ພາສາແຟໂລ

ຈາກ ວິກິພີເດຍ

ພາສາແຟໂລ (ພາສາແຟໂລ: føroyskt [ˈføːɹɪst]) ແມ່ນພາສາກຸ່ມສະແກນດິເນເວຍຕະວັນຕົກພາສາໜຶ່ງ. ມີຄວາມຄ້າຍຄືກັບພາສາໄອຊແລນ. ມີຜູ້ເວົ້າພາສາແຟໂລເປັນພາສາແມ່ທົ່ວໂລກປະມານ 80,000

ຄົນ, ແບ່ງເປັນຜູ້ເວົ້າໃນໝູ່ເກາະແຟໂລປະມານ 48,000 ຄົນ, ຜູ້ເວົ້າໃນປະເທດເດນມາກປະມານ 25,000 ຄົນ. ນອກຈາກນີ້ ຍັງມີຜູ້ເວົ້າພາສາແຟໂລກຸ່ມນ້ອຍໆ (ປະມານ 5,000 ຄົນ) ໃນປະເທດໄອຊແລນຄືກັນ.