ສະຖາບັນເອສຊີພີ

ຈາກ ວິກິພີເດຍ
ສະຖາບັນເອສຊີພີ
ໂລໂກ້
ປະເພດໂຄງການຮ່ວມມືຂຽນນະວະນິຍາຍ
ພາສາທີ່ໃຊ້ໄດ້ອັງກິດ ແລະ ພາສາອື່ນໆອີກ15ພາສາ[note 1]
ຍູອາຣ໌ແອລໜ້າຫຼັກຂອງເວັບໄຊທ໌
ລົງທະບຽນບໍ່ຈຳເປັນຕ້ອງລົງທະບຽນ[note 2]
ເປີດໂຕທີ19, ມັງກອນປີ2008; 16ປີກ່ອນ(ດັ້ງເດີມ) ທີ19, ກໍລະກົດປີ2008 (ປັດຈຸບັນ)[2]
ສະຖານະປັດຈຸບັນໃຊ້ງານຢູ່
ລິຂະສິດເນື້ອຫາCC-BY-SA-3.0[3]

ສະຖາບັນເອສຊີພີ (ອັງກິດ: SCP Foundation)ແມ່ນໂຄງການຮ່ວມມືຂຽນນະວະນິຍາຍເທິງເວັບໄຊທ໌ປະເພດວິກິ. ພາຍໃນຈັກກະວານສົມມຸດທີ່ຮ່ວມມືກັນແຕ່ງຂຶ້ນເທິງເວັບໄຊທ໌, ສະຖາບັນເອສຊີພີ[note 3] ແມ່ນອົງກອນລັບທີ່ເຮັດໜ້າທີ່ຮັບຜິດຊອບໃນການຈັບ, ກັກກັນ ແລະ ສຶກສາປາກົດການປະຫຼາດ, ສິ່ງເໜືອທຳມະຊາດ ແລະ ປາກົດການເລິກລັບຕ່າງໆ (ເອີ້ນກັນວ່າ "ຄວາມອາປົກກະຕິ" ຫຼື "ພວກເອສຊີພີ"), ໃນເວລາດຽວກັນກໍໄດ້ຮັກສາການມີຢູ່ຂອງອົງກອນໃຫ້ເປັນຄວາມລັບຈາກຜູ້ຄົນພາຍນອກ ແລະ ຄົນໃນສັງຄົມ.

ໂຄງການຮ່ວມມືຂຽນນະວະນິຍາຍດຳເນີນຂຶ້ນເທິງເວັບໄຊທ໌ທີ່ຄ້າຍຄືກັບວິກິ ເອສຊີພີ ວິກິ, ແລະ ປະກອບດ້ວຍອົງປະກອບຂອງແນວເລື່ອງຕ່າງໆາງເຊັ່ນ: ສະຫຍອງຂວັນ, ນິຍາຍວິທະຍາສາດ ແລະ ເລື່ອງລາວແຟນຕາຊີທີ່ເກີດຂຶ້ນໃນເມືອງ. ຜົນງານສ່ວນໃຫຍ່ຫຼັກໆເທິງເອສຊີພີ ວິກິປະກອບດ້ວຍແຟ້ມເອກະສານ(ບົດຄວາມ)ຫຼາຍພັນໜ້າທີ່ໂຄງສ້າງມີຫຼາຍສ່ວນເຊັ່ນ: ລາຍງານທາງດ້ານວິທະຍາສາດທີ່ເປັນຄວາມລັບທີ່ບັນທຶກກ່ຽວກັບເອສຊີພີຕ່າງໆ ແລະ ມາດຕະການກັກກັນເອສຊີພີທີ່ກ່ຽວຂ້ອງ. ໃນເວັບໄຊທ໌ຍັງມີ "ເລື່ອງເລົ່າສະຖາບັນ", ເຊິ່ງແມ່ນເລື່ອງສັ້ນທີ່ເລົ່າກ່ຽວກັບຕົວລະຄອນ ແລະ ສ່ວນອື່ນໆຂອງເລື່ອງລາວໃນຈັກກະວານເອສຊີພີ. ເຫຼົ່າຜົນງານຂຽນເທິງເວັບວິກິດັ່ງກ່າວໄດ້ຮັບການຍ້ອງຍໍເຖິງຄວາມສາມາດໃນການຖ່າຍທອດຄວາມສະຫຍອງຂວັນຜ່ານສະຕາຍການຂຽນເກິ່ງວິທະຍາສາດ ແລະ ຂຽນໃນຮູບແບບວິຊາການໄປຈົນເຖິງມາດຕະຖານທີ່ມີລະດັບຄຸນນະພາບສູງ.

ຈັກກະວານຂອງເອສຊີພີໄດ້ສ້າງແຮງບັນດານໃຈໃຫ້ກັບເຫຼົ່າແຟນຄລັບຢ່າງຫຼວງຫຼາຍໃນການສ້າງຜົນງານຕ່າງໆທີ່ດັດແປງມາຈາກເລື່ອງລາວຕ່າງໆໃນສະຖາບັນເອສຊີພີ, ບໍ່ວ່າຈະເປັນໜັງສື, ກາຕູນ, ເພງ, ວີດີໂອເກມ, ໜັງຄົນສະແດງສັ້ນ ແລະ ອື່ນໆ.

ພາບລວມຂອງຈັກກະວານເອສຊີພີ[ດັດແກ້]

ການຈັດເລື່ອງແມ່ນມີສູນກາງສຸມໃສ່ການວິໄຈຄົ້ນຄວ້າ ແລະ ກິດຈະກຳການເຄື່ອນໄຫວຕ່າງໆຂອງສະຖາບັນເອສຊີພີ - ອົງກອນລັບລະຫວ່າງປະເທດທີ່ປະກອບຂຶ້ນດ້ວຍສະຖາບັນການວິໄຈວິທະຍາສາດທີ່ປະກອບດ້ວຍກອງທະຫານເກິ່ງໜ່ວຍສືບລັບເຊິ່ງຊ່ວຍສະໜັບສະໜຸນເປົ້າໝາຍຂອງທາງສະຖາບັນ. ເຖິງແມ່ນວ່າຕົວອົງກອນນັ້ນຈະມີສະຖານະທີ່ເປັນຄວາມລັບຢ່າງຍິ່ງ, ແຕ່ທາງສະຖາບັນກໍໄດ້ຮັບຄວາມໄວ້ວາງໃຈຈາກລັດຖະບານນານາປະເທດໃຫ້ຈັບກຸມ ແລະ ກັກກັນປາກົດການປະຫຼາດເລິກລັັບທີ່ບໍ່ສາມາດອະທິບາຍໄດ້ໃນທາງວິທະຍາສາດເຊິ່ງໄດ້ຫັກກົກຂອງທຳມະຊາດ(ເອີ້ນວ່າ "ຄວາມອາປົກກະຕິ", "ວັດຖຸເອສຊີພີ", ຫຼື "ພວກເອສຊີພີ"). ເຫຼົ່າເອສຊີພີລວມມີຫຼາຍໆຢ່າງທັງທີ່ເປັນສິ່ງມີຊີວິດ ຫຼື ບໍ່ມີຊີວິດ, ອຸປະກອນ ຫຼື ວັດຖຸສິ່ງຂອງ, ທີ່ຢູ່ ຫຼື ສະຖານທີ່, ສິ່ງທີ່ເປັນນາມມະທຳ, ແລະ ສິ່ງທີ່ສາມາດສະແດງພະລັງອຳນາດເໜືອທຳມະຊາດ ຫຼື ຄຸນສົມບັດທີ່ຜິດປົກກະຕິອື່ນໆ. ຫາກບໍ່ໄດ້ຮັບການຄວບຄຸມ, ຄວາມອາປົກກະຕິທີ່ເປັນອັນຕະລາຍຈຳນວນຫຼາຍອາດກາຍເປັນໄພຮ້າຍແຮງຕໍ່ມວນມະນຸດ ຫຼື ສິ່ງມີຊີວິດທັງໝົດເທິງໂລກ. ຂໍ້ມູນທັງໝົດກ່ຽວກັບການມີຢູ່ຂອງສະຖາບັນ ແລະ ເຫຼົ່າເອສຊີພີຈະຖືກເກັບຮັກສາບໍ່ໃຫ້ເປີດເຜີຍຕໍ່ສາທາລະນະຢ່າງເຄັ່ງຄັດ, ເພື່ອປ້ອງກັນບໍ່ໃຫ້ເກີດສະພາວະຢ້ານກົວເປັນວົງກວ້າງຄັ້ງໃຫຍ່ ຫຼື ອາການພາວະຮິສເຕີເຣຍຖ້າຂໍ້ມູນຫຼຸດຮົ່ວອອກໄປ, ແລະ ເພື່ອປ່ອຍອະລິຍະທຳມະນຸດດຳເນີນໄປດ້ວຍຄວາມປົກກະຕິອັນ"ຈອມປອມ".[5]

