ອະນິເມະ
ອະນີເມະ, ອານີເມ ຫຼື ແອນິເມະ (ຍີ່ປຸ່ນ: アニメ, ໂຣມາຈິ: Anime, ສະກົດສຽງ:/a.ɲi.me/) ແມ່ນແອນິເມຊັ້ນທີ່ແຕ້ມດ້ວຍມື ແລະ ຄອມພິວເຕີທີ່ມີຕົ້ນກຳເນີດມາຈາກປະເທດຍີ່ປຸ່ນ.[1] ນອກປະເທດຍີ່ປຸ່ນ ແລະ ໃນປະເທດ-ພາສາລາວ, ອະນິເມະແມ່ນໝາຍເຖິງສະເພາະແຕ່ແອນິເມຊັ້ນທີ່ຜະລິດໃນຍີ່ປຸ່ນ. ແຕ່ໃນປະເທດຍີ່ປຸ່ນ ແລະ ພາສາຍີ່ປຸ່ນ, ອະນິເມະ(ຫຍໍ້ມາຈາກ ແອນິເມຊັ້ນ ໃມພາສາອັງກິດ)ແມ່ນໝາຍເຖິງງານພາບເຄື່ອນໄຫວທັງໝົດໂດຍບໍ່ສົນວ່າຈະມີຮູບແບບແນວໃດ. ແອນິເມຊັ້ນທີ່ມີຮູບແບບລາຍເສັ້ນແບບອະນິເມະຫຼາຍອັນກໍມີຜະລິດຂຶ້ນນອກຍີ່ປຸ່ນເຊັ່ນກັນ. ບາງຄັ້ງວີດີໂອເກມກໍມີຮູບແບບ ແລະ ລາຍເສັ້ນແບບດຽວກັນກໍຖືໄດ້ວ່າເປັນອະນິເມະ.
ແອນິເມຊັ້ນເຊິງໂຄສະນາຂອງຍີ່ປຸ່ນທີ່ເກົ່າແກ່ທີ່ສຸດສ້າງຂຶ້ນໃນປີ1917. ຮູບແບບງານສິນທີ່ມີລັກສະນະສະເພາະທາງອັນເປັນເອກະລັກເກີດຂຶ້ນໃນຊຸມປີ1960 ດ້ວຍມີຜົນງານຂອງນັກຂຽນກາຕູນເທຊຶກະ ໂອຊາມຸເປັນມາດຖານແຮກ ແລະ ໄດ້ປັບປຸງຂະຫຍາຍອອກເລື້ອຍໆໃນທົດສະວັດຕໍ່ໆມາ, ເຊິ່ງສ້າງຖານຜູ້ເບິ່ງໃນປະເທດຢ່າງຫຼວງຫຼາຍ. ອະນິເມະສ່ວນຫຼາຍແມ່ນສາຍອອກອາກາດເທິງໂທລະທັດຄ້າຍຄືກັບລະຄອນໂທລະທັດ, ເຜີຍແຜ່ໂດຍກົງເທິງສື່ພາຍໃນບ້ານ ແລະ ຊ່ອງທາງອິນເຕີເນັດ. ນອກຈາກຈະມີເປັນຜົນງານຕົ້ນສະບັບແລ້ວ, ອະນິເມະມັກຈະເປັນການດັດແປງມາຈາກໜັງສືກາຕູນຍີ່ປຸ່ນ(ມັງງະ), ໄລທ໌ໂນເວລ, ຫຼື ວີດີໂອເກມ. ອະນິເມະຖືກແບ່ງອອກເປັນຫຼາຍປະເພດໂດຍມຸ່ງໄປທີ່ກຸ່ມຜູ້ເບິ່ງທັງໃນວົງກວ້າງ ແລະ ສະເພາະກຸ່ມ.[2]
ອະນິເມະແມ່ນສື່ທີ່ມີຮູບແບບຫຼາກຫຼາຍພ້ອມດ້ວຍວິທີໃນການຜະລິດທີ່ໂດດເດັ່ນທີ່ໄດ້ມີການປັບປ່ຽນມາເນື່ອງໆຕາມຍຸກສະໄໜຂອງເຕັກໂນໂລຊີທີ່ເກີດຂຶ້ນມາໃໝ່. ມັນເປັນການປະສົມປະສານລະຫວ່າງສີລະປະພາບພິມ, ການສ້າງລັກສະນະຕົວລະຄອນ, ການຖ່າຍທອດໃນແບບພາບພະຍົນ, ແລະ ຮູບແບບເຕັກນິກອື່ນໆຂອງການຈິນຕະນາການ ແລະ ແນວຄິດຕ່າງໆ.[3] ເມື່ອນຳມັນມາປຽບທຽບກັບແອນິເມຊັ້ນຕາເວັນຕົກ, ການຜະລິດອະນິເມະສ່ວນຫຼາຍຈະບໍ່ເນັ້ນຫຼັກໄປກັບການເຄື່ອນໄຫວຂອງພາບຫຼາຍ, ແຕ່ຈະໄປຊຸມໃສ່ການຈັດເລື່ອງ ແລະ "ເອຟເຟັກກ້ອງ"ເຊັ່ນ: ການເຄື່ອນ/ການແພນກ້ອງ, ການຊູມ ແລະ ມຸມກ້ອງ.[3] ຮູບແບບຂອງງານສິນນັ້ນມີຫຼາກຫຼາຍແນວ, ສັດສ່ວນ ແລະ ລັກສະນະຂອງຕົວລະຄອນສາມາດປ່ຽນແປງໄປໄດ້ຫຼາຍແບບຫຼາຍແນວ, ໂດຍລັກສະນະທົ່ວໄປອັນເປັນເອກະລັກຂອງອະນິເມະກໍຄືເຊັ່ນ:ດວງຕາທີ່ໃຫຍ່ໂຕ ແລະ ສື່ອາລົມໄດ້ດີຊັດເຈນ.[4]
