ຮອບບິດ (ປຶ້ມ)

ຈາກ ວິກິພີເດຍ

ເດອະຮອບບິດ (ຊື່ພາສາອັງກິດ "The Hobbit" ຫຼືອີກຊື່ໜຶ່ງວ່າ "There and Back Again") ແມ່ນນິຍາຍແຟນຕາຊີສຳລັບເດັກ, ປະພັນໂດຍເຈ. ອາຣ໌. ອາຣ໌. ໂທລຄີນ ໃນລັກສນະກຶ່ງເທບນິຍາຍ. ໂທລຄີນຂຽນເລື່ອງນີ້ໃນຮາວຊ່ວງປາຍທົດສະວັດທີ່ 1920 ໂດຍທຳອິດລາວພຽງໃຊ້ເລົ່າເປັນນິທານມ່ວນໆ ໃຫ້ລູກຟັງ ກັບໃຊ້ເຫຼິ້ນຄຳໃນພາສາຕ່າງໆ ທີ່ລາວສົນໃຈ ໂດຍສະເພາະພາສາອັງກິດບູຮານ. ນິຍາຍເລື່ອງນີ້ໄດ້ຕີພິມເທື່ອທຳອິດໃນປະເທດອັງກິດ ເມື່ອວັນທີ່ 21 ກັນຍາ ຄ.ສ.1937. ເຫດການໃນເລື່ອງ ເດອະຮອບບິດ ຢູ່ໃນຍຸກກ່ອນເກີດເຫດການໃນເດອະລອຣ໌ດອອຟເດອະຣິງສ໌. ເນື້ອຫາກ່ຽວກັບການປະຈົນໄພຂອງຮອບບິດທີ່ຊື່ບິລໂບ ແບັກກິ້ນສ໌ ໄປຍັງດິນແດນຕາເວັນອອກໃນມິດເດິລເອີຣ໌ທກັບໝູ່ ໆ ຄົນແຈ້ ແລະໝໍມົດຊື່ແກນດັລ໌ຟ. ລະຫວ່າງທາງລາວໄດ້ພໍ້ເລື່ອງແປກປະຫຼາດຫຼາຍຫຼວງ. ຈົນໃນທ້າຍທີ່ສຸດໄດ້ຕໍ່ສູ້ນຳມັງກອນສະມັອກ ແລະໄດ້ຮັບຊັບສົມບັດຈຳນວນຫຼາຍເມືອມາ. ເດອະຮອບບິດ ປະສົບຄວາມສຳເລັດຢ່າງສູງຈົນສຳນັກພິມຕ້ອງພິມຊ້ຳແລ້ວຊ້ຳອີກ ແລະສົ່ງຈົດໝາຍມາຂໍໃຫ້ໂທລຄີນຟ້າວສົ່ງນິຍາຍກ່ຽວກັບ "ຮອບບິດ" ໄປໃຫ້ພິຈາລະນາຕື່ມໂດຍໄວ, ອັນເປັນຕົ້ນກຳເນີດຂອງງານຂຽນຊິ້ນຕໍ່ມາຂອງໂທລຄີນທີ່ປະສົບຄວາມສຳເລັດແຮງກວ່າ ແມ່ນເລື່ອງ "ເດອະລອຣ໌ດອອຟເດອະຣິງສ໌". ປະຈຸບັນ ເດອະຮອບບິດ ໄດ້ແປເປັນພາສາຕ່າງໆ ແລ້ວຫຼາຍກວ່າ 40 ພາສາ ແລະຕິດອັນດັບປຶ້ມຂາຍດີ ໂດຍມີຍອດຈຳໜ່າຍທົ່ວໂລກຮວມແລ້ວກວ່າ 90 ລ້ານຫົວ[1]

ໂຄງເລື່ອງ[ດັດແກ້]

ໝໍມົດແກນດັລ໌ຟ ແກ້ງຫຼອກບິລໂບ ແບັກກິ້ນສ໌ ຮອບບິດຄົນໜຶ່ງໃຫ້ຈັດງານລ້ຽງຕ້ອນຮັບທໍຣິນ ນຳໝູ່ຄົນແຈ້ຂອງລາວ ທີ່ພວມກະກຽມການເດີນທາງໄປຍັງພູໂລນລີ້ເພື່ອຊິງອານາຈັກ ແລະ ຊັບສົມບັດຂອງພວກຕົນຄືນຈາກມັງກອນສະມັອກ. ລະຫວ່າງງານລ້ຽງ ແກນດັລ໌ຟຈິ່ງເຜີຍແຜນທີ່ເສ້ນທາງລັບໃນເທືອກພູ ແລະ ເກ້ຍກ່ອມໃຫ້ບິລໂບເຂົ້າຮ່ວມການເດີນທາງໄປນຳໃນຖານະ "ຫົວຂະໂມຍຜູ້ເກັ່ງກາດ" ພວກຄົນແຈ້ເຫັນພ້ອງນຳ. ສ່ວນບິລໂບຕົກກະໄດພອຍໂຈນເຂົ້າຮ່ວມການເດີນທາງໄປແບບງຸນງງ.

