ສົນທະນາຂອງຜູ້ໃຊ້:Khamphouy keointang

Page contents not supported in other languages.
ຈາກ ວິກິພີເດຍ

ທະນາຄານສົ່ງເສີມກະສິກຳ[ດັດແກ້]

ທະນາຄານ​ສົ່ງ​ເສີມ​ກະສິກຳ ສ້າງ​ຕັ້ງ​ຂື້ນ​ຕາມ​ດຳລັດ​ຂອງ​ນາຍົກ​ລັດ​ທະ​ມົນຕີ ​ເລກທີ 92/ນຍ ລົງ​ວັນ​ທີ 19 ມິຖຸນາ 1993, ​ໃຊ້​ຕົວ​ອັກສອນ​ຫຍໍ້ “ທສກ“ ​ເປັນ​ທະນາຄານ​ພັດທະນາ​ຕາມ​ຂະ​ແໜງ​ການ​ເປັນ​ອົງການ​ນິຕິບຸກຄົນ​ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ ​ສະໜອງ​ສິນ​ເຊື່ອ ​ເຂົ້າ​ໃນ​ການ​ພັດທະນາ​ຂະ​ແໜງ​ການ​ກະສິກຳ - ປ່າ​ໄມ້​ເປັນ​ຕົ້ນຕໍ, ດຳ​ເນີນ​ທຸລະ​ກິດ​ໂດຍ​ບໍ່​ສະ​ແຫວ​ງຫາ​ຜົນ​ກຳ​ໄລ​​ເປັນ​ຕົ້ນຕໍ, ສະໜອງ​ສິນ​ເຊື່ອ​ດ້ວຍ​ອັດຕາ​ດອກ​ເບ້ຍ​ຕໍ່າ​ໃຫ້​ຊາວ​ກະສິກອນ​ທັງ​ເ​ປັນ​ລາຍ​ກຸ່ມ ​ແລະ ລາຍ​ບຸກຄົນດ້ວຍ​ແຫຼ່ງທຶນ​ຂອງ ​ລັດ​ທະ​ບານ ​ແລະ ອົງການ​ຕ່າງໆ​ສະໜອງ​ໃຫ້, ທສກ ​ເວລາ​ນັ້ນ​ບໍ່​ໄດ້​ເຮັດ​ໜ້າ​ທີ່​ລະດົມ​ເງິນ​ຟາກ, ດຳ​ເນີນ​ງານ​ພາຍ​ໃຕ້​ລະບຽບ​ຄຸ້ມ​ຄອງ​ທີ່​ແຕກ​ຕ່າງ​ຈາກ​ສະ​ຖາ​ບັນ​ການ​ເງິນ​ອື່ນ. ມີ​ທຶນ​ຈົດ​ທະບຽນ​ເບື້ອງ​ຕົ້ນ​ທັງ​ໝົດ 1,000,000,000 ກີບ ​​ແບ່ງ​ເປັນ 1,000,000 ຮຸ້ນ, ຮຸ້ນ​ລະ 1,000 ກີບ ​ໂດຍ​ແມ່ນ​ກະຊວງ​ກາ​ນ​ເງິນ​ເປັນ​ຜູ້​ຖື​ຮຸ້ນ 80% ຂອງ​ຈຳນວນ​ຮຸ້ນ​ທັງ​ໝົດ. ວັນ​ທີ 21 ມິຖຸນາ 1993 ຜູ້​ວ່າການ ທະນາຄານ​ແຫ່ງ ສປປລາວ ​ໄດ້​ອອກ​ຂໍ້​ຕົກລົງ​ເລກທີ 45/ທຫລ ວ່າ​ດ້ວຍ​ການ​ແຍກ​ກິດຈະການ​ສິນ​ເຊື່ອ​ຊົນນະບົດ​ອອກ​ຈາກ​ ທະ​ນາຄາ​ນນະຄອນຫຼວງ ​ແລະ ທະ​ນາຄາ​ນ​ເສດ​ຖາ​ທິລາດ, ​ໃນ​ເວລາ​ຕໍ່​ມາ​ຄະນະ​ກະກຽມ​ສ້າງ​ຕັ້ງ​ ທະນາຄານ​ສົ່ງເສີມ​ກະສິກໍາ ​ໄດ້​ແຍກ​ຊັບ​ສິນ, ພະນັກງານ​ຈຳນວນ​ໜຶ່ງ​ອອກ​ຈາກ​ສອງ​ທະນາຄານ​ດັ່ງກ່າວ​ເພື່ອ​ຮັບປະກັນ​ໃຫ້ ​ທະ​ນາຄາ​ນສົ່ງ​ເສີມ​ກະສິກທີ່​ໄດ້​ອະນຸມັດ​ສ້າງ​ຕັ້ງ​ຂື້ນ​ສາມາດ​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ​ຂອງ ​ຕົນ ​ແລະ ​ເປີດການ​ບໍລິການ​ໃຫ້​ລູກ​ຄ້າ​ໃນ​ນະຄອນຫຼວງ​ວຽງຈັນ ​ແລະ ​ແຂວງ​ຕ່າງໆ ທົ່ວ​ປະ​ເທດ. ​

ໃນ​ວັນ​ທີ 18/08/1993 ທະນາຄານ​ສົ່ງ​ເສີມກະສິກຳ​ໄດ້​ເປີດ​ພິທີ​ຂື້ນ​ຢ່າງ​ເປັນ​ທາງ​ການ​ໂດຍ​ມີ​ສຳນັກງານ​ໃຫ່ຍຢູ່​ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ, ມີ​ໂຄງ​ສ້າງ​ການຈັດ​ຕັ້ງ​ຄື: ສະພາ​ບໍລິຫານ 6 ທ່ານ ​ເຊີ່ງ​ປະກອບ​ດ້ວຍ​ຮອງ​ຜູ້​ວ່າການ​ທະນາຄານ​ແຫ່ງ ສປປລາວ ​ເປັນ​ປະທານ, ຜູ້ອຳນວຍການ​ເປັນ​ຮອງ​ປະທານ, ກະຊວງ​ການ​ເງິນ, ກະຊວງ​ກະສິກຳ, ກະຊວງ​ການ​ຄ້າ ​ແລະ ກົມ​ສິນ​ເຊື່ອ​ທະນາຄານ​ແຫ່ງ ສປປລາວ ​ເປັນ​ສະມາຊິກ; ມີ​ຄະນະ​ອຳນວຍ​ການ 2 ທ່ານ, ມີ​ພາກສ່ວນ​ທີ່​ຕົ້ນຕໍ​ຢູ່​ສຳນັກງານ​ໃຫຍ່​ຄື: ຫອ້ງການ,ຈັດ​ຕັ້ງ, ບັນຊີ ​ແລະ ສິນ​ເຊື່ອ, ມີ​ພະນັກງານປະກອບ​ເບື້ອງ​ຕົ້ນ 52 ຄົນ ຍິງ 17 ຄົນ.

ນັບ​ແຕ່​​ເດືອນ ມີນາ 2000-2006 ທະນາຄານ​ກໍ່​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ພາຍ​ໃຕ້​ດຳລັດ​ວ່າ​ດ້ວຍ​ທະນາຄານ​ທຸລະ​ກິດ​ການ​ໃຫ້​ສິນ​ເຊື່ອ​ແມ່ນ​ເລັ່ງ​ ໃສ່​ການ​ປະ​ຕິ​ບັດ​ແຜນ​ງານ ​ແລະ ​ໂຄງການ​ຂອງ​ລັດ​ຖະ​ບານ​ດ້ວຍ ອັດຕາ​ດອກ​ເບ້ຍ​ຕໍ່າ ທສກ ​ໄດ້​ສຸມ​ໃສ່​ໃນ​ການ​ລະດົມ​ແຫຼ່ງທຶນ​ເຂົ້າ​ສູ່​ລະບົບ​ເປັນ​ຕົ້ນຕໍ, ​ເພີ່ມ​ໜ້າ​ທີ່​ ການ​ບໍລິການ ​ແລະ ຊຳລະ​ສະ​ສາງ​ຫຼາຍ​ຂື້ນ, ​ໄດ້​ມີ​ລູກ​ຄ້າ​ເງິນ​ຝາກ​ທຸກ​ປະ​ເພດ​ຫຼາຍ​ຂື້ນ​ຄຽງ​ຄູ່​ກັບ​ການ​ຂະຫຍາຍຕົວ​ທາງ​ດ້ານ​ຕາໜ່າງການ​ບໍລິການ​ຢູ່​ໃນ​ທົ່ວ​ປະ​ເທດ, ທະນາຄານ​ໄດ້​ມີ​ນະ​ໂຍບາຍ ​ແລະ ປະຕິບັດ​ຕາມ​ຂໍ້​ກຳນົດ, ລະບຽບ​ການ​ຄວາມ​ໜັ້ນຄົງ ທີ່​ທະນາຄານ​ແຫ່ງ ສປປລາວ​ໄດ້​ວາງ​ອອກ​ເຊັ່ນ: ການ​ສ້າງ​ຄັງ​ແຮ, ຫັກ​ຄ່າ​ເຊື່ອມ, ການ​ດຳ​ເນີນ​ທຸລະ​ກິດ​ທີ່​ບໍ່​ສະ​ແຫວ​ງຫາ​ຜົນ​ກຳ​ໄລ​ເປັນ​ຕົ້ນຕໍ ​ແລະ ມີ​ສ່ວນ​ຕ່າງ​ທີ່​ບໍ່​ເໜາະ​ສົມ​ເຮັດ​ໃຫ້​ທະນາຄາ​ນພົບ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ການ​ເງິນ, ຄວາມ​ພຽງພໍ​ຂອງ​ທຶນ​ຢູ່​ໃນ​ລະດັບ​ຕໍ່າ ປີ 2007 ​ເປັນ​ຕົ້ນ​ມາ ທສກ ​ໄດ້​ຮັບຮອງ​ເອົາ​ວິ​ໃສ​ທັດ​ໃໝ່​ຂອງ​ຕົນຄື​: ​ເປັນ​ຜູ້ນຳ​ໜ້າ​ໃນ​ການ​ສະ ໜອງ​ການ​ບໍລິການ ການ​ເງິນ​ໃນ​ຊົນນະບົດ, ດຳ​ເນີນ​ທຸລະ​ກິດ​ຕາມ​ກົນ​ໄກ​ຕະຫຼາດ​ກຸ້ມ​ຕົນ​ເອງ​ທາງ​ດ້ານ​ການ​ເງິນ​ແບບ​ຍືນ​ຍົງ​ເພື່ອ​ປະກອບສ່ວນ ​ໄລຍະ​ຍາວ​ເຂົ້າ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ການຈະ​ເລີ​ນ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ ສປປ ລາວ. ທະນາຄານ​ສົ່ງ​ເສີມ​ກະສິກຳ​ໄດ້​ມີ​ການ​ປັບປຸງ​ຮອບດ້ານ​ເຊັ່ນ: ທາງ​ດ້ານ​ນະ​ໂຍບາຍ​ລະບຽບ​ການ, ກົນ​ໄກ​ການ​ຄຸ້ມ​ຄອງ​ບໍລິຫານ, ລົງທຶນ​ໃສ່​ໃນ​ການ​ພັດທະນາ ບຸກຄະ​ລາກ​ອນ ​ແລະ ຄຸ້ມ​ຄອງ​ຊັບ​ພະຍາກອນ​ມະນຸດ ດ້ານ​ການ​ບັນຊີ​ບໍລິຫານ​ຄວາມ​ສ່ຽງ ​ຍາດ​ແຍ່ງການ​ຊວ່ຍ​ເຫຼືອ ​ແລະ ຮ່ວມ​ມື​ກັບ​ຕ່າງປະ​ເທດ ທາງ​ດ້ານ​ເຕັກນິກ​ວິຊາ​ການ, ສຸມ​ໃສ່​ການ​ພັດທະນາ​ລະບົບ​ຫັນ​ເປັນ ​ທັນ​ສະ​ໄໝ​ໂດຍ​ສະ​ເພາະ​ຍົກ​ລະດັບ​ລະບົບ​ເຕັກ​ໂນ​ໂລຢີ ຂໍ້​ມູນ​ຂ່າວສານ, ການ​ບໍລິການ​ທີ່​ມີ​ຫາກ​ຫຼາຍ​ຜະລິດ​ຕະພັນ​ເພື່ອ​ບໍລິການ​ລູກ​ຄ້າ, ກໍ່ສ້າງ​ພື້ນຖານ​ປະກອບ​ວັດຖຸ​ເຕັກນິກ​ເພື່ອ​ຮອງ​ຮັບ​ໃຫ້​ແກ່​ການ​ດຳ​ເນີນ​ທຸລະ​ກິດ​ໃນ​ອະນາຄົດ ທ້າ​ຍປີ 2012 ຖານະ​ການ​ເງິນຂອງ ທສກ ທີ່​ຜ່ານ​ການກວດ​ສອບ​ຕາມ​ມາດຕະຖານ​ສາກົນ (IFRS) ​ໄດ້​ມີ​ຍອດ​ສັບ​ສິນ​ທັງ​ໝົດ 4,192ຕື້ ກີບ ​ເພີ່ມ​ຂື້ນ​ຈາກ​ປີ 2007 ​ເທົ່າ​ກັບ 6,3 ​ເທົ່​າ ຫຼື ​ເພີ່ມຂື້ນ​ສະ​ເລ່ຍ 43% ນັບ​ແຕ່​ປີ 1993 ​ເປັນ​ຕົ້ນ​ມາ, ມີ​ທຶນ​ຈົດ​ທະບຽນ​ຈາກ 800 ລ້ານກີບ ​ໃນ​ມື້​ສ້າງ​ຕັ້ງ​ມາ​ເປັນ 168,6 ຕື້ກີບ; ​ເຊິ່ງ​ໄດ້​ມາ​ຈາກ​ການ​ປະກອບ​ທຶນຂອງລັດຖະ​ບານ ​ແລະ ການ​ສ້າງ​ກຳ​ໄລ​ໄດ້​ໃນ​ແຕ່ລະ​ປີ. ຄວາມ​ພຽງພໍ​ຂອງ​ທຶນ​ກໍ່​ເພີ່ມ​ຂື້ນ​ໃຫ້​ຢູ່​ໃນ​ລະດັບ​ທີ່​ກົດ​ໝາຍ​ກຳນົດ. ມາ​ຮອດ​ປະຈຸ​ບັນ​ທະນາຄານ​ສົ່ງ​ເສີມ​ກະສິກຳ​ຈັດ​ເປັນອັນ​ດັບ​ນຳ​ໜ້າດ້ານ​ການ​ບໍລິການ​ດ້ານ​ກະສິກຳ ​ແລະ ພັດທະນາ​ຊົນນະ​ບົດ, ມີ​ການ​ຂະຫຍາຍ​ຕາໜ່າງການ​ບໍລິການ​ໃຫ້​ໄປ​ເຖິງ​ລູກ​ຄ້າ​ໂດຍ​ສະ​ເພາະ​ບັນດາ​ຕົວ​ເມືອງ​ຕ່າງໆ​ທີ່​ເ​ປັນ​ຈຸດ​ສຸມ​ຂອງ​ລັດ​ຖະ​ບານ ​ແລະ ທ້ອງ​ຖິ່ນ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ໄດ້​ຕອບ​ສະໜອງ​ການ​ບໍລິການ​ແກ່​ລູກ​ຄ້າ​ເພີ່ມ​ຂື້ນ​ໃນ​ແຕ່ລະ​ປີ, ​ເຮັດ​ໃຫ້​ລູກ​ຄ້າ​ ແລະ ປະຊາຊົນ​ໄດ້​ເຂົ້າ​ເຖິງ​ການ​ບໍລິການ​ຂອງ ທສກ ນັບ​ມື້​ນັບ​ຫຼາຍ​ຂື້ນ. ຜະລິດ​ຕະພັນ​ການ​ບໍລິການ​ເປັນ​ຂອງ ທສກ ​ໄດ້​ມີ​ຫຼາກ​ຫຼາຍ ​ແລະ ສາມາດ​ແຂ່ງຂັນ​ໄດ້; ການ​ຊຳລະ​ສະ​ສາງ ​ແລະ ການ​ບໍລິການ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ມີ​ການ​ພັດທະນາ ​ແລະ ຍົກ​ລະດັບ​ຂຶ້ນ​ເປັນ​ກ້າວໆ.

ປະຈຸບັນ ທະນາະຄານສົ່ງເສີມ ກະສິກຳມີ 1 ສຳນັກງານໃຫ່ຍ, 17 ສາຂາ ແລະ 98 ໜ່ວຍບໍລິການ ທົ່ວປະເທດ. Khamphouy keointang (talk) ໐໒:໑໗, ໑໙ ພະຈິກ ໒໐໑໘ (UTC)