ອອງ ຊານ ຊຸຈີ

ຈາກ ວິກິພີເດຍ
ອອງ ຊານ ຊຸຈີ
အောင်ဆန်းစုကြည်
ຮູບ:Burma 3 150.jpg
ອອງ ຊານ ຊຸຈີ
ເກີດ 19 ມິຖຸນາ ຄ.ສ. 1945
ຍ່າງກຸ້ງ ພະມ້າຂອງອັງກິດ
ທີ່ຢູ່ ຍ່າງກຸ້ງ ປະເທດພະມ້າ
ສັນຊາດ ພະມ້າ
ຮູ້ຈັກໃນຖານະ ຜູ້ນຳການຕໍ່ຕ້ານລັດຖະບານທະຫານພະມ້າ, ເລຂາທິການພັກສັນນິບາດແຫ່ງຊາດເພື່ອປະຊາທິບປະໄຕ, ຜູ້ຮັບລາງວັນໂນເບລສາຂາສັນຕິພາບ ຄ.ສ. 1991
ອາຊີບ ນາຍົກລັດຖະມົນຕີພະມ້າທີ່ມາຈາກການເລືອກຕັ້ງ[໑][໒][໓][໔][໕][໖][໗]
ສາດສະໜາ ສາດສະໜາພຸດນິກາຍເຖລະວາດ
ຄູ່ສົມລົດ ນາຍໄມເຄີລ ອຣິສ
ບຸດ ອະເລັກຊານເດີ ອຣິສ
ຄິມບິນ ອຣິສ
ບິດາ ມານດາ ນາຍພົນອອງ ຊານ
ນາງຂິ່ນຈີ

ອອງ ຊານ ຊຸຈີ (ພະມ້າ: အောင်ဆန်းစုကြည်) ເປັນນັກການເມືອງຝ່າຍຄ້ານໃນປະເທດພະມ້າ ເກີດເມື່ອວັນທີ່ 19 ມິຖຸນາ ຄ.ສ. 1945 ບິດາຄື ນາຍພົນອອງ ຊານ ຜູ້ນຳການຮຽກຮ້ອງເອກກະລາດຂອງພະມ້າ ຊຶ່ງຖຶກສັງຫານເສຍຊີວິດເມື່ອນາງມີອາຍຸພຽງ 2 ປີ ຊູຈີໄດ້ສົມລົດນຳ ສາດສະຕາຈານ ດລ. ໄມເຄີລ ອຣິສ ອາຈານສອນວິຊາທິເບດສຶກສາ ທີ່ສະຖາບັນຕາເວັນອອກ ມະຫາວິດທະຍາໄລອ໊ອກຊຟອດ ສະຫະລາດຊະອານາຈັກ ມີບຸດຊາຍສອງຄົນ ຄື ອະເລັກຊານເດີ ແລະຄິມ ປັດຈຸບັນ ສາດສະຕາຈານ ດລ.ໄມເຄີລ ອຣິສໄດ້ເສຍຊີວິດແລ້ວດ້ວຍໂລຄມະເລັງໃນປີ ຄ.ສ. 1999 ໂດຍລັດຖະທຳມະນູນສະບັບລ່າສຸດຂອງພະມ້າ ໄດ້ກຳໜົດໄວ້ວ່າຊາວພະມ້າທີ່ສົມລົດນຳຄົນຕ່າງຊາດ ຊິບໍ່ມີສິດທິລົງສະມັກເລືອກຕັ້ງ ອອງ ຊານ ຊຸຈີ ຈຶງໝົດສິດທິລົງສມັກ[໘]

ອອງ ຊານ ຊຸຈີຖຶກສັ່ງກັກບໍລິເວນໃນບ້ານພັກຕັ້ງແຕ່ ຄ.ສ. 1990 ຈົນຮອດໄດ້ຮັບການປ່ອຍໂຕເມື່ອວັນທີ່ 13 ພະຈິກ ຄ.ສ. 2010[໙]

ປະຫວັດ[ດັດແກ້]

ຊີວິດຊ່ວງທຳອິດ[ດັດແກ້]

ອອງ ຊານ ຊຸຈີ ເກີດເມື່ອວັນທີ່ 19 ມິຖຸນາ ຄ.ສ. 1945 ນະ ຍ່າງກຸ້ງ ພະມ້າຂອງອັງກິດ (British Burma)[໑໐] ບິດາຂອງນາງ ນາຍພົນອອງຊານ ທີ່ຊາວພະມ້າຍກຍ່ອງວ່າເປັນ “ວີລະບຸລຸດເພື່ອອິດສະຫຼະພາບຂອງປະເທດພະມ້າ” ຖຶກລອບສັງຫານເມື່ອ ວັນທີ່ 19 ກະລະກະດາ ຄ.ສ. 1947 ເມື່ອນາງໄດ້ອາຍຸໄດ້ 2 ປີ ບົດບາດຂອງນາຍພົນອອງຊານໃນການນຳການຕໍ່ສູ້ນຳຍີ່ປຸ່ນ ແລະສະຫະລາດຊະອານາຈັກທີ່ເຂົ້າມາຍຶດຄອງພະມ້າພາໃຫ້ສະຫະພາບພະມ້າໄດ້ຮັບອິດສະຫຼະພາບເປັນລັດຖະເອກກະລາດເມື່ອ ວັນທີ່ 4 ມົກກະລາ ຄ.ສ. 1948

ດໍຂິ່ນຈີ ຜູ້ເປັນພັນລະຍາຂອງນາຍພົນອອງຊານ ຕ້ອງຮັບພາລະລ້ຽງດູບຸດຊາຍຍິງ 3 ຄົນໂດຍລຳພັງຫຼັງຈາກສາມີຖຶກລອບສັງຫານ ຊູຈີເປັນລູກຄົນເລັກ ແລະເປັນບຸດສາວຄົນດຽວຂອງຄອບຄົວ ພາຍຫຼັງບິດາເສຍຊີວິດບໍ່ດົນ ອ້າຍ ຄົນຮອງຂອງນາງປະສົບອຸບັດຕິເຫດ ຈົມນ້ຳຕາຍໃນບໍລິເວນບ້ານພັກ ຊູຈີແລະອ້າຍຄົນໂຕຄື ອອງຊານ ອູ ເຕີບໂຕມານຳການລ້ຽງດູຂອງມານດາ ທີ່ເຂ້ມແຂັງ ແລະຄວາມເອື້ອເອັນດູຂອງກັນລະຍານະມິດຮ່ວມອຸດົມການຂອງບິດາ

