ອອງ ຊານ ຊຸຈີ
ອອງ ຊານ ຊຸຈີ အောင်ဆန်းစုကြည် | |
---|---|
ອອງ ຊານ ຊຸຈີ | |
ເກີດ | 19 ມິຖຸນາ ຄ.ສ. 1945 ຍ່າງກຸ້ງ ພະມ້າຂອງອັງກິດ |
ທີ່ຢູ່ປັດຈຸບັນ | ຍ່າງກຸ້ງ ປະເທດພະມ້າ |
ສັນຊາດ | ພະມ້າ |
ອາຊີບ | ນາຍົກລັດຖະມົນຕີພະມ້າທີ່ມາຈາກການເລືອກຕັ້ງ[1][2][3][4][5][6][7] |
ເປັນທີ່ຮູ້ຈັກຈາກ | ຜູ້ນຳການຕໍ່ຕ້ານລັດຖະບານທະຫານພະມ້າ, ເລຂາທິການພັກສັນນິບາດແຫ່ງຊາດເພື່ອປະຊາທິບປະໄຕ, ຜູ້ຮັບລາງວັນໂນເບລສາຂາສັນຕິພາບ ຄ.ສ. 1991 |
ສາດສະໜາ | ສາດສະໜາພຸດນິກາຍເຖລະວາດ |
ຄູ່ສົມລົດ | ນາຍໄມເຄີລ ອຣິສ |
ບຸດ | ອະເລັກຊານເດີ ອຣິສ ຄິມບິນ ອຣິສ |
ບິດາມາຣດາ | ນາຍພົນອອງ ຊານ ນາງຂິ່ນຈີ |
ອອງ ຊານ ຊຸຈີ (ພະມ້າ: ) ເປັນນັກການເມືອງຝ່າຍຄ້ານໃນປະເທດພະມ້າ ເກີດເມື່ອວັນທີ່ 19 ມິຖຸນາ ຄ.ສ. 1945 ບິດາຄື ນາຍພົນອອງ ຊານ ຜູ້ນຳການຮຽກຮ້ອງເອກກະລາດຂອງພະມ້າ ຊຶ່ງຖຶກສັງຫານເສຍຊີວິດເມື່ອນາງມີອາຍຸພຽງ 2 ປີ ຊູຈີໄດ້ສົມລົດນຳ ສາດສະຕາຈານ ດລ. ໄມເຄີລ ອຣິສ ອາຈານສອນວິຊາທິເບດສຶກສາ ທີ່ສະຖາບັນຕາເວັນອອກ ມະຫາວິດທະຍາໄລອ໊ອກຊຟອດ ສະຫະລາດຊະອານາຈັກ ມີບຸດຊາຍສອງຄົນ ຄື ອະເລັກຊານເດີ ແລະຄິມ ປັດຈຸບັນ ສາດສະຕາຈານ ດລ.ໄມເຄີລ ອຣິສໄດ້ເສຍຊີວິດແລ້ວດ້ວຍໂລຄມະເລັງໃນປີ ຄ.ສ. 1999 ໂດຍລັດຖະທຳມະນູນສະບັບລ່າສຸດຂອງພະມ້າ ໄດ້ກຳໜົດໄວ້ວ່າຊາວພະມ້າທີ່ສົມລົດນຳຄົນຕ່າງຊາດ ຊິບໍ່ມີສິດທິລົງສະມັກເລືອກຕັ້ງ ອອງ ຊານ ຊຸຈີ ຈຶງໝົດສິດທິລົງສມັກ[8]
ອອງ ຊານ ຊຸຈີຖຶກສັ່ງກັກບໍລິເວນໃນບ້ານພັກຕັ້ງແຕ່ ຄ.ສ. 1990 ຈົນຮອດໄດ້ຮັບການປ່ອຍໂຕເມື່ອວັນທີ່ 13 ພະຈິກ ຄ.ສ. 2010[9]
ນາງ ແລະ ພັກການເມືອງຂອງນາງໄດ້ໄຊຊະນະໃນການເລືອກຕັ້ງທົ່ວໄປຂອງມຽນມາໃນເດືອນພະຈິກ 2020, ນາງຖືກຈັບຕົວຄຸມຂັງໃນວັນທີ 1 ກຸມພາ 2021 ພາຍຫລັງການກໍ່ລັດຖະປະຫານ ແລະ ລັດຖະບານມຽນມາກາຍເປັນລັດຖະບານທະຫານອີກຄັ້ງ ແລະ ໄດ້ປາບປາມຄົນປະທ້ວງທົ່ວປະເທດ. ນາງຖືກຕັ້ງຂໍ້ກ່າວຫາຫລາຍລາຍການ ແລະ ໃນວັນທີ 6 ທັນວາ 2021, ນາງຖືກຕັດສິນຈຳຄຸກສີ່ປີ ສຳລັບສອງຂໍ້ກ່າວຫານັ້ນ, ຕໍ່ມາ ໃນວັນທີ 10 ມັງກອນ 2022, ນາງກໍ່ໄດ້ຖືກຕັດສິນຈຸກຄຸກອີກສີ່ປີສຳລັບຂໍ້ກ່າວຫາອື່ນ. ລະຫວ່າງວັນທີ 12 ຕຸລາ 2022, ນາງຖືກຕັດສິນວ່າກະທຳຜິດແລະຕັດອິດສະລະພາບ 26 ປີ ຈາກສິບຂໍ້ກ່າວຫາທັງໝົດ, ລວມທັງຂໍ້ກ່າວຫາການສໍ້ລາດສີ່ລາຍການ. ທາງ ສປຊ, ປະເທດເອີຣົບສ່ວນຫລາຍ ແລະ ສະຫະລັດປະນາມວ່າ ການຈັັບຄຸມຂັງ, ຄະດີຄວາມ ແລະ ການຕັດສິນລົງໂທດນັ້ນເປັນແຮງຈູງໃຈທາງການເມືອງ.
