ສຸບັນ ສຸວັນນະວົງ

ຈາກ ວິກິພີເດຍ

ຍ້ອນ​ມີ​ພອນ​ສະ­ຫວັນ​ດ້ານ​ການ​ຂີດ​ຂຽນ ແລະ ການ​ແຕ່ງ​ກາບ­ກອນ ບົດ​ເລື່ອງ​ຕ່າງໆ ແລະ ມີ​ແວວ​ດ້ານ​ສິ­ລະ​ປະ​ວັນ­ນະ­ຄະ­ດີ ປີ 1967 ທ່ານ​ໄດ້​ຖືກ​ແຕ່ງ­ຕັ້ງ​ໃຫ້​ເປັນ ຄະ­ນະ​ກອງ​ສິ­ລະ​ປະ­ກອນ​ກຳ­ລັງ​ເປັນ­ກາງ​ຮັກ​ຊາດ ທີ່​ສັນ­ພູ​ເລັງ ແລະ ໃນ​ໜ້າ­ທີ່​ດັ່ງ­ກ່າວ ທ່ານ​ໄດ້​ສຳ​ພັດ​ກັບ​ວຽກ​ງານ​ສິ­ລະ​ປະ​ວັນ­ນະ­ຄະ­ດີ ເຊິ່ງ​ເປັນ​ອາ­ຊີບ​ໜຶ່ງ​ທີ່​ທ່ານ​ມັກ ຮັກ​ມາ​ແຕ່​ນ້ອຍ ແລະ ຍ້ອນ​ທ່ານ​ໄດ້​ຮັບ​ຜົນ​ສະ­ທ້ອນ​ດ້ານ​ສຽງ​ເພງ ໂດຍ​ການ​ຕິດ​ພັນ​ກັບ​ການ​ຮັບ​ໃຊ້​ຢູ່​ໃນ​ໂຮງ​ຮູບ­ເງົາ​ໃນ​ຕອນ​ເຍົາ​ໄວ ຈາກ​ການ­ເຄື່ອນ­ໄຫວ ແລະ ຕິດ​ພັນ ກັບ​ວຽກ​ງານ​ສິ­ລະ​ປະ​ດ້ານ​ສຽງ​ເພງ​ດັ່ງ­ກ່າວ ໃນ​ປີ 1963 ທ່ານ​ອາ­ຍຸ​ໄດ້ 21 ປີ ທ່ານ​ເລີ່ມ​ແຕ່ງ​ເພງ​ທີ່​ມີ​ເນື້ອ​ໃນ​ປະ­ຕິ­ວັດ ປຸກ­ລະ­ດົມ​ນ້ຳ­ໃຈ​ຮັກ​ຊາດ ເພງ​ທຳ​ອິດ​ມີ​ຊື່­ວ່າ: "ປະ­ເທດ​ລາວ​ເປິງ​ດຶກ​ດຳ​ບັນ" ເພງ​ທີ​ສອງ "12 ຕຸ­ລາ ໝັ້ນ­ຍືນ" ສະ­ເຫຼີມ­ສະ­ຫຼອງ​ວັນ​ທີ 12 ຕຸ­ລາ ຄົບ­ຮອບ 18 ປີ ແລະ ເພງ​ອື່ນໆ​ທະ­ຍອຍ​ອອກ​ຮັບ​ໃຊ້​ສັງ­ຄົມ ປຸກ ລະ­ດົມ​ກຳ­ລັງ​ໃຈ​ຕໍ່­ສູ້​ກູ້​ຊາດ ໃນ​ຂອບ​ເຂດ​ແຂວງ​ຊຽງ​ຂວາງ ແລະ ທົ່ວ​ເຂດ​ປົດ​ປ່ອຍ ແນວ​ເພງ​ຂອງ​ທ່ານ​ເປັນ​ເພງ​ລຳ­ວົງ ຟັງ​ງ່າຍ ຕິດ​ໃຈ ອາດ​ເວົ້າ​ໄດ້​ວ່າ: "ລາ­ຊາ" ນັກ ປະ­ພັນ​ເພງ​ຈັງ­ຫວະ​ລຳ­ວົງ​ທີ່​ອະ­ມະ­ຕະ.

ຕະ­ຫຼອດ​ໄລ­ຍະ​ເວ­ລາ​ຕິດ​ພັນ​ກັບ​ວຽກ​ງານ​ສິ­ລະ​ປະ​ການ­ສະ­ແດງ ທ່ານ ສຸ­ບັນ ສຸ­ວັນ­ນະ​ວົງ ໄດ້​ສຸມ​ສະ­ຕິ​ປັນ­ຍາ ເຫື່ອ­ແຮງ​ຂອງ​ຕົນ​ເຂົ້າ​ໃນ​ການ​ປະ­ດິດ​ຄິດ​ແຕ່ງ​ເພງ​ຢ່າງ​ບໍ່​ຮູ້ ອິດ​ຮູ້​ເມື່ອຍ ແລະ ມີ​ຄວາມ​ຮັກ​ອາ­ຊີບ​ສິ­ລະ​ປະ​ການ­ສະ­ແດງ ເວົ້າ​ລວມ ເວົ້າ​ສະ­ເພາະ ການ​ປະ­ດິດ​ຄິດ​ແຕ່ງ​ເປັນ​ຊີ­ວິດ​ຈິດ­ໃຈ ທ່ານ​ປະ­ພັນ​ເພງ​ໄດ້​ທັງ​ໝົດ 109 ບົດ ກາບ ກອນ 4 ບົດ ບົດ​ລະ­ຄອນ​ເວົ້າ 7 ບົດ ເພງ​ທີ່​ໄດ້​ຮັບ​ຄວາມ​ນິ­ຍົມ​ຈາກ​ມວນ​ຊົນ​ມີ​ເພງ "ເຜົ່າ​ລາວ​ເອີຍ" "ເຢັນ​ສະ­ບາຍ​ຊາວ­ນາ" "ຣາ​ຕີ​ແນວ​ໜ້າ" "ດາວ​ລ້ອມ​ເດືອນ" "ພູມ​ພາບ​ຊຽງ​ຂວາງ" "ຈຳ­ປາ​ບານ" "ປາກ​ເຊ​ແດນ​ງາມ" ແລະ ຍັງ​ມີ​ອີກ​ຫຼາຍໆ​ເພງ.