ອີໂບລາ

ຈາກ ວິກິພີເດຍ
ພະຍາດໄວຣັດອີໂບລາ

ແມ່ແບບ:Infobox disease

ພະຍາດໄວຣັດອີໂບລາ (ອັງກິດ: Ebola virus disease, ຝະລັ່ງ: Maladie à virus Ebola) ຫຼື ໄຂ້ເລືອດອອກອີໂບລາ ເປັນພະຍາດຂອງມະນຸດທີ່ເກີດຈາກໄວຣັດອີໂບລາ ເຊິ່ງຈະເລີ່ມມີອາການສອງເຖິງສາມອາທິດຫຼັງຈາກສຳຜັດໄວຣັດ ໂດຍມີໄຂ້, ເຈັບຄໍ, ປວດກ້າມເນື້ອ ແລະ ປວດຫົວ. ຈາກນັ້ນຈະມີອາການປຸ້ນທ້ອງ, ຮາກ ແລະ ຖອກທ້ອງ ຮ່ວມກັບການເຮັດວຽກຂອງຕັບ ແລະ ໄຕ ຫຼຸດລົງຕາມມາ. ເມື່ອຮອດຈຸດນີ້ ບາງຄົນເລີ່ມມີປັນຫາເລືອດອອກ[໑]

ບຸກຄົນຈະໄດ້ຮັບພະຍາດນີ້ທຳອິດ ເມື່ອສຳຜັດກັບເລືອດ ຫຼື ທາດນ້ຳໃນຮ່າງກາຍຈາກສັດທີ່ຕິດເຊື້ອເຊັ່ນ: ລີງ ຫຼື ເຈຍ ເຊື່ອວ່າເຈຍເປັນຕົວນຳພາ ແລະ ແຜ່ພະຍາດ ໂດຍບໍ່ໄດ້ຮັບຜົນກະທົບຈາກໄວຣັດ. ເມື່ອຕິດເຊື້ອແລ້ວ, ພະຍາດອາດຈະແຜ່ຈາກຄົນສູ່ຄົນໄດ້. ຜູ້ທີ່ລອດຊີວິດ ອາດສາມາດສົ່ງຜ່ານພະຍາດທາງນ້ຳອະສຸຈິໄດ້ເປັນເວລາເກືອບສອງເດືອນ. ໃນການວິນິດໄສ, ຕ້ອງແຍກພະຍາດອື່ນທີ່ມີອາການຄ້າຍຄືກັນອອກກ່ອນເຊັ່ນ: ມາລາເຣຍ, ອະຫິວາ ແລະ ໄຂ້ເລືອດອອກຈາກໄວຣັດອື່ນໆ. ອາດທົດສອບເລືອດຫາອັງຕີບໍດີຕໍ່ໄວຣັດ, ເດແອັນອາຂອງໄວຣັດ ຫຼື ຕົວໄວຣັດເອງເພື່ອຢືນຢັນການວິນິດໄສ.

ການປ້ອງກັນຮວມເຖິງການຫຼຸດຜ່ອນການລະບາດຂອງພະຍາດຈາກລີງ ແລະ ໝູທີ່ຕິດເຊື້ອສູ່ຄົນ ອາດເຮັດໄດ້ໂດຍການກວດສອບຫາການຕິດເຊື້ອໃນສັດເຫຼົ່ານີ້ ແລະ ຂ້າ ແລະ ຈັດການກັບຊາກສົບຢ່າງເໝາະສົມຫາກພົບພະຍາດ. ການປຸງຊີ້ນສັດ ແລະ ໃສ່ເສື້ອຜ້າປ້ອງກັນຢ່າງເໝາະສົມເມື່ອຈັດການກັບຊີ້ນສັດອາດຊ່ວຍໄດ້, ເຊັ່ນດຽວກັບການໃສ່ເສື້ອຜ້າປ້ອງກັນ ແລະ ລ້າງມືເມື່ອຢູ່ໃກ້ຜູ້ປ່ວຍເປັນພະຍາດດັ່ງກ່າວ. ຕົວຢ່າງທາດແຫຼວຈາກຮ່າງກາຍຜູ້ປ່ວຍຄວນຈັດການດ້ວຍຄວາມລະມັດລະວັງເປັນພິດເສດ.[໑]