ປະຫວັດ
[ດັດແກ້]ຊີວິດຊ່ວງທຳອິດ
[ດັດແກ້]ອອງ ຊານ ຊຸຈີ ເກີດເມື່ອວັນທີ່ 19 ມິຖຸນາ ຄ.ສ. 1945 ນະ ຍ່າງກຸ້ງ ພະມ້າຂອງອັງກິດ (British Burma)[10] ບິດາຂອງນາງ ນາຍພົນອອງຊານ ທີ່ຊາວພະມ້າຍກຍ່ອງວ່າເປັນ “ວີລະບຸລຸດເພື່ອອິດສະຫຼະພາບຂອງປະເທດພະມ້າ” ຖຶກລອບສັງຫານເມື່ອ ວັນທີ່ 19 ກະລະກະດາ ຄ.ສ. 1947 ເມື່ອນາງໄດ້ອາຍຸໄດ້ 2 ປີ ບົດບາດຂອງນາຍພົນອອງຊານໃນການນຳການຕໍ່ສູ້ນຳຍີ່ປຸ່ນ ແລະສະຫະລາດຊະອານາຈັກທີ່ເຂົ້າມາຍຶດຄອງພະມ້າພາໃຫ້ສະຫະພາບພະມ້າໄດ້ຮັບອິດສະຫຼະພາບເປັນລັດຖະເອກກະລາດເມື່ອ ວັນທີ່ 4 ມົກກະລາ ຄ.ສ. 1948
ດໍຂິ່ນຈີ ຜູ້ເປັນພັນລະຍາຂອງນາຍພົນອອງຊານ ຕ້ອງຮັບພາລະລ້ຽງດູບຸດຊາຍຍິງ 3 ຄົນໂດຍລຳພັງຫຼັງຈາກສາມີຖຶກລອບສັງຫານ ຊູຈີເປັນລູກຄົນເລັກ ແລະເປັນບຸດສາວຄົນດຽວຂອງຄອບຄົວ ພາຍຫຼັງບິດາເສຍຊີວິດບໍ່ດົນ ອ້າຍ ຄົນຮອງຂອງນາງປະສົບອຸບັດຕິເຫດ ຈົມນ້ຳຕາຍໃນບໍລິເວນບ້ານພັກ ຊູຈີແລະອ້າຍຄົນໂຕຄື ອອງຊານ ອູ ເຕີບໂຕມານຳການລ້ຽງດູຂອງມານດາ ທີ່ເຂ້ມແຂັງ ແລະຄວາມເອື້ອເອັນດູຂອງກັນລະຍານະມິດຮ່ວມອຸດົມການຂອງບິດາ
ຄ.ສ. 1960 ດໍຂິ່ນຈີ ໄດ້ຮັບການແຕ່ງຕັ້ງໃຫ້ໄປດຳລົງຕຳແໜ່ງທູດພະມ້າ ປະຈຳປະເທດອິນເດຍ ຊູຈີຖຶກສົ່ງເຂົ້າສຶກສາຕໍ່ທີ່ໂຮງຮຽນມັດທະຍົມແລະວິດທະຍາໄລສະຕີສີລາມ ທີ່ນິວເດລີ ຈາກນັ້ນໄປຮຽນຕໍ່ລະດັບປະລິນຍາຕີ ສາຂາເສດຖະສາດ ການເມືອງ ແລະປັດຍາທີ່ເຊນຮິວຄອລເລຈ ມະຫາວິດທະຍາໄລອອກຊຟອດ ລະຫວ່າງປີ ຄ.ສ. 1964-1967 ຊ່ວງທີ່ສຶກສາຢູ່ທີ່ມະຫາວິດທະຍາໄລອອກຊຟອດ ຊູຈີໄດ້ພໍ້ຮັກນຳ ໄມເຄີລ ອຣິສ ນັກສຶກສາສາຂາວິຊາອາລະຍະທຳທິເບດ
ປີດຽວກັນນຳທີ່ຊູຈີຈົບການສຶກສາ ດໍຂິ່ນຈີ ໝົດວາລະໃນຕຳແໜ່ງທູດປະຈຳປະເທດອິນເດຍ ແລະຍ້າຍກັບໄປພຳນັກ ທີ່ຍ່າງກຸ້ງ ຊູຈີ ແຍກແຕ່ມານດາເພື່ອເດີນທາງໄປມະຫານະຄອນນິວຍອກ ເຂົ້າເຮັດວຍກເປັນຜູ້ຊ່ອຍເລຂານຸການ ໃຫ້ ຄະນະກຳມະການທີ່ປຶກສາ ດ້ານການຕັ້ງຄຳຖາມກ່ຽວນຳງົບປະມານ ແລະການຈັດການຂອງສຳນັກງານເລຂາທິການ ອົງການສະຫະປະຊາຊາດ ຂະນະນັ້ນ ອູຖັ່ນ ຊຶ່ງເປັນຊາວພະມ້າ ດຳລົງຕຳແໜ່ງເລຂາທິການຂອງ ອົງການສະຫະປະຊາຊາດ ໃນການເຮັດວຍກ 3 ປີທີ່ນີ່ຊູຈີໃຊ້ເວລາຊ່ວງເຢັນ ແລະວັນຫຍຸດສຸດສັບປະດາເປັນອາສາສະມັກໃຫ້ໂຮງພະຍາບານ ໃນໂຄົງການຊ່ອຍອ່ານໜັງສື ແລະດູແລປອບໃຈຜູ້ປ່ວຍຍາກຈົນ
ເດືອນມົກກະລາ ຄ.ສ. 1972 ຊູຈີແຕ່ງງານນຳ ໄມເຄີລ ອຣິສ ແລະຍ້າຍໄປຢູ່ນຳສາມີ ທີ່ລາດຊະອານາຈັກພູຕານ ຊູຈີໄດ້ງານ ເປັນນັກວິໄຈໃນກະຊວງຕ່າງປະເທດຂອງລັດຖະບານພູຕານ ຂະນະທີ່ໄມເຄີລມີຕຳແໜ່ງເປັນຫົວໜ້າ ກົມການແປ ໂຮມທັງມີໜ້າທີ່ຖະຫວາຍການສອນ ແກ່ສະມາຊິກລາດຊະວົງແຫ່ງພູຕານ ຕໍ່ມາໃນຊ່ວງປີ ຄ.ສ. 1973-1977 ທັ້ງສອງຍ້າຍກັບມາທີ່ກຸງລອນດອນ ໄມເຄີລໄດ້ງານສອນ ວິຊາຫິມາໄລ ແລະທິເບດສຶກສາທີ່ມະຫາວິດທະຍາໄລອອກຊຟອດ ຊູຈີໃຫ້ກຳເນິດບຸດຊາຍຄົນແຮກ ອະເລັກຊານເດີ ໃນປີ ຄ.ສ. 2516 ແລະບຸດຊາຍຄົນເລັກ ຄິມ ໃນປີ ຄ.ສ.1977 ນອກຈາກໃຊ້ເວລານຳການລ້ຽງດູບຸດຊາຍທັ້ງສອງແລ້ວ ຊູຈີເລີ່ມເຮັດງານຂຽນ ແລະງານວິໄຈກ່ຽວນຳຊີວະປະຫວັດຂອງບິດາແລະຍັງຊ່ອຍງານຫິມາໄລສຶກສາຂອງ ໄມເຄີລນຳ
