ສະໄໝກາງ

ຈາກ ວິກິພີເດຍ

ຍຸກກາງ (ຄຳເຄົ້າ: ຍຸຄກລາງ[໑], ອັງກິດ: Medieval Age) ຫຼື ສະໄໝກາງ (ຄຳເຄົ້າ: ສມັຍກລາງ[໒], ອັງກິດ: Middle Ages) ແມ່ນຊ່ວງເວລາໃນປະວັດສາດເອີລົບຕັ້ງແຕ່ຄິດສະຕະວັດທີ 5 ຫາຄິດສະຕະວັດທີ 15 ໂດຍປົກກະຕິແລ້ວແມ່ນເລີ່ມນັບຕັ້ງແຕ່ການຫຼົ້ມສະຫຼາຍລົງຂອງຈັກກະວັດໂລມັນຕາເວັນຕົກ (ການສິ້ນສຸດຂອງສະໄໝຄາດສິກ) ຈົນເຖິງຈຸດເລີ່ມຕົ້ນຂອງສະໄໝຟື້ນຟູສິລະປະວິທະຍາແລະຍຸກແຫ່ງການສຳລວດ ເຊິ່ງແມ່ນຍຸກທີ່ນຳໄປສູ່ຍຸກສະໄໝໃໝ່ໃນເວລາຕໍ່ມາ. ສະໄໝກາງແມ່ນຊ່ວງເວລາກົງກາງຂອງກະບວນການປ່ຽນຜ່ານໃນປະວັດສາດຕາເວັນຕົກແມ່ນ ສະໄໝຄາດສິກ, ສະໄໝກາງ ແລະສະໄໝໃໝ່. ນອກຈາກນີ້ສະໄໝກາງຍັງຖືກແບ່ງອອກເປັນສາມຊ່ວງເວລາແມ່ນ ຍຸກກາງຕອນຕົ້ນ (Early Middle Ages), ຍຸກກາງຕອນກາງ (High Middle Ages) ແລະຍຸກກາງຕອນປາຍ (Late Middle Ages).

ໃນຍຸກກາງຕອນຕົ້ນ ການລຸດລົງຂອງປະຊາກອນ, ການຫົດໂຕຂອງເມືອງ ແລະການຮຸກຮານຈາກອະນາລະຍະຊົນ ເລີ່ມຕົ້ນຂຶ້ນໃນຍຸກບຸຮານຕອນປາຍແລະດຳເນີນໄປຢ່າງໄວວາເຫຼົ່າອະນາລະຍະຊົນຜູ້ບຸກລຸກເຂົ້າຕັ້ງອານາຈັກຂອງຕົນໃນສ່ວນທີ່ເຫຼືອຢູ່ຂອງຈັກກະວັດໂລມັນຕາເວັນຕົກ. ໃນຄິດສະຕະວັດທີ 7 ອາຟລິກກາເໜືອແລະຕາເວັນອອກກາງ ເຊິ່ງເຄີຍເປັນສ່ວນໜຶ່ງຂອງຈັກກະວັດໂລມັນຕາເວັນອອກ ໄດ້ກາຍໄປເປັນຈັກກະວັດອິສະລາມຫຼັງຈາກຖືກຍຶດຄອງໂດຍຜູ້ສືບທອດຂອງນະບີມຸຮຳມັດ ແມ້ນວ່າຈະມີການປ່ຽນແປງທາງສັງຄົມແລະໂຄງສ້າງທາງການເມືອງຫຼາຍຫຼວງ ແຕ່ກໍບໍ່ໄດ້ປ່ຽນໄປຈາກຍຸກບຸຮານຄາດສິກຢ່າງສິ້ນເຊີງ. ຈັກກະວັດໂລມັນຕາເວັນອອກຫຼືຈັກກະວັດບິເຊນທີນຍັງຄົງຢູ່ລອດແລະຮັກສາອຳນາດຂອງຕົນເອົາໄວ້ໄດ້. ນອກຈາກນີ້ແລ້ວອານາຈັກເກີດໃໝ່ສ່ວນໃຫຍ່ຍັງຄົງກ່ຽວພັນຢູ່ກັບສະຖາບັນທີ່ຫຼົງເຫຼືອຢູ່ຂອງຊາວໂລມັນ ໃນຂະນະທີ່ວັດວາອາຮາມຂອງຄິດສາສະໜາໄດ້ແຜ່ຂະຫຍາຍໄປທົ່ວເອີລົບຕາເວັນຕົກ. ໃນຄິດສະຕະວັດທີ 7 ແລະ 8 ຊາວແຟງພາຍໃຕ້ການປົກຄອງຂອງລາຊະວົງຄາໂລແລັງຊຽງໄດ້ສະຖາປະນາຈັກກະວັດຂຶ້ນເຊິ່ງຄອບຄຸມພື້ນທີ່ສ່ວນໃຫຍ່ຂອງເອີລົບຕາເວັນຕົກມີນາມວ່າ ຈັກກະວັດຄາໂລແລັງຊຽງ ເຊິ່ງຍືນຍົງໄປຈົນຮອດຄິດສະຕະວັດທີ 9. ເມື່ອຈັກກະວັດຫຼົ້ມສະຫຼາຍລົງຈາກແຮງກົດດັນຂອງການຮຸກຮານຈາກພາຍນອກ ເຊັ່ນ ຊາວໄວກິງຈາກທາງເໜືອ, ຊາວມາດຢາຈາກທາງຕາເວັນອອກ ແລະຊາວຊາລາເຊນຈາກທາງໃຕ້.

