ຮ້ານອາຫານ

ຈາກ ວິກິພີເດຍ
ທາງໃນຮ້ານອາຫານ

ຮ້ານອາຫານ, ໂຮງເຂົ້າແກງ, ຫຼື ພັດຕະຄານ ແມ່ນຮ້ານຄ້າທີ່ຄອຍເຝົ້າບໍລິການຂອງກິນຕາມຄວາມຕ້ອງການຂອງລູກຄ້າ. ທອມ ພາວເວີ້ຣ໌ ໃຫ້ຄວາມໝາຍຂອງ "ຮ້ານອາຫານ" ຫຼື "restaurant" ດັ່ງນີ້: ຄຳທີ່ເວົ້າວ່າ "restaurant" ແມ່ນມາຈາກພາສາຝຣັ່ງ ອັນໝາຍເຖິງ ການໃຫ້ແຮງກຳລັງງານ (restorer of energy) ໂດຍໃຊ້ຄຳເວົ້ານີ້ມາຕັ້ງແຕ່ຕົ້ນປີ 1700 ເພື່ອຊີ້ແຈງເຖິງບ່ອນໃຫ້ບໍລິການນ້ຳສຸບ ແລະ ເຂົ້າຈີ່. ບັດດຽວນີ້ ຄຳວ່າຮ້ານອາຫານ ແມ່ນຄຳທີ່ໃຊ້ເອີ້ນບ່ອນສາທາລະນະອັນມີການຈັດກຽມສະບຽງອາຫານສຳລັບຜູ້ກິນ ຫຼື ຂອງກິນນອກບ່ອນ. ເດັນນິສ ເອລ ຟອສເຕີ້ຣ໌ ໄດ້ບອກກ່າວໄວ້ວ່າ ມີຄຳເຄົ້າມາຈາກພາສາລາແຕັງແມ່ນ "restaurabo" ອັນແປວ່າ "ຂ້ອຍມາຕື່ມໃຫ້ເຕັມອິ່ມ."