ບໍ່ມີການຮັກສາໄວຣັດຢ່າງເຈາະຈົງ. ການຊ່ວຍເຫຼືອຜູ້ປ່ວຍມີຄື: ການບຳບັດຄືນນ້ຳ (rehydration therapy) ທາງປາກ ຫຼື ເສັ້ນເລືອດດຳ. ພະຍາດນີ້ມີອັດຕາເສຍຊີວິດສູງ ລະຫວ່າງ 50% ເຖິງ 90% ຂອງຜູ້ຕິດເຊື້ອໄວຣັດ[໑][໒]. ມີການບັນທຶກວ່າພົບພະຍາດນີ້ທຳອິດຢູ່ປະເທດຊູດັງ ແລະ ສາທາລະນະລັດ ປະຊາທິປະໄຕ ກົງໂກ ໂດຍເກີດການລະບາດໃນເຂດຮ້ອນອາຟຣິກາໃຕ້ຊາຮາຣາ ລະຫວ່າງປີ 1976 ຫາປິ 2012 ເຊິ່ງມີຜູ່ຕິດເໍຊື້ອບໍ່ຕ່ຳກວ່າ 1,000 ຄົນຕໍ່ປີ[໑][໓]. ການລະບາດຄັ້ງໃຫຍ່ທີ່ສຸດນັບແຕ່ອະດີດຈົນຮອດປັດຈຸບັນແມ່ນ ການລະບາດຂອງອີໂບລາໃນອາຟຣິກາຕາເວັນຕົກ ຄ.ສ. 2014 ເຊິ່ງກຳລັງດຳເນີນຢູ່ ໂດຍລະບາດໃນປະເທດກິເນ, ເຊຍຣາເລອອນ ແລະ ລີເບເຣຍ[໔]. ຈົນຮອດເດືອນກໍລະກົດ 2014, ມີຜູ່ປ່ວຍຢືນຢັນແລ້ວກວ່າ 1,320 ຄົນ[໔]. ເຖິງວ່າຈະມີຄວາມພະຍາຍາມໃນການພັດທະນາວັກແຊງຢູ່, ແຕ່ຈົນເຖິງຕອນນີ້ກໍຍັງບໍ່ທັນມີວັກແຊງເທື່ອ[໑].

ອາການ ແລະ ອາການສະແດງ[ດັດແກ້]

ອາການຂອງອີໂບລາ[໕]

ອາການ ແລະ ອາການສະແດງຂອງອີໂບລາປົກກະຕິຈະເລີ່ມຂຶ້ນກະທັນຫັນຄ້າຍຄືໄຂ້ຫວັດໃຫຍ່ ໂດຍມີຄວາມຮູ້ສຶກເມື່ອຍ, ໄຂ້, ປວດຫົວ ແລະ ປວດຂໍ້, ກ້າມເນື້ອ ແລະ ທ້ອງ[໖][໗]. ນອກຈາກນີ້, ອາການຮາກ, ຖອກທ້ອງ ແລະ ບໍ່ຢາກອາຫານຍັງພົບໄດ້ທົ່ວໄປ[໗]. ອາການທີ່ພົບໜ້ອຍກວ່າມີ: ອາການເຈັບຄໍ, ເຈັບໜ້າເອິກ, ສະເອິະ, ຫາຍໃຈລຳບາກ ແລະ ກືນລຳບາກ[໗]. ເວລາສະເລ່ຍລະຫວ່າງໄດ້ຮັບເຊື້ອຈົນມີອາການແມ່ນ 8 ເຖິງ 10 ວັນ, ແຕ່ເກີດໄດ້ລະຫວ່າງ 2 ເຖິງ 21 ວັນ[໗]. ທີ່ຜິວໜັງອາດມີຕຸ່ມຈຸດພຽງ ແລະ ຕຸ່ມນູນ [maculopapular rash] (ໃນປະມານ 50% ຂອງຜູ້ປ່ວຍ)[໘]. ອາການເລີ່ມຕົ້ນຂອງພະຍາດໄວຣັດອີໂບລາອາດຄ້າຍຄືກັບອາການເລີ່ມຕົ້ນຂອງມາລາເຣຍ, ໄຂ້ຍຸງ ຫຼື ໄຂ້ເຂດຮ້ອນອື່ນ ກ່ອນທີ່ພະຍາດຈະດຳເນີນເຂົ້າສູ່ໄລຍະເລືອດອອກ[໖].

ໃນໄລຍະເລືອດອອກ, ອາດຈະມີເລືອດອອກພາຍໃນ ແລະ ໃຕ້ຜິວໜັງ, ມ່ານຕາແດງ ແລະ ຮາກເປັນເລືອດ[໖], ເລືອດອອກທາງຜິວໜັງອາດພາໃຫ້ເກີດຈຸດເລືອດອອກ, ເພີພິວຣາ, ເລືອດອອກໃຕ້ຜິວໜັງ ແລະ ເລືອດຈັບໂຕເປັນກ້ອນ [hematoma] (ໂດຍສະເພາະຢ່າງຍິ່ງບໍລິເວນທີ່ສັກຢາ).