ເມື່ອໃດທີ່ມີການຄົ້ນພົບຄວາມອາປົກກະຕິ ຫຼື ຄວາມຜິດປົກກະຕິຂອງພວກເອສຊີພີ, ເຈົ້າໜ້າທີ່ນອກເຄື່ອງແບບຂອງທາງສະຖາບັນ(ຫຼືເອີ້ນວ່າ ໜ່ວຍປະຕິບັດການເຄື່ອນທີ່ ຫຼື ເອມທີເອຟ(MTF))ຈະຖືກສົ່ງໄປຄວບຄຸມ, ຈັບກຸມ ແລະ ຈັບຕົວສົ່ງມາຍັງທີ່ສູນວິໄຈກັກເກັບທີ່ໃກ້ທີ່ສຸດ, ຫຼື ຈັບກັກກັນຢູ່ໝ້ອງນັ້ນຫາກການຂົນສົ່ງມາເປັນໄປບໍ່ໄດ້. ຫາກຄວາມອາປົກກະຕິດັ່ງກ່າວໄດ້ແຜ່ຂະຫຍາຍລ່ວງລໍ້າໄປກວ້າງ ຫຼື ບານປາຍເກີນໄປ, ເຂົ້າໃຈບໍ່ໄດ້ ຫຼື ບໍ່ສາມາດເຂົ້າເຖິງຕົວໄດ້, ການກັກກັນຈະເປັນໄປພ້ອມກັບການປິດບັງຂໍ້ມູນທັງໝົດກ່ຽວກັບເອສຊີພີຈາກສາທາລະນະຊົນ. ຫຼື ເວົ້າສັ້ນໆວ່າປົດປາກບໍ່ວ່າຈະດ້ວຍການເຊັນເຊີ້ສື່, ແລະ ໃຫ້ພະຍານທຸກຄົນກິນຢາລົບຄວາມຊົງຈຳກ່ຽວກັບສິ່ງອາປົກກະຕິທີ່ເກີດຂຶ້ນອອກໄປ.[5]

ທີ່ສູນວິໄຈຂອງສະຖາບັນ, ເຫຼົ່າເອສຊີພີຈະຖືກສຶກສາໂດຍນັກວິທະຍາສາດເພື່ອຮຽນຮູ້ ແລະ ພັດທະນາວິທີການກັກເກັບຄວບຄຸມພວກມັນ. ສະຖາບັນຍັງໄດ້ມີການທົດລອງໂດຍໃຊ້ມະນຸດທີ່ໃຊ້ແລ້ວຖິ້ມ(ສ່ວນຫຼາຍແມ່ນນັກໂທດປະຫານ)ທີ່ເອີ້ນວ່າບຸກຄະລາກອນຊັ້ນ-ດີ(D-class), ແລະ ບັງຄັບໃຫ້ພວກເຂົາມີສ່ວນລວມກັບການທົດລອງຢ່າງໃກ້ຊິດກັບເອສຊີພີທີ່ອາດເປັນອັນຕະລາຍ ເພື່ອຫຼີກເວັ້ນຄວາມສ່ຽງຕໍ່ຄວາມປອດໄພຂອງພະນັກງານຂອງທາງສະຖາບັນ. ສະຖາບັນໄດ້ເກັບຮັກສາເອກະສານທີ່ກ່ຽວກັບເຫຼົ່າເອສຊີທັງໝົດທີ່ພວກເຂົາເຈົ້າຮູ້, ເຊິ່ງສາມາດນຳໄປລວມ ຫຼື ເຊື່ອງໂຍງກັບລາຍງານ ແລະ ແຟ້ມເອກະສານອື່ນໆທີ່ຂ້ອງກ່ຽວໄດ້. ເອກະສານເຫຼົ້ານີ້ຈະອະທິບາຍກ່ຽວກັບເອສຊີພີ ແລະ ຄຳແນະນຳໃນການກັກກັນທີ່ຖືກຕ້ອງປອດໄພ, ເຊັ່ນດຽວກັນກັບບົດລາຍງານເຫດການເພີ່ມເຕີມ ຫຼື ບົດບັນທຶກການທົດລອງ.[5]

ນອກເໜືອຈາກຕົວສະຖາບັນແລ້ວ, ຍັງມີອົງກອນຄູ່ແຂ່ງອື່ນໆອີກ(ເອີ້ນວ່າ ກຸ່ມທີ່ໜ້າສົນໃຈ ຫຼື ຈີໂອໄອ(GOI))ທີ່ໄດ້ເຂົ້າມາກ່ຽວຂ້ອງກັບໂລກອັນປະຫຼາດເລິກລັບນີ້ເຊັ່ນກັນ. ຕົວຢ່າງອົງກອນທີ່ໂດດເດັ່ນມີເຊັ່ນ: ກຸ່ມກະບົດແຫ່ງຄວາມໂກລາຫົນ(Chaos Insurgency), ກຸ່ມກໍ່ການຮ້າຍຂອງອະດີດຜູ້ແປພັກຈາກສະຖາບັນທີ່ຈັບ ແລະ ຄວບຄຸມເອສຊີພີແລ້ວເຮັດເປັນອາວຸດ; ກຸ່ມສຳພັນທະມິດໄສຍະສາດສາກົນ(Global Occult Coalition/GOC), ໜ່ວຍງານເກິ່ງທະຫານລັບຂອງອົງການສະຫະປະຊາຊາດທີ່ຊ່ຽວຊານໃນການກຳຈັດໄພຄຸກຄາມເໜືອທຳມະຊາດແທນທີ່ຈະກັກກັນພວກມັນໄວ້; ແລະ ກຸ່ມມືອະສໍລະພິດ, ກຸ່ມຕິດອາວຸດທີ່ສະໜັບສະໜຸນສິດທິຂອງເຫຼົ່າສິ່ງທີ່ມີຊີວິດອາປົກກະຕິ, ເຊິ່ງຕໍ່ຕ້ານຕໍ່ອຸດົມການຂອງທັງສະຖາບັນ ແລະ ກຸ່ມສຳພັນທະມິດໃນການປາບປາມກິດຈະກຳເໜືອທຳມະຊາດທົ່ວໂລກ. ສ່ວນກຸ່ມອື່ນໆສ່ວນຫຼາຍແມ່ນພະຍາຍາມຫາຜົນປະໂຫຍດຈາກສິ່ງອາປົກກະຕິເຫຼົ່ານັ້ນໂດຍການຜະລິດ ຫຼື ຂາຍເພື່ອຫາກຳໄລ; ຫຼື ໃຊ້ສິ່ງເຫຼົ່ານັ້ນເພື່ອເປົ້າໝາຍທາງສາສະໜາ, ການເມືອງ ຫຼື ອຸດົມການຂອງຕົນເອງ.[5]

