າໃນການຜະລິດພະລັງງານມີຄື:
  - ມີກົງຫັນນ້ຳແບບຟຣານຊິສແກນນອນ (Francis turbine) ໃຊ້ກັບ Gen ເບີ 1 ແລະ ເບີ 2 ເຊິ່ງເປັນ Gen ຂະໜາດນ້ອຍ, ອັດຕານ້ຳໄຫຼຜ່ານກົງຫັນ 2.25 m³/s,                       ຄວາມໄວຮອບປິ່ນ 600 ຮອບ/ນາທີ , ແຮງ ດັນທີ່ຜະລິດອອກ 11000 V, ກະແສ 192 A, ມີກະແສອອຍຕ່າງ  (Excitation 70V , 4,2A), ຄວາມຖີ່ 50 Hz.
  - ມີກົງຫັນນ້ຳແບບຟຣານຊິສແກນຕັ້ງ (Francis turbine) ໃຊ້ກັບ Gen ເບີ 3, 4 ແລະ 5 ເຊິ່ງເປັນ Gen ຂະໜາດໃຫ່ຍ, ອັດຕານ້ຳຜ່ານກົງຫັນ 9.75 m3/s,                       ຄວາມໄວຮອບປິ່ນ 750 ຮອບ/ນາທີ,
   ແຮງດັນທີ່ ຜະລິດອອກ 11000V, ກະແສ 840A, ມີກະແສອອຍເອງ (Excitation 120V, 990A), ຄວາມຖີ່ 50 Hz.
  -ລວງສູງນ້ຳຕົກທີ່ໃຊ້ສໍາລັບແລ່ນຈັກແມ່ນ : 157 m.
  -ນໍ້າທີ່ໄຫຼຜ່ານ Turbine ລວມຈັກ 5 ໜ່ວຍມີຢູ່ 33.75  m3/s.

ປະລິມານນ້ຳຂອງເຂື່ອນເຊເສັດ -1[ດັດແກ້]

   ເຂື່ອນໄຟຟ້າເຊເສັດ-1 ມີເນື້ອທີ່ອ່າງໂຕ່ງນໍ້າ 325 km², ມີປະລິມານນ້ຳຂຶ້ນຫຼາຍທີ່ສຸດແມ່ນຢູ່ລະດັບທີ່ 482.00 masl, ເກັບກັກນໍ້າໄດ້ທັງໝົດປະມານ 370.000 m3                               ແລະ ມີປະລິມານນໍ້າຕໍ່າສຸດແມ່ນຢູ່ທີ ລະດັບ 478.00 masl, ເກັບກັກນໍ້າໄດ້ 70,000 m2 ແລະ ຈະມີປະລິມານນໍ້າຝົນສູງສຸດຢູ່ທີ່ລະດັບ 1500 mm ແລະ ລະດັບນໍ້າຝົນຕໍ່າສຸດ                       ແມ່ນຢູ່ທີ່ລະດັບ 1000 mm.

ເອກະສານອ້າງອີງ[ດັດແກ້]

  • ລົງສຶກສາຂໍ້ມຼນທີ່ເຂື່ອນເຂເສັດ