ສໍດຳ

ຈາກ ວິກິພີເດຍ

ສໍດຳ ແມ່ນອຸປະກອນໃນການຂຽນແລະການແຕ້ມ ມັກໃຊ້ຂຽນລົງເທິງເຈ້ຍ. ສໍດຳປົກກະຕິຈະມີລັກສະນະເປັນແທ່ງໄມ້ຍາວ ໆ ມີໄສ້ຢູ່ທາງໃນ ສ່ວນຫຼາຍໄສ້ສໍຈະເຮັດຈາກກະລາຟິດ. ມີສໍດຳບາງຊະນິດເຮັດຈາກຖ່ານໄມ້ (ໃນສໍດຳຂຽນຄິ້ວ ຈະເປັນເຄື່ອງສຳອາງ). ສຳດຳບາງແທ່ງຈະມີຢາງລຶບຢູ່ປາຍສໍດຳເພື່ອສະດວກໃນການລຶບ.