ອຸດສາຫະກຳອະນິເມະປະກອບໄປດ້ວຍບໍລິສັດຜະລິດຈຳນວນຫຼາຍເຖິງ430ກວ່າບໍລິສັດ, ບໍລິສັດ ຫຼື ສະຕູດີໂອທີ່ໂດ່ງດັງຫຼັກໆມີເຊັ່ນ: ສະຕູດີໂອ ຈິບລິ, ກຽວໂຕ ແອນິເມຊັ້ນ, ຊັນຊາຍສ໌, ໂບນສ໌, ຢູໂຟເທເບິລ, ແມັປປ້າ, ວິທ ສະຕູດີໂອດ ໂຄມິກຊ໌ ເວຟ ຟລີມສ, ໂປດັກຊັນ ໄອ.ຈີ ແລະ ໂທເອ ແອນິເມຊັ້ນເປັນຕົ້ນ. ນັບແຕ່ທົດສະວະທີ80, ສື່ແບບນີ້ໄດ້ຮັບຄວາມປະສົບຜົນສຳເລັດຢ່າງກວ້າງຂວາງໃນລະດັບນານາຊາດ, ຍ້ອນການມາຂອງການພາກສຽງອະນິເມະໃນພາສາທ້ອງຖິ່ນ, ການເພີ່ມຄຳບັນຍາຍ, ແລະ ຕັ້ງແຕ່ຊຸມປີ2010, ເນື່ອງຈາກບໍລິສັດ ສະຕຣີມມິງທີ່ເພີ່ມຂຶ້ນ ແລະ ການເປີດຮັບເອົາວັດທະນະທຳອະນິເມະໃນກຸ່ມຄົນຢ່າງກວ້າງຂວາງຂຶ້ນທັງໃນຍີ່ປຸ່ນ ແລະ ທົ່ວໂລກ.[5] ໃນປີ2016, ແອນິເມຊັ້ນຍີ່ປຸ່ນ ຫຼື ອະນິເມະຄິດເປັນ60%ຂອງລາຍການທີ່ເປັນແອນິເມຊັ້ນໂທລະທັດທັງໝົດໃນໂລກ.[6]
ອັກສອນສາດ[ດັດແກ້]
ໃນຖານະທີ່ເປັນແອນິເມຊັ້ນຮູບແບບໜຶ່ງ, ອະນິເມະແມ່ນຮູບແບບສີລະປະທີ່ປະກອບດ້ວຍຫຼາຍປະເພດທີ່ສາມາດພົບໄດ້ໃນສື່ຕ່າງໆ; ເຊິ່ງມັກຈະຖືກເຂົ້າໃຈຜິດວ່າຕົວມັນເອງເປັນປະເພດຂອງແອນິເມຊັ້ນ.[7] ໃນພາສາຍີ່ປຸ່ນ, ຄຳວ່າ ອະນິເມະ ແມ່ນໃຊ້ເພື່ອກ່າວເຖິງແອນິເມຊັ້ນພາບເຄື່ອນໄຫວທັງໝົດ, ໂດຍບໍ່ສົນວ່າຈະມາຈາກແຕ່ໃສ.[8] ວັດຈະນານຸກົມພາສາອັງກິດໂດຍທົ່ວໄປຈະໃຫ້ຄຳຈຳກັດຄວາມຂອງອະນິເມະ(/ˈænɪmeɪ/)[9]ວ່າເປັນ"ຮູບແບບແອນິເມຊັ້ນໜຶ່ງຂອງຍີ່ປຸ່ນ"[10] ຫຼືເປັນ "ຮູບແບບແອນິເມຊັ້ນທີ່ມີຕົ້ນກຳເນີດມາຈາກຍີ່ປຸ່ນ".[11] ຄຳຈຳກັດຄວາມອື່ນໆແມ່ນມັກຈະເນັ້ນໄປເຖິງຕົ້ນກຳເນີດຂອງມັນ, ເຮັດໃຫ້ການຜະລິດແອນິເມຊັ້ນພາຍໃນຍີ່ປຸ່ນຈະຖືກຖືວ່າເປັນ"ອະນິເມະ".[12]
ອະນິເມະໃນທາງດ້ານອັກສອນສາດຍັງຄົງເປັນທີ່ຖົກຖຽງກັນຢູ່. ຄຳພາສາອັງກິດ"animation"ໃນພາສາຍີ່ປຸ່ນຂຽນດ້ວຍຕົວຄາຕາຄານະວ່າ アニメーション(animēshon, ອະນິເມຊົງ) ແລະ ໃນຮູບແບບຫຍໍ້ເປັນアニメ(anime, ອະນິເມະ).[12] ບາງບ່ອນກໍອ້າງວ່າຄຳນີ້ມາຈາກແອນິເມຊັ້ນໃນພາສາຝຣັ່ງ"dessin animé"("ກາຕູນ", ແປຊື່ໆແມ່ນ"ພາບເຄື່ອນໄຫວ"),[13] ແຕ່ຫຼາຍຄົນກໍຄັດຄ້ານ ແລະ ເຊື່ອວ່າຂໍ້ອ້າງນີ້ມີທີ່ມາຈາກຄວາມນິຍົມທີ່ເພີ່ມຂຶ້ນຢ່າງກ້າວກະໂດດໃນຝຣັ່ງຊ່ວງປາຍທົດສະວັດທີ1970 ແລະ ຊຸມປີ1980.[12]