ຊ່ວງຍຸກກາງຕອນກາງເຊິ່ງເລີ່ມຂຶ້ນຫຼັງຄິດສະຕະວັດທີ 10 ປະຊາກອນຂອງເອີລົບຂະຫຍາຍໂຕຢ່າງຫຼາຍຈາກການທີ່ນະວັດຕະກຳທາງເຕັກໂນໂລຊີແລະທາງການກະເສດເຮັດໃຫ້ການຄ້າຂາຍຈະເລີນຮຸ່ງເຮືອງແລະການເຮັດສວນໄຮ່ນາຂະຫຍາຍໂຕ ລະບົບມາເນີ້ - ອົງກອນຂອງຊາວນາຕາມໝູ່ບ້ານທີ່ຕິດຄ້າງຄ່າເຊົ່າທີ່ດິນແລະໜ້າທີ່ດ້ານແຮງງານແກ່ຂຸນນາງ ແລະລະບົບຟິວດັນ - ໂຄງສ້າງທາງການເມືອງທີ່ເຊິ່ງອັດສະວິນແລະຂຸນນາງສັກຕ່ຳກວ່າຕິດຄ້າງໜ້າທີ່ດ້ານການທະຫານແກ່ເຈົ້ານາຍຜູ້ມີສັກສູງກວ່າຂອງພວກເຂົາແລກກັບສິດໃນການເກັບຄ່າເຊົ່າທີ່ດິນແລະຊາວນາໃຕ້ປົກຄອງ. ສອງລະບົບນີ້ແມ່ນລະບຽບຂອງສັງຄົມທີ່ໃຊ້ກັນໃນຍຸກກາງຕອນກາງ. ຕໍ່ມາອານາຈັກເລີ່ມລວມສູນອຳນາດຫຼາຍຂຶ້ນພາຍຫຼັງການຫຼົ້ມສະຫຼາຍລົງຂອງຈັກກະວັດຄາໂລແລັງຊຽງ ສົງຄາມຄູເສດເຊິ່ງເລີ່ມຂຶ້ນເທື່ອທຳອິດໃນປີ ຄ.ສ. 1095 ແມ່ນຜະລິດຜົນຈາກຄວາມພະຍາຍາມທາງການທະຫານຂອງເຫຼົ່າຊາວຄິດໃນເອີລົບຕາເວັນຕົກທີ່ຕ້ອງການຈະທວງຄືນດິນແດນສັກສິດໃນຕາເວັນອອກກາງຄືນຈາກຊາວມຸສະລິມແລະມີອຳນາດເໜືອດິນແດນດັງກ່າວດົນນານພໍທີ່ຈະສະຖາປະນາລັດຄິດໃນຕາເວັນອອກໃກ້ ກຸ່ມປັນຍາຊົນເກີດຂຶ້ນຈາກລັດທິອັດສະມາຈານນິຍົມແລະການກໍ່ຕັ້ງມະຫາວິທະຍາໄລທົ່ວເອີລົບ ລວມໄປເຖິງການກໍ່ສ້າງໂບດວິຫານແບບກໍທິກ ເປັນໜຶ່ງໃນໂຕຢ່າງຄວາມສຳເລັດທາງດ້ານສິລະປະອັນຍິ່ງໃຫຍ່ຈາກຍຸກກາງຕອນກາງ.

ຍຸກກາງຕອນປາຍຕ້ອງຜະເຊີນກັບຄວາມຫຍຸ້ງຍາກແລະຫາຍະນະຫຼາຍຫຼວງ ເຊັ່ນ ຄວາມອົດຢາກ, ໂລກລະບາດ ແລະສົງຄາມ ເຊິ່ງເຮັດໃຫ້ຈຳນວນປະຊາກອນໃນເອີລົບຕາເວັນຕົກລຸດລົງເປັນຢ່າງຫຼາຍ. ໃນຊ່ວງເວລາສີ່ປີຕັ້ງແຕ່ ຄ.ສ. 1347 ຫາ ຄ.ສ. 1350 ກາລະໂລກລະບາດໃນເອີລົບເອົາຊີວິດຊາວເອີລົບໄປສາມໃນສີ່ໂດຍປະມານ. ຄວາມກັງຂາ, ຄວາມນອກຮີດ ແລະຄວາມແຕກແຍກພາຍໃນຄິດຕະຈັກດຳເນີນຄວບຄູ່ໄປກັບສົງຄາມລະຫວ່າງລັດ, ສົງຄາມກາງເມືອງ ແລະການລຸກຮື້ຂອງຊາວນາພາຍໃນອານາຈັກຕ່າງໆ. ພັດທະນາການທາງດ້ານວັດທະນະທຳແລະເຕັກໂນໂລຊີໄດ້ປ່ຽນແປງສັງຄົມຂອງເອີລົບອັນເປັນຈຸດຈົບຂອງຍຸກກາງແລະຈຸດເລີ່ມຕົ້ນຂອງສະໄໝໃໝ່ຕອນຕົ້ນ.

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
  2. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.