ລວມຍອດຜະລິດຕະພັນພາຍໃນ

ຈາກ ວິກິພີເດຍ
CIA World Factbook ສົມທຽບຈີດີພີໂຕຈິງ (ທາງລຸ່ມ) ແລະ ຈີດີພີດັດສົມກຳລັງຊື້ ໃນປີ 2008 (ທາງເທິງ)

ລວມຍອດຜະລິດຕະພັນພາຍໃນ (ຈີດີພີ ຫຼື GDP(ພາສາອັງກິດ)) ແມ່ນ ຫົວໜ່ວຍພື້ນຖານໃນການວັດແທກ ຜົນຜະລິດທາງດ້ານເສດຖະກິດ ຂອງ ປະເທດ ຫຼື ເສດຖະກິດໃດໜຶ່ງ. ຈີດີພີ ສາມາດວັດແທກ ໄດ້​ 3 ວິທີ ເຊິ່ງໂດຍຫຼັກການແລ້ວ ຈະອອກມາເປັນຄ່າດຽວກັນ.

  • ແບບຕາມຜົນຜະລິດ
  • ແບບຕາມລາຍຮັບ
  • ແບບຕາມລາຍຈ່າຍ

ໂຕຢ່າງ:

  • ແບບຕາມລາຍຈ່າຍ:
ຈີດີພີ = ການຊົມໃຊ້ພາກເອກະຊົນ + ການລົງທຶນລວມ + ລາຍຈ່າຍລັດຖະບານ + (ການສົ່ງອອກການນຳເຂົ້າ), ຫຼື

  • ແບບຕາມຜົນຜະລິດ
ມູນຄ່າເພີ່ມລວມ = ມູນຄ່າເພີ່ມຂອງທຸກຫົວໜ່ວຍການຜະລິດ = ມູນຄ່າຂາຍຜະລິດຕະພັນ - ມູນຄ່າວັດຖຸດິບເພື່ອການຜະລິດຜະລິດຕະພັນ
  • ແບບຕາມລາຍຮັບ
GDP = ຄ່າແຮງງານລູກຈ້າງ + ລວມກຳໄລທຸລະກິດ + ລວມກຳໄລອື່ນໆ + ພາສີອາກອນ - ເງິນຊ່ອຍເຫຼືອໃນການຜະລິດແລະນຳເຂົ້າ
GDP = COE + GOS + GMI + TP & M - SP & M