ຄ.ສ. 1960 ດໍຂິ່ນຈີ ໄດ້ຮັບການແຕ່ງຕັ້ງໃຫ້ໄປດຳລົງຕຳແໜ່ງທູດພະມ້າ ປະຈຳປະເທດອິນເດຍ ຊູຈີຖຶກສົ່ງເຂົ້າສຶກສາຕໍ່ທີ່ໂຮງຮຽນມັດທະຍົມແລະວິດທະຍາໄລສະຕີສີລາມ ທີ່ນິວເດລີ ຈາກນັ້ນໄປຮຽນຕໍ່ລະດັບປະລິນຍາຕີ ສາຂາເສດຖະສາດ ການເມືອງ ແລະປັດຍາທີ່ເຊນຮິວຄອລເລຈ ມະຫາວິດທະຍາໄລອອກຊຟອດ ລະຫວ່າງປີ ຄ.ສ. 1964-1967 ຊ່ວງທີ່ສຶກສາຢູ່ທີ່ມະຫາວິດທະຍາໄລອອກຊຟອດ ຊູຈີໄດ້ພໍ້ຮັກນຳ ໄມເຄີລ ອຣິສ ນັກສຶກສາສາຂາວິຊາອາລະຍະທຳທິເບດ

ປີດຽວກັນນຳທີ່ຊູຈີຈົບການສຶກສາ ດໍຂິ່ນຈີ ໝົດວາລະໃນຕຳແໜ່ງທູດປະຈຳປະເທດອິນເດຍ ແລະຍ້າຍກັບໄປພຳນັກ ທີ່ຍ່າງກຸ້ງ ຊູຈີ ແຍກແຕ່ມານດາເພື່ອເດີນທາງໄປມະຫານະຄອນນິວຍອກ ເຂົ້າເຮັດວຍກເປັນຜູ້ຊ່ອຍເລຂານຸການ ໃຫ້ ຄະນະກຳມະການທີ່ປຶກສາ ດ້ານການຕັ້ງຄຳຖາມກ່ຽວນຳງົບປະມານ ແລະການຈັດການຂອງສຳນັກງານເລຂາທິການ ອົງການສະຫະປະຊາຊາດ ຂະນະນັ້ນ ອູຖັ່ນ ຊຶ່ງເປັນຊາວພະມ້າ ດຳລົງຕຳແໜ່ງເລຂາທິການຂອງ ອົງການສະຫະປະຊາຊາດ ໃນການເຮັດວຍກ 3 ປີທີ່ນີ່ຊູຈີໃຊ້ເວລາຊ່ວງເຢັນ ແລະວັນຫຍຸດສຸດສັບປະດາເປັນອາສາສະມັກໃຫ້ໂຮງພະຍາບານ ໃນໂຄົງການຊ່ອຍອ່ານໜັງສື ແລະດູແລປອບໃຈຜູ້ປ່ວຍຍາກຈົນ

ເດືອນມົກກະລາ ຄ.ສ. 1972 ຊູຈີແຕ່ງງານນຳ ໄມເຄີລ ອຣິສ ແລະຍ້າຍໄປຢູ່ນຳສາມີ ທີ່ລາດຊະອານາຈັກພູຕານ ຊູຈີໄດ້ງານ ເປັນນັກວິໄຈໃນກະຊວງຕ່າງປະເທດຂອງລັດຖະບານພູຕານ ຂະນະທີ່ໄມເຄີລມີຕຳແໜ່ງເປັນຫົວໜ້າ ກົມການແປ ໂຮມທັງມີໜ້າທີ່ຖະຫວາຍການສອນ ແກ່ສະມາຊິກລາດຊະວົງແຫ່ງພູຕານ ຕໍ່ມາໃນຊ່ວງປີ ຄ.ສ. 1973-1977 ທັ້ງສອງຍ້າຍກັບມາທີ່ກຸງລອນດອນ ໄມເຄີລໄດ້ງານສອນ ວິຊາຫິມາໄລ ແລະທິເບດສຶກສາທີ່ມະຫາວິດທະຍາໄລອອກຊຟອດ ຊູຈີໃຫ້ກຳເນິດບຸດຊາຍຄົນແຮກ ອະເລັກຊານເດີ ໃນປີ ຄ.ສ. 2516 ແລະບຸດຊາຍຄົນເລັກ ຄິມ ໃນປີ ຄ.ສ.1977 ນອກຈາກໃຊ້ເວລານຳການລ້ຽງດູບຸດຊາຍທັ້ງສອງແລ້ວ ຊູຈີເລີ່ມເຮັດງານຂຽນ ແລະງານວິໄຈກ່ຽວນຳຊີວະປະຫວັດຂອງບິດາແລະຍັງຊ່ອຍງານຫິມາໄລສຶກສາຂອງ ໄມເຄີລນຳ