ຕົວຢ່າງເຫຼົ່າເອສຊີພີ[ດັດແກ້]

SCP-087, ພ້ອມກັບSCP-087-1ຢູ່ໃນພາບຫຼັງ
  • SCP-055 ແມ່ນຄວາມອາປົກກະຕິເລິກລັບທີ່ສາມາດລົບຄວາມຊົງຈຳໄດ້, ເຊິ່ງເຮັດໃຫ້ໃຜກໍຕາມທີ່ພະຍາຍາມກວດສອບ ຫຼື ສຶກສາກ່ຽວກັບມັນລືມເຖິງການມີຢູ່ຂອງມັນ, ດັ່ງນັ້ນຈຶ່ງບໍ່ອາດຮູ້ໄດ້ເຖິງທຳມະຊາດທີ່ແທ້ຈິງຂອງມັນ, ແລະ ລັກສະນະຂອງມັນກໍອະທິບາຍບໍ່ໄດ້ເວັ້ນເສຍຈະເອີ້ນດ້ວຍຄຳສັ້ນໆວ່າ ອີຫຍັງທີ່ມັນບໍ່ແມ່ນ.[6]
  • SCP-087 ແມ່ນຊັ້ນຂັ້ນໄດທີ່ເບິ່ງຄືກັບວ່າຈະບໍ່ມີທີ່ສິ້ນສຸດ ແລະ ຄ່ອຍໆດູດກືນແສງໃດໆກໍຕາມພາຍໃນອານາເຂດຂອງມັນ, ໂດຍມີໃບໜ້າທີ່ລອຍໄປມາເຊິ່ງບໍ່ມີທັງປາກ, ຕາ ຫຼື ຫູດັງ, ເຊິ່ງໄລ່ຕາມໃຜກໍຕາມທີ່ຍ່າງລົງຂັ້ນໄດມາ.[7]
  • SCP-096 ແມ່ນສິ່ງມີຊີວິດຄ້າຍມະນຸດເພດຊາຍຮູບຮ່າງສູງຈ່ອຍທີ່ຈະຕາມລ່າ ແລະ ຂ້າໃຜກໍຕາມທີ່ເຫັນໜ້າມັນ ຫຼື ພຽງແຕ່ເຫັນມັນຜ່ານຮູບພາບ ຫຼື ວີດີໂອຂອງມັນ.[8]
  • SCP-173 ແມ່ນຮູບປັ້ນຄ້າຍມະນຸດທີ່ປະກອບດ້ວຍເສັ້ນເຫຼັກ, ເບຕົ້ງ ແລະ ສີສະເປ. ມັນຈະບໍ່ສາມາດເຄື່ອນໄຫວໄດ້ຄືກັບຮູບປັ້ນທົ່ວໄປເມື່ອເບິ່ງມັນໂດຍກົງ, ແຕ່ມັນຈະເຂົ້າໂຈມຕີຄົນດ້ວຍການຫັກຄໍເມື່ອບໍ່ມີໃຜເບິ່ງເຫັນມັນ. ການເຄື່ອນໄຫວເຂົ້າໂຈມຕີຂອງມັນໄວຫຼາຍ, ໄວໃນລະດັບທີ່ສາມາດເຄື່ອນທີ່ໄປໄດ້ຫຼາຍແມັດພາຍໃນການກະພິບຕາພຽງເທື່ອດຽວ.​ ໃນໂລກຄວາມເປັນຈິງ, SCP-173ເປັນໜຶ່ງໃນເອສຊີພີທີ່ໂດດເດັ່ນທີ່ສຸດອັນຍ້ອນວ່າມັນແມ່ນນະວະນິຍາຍເລື່ອງແຮກຂອງເອສຊີພີທີ່ໄດ້ຖືກຂຽນຂຶ້ນມາ.[6][7]