ຄ.ສ. 1985-1986 ຊູຈີ ແລະໄມເຄີລຕັດສິນໃຈແຍກຈາກກັນ ໄລຍະໜຶ່ງ[ຕ້ອງການອ້າງອີງ] ເພື່ອສະແຫວງຫາຄວາມກ້າວໜ້າທາງວິຊາການ ຊູຈີໄດ້ຮັບທຸນທຳວິໄຈຈາກ ສູນອາຊີຕາເວັນອອກສຽງໃຕ້ ສຶກສາ ມະຫາວິດທະຍາໄລກຽວໂຕ ໃນການເຮັດວິໄຈ ກ່ຽວນຳບົດບາດຂອງນາຍພົນອອງຊານ ຂະນະທີ່ໄມເຄີລໄດ້ຮັບທຸນຈາກ Indian Institute of Advanced Studies ທີ່ຊິມລາ (Simla) ທາງພາກຕາເວັນອອກຂອງອິນເດຍ ຊູຈີພາຄິມ ບຸດຊາຍຄົນເລັກໄປຍີ່ປຸ່ນດ້ວຍ ສ່ວນໄມເຄີລໄດ້ພາອະເລັກຊານເດີ ບຸດຊາຍຄົນໂຕໄປຢູ່ນຳທີ່ອິນເດຍ ປີຕໍ່ມາຊູຈີໄດ້ຮັບທຸນຈາກ Indian Institute of Advanced Studies ຈຶງພາຄິມມາສົມທົບທີ່ຊິມລາ ປະເທດອິນເດຍ ຕໍ່ມາຊູຈີທີ່ຢູ່ທີ່ຍີ່ປຸ່ນຕ້ອງບິນໄປເບີ່ງດູແລມານດາທີ່ເດີນທາງມາຮັບການຜ່າຕັດຕໍ້ກະຈົກຕາ ທີ່ລອນດອນ
ຄ.ສ. 1987 ຊູຈີແລະໄມເຄີລຍ້າຍຄອບຄົວກັບມາຢູ່ທີ່ອອກຊຟອດ ຊູຈີເຂົ້າສຶກສາຕໍ່ທີ່ London School of Oriental and African Studies ທີ່ກຸງລອນດອນ ນາງພວມເຮັດວິທຍານິພົນ ປະລິນຍາເອກກ່ຽວນຳວັນນະຄະດີພະມ້າ
ກັບບ້ານເກີດເພື່ອສານອຸດົມການແລະຄວາມຝັນຂອງບິດາ
[ດັດແກ້]ປາຍເດືອນ ມີນາ ຄ.ສ. 1988 ອອງຊານ ຊູຈີ ໃນໄວ 43 ປີ ເດີນທາງກັບບ້ານ ເກີດທີ່ຍ່າງກຸ້ງ ເພື່ອມາພະຍາບານ ດໍຂິ່ນຈີ ມານດາທີ່ພວມປ່ວຍໜັກ ໃນຂະນະນັ້ນເປັນຊ່ວງທີ່ເກີດພາວະເສດຖະກິດຕົກຕ່ຳ ແລະມີຄວາມວູ່ນວາຍທາງການເມືອງໃນພະມ້າກົດດັນໃຫ້ນາຍພົນເນວິນຕ້ອງລາອອກຈາກຕຳແໜ່ງປະທານພັກໂຄງການສັງຄົມນິຍົມພະມ້າ (The Burma Socialist Programme Party-BSPP) ທີ່ຍຶດອຳນາດການປົກຄອງ ປະເທດພະມ້າມາດົນຖຶງ 26 ປີ ນາງເຄີຍໃຫ້ສັມພາດໄວ້ວ່າ “ຕອນທີ່ຂ້າພະເຈົ້າເດີນທາງກັບມາພະມ້າເມື່ອ ຄ.ສ. 1988 ເພື່ອມາພະຍາບານຍາແມ່ນັ້ນ ຂ້າພະເຈົ້າວາງແຜນໄວ້ວ່າຊິມາລິເລີ່ມ ເຮັດໂຄງການເຄືອຂ່າຍຫ້ອງສະໝຸດໃນນາມຂອງຍາພໍ່ດ້ວຍ ເລື່ອງການເມືອງບໍ່ໄດ້ຢູ່ໃນຄວາມສົນໃຈຂອງຂ້າພະເຈົ້າເທື່ອ ແຕ່ປະຊາຊົນໃນປະເທດຂອງຂ້າພະເຈົ້າພວມຮຽກຮ້ອງ ປະຊາທິບປະໄຕ ແລະໃນຖານະລູກສາວຂອງພໍ່ (ນາຍພົນອອງຊານ) ຂ້າພະເຈົ້າຮູ້ສຶກວ່າເປັນໜ້າທີ່ທີ່ຂ້າພະເຈົ້າ ຕ້ອງເຂົ້າຮ່ວມດ້ວຍ” [11]
ປະຊາຊົນບໍ່ພອໃຈຕໍ່ລະບອບເນວິນ ໂດຍສະເພາະການດຳເນີນນະໂຍບາຍເສດຖະກິດ ນັ້ນສະສົມຕໍ່ເນື່ອງ ແລະຮຸນແຮງຫຼາຍຂຶ້ນເມື່ອມີການປະກາດຍົກເລິກການໃຊ້ທະນະບັດມູນລະຄ່າ 25 ຈັດ 35 ຈັດ ແລະ 75 ຈັດ ໂດຍບໍ່ຍອມໃຫ້ມີການແລກຄືນ ໃນເດືອນ ກັນຍາ ຄ.ສ. 1987 ຊຶ່ງເຮັດໃຫ້ເງີນຮ້ອຍລະ 75 ຫາຍໄປຈາກຕະຫຼາດເງີນ ນັກສຶກສາມະຫາວິດທະຍາໄລຍ່າງກຸ້ງປະທ້ວງດ້ວຍການທຳລາຍຮ້ານຄ້າຫຼາຍແຫ່ງ ຈົນມີເຫດການຮຸນແຮງເທື່ອສຳຄັນປະທຸຂຶ້ນເປັນທຳອິດໃນເດືອນ ມີນາ ຄ.