ທັງຄະນະເດີນທາງເຂົ້າໄປໃນປ່າ. ໄດ້ພໍ້ກັບພວກໂທຣລລ໌, ຊຶ່ງແກນດັລ໌ຟມາຊ່ອຍໄວ້ໄດ້ທັນ ແລ້ວຈິ່ງເດີນທາງເຂົ້າໄປໃນເທືອກພູມິສຕີ້. ພວກກໍບຼິນຈັບຕົວພວກເຂົາໄວ້ໄດ້. ແກນດັລ໌ຟຕາມມາຊ່ອຍອີກຕື່ມແຕ່ທັງຄະນະກໍ່ແຕກກະຈາຍຫາກັນບໍ່ພົບ. ບິລໂບຫຼົງຈາກກຸ່ມ ລາວເກັບແຫວນວົງໜຶ່ງໄດ້ລະຫວ່າງທາງ ແລະ ໄດ້ພົບກັບກອລລັມ, ສັດປະຫຼາດຮູບຮ່າງຂີ້ຮ້າຍທີ່ອາໄສຢູ່ໃຕ້ເທືອກພູ ຊຶ່ງທ້າໃຫ້ລາວຫຼິ້ນເກມທາຍບັນຫາບໍ່ເຊ່ນນັ້ນຊິຂ້າເສຍ. ບິລໂບໃຊ້ແຫວນວິເສດຫຼົບລີ້ອອກມາໄດ້ຈົນມາພໍ້ພວກຄົນແຈ້ອີກເທື່ອ. ແລ້ວທັງໝົດຈິ່ງເດີນທາງຕໍ່ເຂົ້າໄປໃນປ່າທຶບແຫ່ງເມີຣ໌ຄວູ້ດຕາມລຳພັງໂດຍບໍ່ມີແກນດັລ໌ຟ. ບິລໂບໄດ້ຊ່ອຍເຫຼືອພວກຄົນແຈ້ຈາກແມງມຸມຍັກ ແລະ ຊ່ອຍພວກເຂົາຫຼົບລີ້ຈາກຄຸກຂອງພວກເອລຟ໌ປ່າໄດ້ອີກຕື່ມ, ເຮັດໃຫ້ກາຍເປັນທີ່ນິຍົມນັບຖືຫຼາຍ.

ເມື່ອເດີນທາງໄປໃກ້ພູໂລນລີ້ ທັງໝົດເຂົ້າໄປຮອດອານາຈັກມະນຸດມໍ່ເລຄທາວນ໌ ເຊິ່ງຕ້ອງການຄວາມຊ່ວຍເຫຼືອຈາກພວກຄົນແຈ້ໃຫ້ຂ້າມັງກອນສະມັອກ. ເມື່ອພວກເຂົາໄປຮອດໄດ້ພໍ້ປະຕູລັບເຂົ້າໄປໃນພູ ບິລໂບລອບເຂົ້າໄປໃນຮັງມັງກອນແລະລັກຈອກຄຳອອກມາ, ພ້ອມກັບສືບຮູ້ຈຸດອ່ອນຂອງມັງກອນ. ຝ່າຍມັງກອນ, ເມື່ອຮູ້ໂຕ, ກໍໄປເຜົາເມືອງເລຄທາວນ໌ຍ້ອນຄຶດວ່າຊາວເມືອງໃຫ້ຄວາມຊ່ວຍເຫຼືອຜູ້ບຸກລຸກ. ບິລໂບໃຫ້ຂໍ້ມູນແກ່ບາຣ໌ດ ນັກທະນູ ເຮັດໃຫ້ລາວສັງຫານມັງກອນລົງໄດ້.

ຄົນແຈ້ຟ້າວໄປຍຶດເມືອງໃນເທືອກເຂົາຄືນ. ບິລໂບຈວບເພັດອາຣ໌ເຄນສະໂຕນແລ້ວແອບເກັບເອາໄວ້ຄົນດຽວ. ຝ່າຍເອລຟ໌ແລະມະນຸດຊາວເລຄທາວນ໌ຮຽກຮ້ອງຂໍຄ່າຊົດເຊີຍຄວາມເສຍຫາຍແລະສ່ວນແບ່ງໃນຄວາມຊ່ວຍເຫຼືອຂອງພວກຕົນ. ຄນແຈ້ປະຕິເສດ ແລະລະດົມພັກພວກຂອງຕົນມາແຕ່ດິນແດນທາງເໜືອ. ບິລໂບພະຍາຍາມຈະລີ້ອອກມາແຕ່ບໍ່ສຳເລັດ. ທໍຣິນລົງໂທດບິລໂບແລະກັກໂຕໄວ້.