  • SCP-294 ແມ່ນຕູ້ກົດນໍ້າອັດຕະໂນມັດທີ່ສາມາດກົດຮ່າຍເອົາທຸກສິ່ງທຸກຢ່າງໃນຮູບຂອງໆແຫຼວໄດ້ - ໃນບາງຄັ້ງກໍລວມເຖິງສິ່ງທີ່ເປັນນາມປະທຳ. ບໍ່ວ່າຄຸນສົມບັດຂອງສານທີ່ເລືອກຈະເປັນຫຍັງກໍຕາມ, ແຕ່ຈອຍໂຟມຂອງເຄື່ອງນັ້ນກໍເບິ່ງຄືກັບວ່າຈະບໍ່ໄດ້ຮັບຄວາມເສຍຫາຍໃດໆຈາກສານທີ່ມັນບັນຈຸ.[6][7]
  • SCP-426 ແມ່ນເຄື່ອງປິ້ງເຂົ້າຈີທີ່ສາມາດເອີ້ນໄດ້ສະເພາະດ້ວຍຄຳແທນນາມບຸກຄົນທີ່ໜຶ່ງ.[7]
  • SCP-999 ແມ່ນສິ່ງມີຊີວິດຄ້າຍເມືອກໜຽວ ຫຼື ສະລາມນ້ອຍໜ້າຮັກທີ່ມີກິ່ນຄ້າຍຄືກັບສິ່ງທີ່ເຮັດໃຫ້ຮູ້ສຶກສະບາຍທີ່ສຸດຕໍ່ຜູ້ທີ່ສຳຜັດມັນ. ມັນມີບຸກຄະລິກທີ່ເປັນມິດຫຼາຍ ແລະ ເປັນທີ່ຮູ້ກັນວ່າມັນສາມາດກະຕຸ້ນອາລົມເຊິງບວກໄດ້ເມື່ອມະນຸດ ຫຼື ສິ່ງມີຊີວິດອື່ນໆສຳຜັດ, ແລະ ດ້ວຍເຫດນີ້ທາງສະຖາບັນເອສຊີພີຈຶ່ງໃຊ້ມັນເປັນເຄື່ອງມື.[9]
  • SCP-1609 ແມ່ນກອງຂີ້ເລື່ອຍໄມ້ທີ່ຈະເທເລພອດ(ວາບ)ເຂົ້າມາໃນປອດຂອງບຸກຄົນທີ່ສະແດງພຶດຕິກຳຮຸນແຮງຕໍ່ມັນ. ແຕ່ໃນເມື່ອກ່ອນມັນເຄີຍເປັນຕັ່ງທີ່ມີຄວາມເມດຕາທີ່ຈະເຄື່ອນທີ່ໄປຫາຜູ້ຄົນທີ່ຕ້ອງການນັ່ງພັກຜ່ອນ, ແຕ່ມັນກໍກາຍເປັນສັດຕູຕໍ່ມະນຸດຫຼັງຈາກຖືກທາງສຳພັນທະມິດໄສຍະສາດສາກົນທຳລາຍດ້ວຍເຄື່ອງບົດໄມ້.[6]
  • SCP-3008 ແມ່ນຮ້ານອີເກຍທີ່ພາຍໃນມີລັກສະນະເປັນມິຕິຟ່ອງສະບູ່ທີ່ເປັນເຂົາວົງກົດອັນບໍ່ມີທີ່ສິ້ນສຸດ. ລູກຄ້າຜູ້ຫຼົງເຂົ້າມາຍັງຮ້ານອັນບໍ່ສິ້ນສຸດຈະຕ້ອງສ້າງປ້ອມປາການແບບພື້ນຖານຈາກເຄື່ອງໃນນັ້ນເພື່ອປ້ອງກັນຕົນເອງຈາກສິ່ງມີຊີວິດໃນຮ້ານ: ສິ່ງມີຊີວິດຄ້າຍມະນຸດເພດຊາຍຮູບຮ່າງສູງໃຫຍ່ໄຮ້ໃບໜ້າທີ່ໃສ່ເສື້ອພະນັກງານອີເກຍ,​ ເຊິ່ງເປັນອັນຕະລາຍຢ່າງຍິ່ງຕໍ່ມະນຸດເມື່ອໄຟຂອງຮ້ານປົດລົງ.[10]

ຮູບແບບການຂຽນ[ດັດແກ້]

