ວິສະວະກຳ

ຈາກ ວິກິພີເດຍ



ວິສະວະກຳ (ຄຳເຄົ້າ: ວິສວກັມ[1]) ແມ່ນ ການອອກແບບ, ວິເຄາະ ແລະ /ຫຼື ສ້າງສິ່ງໃດສິ່ງໜຶ່ງ ເພື່ອ ຜົນປຸະໂຫຍດ ຕົວຈິງ. ຜູ້ກະທຳການ ວິສະວະກຳ ແມ່ນ ວິສະວະກອນ. ວິສະວະກອນ ຈະເຮັດວຽກ ໂດຍ ນຳໃຊ້ ຄວາມຄິດສ້າງສັນ, ການຕັດສິນ, ເຫດຜົນ ໃນການໝູນໃຊ້ ວິທະຍາສາດ, ເຕັກໂນໂລຢີ, ຄະນິດສາດ, ແລະ ປະສົບການ ຕົວຈິງ. ຜົນ ຈາກການເຮັດວຽກ ຂອງ ວິສະວະກອນ ຈະກາຍເປັນ ການອອກແບບ, ການຜະລິດ, ແລະ ການນຳໃຊ້ ທິດສະດີ ໃຫ້ເປັນປະໂຫຍດ ໃນຕົວຈິງ. ບັນດາຂະແໜງການ ໃນ ວິສະວະກຳ ຈະປະກອບມີ ເຊັ່ນ ວິສະວະກຳໄຟຟ້າ, ວິສະວະກຳເອເລັກໂຕຣນິກ, ວິສະວະກໍາໂຍທາ, ວິສະວະກໍາຂົວ-ທາງ,ວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ,ວິສະວະກຳການສື່ສານ,ວິສະວະກໍາຊົນລະປະທານ,ວິສະວະກຳກົນຈັກ ແລະອື່ນໆ.)

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. [1] ສົມມະນາ ການພິມ ສປປ ລາວ.