ຄ.ສ. 1985-1986 ຊູຈີ ແລະໄມເຄີລຕັດສິນໃຈແຍກຈາກກັນ ໄລຍະໜຶ່ງ[ຕ້ອງການອ້າງອີງ] ເພື່ອສະແຫວງຫາຄວາມກ້າວໜ້າທາງວິຊາການ ຊູຈີໄດ້ຮັບທຸນທຳວິໄຈຈາກ ສູນອາຊີຕາເວັນອອກສຽງໃຕ້ ສຶກສາ ມະຫາວິດທະຍາໄລກຽວໂຕ ໃນການເຮັດວິໄຈ ກ່ຽວນຳບົດບາດຂອງນາຍພົນອອງຊານ ຂະນະທີ່ໄມເຄີລໄດ້ຮັບທຸນຈາກ Indian Institute of Advanced Studies ທີ່ຊິມລາ (Simla) ທາງພາກຕາເວັນອອກຂອງອິນເດຍ ຊູຈີພາຄິມ ບຸດຊາຍຄົນເລັກໄປຍີ່ປຸ່ນດ້ວຍ ສ່ວນໄມເຄີລໄດ້ພາອະເລັກຊານເດີ ບຸດຊາຍຄົນໂຕໄປຢູ່ນຳທີ່ອິນເດຍ ປີຕໍ່ມາຊູຈີໄດ້ຮັບທຸນຈາກ Indian Institute of Advanced Studies ຈຶງພາຄິມມາສົມທົບທີ່ຊິມລາ ປະເທດອິນເດຍ ຕໍ່ມາຊູຈີທີ່ຢູ່ທີ່ຍີ່ປຸ່ນຕ້ອງບິນໄປເບີ່ງດູແລມານດາທີ່ເດີນທາງມາຮັບການຜ່າຕັດຕໍ້ກະຈົກຕາ ທີ່ລອນດອນ

ຄ.ສ. 1987 ຊູຈີແລະໄມເຄີລຍ້າຍຄອບຄົວກັບມາຢູ່ທີ່ອອກຊຟອດ ຊູຈີເຂົ້າສຶກສາຕໍ່ທີ່ London School of Oriental and African Studies ທີ່ກຸງລອນດອນ ນາງພວມເຮັດວິທຍານິພົນ ປະລິນຍາເອກກ່ຽວນຳວັນນະຄະດີພະມ້າ

ກັບບ້ານເກີດເພື່ອສານອຸດົມການແລະຄວາມຝັນຂອງບິດາ[ດັດແກ້]

ປາຍເດືອນ ມີນາ ຄ.ສ. 1988 ອອງຊານ ຊູຈີ ໃນໄວ 43 ປີ ເດີນທາງກັບບ້ານ ເກີດທີ່ຍ່າງກຸ້ງ ເພື່ອມາພະຍາບານ ດໍຂິ່ນຈີ ມານດາທີ່ພວມປ່ວຍໜັກ ໃນຂະນະນັ້ນເປັນຊ່ວງທີ່ເກີດພາວະເສດຖະກິດຕົກຕ່ຳ ແລະມີຄວາມວູ່ນວາຍທາງການເມືອງໃນພະມ້າກົດດັນໃຫ້ນາຍພົນເນວິນຕ້ອງລາອອກຈາກຕຳແໜ່ງປະທານພັກໂຄງການສັງຄົມນິຍົມພະມ້າ (The Burma Socialist Programme Party-BSPP) ທີ່ຍຶດອຳນາດການປົກຄອງ ປະເທດພະມ້າມາດົນຖຶງ 26 ປີ ນາງເຄີຍໃຫ້ສັມພາດໄວ້ວ່າ “ຕອນທີ່ຂ້າພະເຈົ້າເດີນທາງກັບມາພະມ້າເມື່ອ ຄ.ສ. 1988 ເພື່ອມາພະຍາບານຍາແມ່ນັ້ນ ຂ້າພະເຈົ້າວາງແຜນໄວ້ວ່າຊິມາລິເລີ່ມ ເຮັດໂຄງການເຄືອຂ່າຍຫ້ອງສະໝຸດໃນນາມຂອງຍາພໍ່ດ້ວຍ ເລື່ອງການເມືອງບໍ່ໄດ້ຢູ່ໃນຄວາມສົນໃຈຂອງຂ້າພະເຈົ້າເທື່ອ ແຕ່ປະຊາຊົນໃນປະເທດຂອງຂ້າພະເຈົ້າພວມຮຽກຮ້ອງ ປະຊາທິບປະໄຕ ແລະໃນຖານະລູກສາວຂອງພໍ່ (ນາຍພົນອອງຊານ) ຂ້າພະເຈົ້າຮູ້ສຶກວ່າເປັນໜ້າທີ່ທີ່ຂ້າພະເຈົ້າ ຕ້ອງເຂົ້າຮ່ວມດ້ວຍ” [໑໑]

ປະຊາຊົນບໍ່ພອໃຈຕໍ່ລະບອບເນວິນ ໂດຍສະເພາະການດຳເນີນນະໂຍບາຍເສດຖະກິດ ນັ້ນສະສົມຕໍ່ເນື່ອງ ແລະຮຸນແຮງຫຼາຍຂຶ້ນເມື່ອມີການປະກາດຍົກເລິກການໃຊ້ທະນະບັດມູນລະຄ່າ 25 ຈັດ 35 ຈັດ ແລະ 75 ຈັດ ໂດຍບໍ່ຍອມໃຫ້ມີການແລກຄືນ ໃນເດືອນ ກັນຍາ ຄ.ສ. 1987 ຊຶ່ງເຮັດໃຫ້ເງີນຮ້ອຍລະ 75 ຫາຍໄປຈາກຕະຫຼາດເງີນ ນັກສຶກສາມະຫາວິດທະຍາໄລຍ່າງກຸ້ງປະທ້ວງດ້ວຍການທຳລາຍຮ້ານຄ້າຫຼາຍແຫ່ງ ຈົນມີເຫດການຮຸນແຮງເທື່ອສຳຄັນປະທຸຂຶ້ນເປັນທຳອິດໃນເດືອນ ມີນາ ຄ.ສ. 1988 ຫຼັງເກີດເຫດທະເລາະ ວິວາດລະຫວ່າງນັກສຶກສາໃນຮ້ານນ້ຳຊາ ແລະຕຳລວດຈັບກຸມຜູ້ກໍ່ເຫດ ກຸ່ມນັກສຶກສາໄດ້ໂຮມໂຕກັນປະທ້ວງ ໃຫ້ປ່ອຍໂຕຜູ້ຕ້ອງຫາ ແຕ່ຕຳລວດກັບໃຊ້ຄວາມຮຸນແຮງ ຕອບໂຕ້ດ້ວຍການຍິງໃສ່ກຸ່ມຜູ້ປະທ້ວງ ເຮັດໃຫ້ມີຜູ້ເສຍຊີວິດຈຳນວນຫຼາຍ ທັ້ງຍັງຈັບກຸມ ນັກສຶກສານັບພັນຄົນໄປຈາກການຊຸມນຸມ ກໍ່ໃຫ້ເກີດຄວາມບໍ່ພໍໃຈ ໃນຫມູ່ນັກສຶກສາປະຊາຊົນ ແລະຂະຫຍາຍໄປທົ່ວປະເທດ ມີການປະທ້ວງໃນພື້ນທີ່ຕ່າງໆ ຈຳນວນຫຼາຍ ຈົນເປັນສາເຫດສຳຄັນຢ່າງໜຶ່ງທີ່ກົດດັນໃຫ້ນາຍພົນເນວິນຕ້ອງປະກາດລາອອກ

