ວິກິພີເດຍ:ເລີ່ມຕົ້ນ

ຈາກ ວິກິພີເດຍ
ເລີ່ມຕົ້ນຂຽນວິກິພີເດຍ
ວິກິພີເດຍເປັນສາລານຸກົມເສລີ ທີ່ຜູ້ໃຊ້ງານຮ່ວມກັນຂຽນ ກໍ່ຕັ້ງເມື່ອປີ 2001 (ລຸ້ນພາສາລາວກໍ່ຕັ້ງເມື່ອປີ 2003) ແລະ ເຕີບໂຕເປັນເວັບໄຊອ້າງອີງໃຫຍ່ທີ່ສຸດໃນໂລກ
ປັດຈຸບັນວິກິພີເດຍພາສາລາວມີບົດຄວາມທັງໝົດ 3,902 ບົດຄວາມ ທີ່ມີການເຂົ້າຮັບຊົມຫຼາຍສິບລ້ານຄັ້ງຕໍ່ເດືອນ
ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບເວັບໄຊ ເບິ່ງທີ່ ກ່ຽວກັບວິກິພີເດຍ

ວິທີທີ່ທ່ານສາມາດຊ່ວຍໄດ້

ແກ້ໄຂເລີຍ ບໍ່ຕ້ອງຢ້ານທຸກຄົນສາມາດດັດແກ້ໜ້າໄດ້ເກືອບທຸກໜ້າ ລອງຫາຈຸດທີ່ທ່ານສາມາດປັບປຸງ ແລະ ລົງມືແກ້ໄດ້ເລີຍ ທ່ານສາມາດເພີ່ມເນື້ອຫາ (ຢ່າລືມໃສ່ແຫຼ່ງອ້າງອີງນຳເດີ), ແກ້ໄຂການສະກົດຄຳ ຫຼື ຂໍ້ຜິດພາດໄວຍາກອນ ຮຽບຮຽງໃໝ່ໃຫ້ອ່ານງ່າຍ ແລະ ລະອຽດຍິ່ງຂຶ້ນ ຫຼື ງານອື່ນໆ ທີ່ຍັງລໍຖ້າຜູ້ສົນໃຈ ວິກິພີເດຍອາດຈະຫຍຸ້ງຍາກເພາະນະໂຍບາຍຂອງເຮົາ ບໍ່ຕ້ອງກັງວົນວ່າທ່ານຍັງບໍ່ເຂົ້າໃຈທຸກຢ່າງຕັ້ງແຕ່ທຳອິດ ເພາະການໃຊ້ສຳມັນສຳນຶກຂອງທ່ານກໍໃຊ້ໄດ້ແລ້ວໃນກໍລະນີສ່ວນໃຫຍ່ ແລະ ເຖິງແມ່ນວ່າທ່ານຈະເຮັດຜິດພາດໄປ ກໍຍັງແກ້ໄຂ ແລະ ປັບປຸງໄດ້ເອງ ຫຼື ມີຜູ້ອື່ນມາຈັດການໃນພາຍຫຼັງໄດ້ ສະນັ້ນ ລຸຍເລີຍ!

ແນະ​ນໍາ​ການ​ປັບ​ປຸງ​ – ທຸກບົດຄວາມມີໜ້າ "ສົນທະນາ" ທີ່ທ່ານສາມາດສະເໜີຂໍ້ແນະນຳການປັບປຸງ ແລະ ແກ້ໄຂບົດຄວາມໄດ້ ເຂົ້າເຖິງໄດ້ຈາກແຖບດ້ານເທິງ

ບໍລິຈາກ – ວິກິພີເດຍບໍ່ຄິດຄ່າໃຊ້ຈ່າຍໃນການໃຊ້ ແລະ ອາສາສະໝັກເປັນຜູ້ດັດແກ້ທັງໝົດ ແຕ່ຕ້ອງອາໄສເງິນບໍລິຈາກເປັນຄ່າດຳເນີນການເຊີບເວີ ຂໍຄວາມກະລຸນາພິ​ຈາ​ລະ​ນາບໍລິຈາກສົມທົບທຶນຄ່າບຳລຸງຮັກສາ ແລະ ພັດທະນາໂຄງການ

ສະໝັກບັນຊີ

ພວກເຮົາຍິນດີໃຫ້ທ່ານດັດແກ້ແບບບໍ່ເຂົ້າສູ່ລະບົບ ແຕ່ການລົງທະບຽນບັນຊີມີປະໂຫຍດຫຼາຍຢ່າງ (ລວມທັງບໍ່ສະແດງເລກທີ່ຢູ່ໄອພີຂອງທ່ານ)

ສະໝັກເລີຍ


ລອງຂຽນເລີຍດີບໍ່

ທ່ານສາມາດທົດສອບຂຽນໄດ້ໂດຍໃຊ້ໜ້າ "ທົດລອງ" ດ້ານລຸ່ມ

ດັດແກ້ໜ້າແບບເຫັນພາບ ຫຼື ດັດແກ້ໂດຍໃຊ້ຈັດການຮູບແບບວິກິ

ລອງພິມແລ້ວກົດ ເຜີຍແຜ່ການປ່ຽນແປງ ເມື່ອທ່ານພໍໃຈກັບຜົນທີ່ສະແດງອອກມາແລ້ວ ບໍ່ຕ້ອງຢ້ານຫຍັງ ໜ້ານີ້ເປັນພື້ນທີ່ທົດລອງໂດຍສະເພາະ

ຫຼັກການສຳຄັນ

ຫຼັກການສຳຄັນຂອງວິກິພີເດຍທີ່ຂັດບໍ່ໄດ້ ແລະ ຕ້ອງຍຶດຖື ມີພຽງຫ້າຂໍ້ເທົ່ານັ້ນ

ຍັງມີເບື້ອງຫຼັງອີກຫຼາຍ

ວິກິພີເດຍມີໜ້າຊຸມຊົນຈຳນວນຫຼາຍນອກເໜືອຈາກບົດຄວາມ

ສາລາປະຊາຊົມ – ມີລາຍການພາລະກິດທີ່ທ່ານຊ່ວຍໄດ້
ໂຄງການວິກິ – ຊຸມຊົນຜູ້ຂຽນທີ່ມີຄວາມສົນໃຈສະເພາະເລື່ອງ
ໜ້າຊ່ວຍເຫຼືອທີ່ສົມບູນແບບ – ມີຄູ່ມື ແລະ ຂໍ້ແນະນຳຈາກຊາວວິກິພີເດຍຄົນອື່ນ