ສ. 1988 ຫຼັງເກີດເຫດທະເລາະ ວິວາດລະຫວ່າງນັກສຶກສາໃນຮ້ານນ້ຳຊາ ແລະຕຳລວດຈັບກຸມຜູ້ກໍ່ເຫດ ກຸ່ມນັກສຶກສາໄດ້ໂຮມໂຕກັນປະທ້ວງ ໃຫ້ປ່ອຍໂຕຜູ້ຕ້ອງຫາ ແຕ່ຕຳລວດກັບໃຊ້ຄວາມຮຸນແຮງ ຕອບໂຕ້ດ້ວຍການຍິງໃສ່ກຸ່ມຜູ້ປະທ້ວງ ເຮັດໃຫ້ມີຜູ້ເສຍຊີວິດຈຳນວນຫຼາຍ ທັ້ງຍັງຈັບກຸມ ນັກສຶກສານັບພັນຄົນໄປຈາກການຊຸມນຸມ ກໍ່ໃຫ້ເກີດຄວາມບໍ່ພໍໃຈ ໃນຫມູ່ນັກສຶກສາປະຊາຊົນ ແລະຂະຫຍາຍໄປທົ່ວປະເທດ ມີການປະທ້ວງໃນພື້ນທີ່ຕ່າງໆ ຈຳນວນຫຼາຍ ຈົນເປັນສາເຫດສຳຄັນຢ່າງໜຶ່ງທີ່ກົດດັນໃຫ້ນາຍພົນເນວິນຕ້ອງປະກາດລາອອກ
ການລາອອກຂອງນາຍພົນເນວິນໃນ ວັນທີ່ 23 ກະລະກະດາ ຕາມມາດ້ວຍການຊຸມນຸມ ຮຽກຮ້ອງປະຊາທິບປະໄຕ ຂອງນັກສຶກສາ ແລະປະຊາຊົນຫຼາຍແສນຄົນໃນເມືອງຫຼວງຍ່າງກຸ້ງ ແລະແຜ່ຂະຫຍາຍໄປທົ່ວປະເທດ ໃນວັນທີ່ 8 ສິງຫາ ຄ.ສ. 1988 ປະຊາຊົນນັບລ້ານໂຮມໂຕກັນໃນເມືອງຍ່າງກຸ້ງ ອັນເປັນເມືອງຫຼວງຂອງປະເທດພະມ້າ ເພື່ອຮຽກຮ້ອງປະຊາທິບປະໄຕ ການປະທ້ວງແຜ່ຂະຫຍາຍໄປທົ່ວປະເທດ ຜູ້ນຳທະຫານໄດ້ສັ່ງການໃຫ້ໃຊ້ກຳລັງອາວຸດສະຫຼາຍການຊຸມນຸມ ເຮັດໃຫ້ຜູ້ຮ່ວມຊຸມນຸມຫຼາຍພັນຄົນເສຍຊີວິດ
ອອງ ຊານ ຊຸຈີ ເຂົ້າຮ່ວມກິດຈະກຳທາງການເມືອງເປັນທຳອິດ ເມື່ອວັນທີ່ 15 ສິງຫາ ຄ.ສ. 1988 ໂດຍສົ່ງຈົດໝາຍເປີດຜະນຶກຖຶງລັດຖະບານ ຮຽກຮ້ອງໃຫ້ມີການຈັດຕັ້ງຄະນະກຳມະການອິດສະຫຼະະເພື່ອກຽມການເລືອກຕັ້ງທົ່ວໄປວັນທີ່ 26 ສິງຫາ ອອງ ຊານ ຊຸຈີ ໃນຂຶ້ນກ່າວປາໄສເປັນທຳອິດ ຕໍ່ໜ້າຝູງຊົນປະມານ 500,000 ຄົນ ທີ່ມາຊຸມນຸມກັນທີ່ເຈດີຊະເວດາກອງ ໃນຍ່າງກຸ້ງ ຊູຈີຮຽກຮ້ອງໃຫ້ມີລັດຖະບານປະຊາທິບປະໄຕ ແຕ່ຜູ້ນຳທະຫານກັບຈັດຕັ້ງສະພາຟື້ນຟູກົດລະບຽບແຫ່ງລັດ (The State Law and Order Restoration Council : SLORC) ຂຶ້ນແທນ ແລະໄດ້ເຮັດການປາບປາມສັງຫານ ແລະຈັບກຸມຜູ້ຕໍ່ຕ້ານອີກຫຼາຍຮ້ອຍຄົນວັນທີ່ 24 ກັນຍາ ຄ.ສ. 1988 ອອງ ຊານ ຊຸຈີ ໄດ້ຮ່ວມຈັດຕັ້ງພັກສັນນິບາດແຫ່ງຊາດເພື່ອປະຊາທິບປະໄຕຂຶ້ນ (National League for Democracy: NLD) ແລະໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງເລຂາທິການພັກຊີວິດທາງການເມືອງຂອງນາງອອງ ຊານ ຊຸຈີ ເລີ່ມຕົ້ນ ນັບແຕ່ນັ້ນ
ມານດາຂອງຊູຈີ ດໍຂິ່ນຈີ ໄດ້ເສຍຊີວິດລງໃນວັນທີ່ 27 ທັນວາ ຄ.ສ. 1988 ແຕ່ພາລະກິຈຕໍ່ແຜ່ນດິນ ເກີດຮຽກຮ້ອງໃຫ້ຊູຈີເລືອກທີ່ຊິຕໍ່ສູ້ນຳລະບອບຜະເດັດການທະຫານຢູ່ບົນແຜ່ນດິນເໜືອລຸ່ມນ້ຳອິລະວະດີ-ສານະວິນ
ກຽດຕິຍົດ ແລະການຈອງຈຳ
[ດັດແກ້]ລັດຖະບານຜະເດັດການໃຊ້ອຳນາດຜະເດັດການພາຍໃຕ້ກົດໄອຍະການສຶກ ສັ່ງກັກບໍລິເວນຊູຈີໃຫ້ຢູ່ແຕ່ໃນບ້ານພັກເປັນ ທຳອິດ ເວລາ 3 ປີ ຕັ້ງແຕ່ວັນທີ່ 20 ກະລະກະດາ ຄ.ສ. 1989 ຊຶ່ງຕໍ່ມາຂະຫຍາຍເປັນ 6 ປີໂດຍບໍ່ມີຂໍ້ຫາ ແລະໄດ້ຈັບກຸມ ສະມາຊິກພັກຈຳນວນຫຼາຍໄປຄຸມຂັງໄວ້ທີ່ ຄຸກອິນເສ່ງ ຊູຈີອົດອາຫານເພື່ອປະທ້ວງ ແລະຮຽກຮ້ອງໃຫ້ນຳນາງໄປຂັງໂຮມນຳສະມາຊິກພັກຄົນອື່ນໆ ເວລານັ້ນອະເລັກຊານເດີ ແລະຄິມຢູ່ນຳມານດານຳ ໄມເຄີລຈາກອັງກິດມາທີ່ຍ່າງກຸ້ງ ເພື່ອເປັນກຳລັງໃຈໃຫ້ພັນລະຍາ ຊູຈີຍຸຕິການອົດອາຫານປະທ້ວງເມື່ອລັດຖະບານຜະເດັດການທະຫານໃຫ້ສັນຍາວ່າ ຊິປະຕິບັດຢ່າງດີຕໍ່ສະມາຊິກພັກເອັນແອລດີ ທີ່ຖຶກຄຸມຂັງໄວ້ທີ່ຄຸກອິນເສ່ງ
