ວິກິພີເດຍ:ຫ້າຫຼັກການ

ຈາກ ວິກິພີເດຍ

ນະໂຍບາຍແລະທິດທາງໃນການໃຊ້ຍ່າງເປັນທາງການ ຂອງວິກິພີເດຍ ສາມາດສະຫຼຸບໄດ້ເປັນຫ້າຫຼັກການດັ່ງຕໍ່ໄປນີ້:

ວິກິພີເດຍແມ່ນສາລານຸກົມທີ່ປະກອບມີເນື້ອໃນຄ້າຍຄືກັນກັບສາລານຸກົມທົ່ວໄປຫຼືພິເສດອື່ນ ໆ ທຸກ ໆ ບົດຄວາມຈະຕ້ອງປະຕິບັດຕາມນະໂຍບາຍ ບໍ່ອະນຸຍາດເນື້ອໃນທີ່ແມ່ນຜົນການຄົ້ນຄ້ວາທີ່ຍັງບໍ່ແຜ່ຫຼາຍ ແລະສົ່ງເສີມຄວາມສາມາດຢັ້ງຢືນໄດ້ຂອງເນື້ອໃນ: ເນື້ອໃນທີ່ບໍ່ລະບຸເອກະສານອ້າງອີງອາດຈະຖືກລຶບ ສະນັ້ນກະລຸນາພະຍາຍາມສະແດງເອກະສານອ້າງອີງ ວິກິພີເດຍບໍ່ແມ່ນບ່ອນທີ່ມີໄວ້ເພື່ອສະແດງຄວາມເຫັນ ປະສົບການ ຫຼືການຖົກຖຽງສ່ວນໂຕ ວິກິພີເດຍບໍ່ແມ່ນ ບ່ອນເຕົ້າໂຮມທຸກ ໆ ຂໍ້ມູນຂ່າວສານໂດຍບໍ່ມີການເລືອກເຟັ້ນ ວິກິພີເດຍບໍ່ແມ່ນບ່ອນຜິດຖຽງ ບ່ອນໂຄສະນາ ບ່ອນທົດລອງລະບອບປະຊາທິປະໄຕ ອານາທິປະໄຕ ຫຼືລະບອບໃດ ໆ ຫຼືສູນລວມເວັບໄຊໃດ ໆ
 
ວິກິພີເດຍມີມຸມມອງທີ່ເປັນກາງ: ໝາຍຄວາມວ່າຈະຕ້ອງພະຍາຍາມບໍ່ສົ່ງເສີມແຕ່ມຸມມອງໃດໜຶ່ງເທົ່ານັ້ນ
 
ວິກິພີເດຍມີເນື້ອໃນອິດສະລະທີ່ໃຜກໍ່ສາມາດດັດແກ້ໄດ້: ທຸກ ໆ ເນື້ອໃນມີສະໜອງໄວ້ພາຍໃຕ້ ສັນຍາອະນຸຍາດເອກະສານເສລີຂອງກະນູ ແລະສາມາດແຈກຢາຍຫຼືເຊື່ອມຕໍ່ຫາໄດ້ ການປະກອບສ່ວນໂດຍທ່ານຕໍ່ວິກິພີເດຍ ສາມາດຖືກດັດແປງໂດຍຜູ້ໃຊ້ອື່ນ ໆ ໄດ້
 
ວິກິພີເດຍບໍ່ມີກົດການປະພຶດ: ກະລຸນານັບຖືຜູ້ໃຊ້ອື່ນໃນວິກິພີເດຍ ເຖິງວ່າທ່ານຈະບໍ່ເຫັນດີຕໍ່ກັບ ຄວາມເຫັນຂອງເຂົາ ຈົ່ງປະພຶດຢ່າງຄົນມີຄວາມສີວິໄລ ກະລຸນາ ຫຼີກລ້ຽງການກະທຳທີ່ຈະເປັນຄວາມຂັດແຍ່ງທາງຜົນປະໂຫຍດຫຼືການໂຈມຕີບຸກຄົນ
 
ວິກິພີເດຍບໍ່ມີກົດລະບຽບຈະແຈ້ງ: ນອກຈາກຫ້າຫຼັກການຫຼັກນີ້ ຈົ່ງກ້າດັດແກ້ ແລະບໍ່ຈຳເປັນທີ່ຈະຢ້ານເຮັດຫຍັງຜິດ ເພາະທຸກ ໆ ການດັດແກ້ ຖືກບັນທຶກໄວ້ແລະສາມາດກັບຄືນໄປຫາສະບັບເກົ່າກວ່າສະເໝີ