ການລາອອກຂອງນາຍພົນເນວິນໃນ ວັນທີ່ 23 ກະລະກະດາ ຕາມມາດ້ວຍການຊຸມນຸມ ຮຽກຮ້ອງປະຊາທິບປະໄຕ ຂອງນັກສຶກສາ ແລະປະຊາຊົນຫຼາຍແສນຄົນໃນເມືອງຫຼວງຍ່າງກຸ້ງ ແລະແຜ່ຂະຫຍາຍໄປທົ່ວປະເທດ ໃນວັນທີ່ 8 ສິງຫາ ຄ.ສ. 1988 ປະຊາຊົນນັບລ້ານໂຮມໂຕກັນໃນເມືອງຍ່າງກຸ້ງ ອັນເປັນເມືອງຫຼວງຂອງປະເທດພະມ້າ ເພື່ອຮຽກຮ້ອງປະຊາທິບປະໄຕ ການປະທ້ວງແຜ່ຂະຫຍາຍໄປທົ່ວປະເທດ ຜູ້ນຳທະຫານໄດ້ສັ່ງການໃຫ້ໃຊ້ກຳລັງອາວຸດສະຫຼາຍການຊຸມນຸມ ເຮັດໃຫ້ຜູ້ຮ່ວມຊຸມນຸມຫຼາຍພັນຄົນເສຍຊີວິດ

ອອງ ຊານ ຊຸຈີ ເຂົ້າຮ່ວມກິດຈະກຳທາງການເມືອງເປັນທຳອິດ ເມື່ອວັນທີ່ 15 ສິງຫາ ຄ.ສ. 1988 ໂດຍສົ່ງຈົດໝາຍເປີດຜະນຶກຖຶງລັດຖະບານ ຮຽກຮ້ອງໃຫ້ມີການຈັດຕັ້ງຄະນະກຳມະການອິດສະຫຼະະເພື່ອກຽມການເລືອກຕັ້ງທົ່ວໄປວັນທີ່ 26 ສິງຫາ ອອງ ຊານ ຊຸຈີ ໃນຂຶ້ນກ່າວປາໄສເປັນທຳອິດ ຕໍ່ໜ້າຝູງຊົນປະມານ 500,000 ຄົນ ທີ່ມາຊຸມນຸມກັນທີ່ເຈດີຊະເວດາກອງ ໃນຍ່າງກຸ້ງ ຊູຈີຮຽກຮ້ອງໃຫ້ມີລັດຖະບານປະຊາທິບປະໄຕ ແຕ່ຜູ້ນຳທະຫານກັບຈັດຕັ້ງສະພາຟື້ນຟູກົດລະບຽບແຫ່ງລັດ (The State Law and Order Restoration Council : SLORC) ຂຶ້ນແທນ ແລະໄດ້ເຮັດການປາບປາມສັງຫານ ແລະຈັບກຸມຜູ້ຕໍ່ຕ້ານອີກຫຼາຍຮ້ອຍຄົນວັນທີ່ 24 ກັນຍາ ຄ.ສ. 1988 ອອງ ຊານ ຊຸຈີ ໄດ້ຮ່ວມຈັດຕັ້ງພັກສັນນິບາດແຫ່ງຊາດເພື່ອປະຊາທິບປະໄຕຂຶ້ນ (National League for Democracy: NLD) ແລະໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງເລຂາທິການພັກຊີວິດທາງການເມືອງຂອງນາງອອງ ຊານ ຊຸຈີ ເລີ່ມຕົ້ນ ນັບແຕ່ນັ້ນ

ມານດາຂອງຊູຈີ ດໍຂິ່ນຈີ ໄດ້ເສຍຊີວິດລງໃນວັນທີ່ 27 ທັນວາ ຄ.ສ. 1988 ແຕ່ພາລະກິຈຕໍ່ແຜ່ນດິນ ເກີດຮຽກຮ້ອງໃຫ້ຊູຈີເລືອກທີ່ຊິຕໍ່ສູ້ນຳລະບອບຜະເດັດການທະຫານຢູ່ບົນແຜ່ນດິນເໜືອລຸ່ມນ້ຳອິລະວະດີ-ສານະວິນ

ກຽດຕິຍົດ ແລະການຈອງຈຳ[ດັດແກ້]

ລັດຖະບານຜະເດັດການໃຊ້ອຳນາດຜະເດັດການພາຍໃຕ້ກົດໄອຍະການສຶກ ສັ່ງກັກບໍລິເວນຊູຈີໃຫ້ຢູ່ແຕ່ໃນບ້ານພັກເປັນ ທຳອິດ ເວລາ 3 ປີ ຕັ້ງແຕ່ວັນທີ່ 20 ກະລະກະດາ ຄ.ສ. 1989 ຊຶ່ງຕໍ່ມາຂະຫຍາຍເປັນ 6 ປີໂດຍບໍ່ມີຂໍ້ຫາ ແລະໄດ້ຈັບກຸມ ສະມາຊິກພັກຈຳນວນຫຼາຍໄປຄຸມຂັງໄວ້ທີ່ ຄຸກອິນເສ່ງ ຊູຈີອົດອາຫານເພື່ອປະທ້ວງ ແລະຮຽກຮ້ອງໃຫ້ນຳນາງໄປຂັງໂຮມນຳສະມາຊິກພັກຄົນອື່ນໆ ເວລານັ້ນອະເລັກຊານເດີ ແລະຄິມຢູ່ນຳມານດານຳ ໄມເຄີລຈາກອັງກິດມາທີ່ຍ່າງກຸ້ງ ເພື່ອເປັນກຳລັງໃຈໃຫ້ພັນລະຍາ ຊູຈີຍຸຕິການອົດອາຫານປະທ້ວງເມື່ອລັດຖະບານຜະເດັດການທະຫານໃຫ້ສັນຍາວ່າ ຊິປະຕິບັດຢ່າງດີຕໍ່ສະມາຊິກພັກເອັນແອລດີ ທີ່ຖຶກຄຸມຂັງໄວ້ທີ່ຄຸກອິນເສ່ງ