27 ພຶດສະພາ ຄ.ສ. 1990 ແມ້ນວ່າຊູຈີຍັງຄົງຖຶກກັກບໍລິເວນຢູ່ ແຕ່ພັກເອັນແອລດີ ຂອງນາງໄດ້ຮັບໄຊຊະນະຢ່າງທ່ວມທ້ນໃນການເລືອກຕັ້ງທົ່ວໄປ ລັດຖະບານຜະເດັດການທະຫານໃນນາມຂອງ “ສະພາຟື້ນຟູກົດໝາຍແລະລະບຽບແຫ່ງລັດ” ປະຕິເສດທີ່ຊິຖ່າຍໂອນອຳນາດໃຫ້ແກ່ຜູ້ຊະນະ ແຕ່ຍື່ນຂໍ້ສະເໜີ ໃຫ້ຊູຈີຍຸຕິບົດບາດທາງການເມືອງ ດ້ວຍການເດີນທາງອອກນອກປະເທດ ໄປໃຊ້ຊີວິດຄອບຄົວນຳສາມີແລະບຸດ ແຕ່ຊູຈີປະຕິເສດຂໍ້ສະເໜີດັງກ່າວ ລັດຖະບານທະຫານຈຶງມີຄຳສັ່ງຍືດເວລາການກັກບໍລິເວນນາງຈາກ 3 ປີ ເປັນ 5 ປີ ແລະເພີ່ມອີກ 1 ປີໃນເວລາຕໍ່ມາ
ວັນທີ່ 14 ຕຸລາ ຄ.ສ. 1991 ຄະນະກຳມະການໂນເບລແຫ່ງປະເທດນອເວ ປະກາດຊື່ ນາງອອງຊານ ຊູຈີ ເປັນຜູ້ໄດ້ຮັບລາງວັນໂນເບລສາຂາສັນຕິພາບ ຊູຈີບໍ່ມີໂອກາດເດີນທາງ ໄປຮັບລາງວັນອັນຊົງກຽດຕິນີ້ດ້ວຍໂຕເອງ ເດືອນທັນວາ ອະເລັກຊານເດີ ແລະຄິມບິນໄປຮັບລາງວັນ ແທນມານດາທີ່ກຸງອອສໂລ ປະເທດນອເວยສອງອ້າຍນ້ອງເດິນ ຖືພາບຖ່າຍຂອງມານດາ ຂຶ້ນເວທີທ່າມ ກາງສຽງປົບມືຕໍ້ນຮັບຢ່າງກຶກກ້ອງ ອະເລັກຊານເດີກ່າວ ນຳຄະນະກຳມະການແລະຜູ້ມາຮ່ວມໃນພິທີວ່າ “ຂ້ານ້ອຍຮູ້ວ່າຖ້າແມ່ມີອິດສະຫຼະພາບແລະຢູ່ທີ່ນີ່ໃນວັນນີ້ ແມ່ຊິຂອບໃຈພວກທ່ານພ້ອມນຳຂໍຮ້ອງ ໃຫ້ພວກທ່ານຮ່ວມກັນສວດມົນ ໃຫ້ທັ້ງຜູ້ກົດຂີ່ແລະຜູ້ຖຶກກົດຂີ່ໂຍນອາວຸດທິ້ງ ແລະຫັນມາຮ່ວມກັນສ້າງຊາດດ້ວຍຄວາມເມດຕາກະລຸນາແລະຈິດວິນຍານແຫ່ງສັນຕິ”
ຊູຈີປະກາດໃຊ້ເງີນລາງວັນຈຳນວນ 1.3 ລ້ານຫຼຽນ ຈັດຕັ້ງກອງທຸນເພື່ອສຸກຂະພາບແລະການສຶກສາ ຂອງປະຊາຊົນພະມ້າ ຕໍ່ມາ ເມື່ອວັນທີ່ 10 ກະລະກະດາ ຄ.ສ. 1995 ຊູຈີໄດ້ຮັບອິດສະຫຼະພາບຈາກການຖຶກກັກບໍລິເວນທຳອິດ
ການເຄື່ອນໄຫວ
[ດັດແກ້]ການປ່ອຍໂຕຈາກການບໍລິເວນນີ້ ຊູຈີ ຍັງຄົງຖຶກຕິດຕາມ ຄວາມເຄື່ອນໄຫວ ແລະບໍ່ສາມາດດຳເນີນກິດຈະກຳທາງການເມືອງໄດ້ຢ່າງອິດສະຫຼະະ ນາງຖຶກຫ້າມ ບໍ່ໃຫ້ປາໄສຕໍ່ໜ້າຝູງຊົນທີ່ມາຊຸມນຸມຢູ່ໜ້າບ້ານຂອງນາງເອງ ແລະເມື່ອນາງພະຍາຍາມເດີນທາງອອກແຕ່ບ້ານພັກ ເພື່ອໄປພໍ້ຝູງຊົນ ເຈົ້າໜ້າທີ່ລັດຊິຕິດຕາມໄປທຸກແຫ່ງຫົນ ພ້ອມນຳຝູງຊົນຈັດຕັ້ງຈຳນວນໜຶ່ງ ທີ່ພະຍາຍາມເຮັດຮ້າຍນາງ ແລະໝູ່ຮ່ວມຄະນະ ຊຶ່ງເທື່ອໜຶ່ງຝູງຊົນຈັດຕັ້ງດັງກ່າວໄດ້ໃຊ້ກ້ອນຫິນ ແລະວັດຖຸອັນຕະລາຍອື່ນໆ ກວ້າງປາເຂົ້າໃສ່ລົດຂອງນາງຈົນເສຍຫາຍ ທັ້ງ ໆ ທີ່ຢູ່ຕໍ່ໜ້າເຈົ້າໜ້າທີ່ຕຳລວດ