ຜູ້ປ່ວຍທຸກລາຍມີອາການບາງຢ່າງຂອງລະົບບໝູນວຽນ ຮວມທັງເລືອດແຂງຕົວບົກພ່ອງ[໘]. ມີລາຍງານເລືອດອອກຈາກບ່ອນທີ່ເຈາະ ແລະ ເນື້ອເຍື່ອເມືອກ (ເຊັ່ນ: ທາງເດີນອາຫານ, ດັງ, ຊ່ອງຄອດ ແລະ ເຫງືອກ) ໃນຈຳນວນ 40–50% ຂອງຜູ້ປ່ວຍ[໙]. ຊະນິດຂອງເລືອດອອກທີ່ຮູ້ວ່າເກີດກັບພະຍາດໄວຣັດອີໂບລາ ຮວມທັງຮາກເປັນເລືອດ, ໄອເປັນເລືອດ ຫຼື ອາຈົມເປັນເລືອດ, ເລືອດອອກໜັກພົບໜ້ອຍ ແລະ ປົກກະຕິ ຈຳກັດຢູ່ສະເພາະທາງເດີນອາຫານ[໘][໑໐].

ໂດຍທົ່ວໄປແລ້ວ ການພັດທະນາຂອງອາການເລືອດອອກ ມັກຈະບົ່ງບອກເຖິງພະຍາດທີ່ຮຸນແຮງ, ແຕ່ວ່າອາການເລືອດອອກບໍ່ໄດ້ນຳໄປສູ່ ບໍລິມາດເລືອດໜ້ອຍ ແລະ ບໍ່ແມ່ນສາເຫດການຕາຍ (ການເສຍເລືອດທັງໝົດຕ່ຳ ຍົກເວັ້ນລະຫວ່າງການເກີດລູກ) ເຊິ່ງຂັດຕໍ່ຄວາມເຊື່ອສ່ວນໃຫຍ່. ການເສຍຊີວິດນັ້ນເກີດຈາກກຸ່ມອາການເຮັດໜ້າທີ່ຜິດປົກກະຕິຂອງຫຼາຍອະໄວຍະວະ ເນື່ອງຈາກທາດແຫຼວກະຈາຍໃໝ່ (fluid redistribution), ຄວາມດັນໂລຫິດຕ່ຳ ເລືອດຈັບກ້ອນໃນຫຼອດເລືອດແຜ່ກະຈາຍ ແລະ ການຕາຍສະເພາະສ່ວນຂອງເນື້ອເຍື່ອສະເພາະຈຸດ.

ສາເຫດ[ດັດແກ້]

ວົງຈອນຊີວິດຂອງ Ebolavirus

ພະຍາດໄວຣັດອີໂບລາເກີດຈາກໄວຣັດສີ່ໃນຫ້າຊະນິດທີ່ຈັດຢູ່ໃນສະກຸນ Ebolavirus ວົງ Filoviridae ອັນດັບ Mononegavirales ໄວຣັດທັງສີ່ຊະນິດນັ້ນໄດ້ແກ່: ໄວຣັດບັນດີບູກຽວ (Bundibugyo virus, BDBV), ໄວຣັດອີໂບລາ (Ebola virus, EBOV), ໄວຣັດຊູດັງ (Sudan virus, SUDV) ແລະ ໄວຣັດປ່າຕາອີ (Taï Forest virus, TAFV). ສຳລັບໄວຣັດຊະນິດທີຫ້າ, ໄວຣັດເຣດສະຕັນ (Reston virus, RESTV) ຄາດກັນວ່າບໍ່ໄດ້ກໍ່ພະຍາດໃນມະນຸດ. ລະຫວ່າງການລະບາດ ຜູ້ທີ່ມີຄວາມສ່ຽງສູງສຸດແມ່ນ ເຈົ້າໜ້າທີ່ສາທາລະນະສຸກ ແລະ ຜູ້ໃກ້ຊິດກັບຜູ້ປ່ວຍ[໑໑].

ການແຜ່ເຊື້ອ[ດັດແກ້]