ເທິງເອສຊີພີວິກິ, ຜົນງານສ່ວນຫຼາຍຈະເປັນບົດຄວາມດ່ຽວທີ່ຈະລົງລາຍລະອຽດກ່ຽວກັບ"ມາດຕະການການກັກກັນພິເສດ"ສຳລັບເອສຊີພີທີ່ກ່ຽວຂ້ອງ.[6] ໃນບົດຄວາມໂດຍທົ່ວໂລກ, ເອສຊີພີຈະຖືກກຳນົດດ້ວຍໝາຍເລກປະຈຳຕົວທີ່ບໍ່ຊໍ້າກັນ(ເຊັ່ນ"SCP-173")[11] ແລະ ມີ"ລະດັບການກັກກັນ"(ເຊັ່ນ"ຢູຄຣິດ")[note 4]ທີ່ອີງຕາມຄວາມຍາກໃນການຄວບຄຸມ.[12][13][14] ຈາກນັ້ນກໍຈະຕໍ່ໂດຍເອກະສານທີ່ໄດ້ສະຫຼຸບກ່ຽວກັບຂັ້ນຕອນໃນການກັກກັນທີ່ເໝາະສົມປອດໄພ ແລະ ຄຳອະທິບາຍຂອງເອສຊີພີທີ່ກ່ຽວຂ້ອງ.[6] ອາດຈະມີການແນບຫຼັກຖານເພີ່ມເຕີມ(ຢ່າງເຊັ່ນ: ຮູບພາບ, ຂໍ້ມູນວິໄຈ, ການສຳພາດ, ປະຫວັດ ຫຼື ການອັບເດດສະຖານະ...)ນຳອີກ. ໃນເອກະສານ, ລາຍງານນັ້ນຂຽນດ້ວຍສັບທາງການ ແລະ ວິທະຍາສາດ ແລະ ມັກຈະເຊັນເຊີຄຳດ້ວຍແຖບສີດຳ(ເຊັ່ນ █████) ແລະ ເຄື່ອງໝາຍ[ຂໍ້ມູນຖືກລົບ] ເພື່ອໃຫ້ເກີດຄວາມຮູ້ສຶກລວມກັບຕົວຈັກກະວານເຖິງຂໍ້ມູນທີ່ລະອຽດອ່ອນທີ່ບໍ່ອາດເປີດເຜີຍຕໍ່ເຈົ້າໜ້າທີ່ຂອງສະຖາບັນທີ່ດ້ອຍປະສົບການ.[15] ໃນເດືອນສິງຫາປີ2023, ມິບົດຄວາມກ່ຽວກັບເອສຊີພີຫຼາຍກວ່າ7ພັນບົດ;[16][note 5] ບົດຄວາມໃໝ່ໆຖືກຂຽນຂຶ້ນ ແລະ ເຜີຍແຜ່ຫຼາຍຄັ້ງໂດຍຜູ້ຮ່ວມຂຽນ.[6]

ເອສຊີພີວິກິຍັງມີເລື່ອງສັ້ນອີກຫຼາຍກວ່າ4200ເລື່ອງທີ່ເອີ້ນວ່າ"ເລື່ອງເລົ່າສະຖາບັນ".[6][17] ເລື່ອງລາວຈະເລົ່າໃຫ້ເຫັນເຖິງມຸມກວ້າງພາຍໃນຈັກກະວານເອສຊີພີ, ເຊິ່ງມັກຈະເນັ້ນໄປທີ່ມຸມມອງຂອງເຫຼົ່າເຈົ້າໜ້າທີ່ສ່ວນອື່ນໆຂອງສະຖາບັນ, ຕົວຕົນຂອງເອສຊີພີ ແລະ ສິ່ງຕ່າງໆພາຍໃນຕົວລະຄອນ ແລະ ເຫດການທີ່ເກີດຂຶ້ນຢູ່ເນື່ອງໆ.[18] ເກກໍຣີ ເບີຣ໌ກາດ, ນັກຂຽນບົດທີ່ຂຽນໃຫ້ກັບເບລົາເຮົາສ໌ ໂປຣດັກຊັນ, ຕັ້ງຂໍ້ສັງເກດໃຫ້ເຫັນວ່າເລື່ອງລາວສະຖາບັນບາງເລື່ອງກໍມີເລື່ອງລາວທີ່ມືດມົນ ແລະ ເຢືອກເຢັນ, ໃນເວລາດຽວກັນບາງເລື່ອງກໍ"ເບົາສະໝອງຢ່າງໜ້າປະຫຼາດໃຈ".[19]

ຈັກກະວານເອສຊີພີບໍ່ມີເນື້ອເລື່ອງຫຼັກສູນກາງ ແລະ ກໍບໍ່ສາມາດເຮັດໄດ້ນຳ, ຍ້ອນທຳມະຊາດຂອງເລື່ອງລາວທີ່ທັງໝົດຖືກສ້າງຂຶ້ນໂດຍຊຸມຊົນ,[6] ແຕ່ເລື່ອງລາວໃນເອສຊີພີຈະມີການເຊື່ອງໂຍງກັນໄປມາເພື່ອຂະຫຍາຍເລື່ອງລາວຂອງຈັກກະວານໃຫ້ໃຫຍ່ຂຶ້ນ.[20]​ ຜູ້ຮ່ວມຂຽນສາມາດທີ່ຈະຂຽນ"ເລື່ອງລາວຫຼັກ", ເຊິ່ງຈະໄປເປັນສ່ວນປະກອບຂອງເນື້ອເລື່ອງເອສຊີພີ ແລະ ເລື່ອງລາວສະຖາບັນທີ່ມີສະຖານທີ່, ຕົວລະຄອນ ຫຼື ໂຄງເລື່ອງທີ່ຄ້າຍຄືກັນ; ໃນການຂຽນເນື້ອເລື່ອງຫຼັກເຫຼົ່ານີ້, ຈະມີການສ້າງໜ້າຫຼັກສູນກາງທີ່ອະທິບາຍແນວຄິດພື້ນຖານ ແລະ ໃຫ້ຂໍ້ມູນໄລຍະເວລາ ແລະ ລາຍຊື່ຕົວລະຄອນ.[21]

