ອິນເດຍນ່າ ໂຈນສ໌ ກັບວົງລໍ້ແຫ່ງໂຊກຊະຕາ

ຈາກ ວິກິພີເດຍ
ອິນເດຍນ່າ ໂຈນສ໌ ກັບວົງລໍ້ແຫ່ງໂຊກຊະຕາ
ໂປສເຕີຮູບເງົາ
ກຳກັບເຈມສ໌ ແມງໂກລ
ອຳນວຍການສ້າງ
  • ແຄັດທະລິນ ເຄນເນດີ
  • ແຟຣງ ມາຣ໌ແຊລ
  • ໄຊມອນ ເອັມມູນາເອລ
ຕັດຕໍ່
  • ໄມເຄິລ ແມັກຄັສເກີ[1]
  • ແອນດຣູ ບັກແລນ [1]
  • ເດີຣ໌ກ ເວສເທີເວລຕ[1]
ດົນຕີປະກອບຈອນ ວິນລຽມ
ບໍລິສັດຜູ້ສ້າງ
ຈຳໜ່າຍ/ເຜີຍແຜ່ວໍລ ດິສນີ ສະຕູດິໂອສ໌ ໂມຊັນ ພິກເຈີ[lower-alpha 1]
ວັນສາຍ
  • 18 ພຶດສະພາ ຄ.ສ. 2023 (2023-05-18) (Cannes)

  • 30 ມິຖຸນາ ຄ.ສ. 2023 (2023-06-30) (ສະຫະລັດອາເມຣິກາ)

29 ມິຖຸນາ 2023 (ປະເທດລາວ)
ຄວາມຍາວ154 ນາທີ[5]
ປະເທດສະຫະລັດອາເມຣິກາ
ພາສາອັງກິດ
ທຶນສ້າງ295 ລ້ານໂດລາສະຫະລັດ[6]
ລາຍໄດ້339.1 ລ້ານໂດລາສະຫະລັດ[7][8]
ກ່ອນໜ້ານີ້ອິນເດຍນ່າ ໂຈນສ໌ 4: ອານາຈັກແຫ່ງກະໂຫຼກແກ້ວ

ອິນເດຍນ່າ ໂຈນສ໌ ກັບວົງລໍ້ແຫ່ງໂຊກຊະຕາ ເປັນຮູບເງົາແນວແອັກຊັນຜະຈົນໄພສັນຊາດອາເມຣິກາປີ 2023 ກຳກັບໂດຍ ເຈມ ແມງໂກລ ແລະ ຮ່ວມຂຽນບົດໂດຍ ແມງໂກລ, ເຈຊ ບັດເຕີເວີດທ໌, ຈອນ-ເຮນຣີ ບັດເຕີເວີດທ໌ ແລະ ເດວິດ ໂຄເອບປ໌[9] ຜະລິດໂດຍວໍລ ດິສນີ ພິກເຈີ ແບະ ລູຄັສ ຟິມ ແບະ ຈັດຈຳໜ່າຍໂດຍວໍລ ດິສນີ ສະຕູດິໂອສ໌ ໂມຊັນ ພິກເຈີ ຮູບເງົາເລື່ອງນີ້ເປັນພາກຕໍ່ຂອງ ອິນເດຍນ່າ ໂຈນສ໌ 4: ອານາຈັກກະໂຫຼກແກ້ວ (2008) ເປັນພາກທີ 5 ແລະ ພາກສຸດທ້າຍໃນຮູບເງົາຊຸດ ອິນເດຍນ່າ ໂຈນສ໌ ຮູບເງົາເລື່ອງນີ້ນຳສະແດງໂດຍແຮຣິສັນ ຟອດໃນບົດຂອງນັກບູຮານຄະດີອິນເດຍນ່າ ໂຈນສ໌ເຊິ່ງເປັນການສະແດງຄັ້ງສຸດທ້າຍຂອງລາວ ຈອນ ຣີສ-ເດວີສ ແລະ ຄາເລນ ອັລເລນຈາກພາກທີ່ແລ້ວກັບມາຮັບບົດເປັນຊັລລາ ແລະ ແມຣຽນ ເຣເວນຣູດ ສະມາຊິກໃໝ່ ໄດ້ແກ່ ຟີບີ ວໍລເລີ-ເບຣິດຈ໌, ອັນໂຕນິໂອ ບັນເດຣັສ, ໂທບີ ໂຈນສ໌, ບອຍດ໌ ຮໍບຣຸກ, ອີທານ ອີຊີດໍ ແລະ ແມດສ໌ ມິກເຄລເຊນ