27 ພຶດສະພາ ຄ.ສ. 1990 ແມ້ນວ່າຊູຈີຍັງຄົງຖຶກກັກບໍລິເວນຢູ່ ແຕ່ພັກເອັນແອລດີ ຂອງນາງໄດ້ຮັບໄຊຊະນະຢ່າງທ່ວມທ້ນໃນການເລືອກຕັ້ງທົ່ວໄປ ລັດຖະບານຜະເດັດການທະຫານໃນນາມຂອງ “ສະພາຟື້ນຟູກົດໝາຍແລະລະບຽບແຫ່ງລັດ” ປະຕິເສດທີ່ຊິຖ່າຍໂອນອຳນາດໃຫ້ແກ່ຜູ້ຊະນະ ແຕ່ຍື່ນຂໍ້ສະເໜີ ໃຫ້ຊູຈີຍຸຕິບົດບາດທາງການເມືອງ ດ້ວຍການເດີນທາງອອກນອກປະເທດ ໄປໃຊ້ຊີວິດຄອບຄົວນຳສາມີແລະບຸດ ແຕ່ຊູຈີປະຕິເສດຂໍ້ສະເໜີດັງກ່າວ ລັດຖະບານທະຫານຈຶງມີຄຳສັ່ງຍືດເວລາການກັກບໍລິເວນນາງຈາກ 3 ປີ ເປັນ 5 ປີ ແລະເພີ່ມອີກ 1 ປີໃນເວລາຕໍ່ມາ

ວັນທີ່ 14 ຕຸລາ ຄ.ສ. 1991 ຄະນະກຳມະການໂນເບລແຫ່ງປະເທດນອເວ ປະກາດຊື່ ນາງອອງຊານ ຊູຈີ ເປັນຜູ້ໄດ້ຮັບລາງວັນໂນເບລສາຂາສັນຕິພາບ ຊູຈີບໍ່ມີໂອກາດເດີນທາງ ໄປຮັບລາງວັນອັນຊົງກຽດຕິນີ້ດ້ວຍໂຕເອງ ເດືອນທັນວາ ອະເລັກຊານເດີ ແລະຄິມບິນໄປຮັບລາງວັນ ແທນມານດາທີ່ກຸງອອສໂລ ປະເທດນອເວยສອງອ້າຍນ້ອງເດິນ ຖືພາບຖ່າຍຂອງມານດາ ຂຶ້ນເວທີທ່າມ ກາງສຽງປົບມືຕໍ້ນຮັບຢ່າງກຶກກ້ອງ ອະເລັກຊານເດີກ່າວ ນຳຄະນະກຳມະການແລະຜູ້ມາຮ່ວມໃນພິທີວ່າ “ຂ້ານ້ອຍຮູ້ວ່າຖ້າແມ່ມີອິດສະຫຼະພາບແລະຢູ່ທີ່ນີ່ໃນວັນນີ້ ແມ່ຊິຂອບໃຈພວກທ່ານພ້ອມນຳຂໍຮ້ອງ ໃຫ້ພວກທ່ານຮ່ວມກັນສວດມົນ ໃຫ້ທັ້ງຜູ້ກົດຂີ່ແລະຜູ້ຖຶກກົດຂີ່ໂຍນອາວຸດທິ້ງ ແລະຫັນມາຮ່ວມກັນສ້າງຊາດດ້ວຍຄວາມເມດຕາກະລຸນາແລະຈິດວິນຍານແຫ່ງສັນຕິ”

ຊູຈີປະກາດໃຊ້ເງີນລາງວັນຈຳນວນ 1.3 ລ້ານຫຼຽນ ຈັດຕັ້ງກອງທຸນເພື່ອສຸກຂະພາບແລະການສຶກສາ ຂອງປະຊາຊົນພະມ້າ ຕໍ່ມາ ເມື່ອວັນທີ່ 10 ກະລະກະດາ ຄ.ສ. 1995 ຊູຈີໄດ້ຮັບອິດສະຫຼະພາບຈາກການຖຶກກັກບໍລິເວນທຳອິດ

ການເຄື່ອນໄຫວ[ດັດແກ້]

ການປ່ອຍໂຕຈາກການບໍລິເວນນີ້ ຊູຈີ ຍັງຄົງຖຶກຕິດຕາມ ຄວາມເຄື່ອນໄຫວ ແລະບໍ່ສາມາດດຳເນີນກິດຈະກຳທາງການເມືອງໄດ້ຢ່າງອິດສະຫຼະະ ນາງຖຶກຫ້າມ ບໍ່ໃຫ້ປາໄສຕໍ່ໜ້າຝູງຊົນທີ່ມາຊຸມນຸມຢູ່ໜ້າບ້ານຂອງນາງເອງ ແລະເມື່ອນາງພະຍາຍາມເດີນທາງອອກແຕ່ບ້ານພັກ ເພື່ອໄປພໍ້ຝູງຊົນ ເຈົ້າໜ້າທີ່ລັດຊິຕິດຕາມໄປທຸກແຫ່ງຫົນ ພ້ອມນຳຝູງຊົນຈັດຕັ້ງຈຳນວນໜຶ່ງ ທີ່ພະຍາຍາມເຮັດຮ້າຍນາງ ແລະໝູ່ຮ່ວມຄະນະ ຊຶ່ງເທື່ອໜຶ່ງຝູງຊົນຈັດຕັ້ງດັງກ່າວໄດ້ໃຊ້ກ້ອນຫິນ ແລະວັດຖຸອັນຕະລາຍອື່ນໆ ກວ້າງປາເຂົ້າໃສ່ລົດຂອງນາງຈົນເສຍຫາຍ ທັ້ງ ໆ ທີ່ຢູ່ຕໍ່ໜ້າເຈົ້າໜ້າທີ່ຕຳລວດ