ບໍ່ສາມາດຮູ້ໄດ້ທັງໝົດວ່າອີໂບລາແຜ່ເຊື້ອແນວໃດ[໑໒]. ເຊື່ອວ່າພະຍາດໄວຣັດອີໂບລາ ເກີດຫຼັງໄວຣັດອີໂບລາແຜ່ສູ່ມະນຸດທຳອິດໂດຍການສຳຜັດກັບທາດແຫຼວຈາກຮ່າງກາຍຂອງສັດທີ່ຕິດເຊື້ອ. ການແຜ່ເຊື້ອຈາກຄົນສູ່ຄົນເກີດໄດ້ຜ່ານການສຳຜັດກັບເລືອດ ຫຼື ທາດແຫຼວຈາກຮ່າງກາຍຜູ້ຕິດເຊື້ອໂດຍກົງ (ຮວມທັງການສີດຢາດອງສົບຜູ້ຕາຍທີ່ຕິດເຊື້ອ) ຫຼື ການສຳຜົດກັບອຸປະກອນທາງການແພດທີ່ປົນເປື້ອນ ຫຼື ໂດຍສະເພາະຢ່າງຍິ່ງ ເຂັມ ແລະ ກະບອກສີດຢາ[໑໓]. ການແຜ່ເຊື້ອຜ່ານການສຳຜັດທາງປາກ ແລະ ການສຳຜັດທາງເຍື່ອບຸຕາ ໜ້າຈະເປັນໄປໄດ້[໑໔] ແລະ ຢືນຢັນແລ້ວໃນໄປຣເມດທີ່ບໍ່ແມ່ນມະນຸດ[໑໕]. ແນວໂນ້ມການຕິດເຊື້ອພະຍາດໄວຣັດອີໂບລາເປັນວົງກວ້າງນັ້ນຖືວ່າຕ່ຳ ເພາະພະຍາດນີ້ຕິດໄດ້ສະເພາະຈາກການສຳຜັດໂດຍກົງກັບສານຄັດຫຼັ່ງຈາກຜູ້ປ່ວຍທີ່ມີອາການເທົ່ານັ້ນ[໑໓]. ການເລີ່ມຕົ້ນອາການທີ່ວ່ອງໄວເຮັດໃຫ້ການລະບຸຜູ້ປ່ວຍ ແລະ ຈຳກັດຄວາມສາມາດຂອງບຸກຄົນໃນການແຜ່ເຊື້ອໂດຍການເດີນທາງງ່າຍຂຶ້ນ, ເນື່ອງຈາກສົບຂອງຜູ້ເສຍຊີວິດຍັງສາມາດຕິດເຊື້ອໄດ້. ແພດບາງຄົນຈຶ່ງຕ້ອງໃຊ້ມາດຕະການເພື່ອກຳຈັດສົບໃນທາງທີ່ປອດໄພ ເຖິງແມ່ນວ່າຈະຂັດຕໍ່ພິທີກຳຝັງສົບຂອງທ້ອງຖິ່ນກໍຕາມ[໑໖].

ເຈົ້າໜ້າທີ່ການແພດທີ່ບໍ່ສວມໃສ່ເສື້ອຜ້າປ້ອງກັນທີ່ເໝາະສົມອາດສຳຜັດເຊື້ອໄດ້[໑໗]. ໃນອະດີດ ການແຜ່ເຊື້ອທີ່ໄດ້ມາຈາກໂຮງພະຍາບານເກີດໃນໂຮງພະຍາບານໃນທະວີບອາຟຣິກາ ເນື່ອງຈາກການໃຊ້ເຂັມສັກຢາຊ້ຳ ແລະ ຂາດການປ້ອງກັນສາກົນ[໑໘].

ໂດຍທົ່ວໄປແລ້ວ ພະຍາດໄວຣັດອີໂບລາບໍ່ແຜ່ເຊື້ອຜ່ານອາກາດ[໑໙], ແຕ່ວ່າໄວຣັດສາມາດແຜ່ເຊື້ອໄດ້ເພາະລະອອງທີ່ເກີດຈາກຫ້ອງປະຕິບັດການ ທີ່ມີຂະໜາດ 0.8–1.2 ມີໂກຣແມັດທີ່ສາມາດຫາຍໃຈເຂົ້າໄປໄດ້[໒໐]. ເນື່ອງຈາກຊ່ອງທາງການຕິດເຊື້ອທີ່ເປັນໄປໄດ້ນີ້, ໄວຣັດເຫຼົ່ານີ້ຈຶ່ງຖືກຈັດເປັນອາວຸດຊີວະພາບໝວດອາ[໒໑]. ຫຼ້າສຸດ, ໄວຣັດໄດ້ສະແດງວ່າສາມາດແຜ່ຈາກໝູໄປຍັງໄປຣເມດທີ່ບໍ່ແມ່ນມະນຸດໄດ້ໂດຍບໍ່ຕ້ອງສຳຜັດ[໒໒].

ເຈຍຖ່າຍເອົາໝາກໄມ້ ແລະ ຊີ້ນທີ່ກິນແລ້ວບາງສ່ວນອອກມາ แล้วสัตว์บกเลี้ยงลูกด้วยนมอย่างແລ້ວສັດບົກລ້ຽງລູກດ້ວຍນ້ຳນົມຢ່າງກໍຣີລາ ແລະ ໄດເກີ (duiker) ກິນໝາກໄມ້ທີ່ຕົກລົງມາເຫຼົ່ານັ້ນ, ຕ່ອງໂສ້ເຫດການນີ້ເຮັດໃຫ້ເກດີວິທີການແຜ່ເຊື້ອທາງອ້ອມທີ່ເປັນໄປໄດ້ຜ່ານຕົວຖືກບຽດບຽນທຳມະຊາດໄປຍັງປະສາກອນສັດ ເຊິ່ງນຳໄປສູ່ການວິໄຈການກຳຈັດໄວຣັດໃນນ້ຳລາຍຂອງເຈຍ. ການຜະລິດໝາກໄມ້, ພິດຕິກຳຂອງສັດ ແລະ ປັດໃຈອື່ນທີ່ຕ່າງກັນໄປໃນແຕ່ລະເວລາ ແລະ ສະຖານທີ່ ອາດຈະກະຕຸ້ນໃຫ້ເກີດການລະບາດໃນໝູ່ປະຊາກອນສັດ[໒໓].

