ລັດທິ

ຈາກ ວິກິພີເດຍ

ລັດທິ (ຄຳເຄົ້າ: ລັທທິ[໑], ອັງກິດ: doctrine, ຝະລັ່ງ: doctrine) ແມ່ນຄຳສັ່ງສອນ ທີ່ມີຜູ້ເຊື່ອຖືແລະມີອິດທິພົນຕໍ່ການດຳເນີນຊີວິດຂອງມະນຸດ ເຊັ່ນລັດທິທາງການເມືອງ ລັດທິເສດຖະກິດ ລັດທິປັດຊະຍາ ລັດທິທາງສາສະໜາ ຯລຯ. ລັດທິທາງສາສະໜາຈະມີຄວາມໝາຍແຄບກວ່າສາສະໜາ ເຊິ່ງເປັນຄຳສອນສະເພາະກຸ່ມຂອງຜູ້ນັບຖືສາສະໜາດຽວກັນ ແຕ່ມີຄວາມແຕກຕ່າງກັນໃນສາລະສຳຄັນ ເຊັ່ນ ພຸດທະສາສະໜາ ມີລັດທິມະຫາຍານ ລັດທິຫິນະຍານ (ເຖລະວາດ) ຫຼືໃຊ້ຄຳວ່າ ນິກາຍ ແທນກໍໄດ້. ລັດທິທີ່ສະແດງເຖິງຄວາມເຊື່ອຫຼືແນວທາງປະຕິບັດເພື່ອຄວາມໝັ້ນຄົງທາງຈິດໃຈຂອງມະນຸດແຕ່ບໍ່ມີລັກສະນະທີ່ເອີ້ນວ່າສາສະໜາໄດ້ ເຊັ່ນ ລັດທິບູຊາບັນພະບຸລຸດ ລັດທິນັບຖືຜີສາງເທວະດາ ຯລຯ. ລັທທິເຫຼົ່ານີ້ມີແຕ່ຄຳສັ່ງແລະພິທີກຳ ແຕ່ບໍ່ມີຫຼັກຄຳສອນທາງຈະລິຍະທຳ ບໍ່ມີຄຳພີຫຼືອົງສາສະດາ ຈຶ່ງບໍ່ອາດເອີ້ນວ່າສາສະໜາໄດ້.

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.