ປະເພດເລື່ອງພາຍໃນເອສຊີພີວິກິໄດ້ຮັບການອະທິບາຍວ່າເປັນນິຍາຍວິທະຍາສາດ, ແຟນຕາຊີໃນເມືອງ, ສະຫຍອງຂວັນ ແລະ ເປັນຄຣີບປີ້ພຣັສຕ້າ.[5][22][23]

ອ້າງອີງ[ດັດແກ້]

  1. Roget (17 February 2013). History Of The Universe: Part One Archived 19 ມັງກອນ 2022 at the Wayback Machine. SCP Foundation. Retrieved 12 February 2015.
  2. DrClef (12 December 2012). Licensing Guide Archived 18 ມັງກອນ 2022 at the Wayback Machine. SCP Foundation. Retrieved 27 May 2015.
  3. "Glossary Of Terms". SCP Foundation. 2022-03-17. Archived from the original on 30 May 2022. Retrieved 2022-05-16.
  4. 5.0 5.1 5.2 5.3 5.4 Aelanna (17 March 2014). About the SCP Foundation Archived 26 ມັງກອນ 2022 at the Wayback Machine. SCP Foundation. Retrieved 13 February 2015
  5. 6.0 6.1 6.2 6.3 6.4 6.5 6.6 6.7 6.8 Baker-Whitelaw, Gavia (9 January 2014). "Meet the secret foundation that contains the world's paranormal artifacts". The Daily Dot. Archived from the original on 22 October 2018. Retrieved 6 February 2015.
  6. 7.0 7.1 7.2 7.3 Starr, Michelle (11 August 2013). SCP Foundation web series coming to YouTube Archived 11 ເມສາ 2017 at the Wayback Machine. CNET. Retrieved 6 February 2015.
  7. Potvin, James (2022-01-03). "What Is The SCP Foundation? 15 Best Pieces Every New Fan Should Read". ScreenRant (in ອັງກິດ). Retrieved 2024-02-08.
  8. Potvin, James (September 22, 2022). "What Is The SCP Foundation? 15 Best Pieces Every New Fan Should Read". Screen Rant. Retrieved 1 May 2023.
  9. Beschizza, Rob (29 June 2017). "Brilliant short story about being trapped in an infinite IKEA". Boing Boing. Archived from the original on 4 August 2017. Retrieved 5 August 2017.
  10. Newsom, p.152
  11. 12.0 12.1 Burkart, Gregory (29 October 2015). "CREEPYPASTA: The Story Behind "The SCP Foundation"". Blumhouse Productions. Archived from the original on 5 June 2021. Retrieved 27 January 2021.
  12. 13.0 13.1 Aelanna; SCP Foundation Staff (23 April 2014). "Object Classes". SCP Foundation. Archived from the original on 2 February 2018. Retrieved 27 January 2018.
  13. 14.0 14.1 Woedenaz (2019-08-20). "Anomaly Classification System (ACS) Guide - SCP Foundation". The SCP Foundation (in ອັງກິດ). Archived from the original on 19 January 2022. Retrieved 2022-01-20.
  14. Dinicola, Nick (1 December 2014). "Creepypasta Gaming: Where the Internet "Learns Our Fears"". PopMatters. Archived from the original on 25 June 2018. Retrieved 6 February 2015.
  15. List of pages tagged with scp, SCP Foundation. Retrieved 14 August 2023. Archived from the original on 14 August 2023.
  16. List of pages tagged with tale, SCP Foundation. Retrieved 24 August 2021. Archived from the original on 24 August 2021.
  17. Tapscott, p. 122
  18. Burkart, Gregory (29 October 2015). "CREEPYPASTA: The Story Behind "The SCP Foundation"". Blumhouse Productions. Archived from the original on 5 June 2021. Retrieved 27 January 2021.
  19. Alexander, p. 72
  20. Tapscott, pp. 122–123
  21. Varonas, Nico (4 February 2012). SCP-087: Escaleras a lo desconocido Archived 8 ກຸມພາ 2012 at the Wayback Machine. NeoTeo. Retrieved 26 March 2015. "Esta es una comunidad de usuarios y de fanáticos del sci-fi y el terror..." (translation: "This is a community of users and of sci-fi and horror fans...")
  22. Ong, Alexis (20 August 2020). The Unsung Muse of Speculative Fiction Is a Wikipedia Community Archived 21 ສິງຫາ 2020 at the Wayback Machine. Tor.com. Retrieved 15 November 2020.