ໃນພາສາລາວ, ອະນິເມະ ແມ່ນຄຳນາມທົ່ວໄປ(ຕົວຢ່າງ: "ເຈົ້າເບິ່ງອະນິເມະບໍ່?", "ຂ້ອຍເບິ່ງອະນິເມະ." ຫຼື "ເຈົ້າເບິ່ງອະນິເມະຈັກເລື່ອງແລ້ວ?"). ເຊັ່ນດຽວກັນກັບຄຳຍີ່ປຸ່ນບາງຄຳເຊັ່ນ: ມັງງະ ແລະ ໂປເກມອນ, ຄົນມັກຈະອອກສຽງເອກ-ໂທ ຫຼື ເປັນສຽງສັ້ນເຖິງແມ່ນວ່າມັນຂຽນເປັນສຽງຍາວກໍຕາມ.
ອ້າງອິງ[ດັດແກ້]
- ↑ Ashcraft, Brian (2021-05-18). "What "Anime" Means". Kotaku (in ອັງກິດ). Retrieved 2022-03-02.
- ↑ Ministry of Economy, Trade and Industry (2020). "Manga and Anime". Google Arts and Culture.
- ↑ 3.0 3.1 Craig 2000, pp. 139–140.
- ↑ Ashcraft, Brian. "A Serious Look at Big Anime Eyes", Kotaku, 21 September 2016
- ↑ Brzeski, Patrick (16 May 2022). "How Japanese Anime Became the World's Most Bankable Genre". The Hollywood Reporter. Archived from the original on Dec 6, 2022.
- ↑ Napier, Susan J. (2016). Anime from Akira to Howl's Moving Castle: Experiencing Contemporary Japanese Animation. St. Martin's Press. p. 10. ISBN 9781250117724.
- ↑ Poitras 2000, p. 7.
- ↑ "Tezuka: The Marvel of Manga - Education Kit" (PDF). Art Gallery New South Wales. 2007. Archived from the original (PDF) on 30 August 2007. Retrieved 28 October 2007.
- ↑ "Anime - Meaning". Cambridge English Dictionary. Retrieved 4 July 2019.
- ↑ "Anime". Lexico (in ອັງກິດ). Oxford University Press. Archived from the original on March 3, 2020. Retrieved 7 September 2020.
- ↑ "Anime" (in ອັງກິດ). Merriam-Webster. Retrieved 7 September 2020.
- ↑ 12.0 12.1 12.2 "Lexicon - Anime". Anime News Network. Archived from the original on August 30, 2020. Retrieved 12 September 2020.
- ↑ Kroon, Richard W. (2010). A/V A to Z: An Encyclopedic Dictionary of Media, Entertainment and Other Audiovisual Terms. McFarland. p. 48. ISBN 978-0-7864-5740-3.