ຕົວເກັບເຊື້ອ[ດັດແກ້]

ເຈຍຖືວ່າເປັນຕົວເກັບເຊືອຕາມທຳມະຊາດ(natural reservoir) ທີ່ໜ້າຈະເປັນໄປໄດ້ຫຼາຍທີ່ສຸດ[໒໔]. ນອກຈາກນີ້, ພືດ, ສັດຂາປ້ອງ ແລະ ນົກກໍຖືກພິຈາລະນາດ້ວຍ. ຮູ້ກັນວ່າ ເຈຍໄດ້ອາໄສຢູ່ນອກໂຮງງາານເຊິ່ງຜູ້ປ່ວຍລາຍທຳອິດເຮັດວຽກຢູ່ ຂອງການລະບາດໃນປີ 1976 ແລະ ຍັງອາດກ່ຽວຂ້ອງກັບການຕິດເຊື້ອໄວຣັດມາກເບີກໃນປີ 1975 ແລະ 1980[໒໕]. ຈາກພືດ 24 ຂະນິດ ແລະ ສັດມີກະດູກສັນຫຼັງ 19 ຊະນິດທີ່ຖືກປູກເຊື້ອດ້ວຍໄວຣັດອີໂບລາ ມີພຽງແຕ່ເຈຍເທົ່ານັ້ນທີ່ຕິດເຊື້ອ[໒໖]. ການຂາດອາການສະແດງທາງຄຼີນິກໃນເຈຍເຫຼົ່ານັ້ນ ເປັນຄຸນສົມບັດຂອງສາຍພັນເກັບເຊື້ອ. ການສຳຫຼວດສັດ 1,030 ຊະນິດ ເຊິ່ງໃນນັ້ນລວມມີເຈຍ 679 ຊະນິດຈາກປະເທດກາບົງ ແລະ ສາທາລະນະລັດກົງໂກ ໃນປີ 2002 ຫາ 2003 ພົບວ່າ ເຈຍໝາກໄມ້ 13 ຊະນິດມີຊິ້ນສ່ວນແອຣ໌ແອັນອາຂອງໄວຣັດອີໂບລາ[໒໗]. ຈົນຮອດປີ 2005, ມີການລະບຸວ່າ ເຈຍໝາກໄມ້ສາມຊະນິດ (Hypsignathus monstrosus, Epomops franqueti, ແລະ Myonycteris torquata) ຕິດໄວຣັດອີໂບລາ. ປັດຈຸບັນ, ສົງໄສວ່າເຈຍເຫຼົ່ານັ້ນເປັນຕົວແທນຂອງຕົວຖືກບຽດບຽນທີ່ເກັບເຊືອໄວຣັດອີໂບລາ[໒໘][໒໙].

ລະຫວ່າງປີ 1976 ຫາ 1999, ໃນບັນດາສັດລ້ຽງລູກດ້ວຍນ້ຳນົມ, ສັດປີກ, ສັດເລືອຄານ, ສັດເຄິ່ງບົກເຄິ່ງນ້ຳ ແລະ ສັດຂາປ້ອງ 30,000 ຊະນິດທີ່ໄດ້ສຸ່ມຕົວຢ່າງຈາກພື້ນທີ່ລະບາດ, ບໍ່ພົບໄວຣັດອີໂບລາ ນອກຈາກຮ່ອງຮອຍທາງພັນທຸກຳທີ່ພົບໃນສັດແຂ້ວແຫ້ນ ຫົກຊະນິດ (Mus setulosus ແລະ Praomys) ແລະ ໜູຜີໜຶ່ງຊະນິດ (Sylvisorex ollula) ที่เก็บจาก ທີ່ເກັບຈາກສາທາລະນະລັດອາຟຣິກາກາງ[໒໕][໓໐]. ພົບຮ່ອງຮອຍໄວຣັດອີໂບລາໃນຊາກສົບຂອງກໍຣີລາ ແລະ ຊິມແປນຊີ ລະຫວ່າງການລະບາດໃນປີ 2001 ແລະ 2003, ເຊິ່ງຕໍ່ມາໄດ້ກາຍເປັນແຫຼ່ງການຕິດເຊື້ອໃນມະນຸດ, ແຕ່ວ່າອັດຕາການຕາຍສູງຈາກການຕິດເຊື້ອໃນສາຍພັນເຫຼົ່ານີ້ ເຮັດໃຫ້ມັນບໍ່ໜ້າເປັນຕົວເກັບເຊື້ອຕາມທຳມະຊາດ[໒໕].