ຊູຈີ ດຳເນີນການຕໍ່ສູ້ດ້ວຍແນວທາງສັນຕິວິທີ ດ້ວຍການໃຊ້ວິທີຂຽນຈົດໝາຍ ຂຽນຫນັງສື ບັນທຶກວີດີໂອເທບ ເພື່ອສົ່ງຜ່ານຂໍ້ຮຽກຮ້ອງຂອງນາງ ຕໍ່ລັດຖະບານທະຫານພະມ້າ ອອກມາສູ່ປະຊາຄົມໂລກຢ່າງຕໍ່ເນື່ອງ ກາບທໍ່ທີ່ສາມາດເຮັດໄດ້ ເດືອນ ກະລະກະດາ 1998 ຊູຈີ ນັ່ງປະທ້ວງຢູ່ໃນລົດຈັກ ຂອງນາງເອງເປັນເວລາຫ້າວັນ ຫຼັງຈາກຖຶກຕຳລວດ ສະກັດບໍ່ໃຫ້ລົດຈັກຂອງນາງເດີນທາງອອກຈາກຍ່າງກຸ້ງເພື່ອໄປພໍ້ນຳສະມາຊິກພັກສັນນິບາດແຫ່ງຊາດເພື່ອປະຊາທິບປະໄຕ ເດືອນສິງຫາ 1998 ຊູຈີ ຖຶກສະກັດ ບໍ່ໃຫ້ເດີນທາງໄປພໍ້ສະມາຊິກພັກຂອງນາງອີກເທື່ອໜຶ່ງ ຊູຈີ ໃຊ້ຄວາມສະຫງົບ ຜະເຊີນໜ້າ ນຳເຈົ້າໜ້າທີ່ລັດເປັນເວລາຖຶງຫົກວັນ ຈົນສະບຽງອາຫານທີ່ກຽມໄປໝົດ ນາງຖຶກບັງຄັບພາໂຕກັບ ທີ່ພັກຫຼັງຈາກນັ້ນ

ວັນທີ່ 24 ສິງຫາ ຄ.ສ. 2000 ຊູຈີ ແລະສະມາຊິກພັກສັນນິບາດແຫ່ງຊາດເພື່ອປະຊາທິບປະໄຕ ຊິເດີນທາງເພື່ອໄປດຳເນີນກິດຈະກຳທາງການເມືອງ ແຕ່ຖຶກຕຳລວດສະກັດບໍ່ໃຫ້ເດີນທາງອອກພົ້ນຊານກຸງຍ່າງກຸ້ງຊູຈີ ຍືນຍັນທີ່ຊິດຳເນີນການຕາມເຈດຕະນາລົມໂດຍໃຊ້ວິທີຜະເຊີນໜ້າຢ່າງສະຫງົບນຳຕຳລວດຢູ່ ນະ ຈຸດທີ່ຖຶກສະກັດເປັນເວລາຖຶງ 9 ວັນ ຈົນຖຶງວັນທີ່ 2 ກັນຍາ ຕຳລວດປາບຈະລາຈົນຮ່ວມ 200 ນາຍ ພ້ອມອາວຸດຄົບມື ບັງຄັບນຳນາງກັບເຂົ້າເມືອງ

ສອງສັບປະດາຕໍ່ມາ ຊູຈີ ພ້ອມຄະນະ ຜູ້ນຳພັກຝ່າຍຄ້ານເດີນທາງໄປທີ່ສຖານີລົດໄຟ ເພື່ອຊື້ຕົ໋ວໂດຍສານທາງອອກຈາກເມືອງຍ່າງກຸ້ງ ແຕ່ລັດຖະບານຜະເດັດການທະຫານໄດ້ສົ່ງໜ່ວຍຮັກສາຄວາມປອດໄພພິເສດ ໄປຄວບຄຸມໂຕນາງກັບບ້ານພັກ ພ້ອມທັ້ງວາງກຳລັງ ເຈົ້າໜ້າທີ່ຄວບຄຸມຈຸດຕ່າງ ໆ ບົນຖະໜົນໜ້າບ້ານພັກຂອງນາງຊູຈີ ບໍ່ຍອມໃຫ້ຜູ້ໃດເຂົ້າພໍ້ ຢາມນາງ

ຊູຈີ ຖຶກກັກບໍລິເວນໂດຍປາດສະຈາກຂໍ້ກ່າວຫາແລະຄວາມຜິດອີກເປັນ ເທື່ອທີ່ສອງ ເປັນເວລາ 18 ເດືອນ ຕັ້ງແຕ່ວັນທີ່ 21 ກັນຍາ ຄ.ສ. 2000 ແລະໄດ້ຮັບອິດສະຫຼະພາບ ຈາກການກັກບໍລິເວນເທີ່ອນີ້ເມື່ອເດືອນພຶດສະພາ ຄ.ສ. 2002 ໂດຍໃນວັນທີ່ 8 ທັນວາ ຄ.ສ. 2001 ຂະນະທີ່ຜູ້ຮັກສັນຕິພາບທົ່ວໂລກຮ່ວມກັນສະເຫຼີມສະຫຼອງວາລະຄົບຮອບໜຶ່ງຮ້ອຍປີ ຂອງລາງວັນໂນເບລສາຂາສັນຕິພາບ ພ້ອມນຳສະຫຼອງວາລະຄົບສິບປີທີ່ຊູຈີ ໄດ້ຮັບລາງວັນໂນເບລສາຂາສັນຕິພາບ ນາງອອງ ຊານ ຊຸຈີ ຜູ້ນຳພັກສັນນິບາດແຫ່ງຊາດເພື່ອປະຊາທິບປະໄຕ ຍັງຄົງຖຶກຈຳກັດອິດສະຫຼະພາບຢູ່ໃນປະເທດພະມ້າ ບໍ່ມີໂອກາດເດີນທາງໄປຮ່ວມພິທີສະເຫຼີມສະຫຼອງລາງວັນກຽດຕິຍົດແຫ່ງຊີວິດພ້ອມນຳຜູ້ໄດ້ຮັບລາງວັນຄົນອື່ນ ໆ