ຊູຈີ ດຳເນີນການຕໍ່ສູ້ດ້ວຍແນວທາງສັນຕິວິທີ ດ້ວຍການໃຊ້ວິທີຂຽນຈົດໝາຍ ຂຽນຫນັງສື ບັນທຶກວີດີໂອເທບ ເພື່ອສົ່ງຜ່ານຂໍ້ຮຽກຮ້ອງຂອງນາງ ຕໍ່ລັດຖະບານທະຫານພະມ້າ ອອກມາສູ່ປະຊາຄົມໂລກຢ່າງຕໍ່ເນື່ອງ ກາບທໍ່ທີ່ສາມາດເຮັດໄດ້ ເດືອນ ກະລະກະດາ 1998 ຊູຈີ ນັ່ງປະທ້ວງຢູ່ໃນລົດຈັກ ຂອງນາງເອງເປັນເວລາຫ້າວັນ ຫຼັງຈາກຖຶກຕຳລວດ ສະກັດບໍ່ໃຫ້ລົດຈັກຂອງນາງເດີນທາງອອກຈາກຍ່າງກຸ້ງເພື່ອໄປພໍ້ນຳສະມາຊິກພັກສັນນິບາດແຫ່ງຊາດເພື່ອປະຊາທິບປະໄຕ ເດືອນສິງຫາ 1998 ຊູຈີ ຖຶກສະກັດ ບໍ່ໃຫ້ເດີນທາງໄປພໍ້ສະມາຊິກພັກຂອງນາງອີກເທື່ອໜຶ່ງ ຊູຈີ ໃຊ້ຄວາມສະຫງົບ ຜະເຊີນໜ້າ ນຳເຈົ້າໜ້າທີ່ລັດເປັນເວລາຖຶງຫົກວັນ ຈົນສະບຽງອາຫານທີ່ກຽມໄປໝົດ ນາງຖຶກບັງຄັບພາໂຕກັບ ທີ່ພັກຫຼັງຈາກນັ້ນ
ວັນທີ່ 24 ສິງຫາ ຄ.ສ. 2000 ຊູຈີ ແລະສະມາຊິກພັກສັນນິບາດແຫ່ງຊາດເພື່ອປະຊາທິບປະໄຕ ຊິເດີນທາງເພື່ອໄປດຳເນີນກິດຈະກຳທາງການເມືອງ ແຕ່ຖຶກຕຳລວດສະກັດບໍ່ໃຫ້ເດີນທາງອອກພົ້ນຊານກຸງຍ່າງກຸ້ງຊູຈີ ຢັ້ງຢືນທີ່ຊິດຳເນີນການຕາມເຈດຕະນາລົມໂດຍໃຊ້ວິທີຜະເຊີນໜ້າຢ່າງສະຫງົບນຳຕຳລວດຢູ່ ນະ ຈຸດທີ່ຖຶກສະກັດເປັນເວລາຖຶງ 9 ວັນ ຈົນຖຶງວັນທີ່ 2 ກັນຍາ ຕຳລວດປາບຈະລາຈົນຮ່ວມ 200 ນາຍ ພ້ອມອາວຸດຄົບມື ບັງຄັບນຳນາງກັບເຂົ້າເມືອງ
ສອງສັບປະດາຕໍ່ມາ ຊູຈີ ພ້ອມຄະນະ ຜູ້ນຳພັກຝ່າຍຄ້ານເດີນທາງໄປທີ່ສຖານີລົດໄຟ ເພື່ອຊື້ຕົ໋ວໂດຍສານທາງອອກຈາກເມືອງຍ່າງກຸ້ງ ແຕ່ລັດຖະບານຜະເດັດການທະຫານໄດ້ສົ່ງໜ່ວຍຮັກສາຄວາມປອດໄພພິເສດ ໄປຄວບຄຸມໂຕນາງກັບບ້ານພັກ ພ້ອມທັ້ງວາງກຳລັງ ເຈົ້າໜ້າທີ່ຄວບຄຸມຈຸດຕ່າງ ໆ ບົນຖະໜົນໜ້າບ້ານພັກຂອງນາງຊູຈີ ບໍ່ຍອມໃຫ້ຜູ້ໃດເຂົ້າພໍ້ ຢາມນາງ
ຊູຈີ ຖຶກກັກບໍລິເວນໂດຍປາດສະຈາກຂໍ້ກ່າວຫາແລະຄວາມຜິດອີກເປັນ ເທື່ອທີ່ສອງ ເປັນເວລາ 18 ເດືອນ ຕັ້ງແຕ່ວັນທີ່ 21 ກັນຍາ ຄ.ສ. 2000 ແລະໄດ້ຮັບອິດສະຫຼະພາບ ຈາກການກັກບໍລິເວນເທີ່ອນີ້ເມື່ອເດືອນພຶດສະພາ ຄ.ສ. 2002 ໂດຍໃນວັນທີ່ 8 ທັນວາ ຄ.ສ. 2001 ຂະນະທີ່ຜູ້ຮັກສັນຕິພາບທົ່ວໂລກຮ່ວມກັນສະເຫຼີມສະຫຼອງວາລະຄົບຮອບໜຶ່ງຮ້ອຍປີ ຂອງລາງວັນໂນເບລສາຂາສັນຕິພາບ ພ້ອມນຳສະຫຼອງວາລະຄົບສິບປີທີ່ຊູຈີ ໄດ້ຮັບລາງວັນໂນເບລສາຂາສັນຕິພາບ ນາງອອງ ຊານ ຊຸຈີ ຜູ້ນຳພັກສັນນິບາດແຫ່ງຊາດເພື່ອປະຊາທິບປະໄຕ ຍັງຄົງຖຶກຈຳກັດອິດສະຫຼະພາບຢູ່ໃນປະເທດພະມ້າ ບໍ່ມີໂອກາດເດີນທາງໄປຮ່ວມພິທີສະເຫຼີມສະຫຼອງລາງວັນກຽດຕິຍົດແຫ່ງຊີວິດພ້ອມນຳຜູ້ໄດ້ຮັບລາງວັນຄົນອື່ນ ໆ
ເກີດເຫດການປະທະລະຫວ່າງມວນຊົນຈັດຕັ້ງ ຂອງລັດຖະບານນຳກຸ່ມຜູ້ສະໜັບສະໜຸນ ຊູຈີເມື່ອວັນທີ່ 30 ພຶດສະພາ ລະຫວ່າງທີ່ນາງຊູຈີເດີນທາງເພື່ອພໍ້ນຳປະຊາຊົນ ໃນເມືອງເດພາຍິນ (Depayin) ທາງຕອນເໜືອຂອງພະມ້າ ເຮັດໃຫ້ຊູຈີຖຶກສັ່ງກັກບໍລິເວນໃຫ້ໃຊ້ຊີວິດຢູ່ແຕ່ໃນບ້ານພັກອີກເປັນ ເທື່ອທີ່ 3 ຕັ້ງແຕ່ເດືອນມິຖຸນາ ຄ.ສ. 2003
ການປະທ້ວງຕໍ່ຕ້ານລັດຖະບານໃນພະມ້າ ຄ.ສ. 2007
[ດັດແກ້]ການປະທ້ວງທີ່ນຳໂດຍຄະນະພະພິກສຸສົງ ແມ່ຊີ ນັກສຶກສາແລະປະຊາຊົນ ຊຶ່ງເລີ່ມຕົ້ນຕັ້ງແຕ່ວັນທີ່ 15 ສິງຫາ ຄ.ສ. 2007 ຈາກການບໍ່ພໍໃຈຂອງປະຊາຊົນຕໍ່ການປະກາດຂຶ້ນລາຄານ້ຳມັນເຊື້ເພີງເກືອບທໍ່ໂຕ ແລະຂຶ້ນລາຄາກ໊າດຫຸງຕ້ມຖຶງ 5 ທໍ່ຢ່າງສັບພັນໂດຍບໍ່ໄດ້ປະກາດແຈ້ງບອກຂອງລັດຖະບານທະຫານພະມ້າ ການປະທ້ວງເລີ່ມຮຸນແຮງຂຶ້ນເລື່ອຍມາ ຈົນຮອດວັນທີ່ 5 ກັນຍາ ມີການຊຸມນຸມປະທ້ວງທີ່ວັດແຫ່ງໜຶ່ງໃນເມືອງພະໂຄກກຸ ທາງຕອນກາງຂອງປະເທດ ເຈົ້າໜ້າທີ່ເຂົ້າສະຫຼາຍການຊຸມນຸມ ແລະມີຜູ້ບາດເຈັບຈຳນວນຫຼາຍ ໂຮມທັ້ງພະສົງຈຳນວນ 3 ຮູບ
