ພະເຈົ້າບໍຣົມວົງເທີ ພະອົງເຈົ້າອຸນາກັນອະນັນຕະນໍຣະໄຊ

ຈາກ ວິກິພີເດຍ
ພະເຈົ້າບໍຣົມວົງເທີ ພະອົງເຈົ້າອຸນາກັນອະນັນຕະນໍຣະໄຊ

ພະນາມເຕັມ ພະເຈົ້າບໍລົມວົງເທີ ພະອົງເຈົ້າອຸນາກັນອະນັນຕະນໍລະໄຊ
ພະລາຊະອິສະລິຍະຍົດ ພະເຈົ້າບໍລົມວົງເທີ ຊັ້ນ 4
ຖານັນດອນສັກ ພະອົງເຈົ້າ
ລາຊະວົງ ລາຊະວົງຈັກກີ
ຂໍ້ມູນສ່ວນພະອົງ
ປະສູດ 22 ກຸມພາ ຄ.ສ. 1856(1856-02-22) ບາງກອກ,ໄທ
ສິ້ນພະຊົນ 29 ມີນາ ຄ.ສ. 1873 (17 ປີ) ບາງກອກ,ໄທ
ພະບິດາ ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ
ພະມານດາ ສົມເດັດພະປິຍະມາວະດີ ສີພັດຊະລິນມາຕາ
ພະໂອລົດ/ທິດາ ໝ່ອມເຈົ້າຊາຍ (ບໍ່ປາກົດພະນາມ)

ພະເຈົ້າບໍລົມວົງເທີ ພະອົງເຈົ້າອຸນາກັນອະນັນຕະນໍລະໄຊ (ໄທ: พระเจ้าบรมวงศ์เธอ พระองค์เจ้าอุณากรรณ อนันตนรไชย) (22 ກຸມພາ ຄ.ສ. 1856 - 29 ມີນາ ຄ.ສ. 1873) ພະລາຊະໂອລົດໃນພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ທີ່ປະສູດແຕ່ສົມເດັດພະປິຍະມາວະດີ ສີພັດຊະລິນມາຕາ (ເຈົ້າຈອມມານດາປ່ຽມ) ປະສູດປີ ຄ.ສ. 1856 ແມ່ນພະເຈົ້າລູກເທີ ລຳດັບທີ 29 ໃນຈຳນວນທັງໝົດ 82 ພະອົງ ສິ້ນພະຊົນເມື່ອພະຊັນສາ 18 ປີ