ລະບົບສຸລິຍະ

ຈາກ ວິກິພີເດຍ


ລະບົບສຸລິຍະ

ລະບົບສຸລິຍະ (ຄຳເຄົ້າ: ຣະບົບສຸຣິຍະ[1]) ປະກອບດ້ວຍ ດວງອາທິດ ແລະວັດຖຸອື່ນໆ ທີ່ໂຄຈອນຢູ່ຮອບດວງອາທິດ ໄດ້ແກ່ ດາວພຸດ ດາວສຸກ ໂລກ ດາວອັງຄານ ດາວພະຫັດ ດາວເສົາ ດາວຢູລານຸດ ດາວເນບຕູນ. ນັບເຖີງກາງປີ ຄ.ສ. 2008 ວັດຖູຂະໜາດຍ່ອມກວ່າດາວເຄາະຈຳນວນ 5 ດວງ ໄດ້ຮັບການຈັດອັນດັບໃຫ້ເປັນດາວເຄາະແຄະ ໄດ້ແກ່ ຊີລີໃນແຖບດາວເຄາະນ້ອຍ ກັບວັດຖູອີກ 4 ດວງທີ່ໂຄຈອນອ້ອມຂ້າງດວງອາທິດຢູ່ໃນຍ່ານພົ້ນດາວເນັບຈູນ ຄື ດາວພູໂຕ (ເຊີ່ງເດີມເຄີຍຖຶກຈັດລະດັບໄວ້ເປັນດາວເຄາະ) ເຮົາເມອາ ມາຄີມາຄີ ແລະ ອີຣີ

ມີດາວເຄາະ 6 ດວງແລະດາວເຄາະແຄະ 3 ດວງທີ່ມີດາວບໍລິວານໂຄຈອນຢູ່ອ້ອມຂ້າງ ເຮົາເອີ້ນດາວບໍລິວານເຫຼົ່ານີ້ວ່າ "ດວງຈັນ" ຕາມຢ່າງດວງຈັນຂອງໂລກ ນອກຈາກນີ້ດາວເຄາະຊັ້ນນອກຍັງມີວົງແຫວນດາວເຄາະຢູ່ອ້ອມຂ້າງໂຕອັນປະກອບດ້ວຍເສດຝຸ່ນແລະອະນຸພາກຂະໜາດເລັກ.

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.