ຄະນະພະພິກສຸ ຊຶ່ງເປັນສະຖາບັນທີ່ໄດ້ຮັບຄວາມເຄາລົບຢ່າງສູງແຕ່ຊາວພະມ້າ ປະກາດ "ປຖມ ນິຄະຫະກຳ" ບໍ່ຮັບບິນທະບາດແຕ່ຜູ້ທີ່ກ່ຽວຂໍ້ງນຳລັດຖະບານທະຫານພະມ້າ ທະຫານ ແລະຄອບຄົວ ແລະຮຽກຮ້ອງໃຫ້ທາງການພະມ້າ ຂອໂທດອົງກรສົງຢ່າງເປັນທາງການພາຍໃນວັນທີ່ 17 ກັນຍາ ແຕ່ບໍ່ໄດ້ຮັບການຕອບສະໜອງ ພິກສຸສົງຈຶງເລີ່ມເຂົ້າຮ່ວມການປະທ້ວງນຳ ຕັ້ງແຕ່ວັນທີ່ 18 ກັນຍາ ເມື່ອໂຮມຜູ້ປະທ້ວງແລ້ວຫຼາຍກວ່າ 1 ແສນຄົນ ການປະທ້ວງຕໍ່ຕ້ານລັດຖະບານຜະເດັດການເທີ່ອນີ້ຈຶງນັບວ່າເປັນການປະທ້ວງຕໍ່ຕ້ານເທີ່ອໃຫຍ່ທີ່ສຸດຕັ້ງແຕ່ການປະທ້ວງເມື່ອປີ ຄ.ສ. 1988 ຊຶ່ງມີຜູ້ເສຍຊີວິດກວ່າ 3,000 ຄົນ ໃນການໃຊ້ກຳລັງທະຫານເຂົ້າສະຫຼາຍການປະທ້ວງ
ເມື່ອວັນເສົາທີ່ 22 ກັນຍາ ຄະນະສົງແລະປະຊາຊົນໄດ້ເດີນທາງໄປຍັງບ້ານພັກນາງອອງ ຊານ ຊຸຈີ ຜູ້ນຳປະຊາທິບປະໄຕໃນພະມ້າ ຊຶ່ງນາງອອງຊານໄດ້ອອກມາປາກົດໂຕເປັນເວລາ 15 ນາທີ ໂດຍການເປີດປະຕູເລັກຂອງປະຕູບ້ານ ພ້ອມນຳພນມມືໄຫວ້ພະສົງທີ່ພວມໃຫ້ພร ການປາກົດໂຕເທື່ອນີ້ນັບເປັນການປາກົດຕັ້ວຕໍ່ໜ້າສາທາລະນະຊົນທຳອິດໃນຮອບ 4 ປີ ນັບຕັ້ງແຕ່ເດືອນພຶດສະພາ ຄ.ສ. 2003
ການລະເມີດກົດໝາຍ ຄ.ສ. 2009
[ດັດແກ້]ວັນທີ່ 3 ພຶດສະພາ ຄ.ສ. 2009 ນາຍຈອນ ຍັຕທໍ ຊາວອະເມລິກັນ ໄດ້ວ່າຍນ້ຳຂ້າມທະເລສາບໄປຍັງບ້ານພັກທີ່ ອອງຊານຊູຈີ ຖຶກກັກບໍລິເວນຢູ່ ເພີ່ນອາໄສຢູ່ນຳ ຊູຈີ ເປັນເວລາສອງຄືນ ກໍ່ນຊິວ່າຍນ້ຳກັບມາຍັງອີກຝັ່ງແລະຖຶກທະຫານພະມ້າຈັບກຸມໂຕໃນທີ່ສຸດ ວັນທີ່ 14 ພຶດສະພາ ຄ.ສ. 2009 ອອງຊານຊູຈີ ຖຶກຈັບກຸມໂຕແລະນຳໄປຄຸມຂັງໃນເຮືອນຈຳອິນເສງ ໃນຂໍ້ຫາລະເມີດຄຳສັ່ງກັກບໍລິເວນຂອງລັດຖະບານທະຫານພະມ້າວັນທີ່ 11 ສິງຫາ ຄ.ສ. 2009 ສານພະມ້າອ່ານຄຳພິພາກສາວ່າ ອອງຊານຊູຈີ ມີຄວາມຜິດຂໍ້ຫາລະເມີດກົດໝາຍຄວາມມັ່ນຄົງພາຍໃນປະເທດມີໂທດຈຳຄຸກ 3 ປີ ແຕ່ລັດຖະບານທະຫານພະມ້າໃຫ້ລົດໂທດລົງເຄີ່ງໜຶ່ງເຫຼືອພຽງ 18 ເດືອນ ແລະບໍ່ຕ້ອງຖຶກຄຸມຂັງຢູ່ໃນເຮືອນຈຳອິນເສ່ງ ແຕ່ໃຫ້ກັບໄປຖຶກຄວບຄຸມໂຕໃນບ້ານພັກເຊ່ນເດີມ
ຈາກໂທດເທື່ອນີ້ເຮັດໃຫ້ ຊູຈີ ອາດບໍ່ໄດ້ເຂົ້າມາມີສ່ວນຮ່ວມໃນການເລືອກຕັ້ງທົ່ວໄປຂອງພະມ້າທີ່ຄາດວ່າຊິມີຂຶ້ນໃນເດືອນພຶດສະພາ ຄ.ສ. 2010 ດ້ານນາຍຈອນ ຍັຕທໍ ຖຶກສານສັ່ງຈຳຄຸກແລະໃຊ້ແຮງງານເປັນເວລາ 7 ປີ ຕາມຄວາມຜິດ 3 ຂໍ້ຫາ ຊຶ່ງປະກອບດ້ວຍຄວາມຜິດຂໍ້ຫາລະເມີດຄວາມມັ່ນຄົງ 3 ປີ ເຂົ້າເມືອງຢ່າງຜິດກົດໝາຍ 3 ປີ ແລະວ່າຍນ້ຳຢ່າງຜິດກົດໝາຍໃນທີ່ຫ້າມວ່າຍເປັນເວລາ 1 ປີ ໃນວັນທີ່ 15 ສິງຫາ ນາງອອງ ຊານ ຊຸຈີ ໄດ້ເດີນທາງໄປທີ່ເຮືອນຮັບຮອງຂອງລັດຖະບານພະມ້າໃນເມືອງຍ່າງກຸ້ງ ເພື່ອພໍ້ຫາລືນຳວຸດທິສະມາຊິກຈິມ ເວບ ປະທານຄະນະອະນຸກຳມະການວິເທດສັມພັນກິດຈະການອາຊີຕາເວັນອອກແລະແປຊິຟິກຂອງວຸດທິສະພາ ສະຫະລັດ ຊຶ່ງເດີນທາງມາເຍືອນພະມ້າເປັນເວລາ 3 ວັນ ທັ້ງນີ້ ຂະບວນລົດຈັກປະກອບດ້ວຍ ລົດຕຳລວດຫຼາຍຄັນແລະລົດຂອງນາງຊູຈີ ໄດ້ນຳນາງອອກຈາກບ້ານພັກຮິມທະເລສາບກຸງຍ່າງກຸ້ງ ເພື່ອມາພໍ້ນຳ ສ.