ການແຜ່ເຊື້ອລະຫວ່າງຕົວເກັບເຊື້ອຕາມທຳມະຊາດ ກແລະ ມະນຸດພົບໄດ້ໜ້ອຍ ແລະ ການລະບາດຕາມປົກກະຕິທີ່ຕິດຕາມມາໄດ້ແມ່ນມີຜູ້ດຽວເຊິ່ງໄດ້ຈັດການກັບຊາກສົບຂອງກໍຣີລາ, ຊິມແປນຊີ ຫຼື ໄດເກີ[໓໑]. ປະຊາກອນບາງສ່ວນຂອງອາຟຣິກາຕາເວັນຕົກຍັງກິນເຈຍໝາກໄມ້ ເຊິ່ງຜ່ານການຮົມຄວັນ, ປີ້ງ ຫຼື ເຮັດເປັນແກງເຜັດ[໒໙][໓໒].

ໄວຣັດວິທະຍາ[ດັດແກ້]

ວີຣີອົງຂອງໄວຣັດອີໂບລາຖ່າຍດ້ວຍກ້ອງຈຸລະທັດເອເລັກຕຣົງ

ຈີໂນມ[ດັດແກ້]

ເຊັ່ນດຽວກັບ mononegavirus ທຸກຊະນິດ, ວີຣີອົງ (virion) ອີໂບລາມີຈີໂນມແອຣ໌ແອັນອາບໍ່ແຜ່ເຊື້ອ (non-infectious), ເສັ້ນຊື່ ສາຍດ່ຽວບໍ່ເປັນປ້ອງ (nonsegmented). ສະພາບຂົ້ວລົບເຊິ່ງມີ inverse-complementary 3' ແລະ 5' termini ບໍ່ມີ 5' cap, ບໍ່ໂປລີອາດີນີລີຊົງ(not polyadenylated) ແລະ ບໍ່ເຊື່ອມກັບໂປຣຕີນດ້ວຍພັນທະໂກວາລັງ. ຈີໂນມ ebolavirus ຍາວປະມານ 19,000 ຄູ່ເບດ ແລະມີເຈັດແຊນ ຕາມລຳດັບດັ່ງນີ້: 3'-UTR-NP-VP35-VP40-GP-VP30-VP24-L-5'-UTR. ຈີໂນມຂອງ ebolavirus ຫ້າຊະນິດ (BDBV, EBOV, RESTV, SUDV, ແລະ TAFV) ຕ່າງກັນທີ່ລຳດັບ, ຈຳນວນ ແລະ ຕຳແໜ່ງແຊນທີ່ທັບຊ້ອນກັນ.

ຂະໜາດ ແລະ ຮູບຮ່າງ[ດັດແກ້]

ເຊັ່ນດຽວກັບໄວຣັດທຸກຊະນິດ, ວີຣີອົງອີໂບລາ ເປັນອານຸພາກຄ້າຍຄືເສັ້ນດ້າຍທີ່ອາດຈະປະກົດໃນຮູບຕະຂໍຄົນລ້ຽງແກະ ຫຼື ຮູບຕົວ "U" ຫຼື ເລກ "6" ແລະ ຍັງອາດຈະຂົດມ້ວນເປົນວົງແຫວນ ຫຼື ແຕກກິ່ງກ້ານໄດ້. ໂດຍທົ່ວໄປ, ວີຣີອົງອີໂບລາມີຄວາມກວ້າງ 80 ນາໂນແມັດ ແຕ່ວ່າຄວາມຍາວຂ້ອນຂ້າງແປຜັນ. ໂດຍທົ່ວໄປແລ້ວ, ຄວາມຍາວມັດທະຍະຖານຂອງອານຸພາກ ebolavirus ມີພິໄສລະຫວ່າງ 974 ເຖິງ 1,086 ນາໂນແມັດ (ເຊິ່ງຂັດກັບວີຣີອົງມາກເບີກ ເຊິ່ງເປັນຄວາມຍາວມັດທະຍະຖານແທກໄດ້ 795–828 ນາໂນແມັດ) ແຕ່ວ່າເຄີຍພົບອານຸພາກທີ່ຍາວເຖິງ 14,000 ນາໂນແມັດໃນການເພາະລ້ຽງເນື້ອເຍື່ອ.