ຂໍ້ຄວາມຂະຫຍາຍ[ດັດແກ້]

  1. ສາຂາຕ່າງປະເທດຢ່າງເປັນທາງການຂອງສະຖາບັນເອັສຊີພີມີເຢຍລະມັນ, ເກົາຫຼີ, ຍີ່ປຸ່ນ, ລັດເຊຍ, ໄທ, ແອັດສະປາຍ, ໂປໂລຍ, ອີຕາລີ, ຝຣັ່ງ, ອູແກຣນ, ປອກຕຸຍການ, ເຊັກ, ຈີນຕົວຫຍໍ້(ຈີນກາງ), ຈີນດັ້ງເດີມ(ໄຕ້ຫວັນ) ແລະ ຫວຽດນາມ.[1]
  2. ການລົງທະບຽນຈະອະນຸຍາດໃຫ້ສຳລັບການສ້າງຜົນງານ ແລະ ໂຄງການເທົ່ານັ້ນ, ຫຼື ສະແດງຄວາມຄິດເຫັນ ແລະ ໃຫ້ຄະແນນຜົນງານທີ່ມີເທິງເວັບໂຊທ໌. ຕົວເວັບໄຊທ໌ສາມາດເຂົ້າເບິ່ງໄດ້ຟຣີໂດຍບໍ່ຕ້ອງມີບັນຊີ.
  3. ""ເອສຊີພີ(SCP)"" ແມ່ນຕົວຫຍໍ້ສຳລັບ ""ມາດຕະການກັກກັນພິເສດ(Special Containment Procedures)"". ທາງສະຖາບັນຍັງມີຄຳຂວັນວ່າ ""ຄວມຄຸມ, ກັກກັນ, ປ້ອງກັນ(Secure, Contain, Protect)"".[4]
  4. ການຈັດລະດັບການກັກກັນຂອງເອສຊີພີມີຫຼັກໆດັ່ງນີ້:[12][13]
    • ເຊັຟ/ປອດໄພ(Safe): ຕົວເອສຊີພີນັ້ນເຊື່ອງພໍທີ່ຈະສາມາດໃຊ້ການກັກກັນເລັກນ້ອຍ ຫຼື ສາມາດປາບປາມໄດ້ຢ່າງງ່າຍດາຍ. ເຊັ່ນ ວັດຖຸເອສຊີພີສ່ວນໃຫຍ່.
    • ຢູຄຣິດ/ບໍ່ປອດໄພ(Eucild): ເອສຊີພີທີ່ຕ້ອງໃຊ້ຄວາມພະຍາຍາມຢ່າງຫຼາຍໃນການກັກກັນ ຫຼື ບໍ່ສາມາດທຳຄວາມເຂົ້າໃຈເຖິງທຳມະຊາດຂອງຕົວມັນໄດ້ຢ່າງຊັດເຈນ, ເຊັ່ນ ສິ່ງທີ່ມີຊີວິດ.
    • ຄີເຕີ/ອັນຕະລາຍ(Keter): ເອສຊີພີທີ່ເປັນອັນຕະລາຍຢ່າງສູງ, ກັກກັນຍາກ ຫຼື ບໍ່ສາມາດກັກກັນໄດ້ຢ່າງໜາແໜ້ນເຕັມທີ່ ຫຼື ຕ້ອງໃຊ້ຂັ້ນຕອນທີ່ຊັບຊ້ອນ ແລະ ຫຍຸ້ງຍາກຫຼາຍໃນການກັກກັນ.
    • ເຕົາມຽວ/ເຄື່ອງມື(Thaumiel): ເອສຊີພີທີ່ໃຊ້ກັກກັນໂຕອື່ນ/ເອສຊີພີທີ່ເປັນປະໂຫຍດຕໍ່ສະຖາບັນ.
    • ນິວທົວໄລຊ/ໝົດສະຖານະພາບ(Neutralized): ເອສຊີພີທີ່ຖືກທຳລາຍແລ້ວ ຫຼື ບໍ່ມີສິ່ງທີ່ຜິດປົກກະຕິອີກຕໍ່ໄປ.
    ນອກນີ້ຍັງມີເອສຊີພີອີກຫຼາຍຮ້ອຍໂຕໃຊ້ລະດັບອື່ນໆອີກທີ່ບໍ່ເປັນທາງການ, ເຊິ່ງສະແດງຂໍ້ມູນປັດໄຈນອກເໜືອຈາກຄວາມຍາກໃນການກັກກັນ.[14]
  5. ນີ້ລວມເຖິງເອສຊີພີທີ່ສ້າງຂຶ້ນພຽງເພື່ອ"ເອົາຮາຕະຫຼົກ"ຢ່າງຕັ້ງໃຈ, ບົດຄວາມທີ່ຂຶ້ນທະບຽນຢ່າງເປັນທາງການ ຫຼື ຖືກຍົກເລີກ ຫຼື ລົບ ແລະ ບົດຄວາມທີ່ສ້າງຂຶ້ນຈາກການແປໃນສະຖາບັນສາຂາຕ່າງປະເທດຕ່າງໆ.