ວ.ຈິມ ເວບ ຊຶ່ງຫາກໍເສັດສິ້ນການຫາລືເມື່ອຊ່ວງເຊົ້ານຳພົນເອກອາວຸໂສ ຕານ ສ່ວຍ ຜູ້ນຳລັດຖະບານທະຫານພະມ້າທີ່ກຸງເນປິດໍ
ປ່ອຍໂຕ
[ດັດແກ້]ໃນວັນທີ່ 13 ພະຈິກ ຄ.ສ. 2010 ນາງໄດ້ຮັບການປ່ອຍໂຕຈາກລັດຖະບານທະຫານພະມ້າ[9]
ການສຶກສາ
[ດັດແກ້]- ຄ.ສ. 1967 ປະລິນຍາສາຂາວິຊາປັດຍາ ການເມືອງແລະເສດຖະສາດ, ມະຫາວິດທະຍາໄລອ໊ອກຊຟອດ ສະຫະລາດຊະອານາຈັກ
ປະຫວັດການເຮັດງານແລະຜົນງານ
[ດັດແກ້]- ສຳນັກງານເລຂາທິການອົງການສະຫະປະຊາຊາດ ນະຄອນນິວຍອກ
- ເຈົ້າໜ້າທີ່ວິໄຈກະຊວງການຕ່າງປະເທດ ປະເທດພູຕານ
- ລາງວັນໂນເບລສາຂາສັນຕິພາບ ຄ.ສ. 1991 ຈາກການຕໍ່ສູ້ໂດຍສັນຕິວິທີໃນການຮຽກຮ້ອງປະຊາທິບປະໄຕແລະສິດທິມະນຸດສະຍະຊົນ
ອ້າງອິງ
[ດັດແກ້]- ໜຶ່ງທົດສະວັດອອງ ຊານ ຊຸຈີ ນຳລາງວັນໂນເບລສາຂາສັນຕິພາບ Archived 2011-10-12 at the Wayback Machine
- ປະຫວັດ ອອງຊານ ຊູຈີ Archived 2011-11-13 at the Wayback Machine
- ອອງຊານ ຊູຈີ
- [1] Archived 2016-03-11 at the Wayback Machine
- ອອງ ຊານ ຊຸຈີ' ດອດເຂົ້າພໍ້ ສ.ວ.ສະຫະລັດ
- ↑ Aung San Suu Kyi should lead Myanmar, Pravda Online. 25 September 2007
- ↑ The Next United Nations Secretary-General: Time for a Woman. Equality Now.org. November 2005.
- ↑ MPs to Suu Kyi: You are the real PM of Myanmar. The Times of India. 13 June 2007
- ↑ Walsh, John. (February 2006). Letters from Burma. Shinawatra International University.
- ↑ Deutsche Welle
- ↑ The Hon. PENNY SHARPE
- ↑ A twist in Aung San Suu Kyi's fate
- ↑ ພະມ້າວູ່ນແນ່ໆ ບໍ່ໃຫ້ອອງຊານຊູຈີລົງເລືອກຕັ້ງ[dead link]
- ↑ 9.0 9.1 Burma releases Aung San Suu Kyi. BBC News, 13 November 2010.
- ↑ A biography of Aung San Suu Kyi. Burma Campaign.co.uk. Retrieved 7 May 2009.
- ↑ ຊູຈີໃຫ້ສຳພາດEdward Klein ນິຕຍສານ Vanity Fair ເດືອນຕຸລາ ຄ.ສ. 1995
- ບົດຄວາມທີ່ຂາດແຫຼ່ງອ້າງອີງສະເພາະພາກ
- Webarchive template wayback links
- ຊາວພະມ້າ
- ຜູ້ນຳ
- ຜູ້ໄດ້ຮັບລາງວັນໂນເບລສາຂາສັນຕິພາບ
- ຜູ້ໄດ້ຮັບປະລິນຍາດຸສດີບັນດິຕກິດຕິມມະສັກຈາກມະຫາວິດທະຍາໄລທຳມະສາດ
- ນັກການເມືອງສະຕີ
- All articles with dead external links
- Articles with dead external links from ຕຸລາ 2023
- Articles with invalid date parameter in template