ຟ້ອນພະລັກພະລາມ

ຈາກ ວິກິພີເດຍ

ຟ້ອນພະລັກພະລາມ ຫຼື ຟ້ອນພຼະລັກພຼະລາມ

   ແມ່ນໜຶ່ງໃນນາດຕະກຳຂອງລາວທີ່ໄດ້ຮັບມາຈາກຮາຊະສຳນັກຂະເມນຫຼືທີ່ແມ່ນລາດຊະສຳນັກກຳປູເຈຍໃນທຸກມື້ນີ້ ແຕ່ມີຄວາມບໍ່ຄືກັນແມ່ນວ່າ ດົນຕີ ການແຕ່ງໂຕຊົງເຄື່ອງ ແລະການເຮັດຫຼາຍຢ່າງບໍ່ຄ້າຍຄືກັນ ຟ້ອນພະລັກພະລາມຂອງລາວແມ່ນມັກມີເສບງັນໃນພະລາດຊະວັງ ຫໍໂຮງ ຜາສາດຮາຊະວັງຂອງເຈົ້າມະຫາຊີວິດ
   ເນື້ອເລື່ອງຂອງການສະແດງຟ້ອນນີ້ແມ່ນມີເຄົ້າມາຈາກພື້ນນິທານພຼະລັກພະລາມທີ່ມີການບັນທຶກເປັນໃບລານໄວ້ ເຊິ່ງກໍ່ມີຫຼາຍຜູກແລະຫຼາຍສຳນວນ ພຶ້ນນິທານນີ້ແມ່ນຮັບມາຈາກຂະເມນທີ່ມີຈາກອິນເດຍທີ່ມີຊື່ວ່າ ”ລາມາຍະນະ” ໃນພາສາໄທແລະພາສາຂະເມນແມ່ນຊື່ກົງກັນຄື “ລາມມະກຽດ” ຫຼື ”ລາມມະກຽນ“ ກໍ່ວ່າ ແລະເອິ້ນຊື່ການສະແດງວ່າ “ໂຂນ” ຄືກັນ ເຊິ່ງເຮັດໃຫ້ຮູ້ວ່າການສະແດງນີ້ມີຢູ່ຫຼາຍແບບແລະສຳນວນທັ່ວອາຊີຕາເວັນອອກສຽງໃຕ້ບໍ່ວ່າ ມຽນມາ ມະລາຍູ ອິນໂດເນເຊຍ ສິງກະໂປແລະຊະວາ 
   ໃນທຸກມື້້ນີ້ແມ່ນມີເສບງັນໃນໂອກາດຕ່າງໆຂອງລັດທະບານແລະຢູ່ນະຄອນຫລວງພະບາງ ສ່ວນນະຄອນວຽງຈັນມີເປິດສອນໃນໂຮງຮຽນສິນລະປະກຳແຫ່ງຊາດເພາະຍ້ອນວ່າເປັນການຮັກສາແນວດີແນວງາມຂອງລາວ