ເກີດເຫດການປະທະລະຫວ່າງມວນຊົນຈັດຕັ້ງ ຂອງລັດຖະບານນຳກຸ່ມຜູ້ສະໜັບສະໜຸນ ຊູຈີເມື່ອວັນທີ່ 30 ພຶດສະພາ ລະຫວ່າງທີ່ນາງຊູຈີເດີນທາງເພື່ອພໍ້ນຳປະຊາຊົນ ໃນເມືອງເດພາຍິນ (Depayin) ທາງຕອນເໜືອຂອງພະມ້າ ເຮັດໃຫ້ຊູຈີຖຶກສັ່ງກັກບໍລິເວນໃຫ້ໃຊ້ຊີວິດຢູ່ແຕ່ໃນບ້ານພັກອີກເປັນ ເທື່ອທີ່ 3 ຕັ້ງແຕ່ເດືອນມິຖຸນາ ຄ.ສ. 2003

ການປະທ້ວງຕໍ່ຕ້ານລັດຖະບານໃນພະມ້າ ຄ.ສ. 2007[ດັດແກ້]

ການປະທ້ວງທີ່ນຳໂດຍຄະນະພະພິກສຸສົງ ແມ່ຊີ ນັກສຶກສາແລະປະຊາຊົນ ຊຶ່ງເລີ່ມຕົ້ນຕັ້ງແຕ່ວັນທີ່ 15 ສິງຫາ ຄ.ສ. 2007 ຈາກການບໍ່ພໍໃຈຂອງປະຊາຊົນຕໍ່ການປະກາດຂຶ້ນລາຄານ້ຳມັນເຊື້ເພີງເກືອບທໍ່ໂຕ ແລະຂຶ້ນລາຄາກ໊າດຫຸງຕ້ມຖຶງ 5 ທໍ່ຢ່າງສັບພັນໂດຍບໍ່ໄດ້ປະກາດແຈ້ງບອກຂອງລັດຖະບານທະຫານພະມ້າ ການປະທ້ວງເລີ່ມຮຸນແຮງຂຶ້ນເລື່ອຍມາ ຈົນຮອດວັນທີ່ 5 ກັນຍາ ມີການຊຸມນຸມປະທ້ວງທີ່ວັດແຫ່ງໜຶ່ງໃນເມືອງພະໂຄກກຸ ທາງຕອນກາງຂອງປະເທດ ເຈົ້າໜ້າທີ່ເຂົ້າສະຫຼາຍການຊຸມນຸມ ແລະມີຜູ້ບາດເຈັບຈຳນວນຫຼາຍ ໂຮມທັ້ງພະສົງຈຳນວນ 3 ຮູບ

ຄະນະພະພິກສຸ ຊຶ່ງເປັນສະຖາບັນທີ່ໄດ້ຮັບຄວາມເຄາລົບຢ່າງສູງແຕ່ຊາວພະມ້າ ປະກາດ "ປຖມ ນິຄະຫະກຳ" ບໍ່ຮັບບິນທະບາດແຕ່ຜູ້ທີ່ກ່ຽວຂໍ້ງນຳລັດຖະບານທະຫານພະມ້າ ທະຫານ ແລະຄອບຄົວ ແລະຮຽກຮ້ອງໃຫ້ທາງການພະມ້າ ຂອໂທດອົງກรສົງຢ່າງເປັນທາງການພາຍໃນວັນທີ່ 17 ກັນຍາ ແຕ່ບໍ່ໄດ້ຮັບການຕອບສະໜອງ ພິກສຸສົງຈຶງເລີ່ມເຂົ້າຮ່ວມການປະທ້ວງນຳ ຕັ້ງແຕ່ວັນທີ່ 18 ກັນຍາ ເມື່ອໂຮມຜູ້ປະທ້ວງແລ້ວຫຼາຍກວ່າ 1 ແສນຄົນ ການປະທ້ວງຕໍ່ຕ້ານລັດຖະບານຜະເດັດການເທີ່ອນີ້ຈຶງນັບວ່າເປັນການປະທ້ວງຕໍ່ຕ້ານເທີ່ອໃຫຍ່ທີ່ສຸດຕັ້ງແຕ່ການປະທ້ວງເມື່ອປີ ຄ.ສ. 1988 ຊຶ່ງມີຜູ້ເສຍຊີວິດກວ່າ 3,000 ຄົນ ໃນການໃຊ້ກຳລັງທະຫານເຂົ້າສະຫຼາຍການປະທ້ວງ

ເມື່ອວັນເສົາທີ່ 22 ກັນຍາ ຄະນະສົງແລະປະຊາຊົນໄດ້ເດີນທາງໄປຍັງບ້ານພັກນາງອອງ ຊານ ຊຸຈີ ຜູ້ນຳປະຊາທິບປະໄຕໃນພະມ້າ ຊຶ່ງນາງອອງຊານໄດ້ອອກມາປາກົດໂຕເປັນເວລາ 15 ນາທີ ໂດຍການເປີດປະຕູເລັກຂອງປະຕູບ້ານ ພ້ອມນຳພນມມືໄຫວ້ພະສົງທີ່ພວມໃຫ້ພร ການປາກົດໂຕເທື່ອນີ້ນັບເປັນການປາກົດຕັ້ວຕໍ່ໜ້າສາທາລະນະຊົນທຳອິດໃນຮອບ 4 ປີ ນັບຕັ້ງແຕ່ເດືອນພຶດສະພາ ຄ.ສ. 2003

ການລະເມີດກົດໝາຍ ຄ.ສ. 2009[ດັດແກ້]

