ສະໜາມບິນສາກົນເຕິນເຊິນເຍິດ

ຈາກ ວິກິພີເດຍ
ສະໜາມບິນສາກົນເຕິນເຊິນເຍິດ

ສະໜາມບິນສາກົນເຕິນເຊິນເຍິດ (ພາສາຫວຽດນາມ Sân bay quốc tế Tân Sơn Nhất) ແມ່ນ ສະໜາມບິນສາກົນ ຢູ່ ນະຄອນໂຮ່ຈິມິນ, ແລະ ທັງແມ່ນ ສະໜາມບິນໃຫຍ່ທີ່ສຸດ ຢູ່ ຫວຽດນາມ. ມັນຖືກສ້າງຂຶ້ນທຳອິດ ໃນ ຕົ້ນຊຸມປີ 1930 ໂດຍຝະລັ່ງ ແລະ ຂະຫຍາຍໃຫ້ໃຫຍ່ ຂຶ້ນ ໂດຍ ສະຫະລັດອາເມລິກາ ໃນ ປີ 1956 (ໃນລະຫວ່າງສົງຄາມຫວຽດນາມ). ອາຄານສາຍສາກົນໃໝ່ ສ້າງໂດຍການຊ່ອຍເຫຼືອ ຈາກລັດຖະບານຍີ່ປຸ່ນ ໄດ້ຖືກເປີດໃຊ້ຢ່າງເປັນທາງການ ໃນ ວັນທີ 2 ກັນຍາ 2007 (ວັນຊາດຫວຽດນາມ). ສະໜາມບິນດັ່ງກ່າວ ບໍລິການຜູ້ໂດຍສານ 13 ລ້ານເທື່ອຄົນ ໃນ ປີ 2008 ກວມ 50% ຂອງ ຈຳນວນຜູ້ໂດຍສານທາງອາກາດທັງໝົດ ຢູ ຫວຽດນາມໃນປີນັ້ນ.