ການຮັກສາ[ດັດແກ້]

ຫໍຜູ້ປ່ວຍແຍກໃນໂຮງພະຍາບານທີ່ເມືອງກູລູ, ອູການດາ ເມື່ອຄາວລະບາດເມື່ອ ຄ.ສ. 2000

ໃນປັດຈຸບັນຍັງບໍ່ທັນມີການຮັກສາເຈາະຈົງສຳລັບພະຍາດໄວຣັດອີໂບລາ ມີພຽງແຕ່ການຮັກສາແບບປະຄັບປະຄອງ (supportive treatment) ໄດ້ແກ່ການເຮັດຫັດຖະການລຸກລ້ຳໃຫ້ໜ້ອຍທີ່ສຸດ, ຮັກສາສົມດຸນເອເລັກໂຕຣລິດ ແລະ ທາດແຫຼວເພື່ອປ້ອງກັນພາວະຂາດນ້ຳ, ໃຫ້ສານຕ້ານການແຂງຕົວຂອງເລືອດເພື່ອປ້ອງກັນບໍ່ໃ້ຫເກີດເລືອດຈັບໂຕເປັນກ້ອນແບບແຜ່ກະຈາຍ (DIC), ໃຫ້ສານຊ່ວຍການແຂັງຕົວຂອງເລືອດໃນໄລຍະທ້າຍເພື່ອຄວບຄຸມບໍ່ໃຫ້ມີເລືອດອອກ, ບັນເທົາອາການປວດ ແລະ ໃຊ້ຢາຕ້ານເຊື້ອບັກເຕຣີ ຫຼື ຢາຕ້ານເຊື້ອເັຫດເພື່ອຮັກສາອາການຕິດເຊື້ອຊ້ຳຊ້ອນ (ຖ້າມີ).

ອ້າງອີງ[ດັດແກ້]