ວັນທີ່ 3 ພຶດສະພາ ຄ.ສ. 2009 ນາຍຈອນ ຍັຕທໍ ຊາວອະເມລິກັນ ໄດ້ວ່າຍນ້ຳຂ້າມທະເລສາບໄປຍັງບ້ານພັກທີ່ ອອງຊານຊູຈີ ຖຶກກັກບໍລິເວນຢູ່ ເພີ່ນອາໄສຢູ່ນຳ ຊູຈີ ເປັນເວລາສອງຄືນ ກໍ່ນຊິວ່າຍນ້ຳກັບມາຍັງອີກຝັ່ງແລະຖຶກທະຫານພະມ້າຈັບກຸມໂຕໃນທີ່ສຸດ ວັນທີ່ 14 ພຶດສະພາ ຄ.ສ. 2009 ອອງຊານຊູຈີ ຖຶກຈັບກຸມໂຕແລະນຳໄປຄຸມຂັງໃນເຮືອນຈຳອິນເສງ ໃນຂໍ້ຫາລະເມີດຄຳສັ່ງກັກບໍລິເວນຂອງລັດຖະບານທະຫານພະມ້າວັນທີ່ 11 ສິງຫາ ຄ.ສ. 2009 ສານພະມ້າອ່ານຄຳພິພາກສາວ່າ ອອງຊານຊູຈີ ມີຄວາມຜິດຂໍ້ຫາລະເມີດກົດໝາຍຄວາມມັ່ນຄົງພາຍໃນປະເທດມີໂທດຈຳຄຸກ 3 ປີ ແຕ່ລັດຖະບານທະຫານພະມ້າໃຫ້ລົດໂທດລົງເຄີ່ງໜຶ່ງເຫຼືອພຽງ 18 ເດືອນ ແລະບໍ່ຕ້ອງຖຶກຄຸມຂັງຢູ່ໃນເຮືອນຈຳອິນເສ່ງ ແຕ່ໃຫ້ກັບໄປຖຶກຄວບຄຸມໂຕໃນບ້ານພັກເຊ່ນເດີມ

ຈາກໂທດເທື່ອນີ້ເຮັດໃຫ້ ຊູຈີ ອາດບໍ່ໄດ້ເຂົ້າມາມີສ່ວນຮ່ວມໃນການເລືອກຕັ້ງທົ່ວໄປຂອງພະມ້າທີ່ຄາດວ່າຊິມີຂຶ້ນໃນເດືອນພຶດສະພາ ຄ.ສ. 2010 ດ້ານນາຍຈອນ ຍັຕທໍ ຖຶກສານສັ່ງຈຳຄຸກແລະໃຊ້ແຮງງານເປັນເວລາ 7 ປີ ຕາມຄວາມຜິດ 3 ຂໍ້ຫາ ຊຶ່ງປະກອບດ້ວຍຄວາມຜິດຂໍ້ຫາລະເມີດຄວາມມັ່ນຄົງ 3 ປີ ເຂົ້າເມືອງຢ່າງຜິດກົດໝາຍ 3 ປີ ແລະວ່າຍນ້ຳຢ່າງຜິດກົດໝາຍໃນທີ່ຫ້າມວ່າຍເປັນເວລາ 1 ປີ ໃນວັນທີ່ 15 ສິງຫາ ນາງອອງ ຊານ ຊຸຈີ ໄດ້ເດີນທາງໄປທີ່ເຮືອນຮັບຮອງຂອງລັດຖະບານພະມ້າໃນເມືອງຍ່າງກຸ້ງ ເພື່ອພໍ້ຫາລືນຳວຸດທິສະມາຊິກຈິມ ເວບ ປະທານຄະນະອະນຸກຳມະການວິເທດສັມພັນກິດຈະການອາຊີຕາເວັນອອກແລະແປຊິຟິກຂອງວຸດທິສະພາ ສະຫະລັດ ຊຶ່ງເດີນທາງມາເຍືອນພະມ້າເປັນເວລາ 3 ວັນ ທັ້ງນີ້ ຂະບວນລົດຈັກປະກອບດ້ວຍ ລົດຕຳລວດຫຼາຍຄັນແລະລົດຂອງນາງຊູຈີ ໄດ້ນຳນາງອອກຈາກບ້ານພັກຮິມທະເລສາບກຸງຍ່າງກຸ້ງ ເພື່ອມາພໍ້ນຳ ສ.ວ.ຈິມ ເວບ ຊຶ່ງຫາກໍເສັດສິ້ນການຫາລືເມື່ອຊ່ວງເຊົ້ານຳພົນເອກອາວຸໂສ ຕານ ສ່ວຍ ຜູ້ນຳລັດຖະບານທະຫານພະມ້າທີ່ກຸງເນປິດໍ

ປ່ອຍໂຕ[ດັດແກ້]

ໃນວັນທີ່ 13 ພະຈິກ ຄ.ສ. 2010 ນາງໄດ້ຮັບການປ່ອຍໂຕຈາກລັດຖະບານທະຫານພະມ້າ[໙]

ການສຶກສາ[ດັດແກ້]

ປະຫວັດການເຮັດງານແລະຜົນງານ[ດັດແກ້]

ອ້າງອິງ[ດັດແກ້]

  1. Aung San Suu Kyi should lead Myanmar, Pravda Online. 25 September 2007
  2. The Next United Nations Secretary-General: Time for a Woman. Equality Now.org. November 2005.
  3. MPs to Suu Kyi: You are the real PM of Myanmar. The Times of India. 13 June 2007
  4. Walsh, John. (February 2006). Letters from Burma. Shinawatra International University.
  5. Deutsche Welle
  6. The Hon. PENNY SHARPE
  7. A twist in Aung San Suu Kyi's fate
  8. ພະມ້າວູ່ນແນ່ໆ ບໍ່ໃຫ້ອອງຊານຊູຈີລົງເລືອກຕັ້ງ
  9. ໙.໐ ໙.໑ Burma releases Aung San Suu Kyi. BBC News, 13 November 2010.
  10. A biography of Aung San Suu Kyi. Burma Campaign.co.uk. Retrieved 7 May 2009.
  11. ຊູຈີໃຫ້ສຳພາດEdward Klein ນິຕຍສານ Vanity Fair ເດືອນຕຸລາ ຄ.ສ. 1995