ແກນດັລ໌ຟປາກົດໂຕອີກເທື່ອພ້ອມແຈ້ງຂ່າວວ່າ ພວກກໍບຼິນແລະວອຣ໌ກກພວມຍົກທັບມາ. ເຮັດໃຫ້ຄົນແຈ້ ມະນຸດ ແລະເອລຟ໌ ຮວມພະລັງກັນເພື່ອຕໍ່ສູ້. ຈົນເມື່ອກອງກຳລັງຂອງອິນຊີ ແລະກອງກຳລັງຂອງບີຢອຣ໌ນຍົກມາຊ່ວຍຈິ່ງສາມາດເອົາຊະນະໄດ້. ສົງຄາມເທື່ອນີ້ເອີ້ນວ່າ ສົງຄາມຫ້າທັບ. ທໍຣິນໄດ້ຮັບບາດເຈັບສາຫັດຈາກການຮົບ, ແຕ່ລາວໄດ້ປັບຄວາມເຂົ້າໃຈນຳບິລໂບກ່ອນຊິເສຍຊີວິດ. ຊັບສົມບັດໃນຂຸນເຂົາຈິ່ງໄດ້ຈັດແບ່ງຢ່າງຍຸຕິທຳ, ແຕ່ບິລໂບບໍ່ຕ້ອງການຊັບສົມບັດຫຼາຍຫຼວງເຫຼົ່ານັ້ນ, ຈິ່ງເດີນທາງເມືອພ້ອມຂອງທີ່ລະລຶກພຽງເລັກນ້ອຍ, ແຕ່ນັ້ນກໍຫຼາຍພໍຈະເຮັດໃຫ້ບິລໂບກາຍເປັນຮອບບິທຜູ້ຮັ່ງມີໃນໄຊຣ໌.

ປະຫວັດ[ດັດແກ້]

ຄຳວ່າ "ຮອບບິດ" ແມ່ນຊື່ທີ່ໂທລຄີນຄຶດຂຶ້ນມາຊື່ໆ ເມື່ອຄາວໜຶ່ງ ລະຫວ່າງທີ່ລາວສອນຢູ່ວິດທະຍາໄລເພມໂບຣຄ (ຊ່ວງທົດສະວັດ 1920). ຂະໜະພວມກວດຂໍ້ສອບຂອງນັກສຶກສາອັນເປັນງານທີ່ແສນຈະເປັນຕາໜ່າຍ. ໂທລຄີນກໍ່ຂຽນຂໍ້ຄວາມລົງເທິງເຈ້ຍຄຳຕອບອັນຫວ້າງເປົ່າຂອງນັກສຶກສາຜູ້ໜຶ່ງວ່າ "In a hole in the ground there lived a hobbit." ແຕ່ກໍ່ບໍ່ໄດ້ນຶກຫຍັງຫຼາຍໄປກວ່ານັ້ນ. ຫຼາຍປີຕໍ່ມາລາວຈິ່ງຄ່ອຍຂຽນແຜນທີ່ຂອງທຣອຣ໌, ວາງເຄົ້າໂຄງແຜນທີ່ພູມສາດຂອງໂລກແຫ່ງນັ້ນ ແລະເລີ່ມແຕ່ງເລື່ອງຕໍ່ໃນຊ່ວງຕົ້ນທົດສະວັດ 1930. ນິຍາຍໄດ້ຮັບການຕີພິມດ້ວຍຄວາມບັງເອີນເມື່ອສິດແລະສະຫາຍຜູ້ຫນຶ່ງຂອງໂທລຄີນ ແມ່ນ ເອໄລນ໌ ກຣິຟຟິທ (Elaine Griffiths) ໄດ້ອ່ານຕົ້ນສະບັບໃນປີ ຄ.ສ.1936. ນາງແນະນຳໃຫ້ ຊູຊານ ດັກແນລ (Susan Dagnall) ໝູ່ຜູ້ໜຶ່ງທີ່ເຮັດວຽກໃນສຳນັກພິມ ຈອຣ໌ຈ ອັລເລນແອນດ໌ ອັນວິນ ໄປຂໍຕົ້ນສະບັບແຕ່ໂທລຄີນ. ຊູຊານເຮັດຕາມຄຳແນະນຳນັ້ນ ແລະພໍ້ວ່າຕົນປະທັບໃຈຫຼາຍ. ຊູຊານນຳຕົ້ນສະບັບໄປໃຫ້ ສະແຕນລີ້ຍ໌ ອັນວິນ ຫຸ້ນສ່ວນສຳນັກພິມພິດຈາລະນາ. ອັນວິນໃຫ້ລູກຊາຍຂອງລາວ ເຣຍ໌ເນີຣ໌ ອັນວິນ ອາຍຸ 10 ປີ ເປັນຜູ້ອ່ານທົດສອບ, ແລກກັບເງິນຄ່າຈ້າງ 1 ຊິລລິງ ຜົນຈາກລາຍງານສັ້ນໆ ຂອງເຣຍ໌ເນີຣ໌ເຮັດໃຫ້ປຶ້ມໄດ້ຕີພິມໃນເວລາຕໍ່ມາ.[2]

ອ້າງອີງ[ດັດແກ້]

  1. The Hobbit celebrates its 69th anniversary ຈາກ TolkienLibrary.com
  2. ຮັມຟຣີຍ໌ ຄາຣ໌ເພນເຕີຣ໌, J.R.R.Tolkien, A Biography, ສຳນັກພິມຮາຣ໌ເປີຣ໌ຄອລລິນສ໌ ISBN 0-00-713284-0