  1. ໑.໐ ໑.໑ ໑.໒ ໑.໓ ໑.໔ "Ebola virus disease Fact sheet N°103". World Health Organization. March 2014. ສືບຄົ້ນເມືອ 12 April 2014. 
  2. C.M. Fauquet (2005). Virus taxonomy classification and nomenclature of viruses; 8th report of the International Committee on Taxonomy of Viruses. Oxford: Elsevier/Academic Press. p. 648. ISBN 9780080575483. 
  3. "Ebola Viral Disease Outbreak — West Africa, 2014". CDC. June 27, 2014. ສືບຄົ້ນເມືອ 26 June 2014. 
  4. ໔.໐ ໔.໑ "CDC urges all US residents to avoid nonessential travel to Liberia, Guinea, and Sierra Leone because of an unprecedented outbreak of Ebola.". CDC. July 31, 2014. ສືບຄົ້ນເມືອ 2 August 2014. 
  5. Ebola Hemorrhagic Fever from Centers for Disease Control and Prevention.P age last updated: January 28, 2014.
  6. ໖.໐ ໖.໑ ໖.໒ Gatherer D (2014). "The 2014 Ebola virus disease outbreak in West Africa". J. Gen. Virol. 95 (Pt 8): 1619–1624. doi:10.1099/vir.0.067199-0. PMID 24795448. 
  7. ໗.໐ ໗.໑ ໗.໒ ໗.໓ "Ebola Hemorrhagic Fever Signs and Symptoms". CDC. January 28, 2014. ສືບຄົ້ນເມືອ 2 August 2014. 
  8. ໘.໐ ໘.໑ ໘.໒ Hoenen T, Groseth A, Falzarano D, Feldmann H (May 2006). "Ebola virus: unravelling pathogenesis to combat a deadly disease". Trends in Molecular Medicine 12 (5): 206–215. doi:10.1016/j.molmed.2006.03.006. PMID 16616875. 
  9. "Ebola Virus, Clinical Presentation". Medscape. ສືບຄົ້ນເມືອ 2012-07-30. 
  10. Fisher-Hoch SP, Platt GS, Neild GH, Southee T, Baskerville A, Raymond RT, Lloyd G, Simpson DI (1985). "Pathophysiology of shock and hemorrhage in a fulminating viral infection (Ebola)". J. Infect. Dis. 152 (5): 887–894. doi:10.1093/infdis/152.5.887. PMID 4045253. 
  11. "Ebola Hemorrhagic Fever Risk of Exposure". CDC. August 1, 2014. ສືບຄົ້ນເມືອ 2 August 2014. 
  12. "Ebola Hemorrhagic Fever Prevention". CDC. July 31, 2014. ສືບຄົ້ນເມືອ 2 August 2014. 
  13. ໑໓.໐ ໑໓.໑ "CDC Telebriefing on Ebola outbreak in West Africa". CDC. July 28, 2014. ສືບຄົ້ນເມືອ 3 August 2014. 
  14. Jaax N, Jahrling P, Geisbert T, Geisbert J, Steele K, McKee K, Nagley D, Johnson E, Jaax G, Peters C (Dec 1995). "Transmission of Ebola virus (Zaire strain) to uninfected control monkeys in a biocontainment laboratory". Lancet 346 (8991–8992): 1669–1671. doi:10.1016/S0140-6736(95)92841-3. ISSN 0140-6736. PMID 8551825. 
  15. Jaax NK, Davis KJ, Geisbert TJ, Vogel P, Jaax GP, Topper M, Jahrling PB (Feb 1996). "Timed appearance of lymphocytic choriomeningitis virus after gastric inoculation of mice". Archives of pathology & laboratory medicine 120 (2): 140–155. ISSN 0003-9985. PMID 8712894. 
  16. Harden, Blaine. "Dr. Matthew's Passion", New York Times Magazine, 2001-02-18. ຮຽກຂໍ້ມູນວັນທີ 2008-02-25
  17. Mayo Clinic Staff, Ebola virus and Marburg virus: Causes, Mayo Clinic 
  18. Lashley, edited by Felissa R.; Durham, Jerry D. (2007). Emerging infectious diseases trends and issues (2nd ed. ed.). New York: Springer Pub. Co. p. 141. ISBN 9780826103505. 
  19. Cite error: Invalid <ref> tag; no text was provided for refs named WHOAir2014
  20. Johnson E, Jaax N, White J, Jahrling P (Aug 1995). "Lethal experimental infections of rhesus monkeys by aerosolized Ebola virus". International journal of experimental pathology 76 (4): 227–236. ISSN 0959-9673. PMC 1997182. PMID 7547435. 
  21. Leffel EK, Reed DS (2004). "Marburg and Ebola viruses as aerosol threats". Biosecurity and bioterrorism : biodefense strategy, practice, and science 2 (3): 186–191. doi:10.1089/bsp.2004.2.186. ISSN 1538-7135. PMID 15588056. 
  22. Weingartl HM, Embury-Hyatt C, Nfon C, Leung A, Smith G, Kobinger G (2012). "Transmission of Ebola virus from pigs to non-human primates". Sci Rep 2: 811. doi:10.1038/srep00811. PMC 3498927. PMID 23155478. 
  23. Gonzalez JP, Pourrut X, Leroy E (2007). "Ebolavirus and other filoviruses". Current topics in microbiology and immunology. Current Topics in Microbiology and Immunology 315: 363–387. doi:10.1007/978-3-540-70962-6_15. ISBN 978-3-540-70961-9. PMID 17848072. 
  24. "Fruit bats may carry Ebola virus", BBC News, 2005-12-11. ຮຽກຂໍ້ມູນວັນທີ 2008-02-25
  25. ໒໕.໐ ໒໕.໑ ໒໕.໒ Pourrut X, Kumulungui B, Wittmann T, Moussavou G, Délicat A, Yaba P, Nkoghe D, Gonzalez JP, Leroy EM (2005). "The natural history of Ebola virus in Africa". Microbes and infection / Institut Pasteur 7 (7–8): 1005–1014. doi:10.1016/j.micinf.2005.04.006. PMID 16002313. 
  26. Swanepoel R, Leman PA, Burt FJ, Zachariades NA, Braack LE, Ksiazek TG, Rollin PE, Zaki SR, Peters CJ (Oct 1996). "Experimental inoculation of plants and animals with Ebola virus". Emerging Infectious Diseases 2 (4): 321–325. doi:10.3201/eid0204.960407. ISSN 1080-6040. PMC 2639914. PMID 8969248. 
  27. Leroy EM, Kumulungui B, Pourrut X, Rouquet P, Hassanin A, Yaba P, Délicat A, Paweska JT, Gonzalez JP, Swanepoel R (2005). "Fruit bats as reservoirs of Ebola virus". Nature 438 (7068): 575–576. Bibcode:2005Natur.438..575L. doi:10.1038/438575a. PMID 16319873. 
  28. Pourrut X, Délicat A, Rollin PE, Ksiazek TG, Gonzalez JP, Leroy EM (2007). "Spatial and temporal patterns of Zaire ebolavirus antibody prevalence in the possible reservoir bat species". The Journal of infectious diseases. Suppl 2 (s2): S176–S183. doi:10.1086/520541. PMID 17940947. 
  29. ໒໙.໐ ໒໙.໑ Starkey, Jerome (5 April 2014) 90 killed as fruit bats spread Ebola virus across West Africa The Times (subscription may be needed), Retrieved 5 April 2014
  30. Morvan JM, Deubel V, Gounon P, Nakouné E, Barrière P, Murri S, Perpète O, Selekon B, Coudrier D, Gautier-Hion A, Colyn M, Volehkov V (1999). "Identification of Ebola virus sequences present as RNA or DNA in organs of terrestrial small mammals of the Central African Republic". Microbes and Infection 1 (14): 1193–1201. doi:10.1016/S1286-4579(99)00242-7. PMID 10580275. 
  31. Peterson AT, Bauer JT, Mills JN (2004). "Ecologic and Geographic Distribution of Filovirus Disease". Emerging Infectious Diseases 10 (1): 40–47. doi:10.3201/eid1001.030125. PMC 3322747. PMID 15078595. 
  32. http://www.bbc.co.uk/news/world-africa-26735118