ຫົນທາງ

ຈາກ ວິກິພີເດຍ

ຖະໜົນ[ດັດແກ້]

ທາງຄົດລ້ຽວ ເທິງ ພູອາລປສ໌ ຢູ່ ປະເທດ ຝຣັ່ງ

ຖະໜົນເປັນທາງສັນຈອນລະຫວ່າງສະຖານທີ່ສອງແຫ່ງ ທີ່ໄດ້ຮັບການປູພື້ນຜິວ ຫຼື ໄດ້ຮັບການປັບປຸງເພື່ອການເດີນທາງດ້ວຍການຢ່າງ ຫຼື ຍານພາຫະນະຕ່າງໆ ລວມເຖິງມ້າ ກວຽນ ລົດຖີບ ແລະ ຍານຍົນ ຖະໜົນປປະກອບດ້ວຍ ໜຶ່ງເຖິງສອງຊ່ອງທາງໄດ້ແກ່ ທິດດຽວກັນ ແລະ ທິດສວນກັນ ໂດຍແຕ່ລະຝັ່ງມີຊ່ອງສັນຈອນຕັ້ງແຕ່ໜຶ່ງຊ່ອງຂຶ້ນໄປ ແລະ ບາງຄັ້ງອາດມີທາງຢ່າງ ຖະໜົນທີ່ສ້າງມາເພື່ອສ່ວນລວມອາດເອີ້ນວ່າ: ຖະໜົນສາທາລະນະ ຫຼື ທາງຫຼວງ

ພື້ນຜິວຖະໜົນ[ດັດແກ້]

ໃນປະຈຸບັນນິຍົມສ້າງພື້ນທາງດ້ວຍ ຄອນກລີດ ຫຼື ຍາງໝາກຕອຍທີມີຄຸນນະພາບຂຶ້ນກັບລັກສະນະການໃຊ້ວຽກ ໂດຍຖະໜົນຄອນກລີດຂະມີຄ່າໃຊ້ຈ່າຍສູງກວ່າໃນການກໍ່ສ້າງ ແຕ່ຄ່າບຳລຸງຮັກສາຈະຖືກກວ່າຖະໜົນຍາງໝາກຕອຍ ລັກສະນະຂອງຜິວຖະໜົນຈະມີຄວາມຊັນອອກທາງທັງສອງຝັ່ງ ເພື່ອໃຫ້ນ້ຳໄຫຼອອກຈາກຜິວຖະໜົນໄດ້ງ່າຍໃນເວລາທີມີຝົນຕົກ