ວົງລໍ້ແຫ່ງໂຊກຊະຕາ ເປັນຮູບເງົາພາກດຽວໃນຊີຣີທີ່ບໍ່ໄດ້ກຳກັບໂດຍສະຕີເວນ ສະປີລເບິກ ຫຼື ຂຽນບົດໂດຍຈັອດຈ໌ ລູຄັສ ໂດຍທັງຄູ່ຮັບໜ້າທີ່ຜູ້ອຳນວຍການສ້າງແທນ ນອກຈາກນີ້ຍັງເປັນພາກດຽວໃນຊີຣີທີ່ບໍ່ໄດ້ຈັດຈຳໜ່າຍໂດຍພາຣາເມົາທ໌ ພິກເຈີ ຫຼັງຈາກທີ່ດິສນີເຂົ້າຊື້ກິດຈະການຂອງລູຄັສຟິມເຊິ່ງໄດ້ໂອນລິຂະສິດຮູບເງົາພາກຕໍ່ໃນອະນາຄົດໃຫ້ກັບ ວໍລ ດິສນີ ພິກເຈີ ພາຣາເມົາທ໌ສະຫງວນສິດໃນການຈັດຈຳໜ່າຍຮູບເງົາ 4 ພາກທຳອິດ[3]

ແຜນສຳລັບຮູບເງົາເລື່ອງ ອິນເດຍນ່າ ໂຈນສ໌ ພາກທີ 5 ຢ້ອນກັບໄປໃນຊ່ວງປາຍຄຣິດສະຕະວັດ 1970 ເມື່ອລູຄັສ ແລະ ສະປີລເບີກ ເຈລະຈາກັບພາຣາເມົາທ໌ ສຳລັບພາກຕໍ່ 4 ພາກຂອງ ອິນເດຍນ່າ ໂຈນສ໌ (1981) ລູຄັສເລີ່ມຄົ້ນຄວ້າເພື່ອຫາໂຄງເລື່ອງທີ່ເປັນໄດ້ສຳລັບພາກທີ 5 ຂອງຮູບເງົາເລື່ອງນີ້ໃນປີ 2008 ເຖິງແມ່ນວ່າໂປຣເຈັກດັ່ງກ່າວຈະຢຸດເຊົາເປັນເວລາຫຼາຍປີ

ໝາຍເຫດ[ດັດແກ້]

  1. As part of the 2013 deal transferring the distribution rights of future Indiana Jones films from Paramount Pictures to Walt Disney Studios, Paramount retained the distribution rights to the first four films and a residual associate credit ("in association with Paramount Pictures") in the film's credits and promotional materials, as well as "financial participation" from the film.[3][4]

ອ້າງອີງ[ດັດແກ້]

  1. 1.0 1.1 1.2 "Daniel M. Nussbaum". Linkedin.com. Retrieved December 19, 2022. 'Indiana Jones 5'- Directed by James Mangold and Edited by Michael McCusker A.C.E., Andrew Buckland A.C.E. and Dirk Westervelt A.C.E..
  2. 2.0 2.1 Mazique, Brian. "The Indiana Jones And The Dial Of Destiny Trailer Is Viral", Forbes, April 8, 2023
  3. 3.0 3.1 Cite error: Invalid <ref> tag; no text was provided for refs named VarietyDist
  4. Cite error: Invalid <ref> tag; no text was provided for refs named THRDisney
  5. "Indiana Jones and the Dial of Destiny (12A)". BBFC. June 18, 2023. Retrieved June 18, 2023.
  6. Fuster, Jeremy; Mendelson, Scott (May 5, 2023). "Summer Box Office Preview: 10 Questions for What Could Be a Scorching-Hot Season". TheWrap. Retrieved May 5, 2023.
  7. "Indiana Jones and the Dial of Destiny (2023)". Box Office Mojo. IMDb. Retrieved July 27, 2023.
  8. ແມ່ແບບ:Cite The Numbers
  9. "Indiana Jones 5". Writers Guild of America West. February 10, 2023. Archived from the original on March 20, 2023. Retrieved March 19, 2023.